ຊາວບ້ານຈາກເຂື່ອນນໍ້າທາ 1 ລໍາບາກ

ອະວາຣີ
2019.06.18
f-namtha1 ໝູ່ບ້ານຈັດສັນ ທີ່ທາງໂຄງການ ເຂື່ອນນໍ້າທາ1 ຍົກຍ້າຍຊາວບ້ານ ເຂົ້າມາຢູ່
Screen captured VT times video

ໂຄງການເຂື່ອນນໍ້າທາ 1 ຊຶ່ງຕັັ້ງຢູ່ຣະຫວ່າງ ເມືອງນາແລ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ບໍ່ປະຕິບັດຕາມສັນຍາ ທີ່ໄດ້ໃຫ້ໄວ້ກັບ ປະຊາຊົນ ຫຼາຍຢ່າງ. ໃນນັ້ນ ເຣື້ອງທໍາອິດ ແມ່ນການສ້າງຣະບົບນໍ້າລິນ ໃຫ້ປະຊາຊົນ ເຂດສນາມ 1 ທີ່ໂຄງການ ໃຊ້ທໍ່ນ້ໍາ ຂນາດ ເສັ້ນຜ່າສູນກາງ 30 ຊັງຕີແມັດ ເທົ່ານັ້ນ ຕາມສັນຍາຣະບຸວ່າ ຈະໃຊ້ທໍ່ນ້ໍາຂນາດ ເສັ້ນຜ່າສູນກາງ 90 ຊັງຕີແມັດ ຈຶ່ງເຮັດໃຫ້ປັດຈຸບັນ ປະຊາຊົນຢູ່ເຂດ ບ້ານຈັດສັນສນາມ 1 ຊຶ່ງມີຢູ່ 400 ປາຍຄອບຄົວ ຍັງບໍ່ມີນໍ້າກິນນໍ້າໃຊ້ຢ່າງພຽງພໍ, ດັ່ງຄໍາເວົ້າຂອງປະຊາຊົນບ້ານ ດ່ັງກ່່າວ ທີ່ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 4 ມິຖຸນາ 2019 ນີ້:

“ຕາມແຜນດໍາຣັດເຂົາຂຽນມານີ້ ຕາມເຂົາຕົກລົງນີ້ ເຂົາວ່າໃຫ້ເຮັດທໍ່ໃຫຍ່ໝົດ ທໍ່ 90 ແຕ່ເຂົາໃສ່ທໍ່ມັນລະນ້ອຍເນາະ ແລ້ວມັນບໍ່ໄຫຼມານີ້ ມາເບິ່ງຢູ່ພີ້ຕິ່ ມັນອອກນ້ອຍນີ້ນະ ມັນບໍ່ພໍນີ້ນະ ເຂົາວ່າ ໂອ່ໃສ່ທໍ່ໃຫຍ່ນີ້ມັນບໍ່ໄດ້ ນີ້ເຂົາຈັ່ງເອົາທໍ່ນ້ອຍມາ ເຂົາໃສ່ ທໍ່ນ້ອຍທໍ່ 30 ນີ້.”

ສໍາລັບບ້ານຈັດສັນເຂື່ອນນໍ້າທາ 1 ຢູ່ເຂດສນາມ 1 ນັ້ນ ແມ່ນຕັ້ງຢູ່ເມືອງນາແລ ແຂວງຫຼວງນໍ້າທາ ເປັນບ້ານຈັດສັນ ທີ່ປະຊາຊົນຈາກ ບ້ານຫາດເຕົ້າ, ບ້ານຕາວັນ, ບ້ານຫ້ວຍຍາງ ແລະອີກ 3 ບ້ານ ຖືກຍ້າຍມາຢູ່ ຕັ້ງແຕ່ກາງປີ 2017, ແຕ່ມາຮອດດຽວນີ້ ກໍຍັງປະສົບ ບັນຫາຂາດເຂີນນໍ້າໃຊ້ນໍ້າກິນ.

ນອກຈາກນີ້ ຢູ່ບ້ານຈັດສັນພູຄາ ອີກແຫ່ງນຶ່ງ ຊຶ່ງຕັ້ງຢູ່ ຣະຫວ່າງເຂດທາງໄປເຂດບ້ານຈັດສັນສນາມ 1 ກັບ ສນາມ 2 ແລະ ເປັນເຂດ ທີ່ປະຊາຊົນຈໍານວນນຶ່ງ ຈາກບ້ານຫາດແຕ້ສອງ, ບ້ານຕົກລະຫ້າງ ແລະບ້ານຫ້ວຍເຄື່ອງ ຍ້າຍມາຢູ່ນັ້ນ ຊາວບ້ານເຂດນີ້ກໍເວົ້າວ່າເຮືອນ ທີ່ໂຄງການສ້າງໃຫ້ ທັງໝົດ 80 ຫຼັງນັ້ນ ໄດ້ເປ່ເພແລ້ວ 64 ຫຼັງ ຍ້ອນມີການໃຊ້ ວັດຖຸກໍ່ສ້າງ ບໍ່ຖືກກັບຂໍ້ຕົກລົງ ທີ່ເຊັນກັນໄວ້:

“ມັນຫຼາຍບ່ອນແຫຼະ ບາງເທຶ່ອມັນກໍໄມ້ເປັນມອດເນາະ ບາງເທື່ອກໍເຮັດບໍ່ຖືກ ຕາມຮູບແບບ ມັນກໍແຕກ ບໍ່ໄດ້ມາຕຖານ ແລ້ວມັນກໍໂຕ ໜ່ວຍງານ ກໍ່ສ້າງຫັ້ນແຫຼະ ສະເພາະບໍຣິສັດນິ່ ເຂົາກໍສນອງໄດ້ ຕາມປະຊົນສເນີ ໂຕພວກກໍ່ສ້າງ ມັນມາເຮັດ ບໍ່ຖືກແບບ.”

ສ່ວນອີກບັນຫານຶ່ງ ທີ່ປະຊາຊົນບ້ານຈັດສັນ ສອງແຫ່ງນີ້ ເວົ້າຄືກັນກໍແມ່ນເຣື້ອງ ການຊົດເຊີຍ ເຂົ້າສານອາຫານແຫ້ງ ພວກຂະເຈົ້າ ກໍໄດ້ຮັບແຕ່ປີດຽວ ຄືປີ 2016 ຫາ 2017 ທັ້ງໆທີ່ສັນຍາ ຣະບຸວ່າ ຈະໄດ້ເປັນເວລາ 3 ປີ ໄປຮອດ ປີ 2019 ປີນີ້:

“ເຂົາຊົດເຊີຍໃຫ້ແຕ່ປີດຽວ ໄດ້ແຕ່ປີດຽວ ປີທີເຮົາກໍາລັງໂຍກຍ້າຍມາຫັ້ນ ດຽວນີ້ກໍບໍ່ມີແລ້ວ ມີແຕ່ເຂົາໃຫ້ອາຫານແຫ້ງ, ມີປ໋ອງປາ, ຍໍາໆ, ມີໄຂ່, ເຂົ້າສານນີ້ ອາຍຸ 15 ປີຂຶ້ນເມືອແຫຼະເຂົາໃຫ້ 20 ໂລ ແຕ່ທໍາອິດຫັ້ນເຂົາວ່າແມ່ນຕ້ອງໄດ້ 3 ປີນະ.”

ນອກຈາກບັນຫານີ້ແລ້ວ ປັດຈຸບັນ ຊາວບ້ານຈັດສັນ ທັງສອງແຫ່ງ ກໍບອກອີກວ່າ ໂຄງການໄດ້ເວົ້າວ່າ ຈະລົງມາສົ່ງເສີມຫາອາຊີບໃຫ້ ຊາວບ້ານ ໂດຍໃຫ້ຫັນປ່ຽນຈາກການເຮັດໄຮ່ ທີ່ຊາວບ້ານເຄີຍເຮັດ ປ່ຽນໄປເປັນການລ້ຽງສັດ ແຕ່ມາຮອດດຽວນີ້ກໍ 3 ປີແລ້ວຍັງບໍ່ມີ ຄວາມຄືບໜ້າເລີຍ.

ກ່ຽວກັບບັນຫາຕ່າງໆເຫຼົ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ທ່ານ ບຸນທະວີ ໄຊສົງຄາມ ເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງ ຫຼວງນໍ້າທາ ເພື່ອໃຫ້ທ່ານຊ່ວຍຊີ້ແຈງ ແຕ່ທ່ານປະຕິເສດ ໃຫ້ຄໍາຄິດຄໍາເຫັນແກ່ພວກເຮົາ.

ໃນຂນະທີ່ ຢູ່ຫ້ອງການປົກຄອງເມືືອງນາແລ ເຈົ້າໜ້າທີ່ທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ຕາມທີ່ຊາວບ້ານເວົ້າວ່າ ບໍ່ໄດ້ຮັບການ ປະຕິບັດຕາມສັນຍານັ້ນ ຂະເຈົ້າຍັງບໍ່ຮັບຮູ້ ແຕ່ຈະກວດຄືນວ່າມີຄວາມຈິງແທ້ປານໃດ ສ່ວນເຣື່ອງອາຊີບນັ້ນຈະໃຫ້ ປະຊາຊົນຫັນປ່ຽນປີ 2020 ບໍ່ແມ່ນຫັນປ່ຽນດຽວນີ້ ປີນີ້ ສະນັ້ນ, ພາກສ່ວນກ່ຽວຂ້ອງ ຈຶ່ງຍັງບໍ່ໄດ້ລົງໄປເທື່ອ:

“ຕາມດໍາຣັດນິ່ ປີ 2020 ລົບລ້າງການເຮັດໄຮ່ ແລ້ວໃຫ້ເອົາອາຊີບປ່ຽນເປັນ ອັນການລ້ຽງສັດປູກຝັງນີ້ ເຮົາກໍລົມໆຢູ່ ແລ້ວວ່າຈະເຮັດ ແນວໃດ ໃຫ້ປະຊາຊົນເຂົາຫັນອາຊີບ ມີການປ່ຽນແປງ ປີ 202 ນີ້ບໍ່ໃຫ້ເຮັດໄຮ່ ແຕ່ດຽວນີ້ ມັນຍັງບໍ່ຮອດປີ 202 ເທື່ອ.”

ບໍ່ເທົ່ານັ້ນປັດຈຸບັນ ປະຊາຊົນບ້ານຈັດສັນສນາມ 1 ແລະບ້ານຈັດສັນພູຄາ ຍັງປະສົບບັນຫາພັຍແຫ້ງແລ້ງ ເຂົ້າແລະໝາກໄມ້ ທີ່ປູກໃນດິນ ການຜລິດ ແລະຢູ່ຕາມປ່າກໍຕາຍໝົດ ຍ້ອນຝົນເຂດດັ່ງກ່າວ ບໍ່ຕົກ ຈຶ່ງຂາດນໍ້າ ອີກບັນຫານຶ່ງ ທໍ່ນໍ້າທີ່ໂຄງການ ສ້າງໃຫ້ກໍມີຂນາດນ້ອຍ ເກີນໄປ ບໍ່ໃຫຍ່ຕາມທີ່ຕົກລົງກັນ ສົ່ງນໍ້າໄປສູ່ບ່ອນການຜລິດບໍ່ພຽງພໍ.

ເຂື່ອນນໍ້າທາ 1 ແມ່ນໂຄງການຮ່ວມມືທີ່ສໍາຄັນ ຣະຫວ່າງ ຣັຖບານລາວ ແລະຈີນ ຕາມແຜນຍຸທສາດ 1 ແລວ 1 ເສັ້ນທາງ ໂດຍບໍຣິສັດ ຕາຂ່າຍໄຟຟ້າ ພາກໃຕ້ສາກົລ ຈໍາກັດ ຂອງຣັຖບານຈີນ ຮ່ວມກັບ ບໍຣິສັດ ຣັດວິສາຫະກິຈໄຟຟ້າລາວ ໃຫ້ທຶນກໍ່ສ້າງ 447 ລ້ານ ໂດລາ ສະຫະຣັດ ເຣີ້ມຜລິດໄຟຟ້າ ຕັ້ງແຕ່ທ້າຍປີ 2018 ເປັນຕົ້ນໄປ.

ອີງຕາມຂໍ້ມູນ ຂອງທາງການລາວ ໂຄງການດັ່ງກ່າວ ສົ່ງຜົນໃຫ້ປະຊາຊົນທັງໝົດ 37 ບ້ານ ຈໍານວນ 15 ພັນປາຍຄົນ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ແລະເມືອງຜາອຸດົມ ແຂວງບໍ່ແກ້ວ ຕ້ອງໄດ້ໂຍກຍ້າຍ ໄປຢູ່ບ້ານຈັດສັນ ຊຶ່ງມີ 11 ຈຸດ ແລະແບ່ງອອກ ເປັນ 4 ສນາມໃຫຍ່ໆ. ໂດຍການໂຍກຍ້າຍເຣີ້ມຂຶ້ນ ເມື່ອກາງປີ 2015 ແລະສໍາເຣັດ 100 ສ່ວນຮ້ອຍ ເມື່ອກາງປີ 2018.

ກ່ຽວກັບເຂື່ອນແຫ່ງນີ້ ໂທຣະພາບແຫ່ງຊາດລາວ ໄດ້ມີຣາຍງານ ໃນວັນທີ 26 ເດືອນ ມິນາ 2019 ນີ້ ໂດຍອີງຈາກການສໍາພາດ ເຈົ້າໜ້າທີ່ທ້ອງຖິ່ນ ເຂດບ້ານຈັດສັນ ວ່າ ປະຊາຊົນເຂດດັ່ງກ່າວ ມີຊີວິດຄວາມເປັນຢູ່ດີ ຂຶ້ນກວ່າແຕ່ກ່ອນ ແຕ່ມາຮອດດຽວນີ້ ຊາວບ້ານ ໂດຍສະເພາະຢູ່ສນາມ 1 ໄດ້ເວົ້າຕໍ່ວິທຍຸ ເອເຊັຽເສຣີວ່າ ຂະເຈົ້າ ຍາກລໍາບາກຫຼາຍກວ່າເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.