ຄ່າທາງເລກທີ 16E ປະຊາຊົນ ວ່າແພງ

ໄຊຍາ
2020.08.11
F-Toll ບ່ອນເກັບຄ່າຜ່ານທາງ ຖນົນເລກທີ 16 ແຂວງຈໍາປາສັກ
RFA/LX

ປະຊາຊົນ ຜູ້ໃຊ້ຣົດຫຼາຍຄົນ ຢູ່ ແຂວງຈຳປາສັກ ຂ້ອງໃຈກັບການເກັບເງີນ ຄ່າຜ່ານເສັ້ນທາງ ເລກທີ 16E ຈາກເມືອງປາກເຊ ຫາ ເມືອງ ປາກຊ່ອງ ທີ່ຍັງເກັບຄ່າຜ່ານທາງແພງຕາມ ປົກກະຕິຄືເກົ່າ ທັງຂາໄປແລະຂາກັບ ແລະ ຄ່າຜ່ານທາງ ກໍຍັງບໍ່ໄດ້ຫຼຸດລົງ. ດັ່ງຜູ້ໃຊ້ຣົດ ຢູ່ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 11 ສິງຫາ 2020 ວ່າ: ເຂົາເກັບທັງຂາໄປ ແລະ ກັບ:

"ເຂົາເກັບກະເກັບຂາໄປຂາມາຫັ້ນລະ ຄຳສັ່ງເພິ່ນເຮັດລົງມາດົນແລ້ວ ໄດ້ເດືອນສອງເດືອນ ຣົດຕູ້ນີ້ໄປກັບ 40 ພັນກີບ ຣົດກະບະນີ້ກະຕົກ ຢູ່ປະມານ 50-60 ບາດ."

ທ່ານໄດ້ກ່າວຕື່ມວ່າ ຣາຄາເກັບຄ່າທາງບໍ່ຫຼຸດລົງ ຍ້ອນວ່າທາງບໍຣິສັດ ກຳລັງຈົດສະຖິຕິ ຈຳນວນຂອງຣົດທີ່ແລ່ນ ໄປ-ມາ ວ່າມື້ນຶ່ງແລ່ນ ຜ່ານທາງເທົ່າໃດ ເພື່ອສະຫຼຸບຈຳນວນໄປຄິດໄລ່ ການຫຼຸດຄ່າຜ່ານທາງ ແຕ່ຕົນເຫັນວ່າບໍ່ເໝາະສົມ ຈຶ່ງຕ້ອງການໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງກວດກາແກ້ໄຂບັນຫານີ້.

ສ່ວນຜູ້ປະກອບການຣົດຕູ້ ນໍາທ່ຽວ ຢູ່ແຂວງຈຳປາສັກ ໄດ້ກ່າວວ່າ ທຸກມື້ນີ້ຕົນຍັງຕ້ອງຈ່າຍ ຄ່າຜ່ານທາງໃນຣາຄາຖ້ຽວລະ 20 ພັນກີບ ໄປ-ກັບ 40 ພັນກີບ ເມື່ອທຽບໃສ່ເມື່ອກ່ອນ ຈົນມາເຖິງປັຈຈຸບັນ ຍັງບໍ່ເຫັນຫຼຸດຣາຄາລົງ:

"ເກັບຢູ່ທັງໄປທັງມາແຫຼະໄດ້ເສັຽນະຄືຣົດຕູ້ນີ້ມັນຖືກ ປະມານ 20 ພັນກີບ ເນາະ ປະມານ 80 ບາດ ນີ້ເບາະ ໄປກັບມັນຖືກ 160 ບາດ ເພິ່ນບໍ່ຫຼຸດຣາຄາ ທຽວໄປ ທຽວມາ."

ຜູ້ປະກອບການຣົດນໍາທ່ຽວແຂວງຈຳປາສັກ ອີກທ່ານນຶ່ງ ໄດ້ກ່າວວ່າ ຄັນວ່າເກັບເງີນຄ່າ ຜ່ານເສັ້ນທາງຫຼຸດລົງແທ້ ກໍຈະເປັນຜົລດີຫຼາຍ ແກ່ຜູ້ ເດີນທາງແລະຢາກໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂ:

"ເກັບຢູ່ຄືເກົ່າມື້ນຶ່ງຖ້າໄປກັບກາ 20 ພັນກີບ ມາ 20 ພັນກີບ ຣົດຕູ້ໄປຫຼາຍກະເສັຽຫຼາຍຢາກໃຫ້ເພີ່ນຫຼຸດ 5 ພັນ ແຫຼະພໍດີເກັບບາດດຽວ."

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງຈຳປາສັກ ໄດ້ຊີ້ແຈງວ່າ ເສັ້ນທາງດັ່ງກ່າວ ຍັງເກັບຄ່າຜ່ານທາງແພງນັ້ນ ເປັນຍ້ອນການ ສວຍໂອກາດຂອງພະນັກງານ ຈຳນວນນຶ່ງ ປັຈຈຸບັນ ທາງຄະນະທີ່ກ່ຽວຂ້ອງ ກຳລັງກວດກາແກ້ໄຂກັນຢູ່:

"ທາງກະບໍ່ແມ່ນທາງດ່ວນດອກ ທາງເສັ້ນເກົ່າ ບຸກເບີກອອກຕື່ມເຮັດໃຫ້ ມັນກວ້າງຫັ້ນແຫຼະ ກະເລີຍເຮັດບ່ອນເກັບເງິນແນວນີ້ ກະເວົ້າຢູ່ ຫັັ້ນແຫຼະ ບາດນີ້ເຂົາໄປແກ້ເຂົາກະວ່າເກັບ ຕາມການຊີ້ນໍາຂອງແຂວງ ສວຍໂອກາດຫັ້ນແຫຼະເວລາເຮົາເຜີແດ່ ຣະບົບພວກຫາເງິນເນາະ."

ຕໍ່ບັນຫາທີ່ເກີດຂື້ນຜແນກໂຍທາທິການ ແລະຂົນສົ່ງ ແຂວງຈຳປາສັກ ຊີ້ແຈງວ່າ ຍັງບໍ່ທັນຮູ້ວ່າມີເຣື່ອງດັ່ງກ່າວເກີດຂື້ນ. ໃນຂນະທີ່ບໍຣິສັດ ຮຸ້ນສ່ວນພາກໃຕ້ ລາວ ຈຳກັດ ທີ່ເປັນຜູ້ສັມ ປະທານ ເສັ້ນທາງ 16E ຍັງບໍ່ທັນໄດ້ອອກມາຊີ້ແຈງວ່າ ຍ້ອນສາເຫດອັນໃດຍັງເກັບຄ່າ ຜ່ານທາງແພງ.

ຍ້ອນກັບໄປປີ 2019 ຜ່ານມາ ປະຊາຊົນທຽວທາງເສັ້ນນີ້ ເຄີຍໄດ້ກ່າວຜ່ານ ເອເຊັຽ ເສຣີ ແລະ ຫຼັງຈາກນັ້ນຣັຖບານ ກໍມີຄຳສັ່ງໃຫ້ຫຼຸດຄ່າ ຜ່ານທາງ ໂດຍຣົດ 04 ລໍ້ ໃຫ້ເຫຼືອພຽງ 10 ພັນ ກີບ ຕໍ່ຖ້ຽວຈາກຣາຄາ 15 ພັນກີບ:

"ເພິ່ນຕົກລົງກັນວ່າໃຫ້ເກັບ ແຕ່ເປັນຣາຄາທີ່ສູນກາງ ເພິ່ນອະນຸມັດເນາະ ກໍຄືຣາຄາ 10 ພັນກີບ ໂຕທີ່ເພິ່ນຂື້ນຣາຄາ ເພິ່ນກະເລີຍຕົກລົງ ກັນວ່າໃຫ້ທາງນັ້ນເກັບ ຣາຄາເກົ່າຣາຄາໄປ 10 ພັນກີບ ມາ 10 ພັນ."

ນອກຈາກເສັ້ນທາງນີ້ແລ້ວຍັງມີເສັ້ນທາງເລກທີ 16A ແຕ່ຂົວປາກເຊ ຫາ ຊາຍແດນວັງເຕົ່າ ເຊີ່ງມີການເກັບຄ່າຜ່ານທາງເຊັ່ນກັນ ແຕ່ ຫ້ອງການສຳນັກງານນາຍົກ ຣັຖມົນຕຼີ ໄດ້ມີຄຳສັ່ງ ໃຫ້ຫຼຸດຄ່າຜ່ານທາງລົງ 25% ເພື່ອແລກກັບ ການໃຫ້ເພີ່ມອາຍຸສັມປະທານໂຄງການ ຕື່ມອີກ 08 ປີ ຮວມທັງໝົດ ສັມປະທານ 50 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.