ຊາວເຊກອງ ທີ່ຢູ່ເຂດຫ່າງໄກສອກຫຼີກ ຍັງບໍ່ທັນມີໄຟຟ້າໃຊ້
2024.01.12

ປະຊາຊົນເຂດຫ່າງໄກສອກຫຼີກ ຢູ່ແຂວງເຊກອງ ໃນອັດຕຣາສ່ວນ 18% ຂອງຈໍານວນຄອບຄົວ ທັງໝົດ ຍັງບໍ່ມີໄຟຟ້າໃຊ້ ຍ້ອນວ່າ ພາກຣັຖບໍ່ມີງົບປະມານ ຂຍາຍຕາໜ່າງໄຟຟ້າ ເຂົ້າເຖິງພື້ນທີ່ເຂດຫ່າງໄກ.
ເຈົ້າໜ້າທີ່ ຜູ້ກ່ຽວຂ້ອງທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 12 ມົກກະຣາ ວ່າ:
“ເຂດນອກເຂດພູດອຍຫັ້ນນ່າ ເມືອງດາກຈຶງ ນີ້ປະມານ 100 ກວ່າກິໂລ ກະລຶມ ນີ້ປະມານ 80-90 ນີ້ແຫຼະ. ໃນໂຕເມືອງຫັ້ນ ເພິ່ນກໍມີໄຟຟ້າໃຊ້ແລ້ວ ຢູ່ໃນໂຕເມືອງຫັ້ນ ແຕ່ວ່າ ມັນຍັງທີ່ພວກບ້ານນ່າ. ພວກທີ່ຢູ່ເຂດນອກຫັ້ນ ແຕ່ວ່າໄຟຟ້າເຮົາບໍ່ທັນໄດ້ຂຍາຍໄປຮອດເພິ່ນຫັ້ນນ່າ. ຢູ່ກະແຈກກະຈາຍແນ່ ບາດນີ້ເຮົາ ງົບການຊິລົງທຶນໄປຫາເພິ່ນ ມັນກໍໃຊ້ງົບຫຼາຍຫັ້ນແຫຼະ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ຫຼາຍບ້ານຢູ່ 4 ເມືອງ ປະກອບມີ ເມືອງລະມາມ, ທ່່າແຕງ, ກະລຶມ ແລະ ດາກຈຶງ ຢູ່ ແຂວງເຊກອງ ແມ່ນໃຊ້ໄຟຟ້າຈາກເຂື່ອນໄຟຟ້າຫ້ວຍລໍາພັນ ນອກນີ້ເຂດບ້ານໃນເມືອງທ່າແຕງບາງສ່ວນ ຍັງນໍາໃຊ້ໄຟຟ້າຈາກເຂື່ອນເຊເຊັດ ຈາກແຂວງສາລະວັນ ແລະ ນໍາເຂົ້າກະແສໄຟຟ້າມາຈາກເຂື່ອນປາກຊ່ອງ ແຂວງ ຈໍາປາສັກ.
ສໍາລັບພື້ນທີ່ສ່ວນຫຼາຍ ຍັງບໍ່ທັນມີກະແສໄຟຟ້າເຂົ້າເຖິງ ແມ່ນໃນພື້ນທີ່ຫ່າງໄກສອກຫຼີິກ ໂດຍສະເພາະເຂດພູດອຍ ຢູ່ຫຼາຍບ້ານ ພາຍໃນເມືອງກະລຶມ ແລະ ເມືອງດາກຈຶງ ເຊິ່ງສ່ວນຫຼາຍເປັນຊົນເຜົ່າ.
ຊາວບ້ານແກ້ງກຸຍ ເມືອງກະລຶມ ແຂວງເຊກອງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 12 ມົກກະຣາ ວ່າ:
“ແມ່ນສ່ວນຫຼາຍມັນຢູ່ເຂດພູດອຍຫັ້ນນ່າ. ແມ່ນໆ ເປັນເມືອງພູດອຍ ລະແມ່ນເມືອງ ກະລຶມ ກໍຍາກພໍສົມຄວນຫັ້ນແຫຼະ ແຕ່ກໍຍັງໄປໄດ້ຢູ່ ຊົນເຜົ່າກະຕູ ແມ່ນໆ.”
ຊາວບ້ານ ທີ່ອາໄສຢູ່ເຂດພູດອຍ ແລະ ຫ່າງໄກສອກຫຼີກ ຈາກໂຕເມືອງປະມານ 100 ກິໂລແມັດ ຍັງບໍ່ມີໄຟຟ້າໃຊ້ໃນຊີວິດປະຈໍາວັນ.
ຊາວບ້ານຢູ່ເມືອງກະລຶມ ໄດ້ກ່າວວ່າ:
“ແມ່ນ ແຕ່ວ່າກໍເຫັນຢູ່ແຖບໆ ນີ້ ມີບາງບ້ານ ຢູ່ທີ່ເປັນເຂດຫ່າງໄກຫັ້ນນ່າ ແຕ່ວ່າ ບໍ່ຮູ້ວ່າ ແມ່ນບ້ານຫຍັງ ຕາມທີ່ເຫັນແບບ ຄົນຢູ່ນີ້ ຂະເຈົ້າລົມກັນ ເວົ້າກັນມາ ກໍມີບາງບ້ານທີ່ວ່າບົ່ມໄຟຟ້າ ຂ້ອຍຄິດວ່າ ໜ້າຈະບໍ່ໄດ້ໃຊ້ໂຊລ້າເຊວ ເພາະວ່າ ຄົນຢູ່ນີ້ ຈະເປັນຄົນຊົນເຜົ່າ ຂະເຈົ້າຈະບໍ່ໄດ້ຮຽນໜັງສື ຂະເຈົ້າຈະບໍ່ໄດ້ຢູ່ໃນເມືອງ ບໍ່ໄດ້ເຂົ້າໃນເມືອງ ຂະເຈົ້າອາດຈະບໍ່ຮູ້ໂຊລ້າເຊວ.”
ຊາວບ້ານ ກໍຍັງໃຊ້ໂຄມໄຟຢູ່ ແລະ ມີບ່ອນສາກໂທລະສັບຢູ່ເຂດກຸ່ມບ້ານ ເພື່ອໃຫ້ເຂົາເຈົ້າສາມາດໂທຕິດຕໍ່ຫາກັນໄດ້.
ຊາວບ້ານຢູ່ເມືອງດາກຈຶງ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ຄັນບໍ່ມີກະຊິແມ່ນ ເຂດຊົນບົດ ເຂດສອກຫຼີກ. ໂອ້ ຕອນນີ້ ສ່ວນຫຼາຍກໍຊິເປັນ ໃຊ້ໄຟໂຄມເນາະ ໄຟໂຊລ້າເຊວຫັ້ນນ່າ ບາງຄົນອາຈະໄປສາກຢູ່ບ້ານ ແລ້ວກໍເອົາມາໃຊ້ຢູ່ນາ ກໍບໍ່ຖືກດອກ ແຕ່ວ່າ ມັນຊິຫຼຸດຜ່ອນຄ່າໃຊ້ຈ່າຍຂອງປະຊາຊົນຫັ້ນແຫຼະ. ຄ່າໄຟນີ້ ຄິດວ່າ ມັນຈະບໍ່ຫຼຸດດອກ ແຕ່ວ່າ ຜູ້ໃດມີເງື່ອນໄຂໃຊ້ກໍໃຊ້ ຄົນບໍ່ມີເງື່ອນໄຂ ໃຊ້ກໍຄື ຕອນນີ້ ກໍຮູ້ສຶກວ່າ ຄ່າໄຟ ມັນກໍແພງເນາະ.”
ທ່ານ ກ່າວຕື່ມອີກວ່າ ໃນຮອບ 2-3 ປີ ມານີ້ ຄ່າໄຟຟ້າ ຢູ່ປະເທດລາວ ສູງຂຶ້ນເທົ່າໂຕ ເປັນຕົ້ນ ຢູ່ພາຍໃນເຮືອນ ແລະ ຈະໃຊ້ໄຟຟ້າ ໃນຍາມຈໍາເປັນເທົ່ານັ້ນ ຄ່າໄຟຟ້າຈະຕົກຢູ່ປະມານ 30,000 – 40,000 ກິີບ ຕໍ່ເດືອນ ແຕ່ມາຮອດປັດຈຸບັນ ມີບັນຫາເງິນເຟີ້ ເຮັດໃຫ້ຄ່າໄຟຟ້າສູງຂຶ້ນຮອດ 100,000 ກີບ.
ເຖິງວ່າ ຢູ່ແຂວງເຊກອງ ຈະມີການລົງທຶນໃນໂຄງການໄຟຟ້າ ໃນຫຼາຍຮູບແບບ ເຊັ່ນໂຄງການໄຟຟ້າພະລັງງານລົມ ແລະ ໂຄງການໄຟຟ້າພລັງງານນໍ້າ ແຕ່ສ່ວນຫຼາຍ ເປັນໂຄງການຜລິດໄຟຟ້າເພື່ອການສົ່ງອອກ. ຊາວເມືອງດາກຈຶງ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ເສົມລົມຢູ່ທາງ ແມ່ນໆໃຫຍ່ຢູ່ ໂຕນັນ້ຫັ້ນນ່າ ກໍເປັນໂຄງການຂອງຄົນໄທຍ-ຈີນ ຫັ້ນ ຫັ້ນລາວ ມາຕັ້ງກັງຫັນລົມຫັ້ນແມ່ນບໍ່. ໂດຍ ແມ່ນແລ້ວ ເພາະວ່າໂຕກັງຫັນຫັ້ນ ກໍມັນຢູ່ໃນເຂດໂຕເມືອງເລີຍຫັ້ນນ່າ. ມັນຈະບໍ່ຫ່າງໄກສອກຫຼີກໂຕນັ້ນ ຂອງນັກລົງທຶນເຂົາມາລົງທຶນຫັ້ນນ່າ ຢູ່ຫັ້ນນ່າ.”
ອີງຕາມ ທ່ານ ຂັນຕີ ລີລະວົງສາ ຮອງເຈົ້າແຂວງເຊກອງ, ໃນປີ 2022 ທົ່ວແຂວງເຊກອງ ມີຕາໜ່າງໄຟຟ້າຖາອວນເຂົ້າເຖິງແລ້ວ 155 ບ້ານ ແລະ ມີຄອບຄົວທີ່ໄດ້ໃຊ້ໄຟຟ້າຖາວອນແລ້ວ ປະມານ 19,000 ຄອບຄົວ ກວມເອົາ ປະມານ 82 ເປີເຊັນ ຂອງຄອບຄົວທັງໝົດ.
ທາງການແຂວງເຊກອງ ຍັງຈະສືບຕໍ່ຂາຍຕາໜ່າງໄຟຟ້າ ອອກສູ່ພື້ນທີ່ຫ່າງໄກສອກຫຼີກ ເພື່ອໃຫ້ປະຊາຊົນ ໄດ້ຊົມໃຊ້ໄຟຟ້າແບບຖາວອນ ຢ່າງທົ່ວເຖິງ ແລະ ສືບຕໍ່ບັນດາໂຄງການ ກໍ່ສ້າງເຂື່ອນໄຟຟ້າ ທີ່ໄດ້ຜ່ານຂັ້ນຕອນການສໍາຣວດ ແລະ ກໍາລັງກໍ່ສ້າງ ເພື່ອຜລິດ ແລະ ຈໍາໜ່າຍໄຟຟ້າ ເປັນຕົ້ນໂຄງການກໍ່ສ້າງເຂື່ອນໄຟຟ້າ ຫ້ວຍລໍາພັນຕອນລຸ່ມ, ໂຄງການກໍ່ສ້າງເຂື່ອນໄຟຟ້າ ຫ້ວຍອີມູນ, ເຂື່ອນເຊກະໝານ 3 ແລະ ໂຄງການອື່ນໆ ໃຫ້ສໍາເລັດ ຕາມກໍນົດເວລາ ອີງຕາມ ທ່ານ ຂັນຕີ ລີລະວົງສາ ຮອງເຈົ້າແຂວງເຊກອງ.