ຊາວນາຊອນບໍ່ຍອມ ເສັຽດິນ ໃນລາຄາຕໍ່າ

ຈໍາປາທອງ
2019.05.23
F-EXpress-way ຊາວບ້ານນາຊອນ ນະຄອນຫຼວງວຽງຈັນ ບໍ່ຍອມເສັຽດິນ ໃຫ້ໂຄງການ ສ້າງທາງດ່ວນ ນະຄອນຫຼວງ ວຽງຈັນ-ວັງວຽງ
RFA/TP

ປະຊາຊົນ 5 ຄອບຄົວ ຢູ່ບ້ານນາຊອນ ເມືອງ ນາຊາຍທອງ ນະຄອນຫຼວງ ວຽງຈັນ ບໍ່ອະນຸຍາດ ໃຫ້ໂຄງການ ສ້າງທາງດ່ວນ ຈາກ ນະຄອນຫຼວງວຽງຈັນ ໄປຫາ ເມືອງວັງວຽງ ບຸກເບີກພື້ນທີ່ດິນ ຂອງພວກເຂົາເຈົ້າ ຍ້ອນວ່າ ຈະໄດ້ຮັບຄ່າຊົດເຊີຍ ຄວາມເສັຽຫາຍ ໜ້ອຍ ເກີນໄປ ຄືໃຫ້ 50 ພັນກີບ ຕໍ່ແມັດມົນທົນ ໃນຂນະທີ່ ດິນໃນເຂດນັ້ນ ມີຣາຄາບໍ່ຕໍ່າກວ່າ 2 ແສນ 5 ໝື່ນກີບ ຕໍ່ແມັດມົນທົນ.

ໃນມື້ວັນທີ 20 ພຶສພານີ້ ປະຊາຊົນທີ່ເປັນເຈົ້າຂອງດິນ ໄດ້ໄລ່ກໍາມະກອນຈີນ ອອກຈາກທີ່ດິນຂອງພວກເຂົາເຈົ້າ ຍ້ອນວ່າ ຄ່າຊົດເຊີຍນັ້ນ ໜ້ອຍເກີນໄປ-ຕາມຄໍາເວົ້າ ຂອງປະຊາຊົນ ຜູ້ເປັນເຈົ້າຂອງທີ່ດິນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ພຶສພານີ້:

"ດິນຢູ່ແຖວນັ້ນ ມັນເປັນດິນພັທນາແລ້ວ ເປັນໝູ່ບ້ານເປັນຫຍັງແລ້ວ ມັນບໍ່ແມ່ນດິນປ່າ ຄັນຖ້າແມ່ນດິນປ່ານີ້ ຢູ່ທາງໃນບໍ່ມີເສັ້ນທາງເສັ້ນຫຍັງ 50 ພັນກີບຕໍ່ແມັດກາເຣ ມັນກໍພໍຟັງຢູ່ ນີ້ນາ ເຈິໂຄງການແບບນີ້ມາ ລະກໍໃຫ້ຣາຄາເຂົາແບບບໍ່ຍຸຕິທັທ ມັນກໍບໍ່ດີປານໃດ.”

ທ່ານເວົ້າຕື່ມວ່າ ໃນຈໍານວນປະຊາຊົນ 5 ຄອບຄົວ ທີ່ຕໍ່ສູ້ ບໍ່ຍອມຮັບເອົາຄ່າຊົດເຊີຍທີ່ດິນນັ້ນ ມີຈໍານວນນຶ່ງ ທີ່ຍອມຖືກຂົ່ມເຫັງ ໄດ້ຄ່າ ຊົດເຊີຍ ຕາມທີ່ທາງການຕົກລົງໃຫ້ ແລະກໍມີຈໍານວນນຶ່ງ ທີ່ພໍມີຄວາມຮູ້ ເຫັນວ່າບໍ່ເໝາະສົມ ແລະໄດ້ຂຽນ ໃບສເນີ ເຖິງທາງການ ເມືອງ ນາຊາຍທອງ ຂໍໃຫ້ເບິ່ງຄືນ ຄືຫາດິນໃນເຂດໃກ້ຄຽງກັນນັ້ນແທນ, ບໍ່ແມ່ນວ່າຈະໄລ່ໄປຢູ່ໃນປ່າ ນັ້ນກໍບໍ່ໄປ ແລະ ຖ້າທາງເມືອງ ຢືນຢັນວ່າ ຈະຊົດເຊີຍເປັນເງິນ ກໍຕ້ອງເປັນຣາຄາຕລາດ ຄື 2 ແສນ 5 ໝື່ນກີບ ຕໍ່ແມັດ ມົນທົນ ຫລືຕໍ່າກວ່ານັ້ນແດ່ ແຕ່ກໍພໍຍອມຮັບເອົາໄດ້, ດັ່ງທີ່ ທ່ານກ່າວວ່າ:

"ໄປຖາມຫາງສຽງປະຊາຊົນນໍາບ້ານ ຫລືວ່າຖາມນາຍບ້ານ ຖາມໃຜກໍໄດ້ຢູ່ໃນເຂດນັ້ນ ຖ້າວ່າຣັຖມາຂໍຊື້ດິນ ນໍາປະຊາຊົນ ໃນຣາຄາ ແມັດກາເຣລະ 50 ພັນ ຈະມີໃຜຂາຍບໍ່ ຈະໄດ້ຮັບສຽງເປັນສຽງດຽວກັນເລີຍວ່າ ບໍ່ມີທາງ ມັນສິຄຸ້ມຄ່າບໍ ເພາະວ່າບໍ່ມີໄຜສິຂາຍ.”

ກ່ຽວກັບເຣື່ອງ ທີ່ວ່ານີ້ ທາງເຈົ້າໜ້າທີ່ ເມືອງນາຊາຍທອງ ກໍເວົ້າວ່າ ໄດ້ຮັບໃບສເນີ ຂອງປະຊາຊົນຈໍານວນນຶ່ງແລ້ວ, ສ່ວນວ່າ ຈະໃຫ້ຈ່າຍ ຄ່າຊົດເຊີຍຕື່ມ ໄດ້ຫລືບໍນັ້ນ ຈະຕ້ອງໄດ້ຣາຍງານ ໄປຫາສະພາແຫ່ງຊາດ ຍ້ອນວ່າ ຄ່າຊົດເຊີຍທີ່ດິນ ໃນຣາຄາ 50 ພັນກີບ ຕໍ່ແມັດ ມົນທົນນັ້ນ ແມ່ນເປັນຣາຄາ ຕາມຂໍ້ຕົກລົງ ຂອງສະພາແຫ່ງຊາດ ທີ່ຄິດໄລ່ມາແລ້ວ ຕັ້ງແຕ່ທໍາອິດ, ຄນະກັມການເມືອງ ບໍ່ມີສິດ ທີ່ຈະ ຂຶ້ນຣາຄາ ໃຫ້ຕາມພາລະການໄດ້, ດັ່ງທີ່ທ່ານໄດ້ກ່າວ ໃນມື້ດຽວກັນນັ້ນວ່າ:

"ມີຣາຄາຂໍ້ຕົກລົງຂອງສະພາມາ ລະກໍາມະການເພີ່ນເອົາມາຄິດໄລ່ ຕາມຣາຄາຂໍ້ຕົກລັງຫັ້ນ ເພາະວ່າໄທເຮົາ ກໍບໍ່ໄດ້ມີສິດໄປຂຶ້ນຣາຄາ ໂດຍພາລະການໄດ້ ຄັນຖ້າວ່າ ເຮົາຣາຍງານໄປຂັ້ນເທິງ ເພິ່ນສິນໍາມາວ່າ ສົມມຸດວ່າດິນຕອນນີ້ ໃນເຂດນີ້ ຈຸດນີ້ ໃຫ້ເພິ່ນຂຶ້ນຣາຄາ ຈັກເປີເຊັນ ຈັກເປີເຊັນ ເຮົາກໍຕ້ອງໄດ້ປະຕິບັດຕາມນັ້ນ ເພາະວ່າຕອນນີ້ ເພິ່ນມີເອກກະສານມາໃຫ້ເຮົາອີກ ເຮົາກໍອີງຕາມເອກກະສານ ທີ່ທາງເຈົ້າຄອງເພິ່ນເຊັນລົງມາຫັ້ນ.”

ທ່ານກ່າວວ່າ ສໍາລັບຣາຄາດິນ 50 ພັນກີບ ຕໍ່ແມັດມົນທົນ ທີ່ປະຊາຊົນ ໃນຈໍານວນ 5 ຄອບຄົວ ເວົ້າວ່າ ບໍ່ຍຸຕິທັມນັ້ນ ທ່ານເວົ້າວ່າ ມັນບໍ່ແມ່ນ ຍ້ອນຣາຄາ ຕາມຂໍ້ຕົກລົງ ຂອງສະພາແຫ່ງຊາດ ມັນຊໍ່ານັ້ນ. ແຕ່ພວກເຂົາເຈົ້າ ໄປຄິດໄລ່ຣາຄາຊື້-ຂາຍໂຕຈິງ ທີ່ຖ້າມີຜູ້ຊື້ດິນ ໃຫ້ຣາຄາສູງກວ່າຄ່າຊົດເຊີຍ. ແລະທັງວ່າ ການສ້າງທາງດ່ວນ ແຕ່ນະຄອນຫລວງວຽງຈັນ ໄປຫາເມືອງວັງວຽງ ເປັນຂອງ ກຸ່ມບໍຣິສັດ ກໍ່ສ້າງລົງທຶນ ແລະຖືຫຸ້ນ ຈໍາກັດ ແຂວງຍຸນນານ ຂອງຈີນ ທີ່ຈະຕ້ອງ ໄດ້ຈ່າຍຄ່າຊົດເຊີຍ ທີ່ດິນທັງໝົດ 602 ຕອນ. ມາເຖິງປັດຈຸບັນ ໄດ້ຈ່າຍເປັນເຊັກໄປແລ້ວ 500 ປາຍຕອນ. ສ່ວນທີ່ເຫລືອ ຈະໄດ້ຈ່າຍໃຫ້ຕື່ມ.

ທາງດ່ວນທີ່ວ່ານີ້ ຍາວ 109 ກິໂລແມັດ, ກວ້າງ 23 ແມັດ, ມູນຄ່າການກໍ່ສ້າງ 1 ຕື້ 300 ລ້ານໂດລາສະຫະຣັຖ. ການອອກແບບ ແມ່ນ ໃຊ້ມາຕຖານ ທາງດ່ວນຢູ່ຈີນ, ມີທາງຣົດແລ່ນ 4 ທາງ ໃນຄວາມໄວ 100 ກິໂລແມັດຕໍ່ຊົ່ວໂມງ ແລະຈະໃຊ້ເວລາ ແລ່ນຣົດພຽງ 1 ຊົ່ວໂມງ ເຄິ່ງ, ມີອຸໂມງ 1 ແຫ່ງແລະຂົວ 45 ແຫ່ງ, ຕາມແຜນແມ່ນຈະສ້າງໃຫ້ແລ້ວໃນປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.