ເຈົ້າຂອງເຂື່ອນນ້ຳເອົ້າ ຈະຊົດເຊີຍ ຜູ້ເຄາະຮ້າຍ

ຈໍາປາທອງ
2019.08.02
F-Nam-Ao ເຂື່ອນນໍ້າເອົ້າທີ່ແຕກ ເມື່ອເດືອນກັນຍາ ວັນທີ 11 2017
Screen captured

ບໍຣິສັດບໍ່ທອງ ອິນເຕີ ກຣຸບ ເຈົ້າຂອງໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳເອົ້າ ຈະເຣິ່ມຊົດເຊີຍເງິນ ໃຫ້ປະຊາຊົນ ເມືອງທ່າໂທມ ແຂວງ ໄຊສົມບູນ ທີ່ໄດ້ຮັບຜົນກະທົບຈາກເຂື່ອນແຕກນັ້ນ ນັບແຕ່ທ້າຍປີນີ້ ເປັນຕົ້ນໄປ ພາຍຫລັງເຂື່ອນແຕກ ມາຕັ້ງແຕ່ປີກ່ອນ ຄືຜ່ານມາໄດ້ 1 ປີ ກັບ 10 ເດືອນແລ້ວ. ດັ່ງເຈົ້າໜ້າທີ່ ທາງການເມືອງທ່າໂທມ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ສິງຫານີ້ວ່າ:

"ຢູ່ໃນທ້າຍປີນີ້ເພິ່ນວ່ານະ ເພິ່ນບໍ່ໃຫ້ແກ່ຍາວ ຄືບໜ້າແລ້ວ ເຂົາໄດ້ສ້າງບົດບັນທຶກຮ່ວມກັນແລ້ວ ໃຫ້ສຳລະເຣຶ່ອງຜົນເສັຽຫາຍຫັ້ນ ຂະເຈົ້າ ກະສິສຳລະ ເປັນແຕ່ລະປີໄປ ກະສິບໍ່ເກີນສອງ ຫລືສາມປີ.

ໃນຂນະທີ່ເຈົ້າໜ້າທີ່ ເມືອງທ່າໂທມ ເວົ້າເມື່ອວັນທີ 17 ມິຖຸນາ ທີ່ຫາກໍຜ່ານມານີ້ວ່າ ທາງການເມືອງທ່າໂທມ ຍັງບໍ່ໝັ້ນໃຈວ່າ ທາງບໍຣິສັດ ຈະສາມາດ ຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນໄດ້ພາຍໃນ 1 ປີ ຫລືວ່າ ຈະໃຊ້ເວລາຫລາຍກວ່ານັ້ນ.

ແລະ ພາຍຫລັງເຂື່ອນນ້ຳເອົ້າແຕກ ທ່ານ ຈັນທອງ ຊະນະວັນ ປະທານບໍຣິສັດດັ່ງກ່າວ ກໍໄດ້ເວົ້າວ່າ ທາງບໍຣິສັດຂອງທ່ານ ໄດ້ພຍາຍາມ ແກ້ໄຂ ຜົນກະທົບທີ່ເກີດຂຶ້ນ ແລະຊ່ອຍຮິບໂຮມຂໍ້ມູນ ຄວາມເສັຽຫາຍ ທັງໝົດ ເພື່ອຊົດເຊີຍຕາມຂັ້ນຕອນ ແຕ່ຍັງບໍ່ຮູ້ວ່າຈະເປັນເມື່ອໃດ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທາງການເມືອງທ່າໂທມ ທີ່ດຽວກັນນີ້ກໍເວົ້າວ່າ ສຳລັບມູນຄ່າ ທີ່ບໍຣິສັດບໍ່ທອງ ຈະຕ້ອງໄດ້ຊົດເຊີຍ ຄວາມ ເສັຽຫາຍຂອງປະຊາຊົນນັ້ນ ແມ່ນຂຶ້ນກັບແຕ່ລະກໍຣະນີ ຊຶ່ງໃນຂນະນີ້ ທາງບໍຣິສັດຍັງບໍ່ໄດ້ຮັບຮອງ ຜົນເສັຽຫາຍ ທີ່ປະຊາຊົນບາງສ່ວນ ຮວບຮວມໃຫ້ ເນຶ່ອງຈາກວ່າມັນບໍ່ຄັກແນ່, ຕ້ອງໄດ້ຜ່ານການກວດສອບ ແລະແກ້ໄຂຄືນໃໝ່. ຕາມຂໍ້ມູນເບື້ອງຕົ້ນ ຈຳນວນເງິນທີ່ທາງ ບໍຣິສັດ ຕ້ອງໄດ້ຊົດເຊີຍນັ້ນ ແມ່ນປະມານ 6-7  ຕື້ກີບ.

ທ່ານເວົ້າຕື່ມວ່າ ບໍຣິສັດບໍ່ທອງ ຮັບປາກວ່າ ຈະໃຫ້ການຮ່ວມມື ໃນການເລັ່ງແກໄຂເຣຶ່ອງຄ່າຊົດເຊີຍຄວາມເສັຽຫາຍ ຂອງປະຊາຊົນ ໃຫ້ ແລ້ວໄວ ເທົ່າທີ່ຈະ ເຮັດໄດ້ ແລະຈະຊົດເຊີຍແບບເປັນທັມ ແລະ ມີຄວາມໂປ່ງໃສ ເພື່ອຫລຸດຜ່ອນ ຄວາມທຸກຍາກຂອງພວກເຂົາເຈົ້າ.

ປະຊາຊົນເມືອງທ່າໂທມ ທີ່ໄດ້ຮັບຄວາມເດືອດຮ້ອນ ຍ້ອນເຂື່ອນໄຟຟ້ານ້ຳເອົ້າແຕກ ໃສ່ເກືອບສອງປີຜ່ານມານັ້ນ ຍັງລໍຖ້າການຊົດເຊີຍ ຈາກທາງ ເຈົ້າຂອງເຂື່ອນນັ້ນຢູ່. ຜູ້ໄດ້ຮັບຜົນກະທົບ ທີ່ຍັງລໍຄອຍ ຄ່າຊົດເຊີຍ ມີຢູ່ 8 ບ້ານ, ປະມານ 60 ຄອບຄົວ.

ໃນໄລຍະທຳອິດ ຫຼັງເຂື່ອນແຕກ ບໍຣິສັດບໍ່ທອງ ໄດ້ຊົດເຊີຍຄວາມເສັຍຫາຍ ໃຫ້ປະຊາຊົນ 30 ຄອບຄົວ ທີ່ໄດ້ເສັຽຫາຍທຸກຢ່າງໄປແລ້ວ ແຕ່ບໍໍ່ໄດ້ ເປີດເຜີຍເຖິງມູນຄ່າການຊົດເຊີຍ ແລະການຊົດເຊີຍ ແບບໃດ, ບໍ່ຮູ້ວ່າຢູ່ໃສ ແລະ ເວລາໃດກັນແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.