ຊາ 400 ປີຂາຍບໍ່ອອກ ຈີນ ບໍ່ມາຊື້

ໄຊຍາ
2020.07.20
F-Tea ຊາວສວນຊາ 400 ປີ ແຂວງຜົ້ງສາລີ ກຽມສົ່ງຊາ ອອກຂາຍ (ຮູບຖ່າຍ ເດືອນ ມິຖຸນາ 2020)
ນັກຂ່າວພົລເມືອງ

ນາຍທຶນຈີນບໍ່ໄດ້ມາເກັບຊື້ຊາ 400 ປີ ຢູ່ບ້ານກໍແມນ ເມືອງຜົ້ງສາລີ ແຂວງຜົ້ງສາລີ ເຮັດໃຫ້ຊາວສວນຊາ 89 ຄອບຄົວຈຳເປັນຕ້ອງຍອມ ຂາຍເລອອກໄປເພື່ອເອົາທຶນ ຄືນເຮັດໃຫ້ ຣາຍຮັບປີນີ້ຫລຸດລົງຫລາຍສະເລັ່ຍແລ້ວ ໄດ້ຄອບຄົວລະ 10 ລ້ານກີບ. ດັ່ງຊາວສວນຊາ ບ້ານກໍແມນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ກໍຣະກະດາ ວ່າ: ຍ້ອນບໍ່ໄດ້ເຮັດສັນຍາຊື້-ຂາຍ ສ່ວນຫລາຍນາຍທຶນຈີນ ຈະມາເລາະຊື້.

"ບໍ່ໄດ້ເຮັດສັນຍາ ມີແຕ່ມາຖາມາເລາະຊື້ ມາຖາມຊື້ ພໍຄ້າຄົນຈີນ ເວລາມາເລາະຊື້ຊິສັນຍາ ເຂົາບໍ່ສັນຍານີ້ ກໍກິນໄປແນວນັ້ນນີ້ຫັ້ນແຫຼະບໍ່ມີ ຜູ້ຊື້ ນີ້ກິນນໍາປີ ກາຍຫັ້ນແດ່ຊອກຕາມປ່າ ຕາມຫຼອງ."

ຊາວສວນຊາບ້ານກໍແມນອີກທ່ານນື່ງໄດ້ກ່າວວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ຊອກຫານັກລົງທຶນ ມາເກັບຊື້ໃຫ້ພວກເຮົາ ຫຼືຄວບຄຸມ ຣາຄາຊາ 400 ປີ ຍ້ອນວ່າຕ້ອງໄດ້ຂາຍໃບຊາ ຈາກສວນໃຫ້ນາຍທຶນຈີນ ຄົນກາງ ທີ່ເປັນເຈົ້າຂອງໂຮງງານປຸງແຕ່ງຊາ ໃນເມືອງ ໃນຣາຄາ ກິໂລລະ 05 ພັນກີບ ຈາກເດີມເຄີຍຂາຍກິໂລລະ 16 ພັນກີບ.

"ພວກບໍຣິສັດລົງທຶນ ນັ້ນເຂົາເຈົ້າບໍ່ມາເກັບຊື້ ພວກບໍຣິສັດຄົນຈີນລົງທຶນ ຫັ້ນນ່າແລ້ວພວກພໍ່ຄ້າຊາວຂາຍ ເຂົາກໍມາເກັບຊື້ຢູ່ບ້ານນັ້ນເລີຍ ໂອ້ຫຍຸ້ງຍາກ ຣາຄາຕົກຕໍ່າ ຈັກຊິເຮັດແນວໃດ ຊາວບ້ານກໍມີແຕ່ຜູ້ໃດພໍໃຈກໍຂາຍ."

ຊາວສວນຊາ ຄົນທີ 03 ໄດ້ກ່່າວວ່າ ປັຈຈຸບັນຕ້ອງບິດໃບຊາ 1 ຍອດ 1 ໃບ ຕາມຄຳສັ່ງ ຂອງພໍ່ຄ້າຄົນຈີນຄົນກາງ ໂດຍຂາຍກິໂລລະ 05 ພັນກີບ ໝົດມື້ເກັບໄດ້ 15 ພັນກີບ.

"ດຽວນີ້ນີ້ການເກັບຊື້ຊາ ເອົາ 1 ຍອດ 1 ໃບ ຖ້າຜູ້ໃດເກັບ 1 ຍອດ 2 ໃບ ຊິໄດ້ມາຖອກແລ້ວໄດ້ອີກໂລນຶ່ງ 05 ພັນກີບ ກໍ່ບໍ່ແມ່ນງ່າຍ ໝົດມື້ໄປເກັບກໍໄດ້ 15 ພັນກີບ ອາທິດນຶ່ງຊິໄດ້ເງິນ ແສນ ມີຄວາມຫຍຸ້ງຍາກຫລາຍດຽວນີ້ ເຣື່ອງສິນຄ້າຢູ່ຕລາດໂລນຶ່ງ 9-10 ພັນ ບາດນີ້ເຮົາໄປຂາຍຊາ ນີ້ໂລນຶ່ງ 4-5 ພັນ."

ຕໍ່ກໍຣະນີດັ່ງກ່າວ ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ແຂວງ ກ່າວວ່າ ຍ້ອນພຍາດໂຄວິດ-19 ຈຶ່ງເຮັດໃຫ້ນາຍທຶນຈີນ ຜູ້ເຄີຍຊື້ຣາຄາ 16 ພັນກີບ ມາບໍ່ໄດ້ ເນື່ອງຈາກດ່ານ ສາກົລ ລາວ-ຈີນ ຍັງປິດຢູ່.

"ຣາຍການຊາ ນີ້ເພາະວ່າຍັງມີໂຄຕ້າ ຣັຖບານຈີນ ເຂົາບໍ່ທັນໄດ້ຮັບຮອງ ເຂົາຊິຊື້ຊາ ນຳເຮົາເດ້ ເພາະຊ່ວງນີ້ສອງຣັຖບານ ຍັງຢູ່ໃນຂັ້ນ ຕອນເຈຣະຈາ."

ທາງດ້ານເຈົ້າໜ້າຜແນກອຸດສາຫະກັມ ແລະ ການຄ້າແຂວງ ກ່າວວ່າຣາຄາຊາແຫ້ງ ຫຼື ຣາຄາບິດຈາກສວນບໍ່ໄດ້ ຢູ່ໃນບັນຊີການຄວບ ຄຸມຣາຄາ. ຣາຄາຊາຈະຂຶ້ນ ຢູ່ກັບຫົວໜ່ວຍ ທຸຣະກິຈ ກຳນົດ. ປັຈຈຸບັນເຈົ້າໜ້າທີ່ ກໍໄດ້ເຈຣະຈາຕົກລົງກັບ ໂຮງງານພາຍໃນເມືອງ ຢ່າງຕໍ່ເນື່ອງ ເພື່ອໃຫ້ຮັກສາຣາຄາບໍ່ໃຫ້ ຕໍ່າລົງຫລາຍ.

"ຣັຖພວກເຮົາບໍ່ສາມາດ ຈະກຳນົດຣາຄາໃຫ້ເຂົາເຈົ້າວ່າ ຊື້-ຂາຍ ຊໍ່ານີ້ຫັ້ນນ່າ ພວກເຮົາມີແຕ່ເຮັດໜ້າທີ່ ມະຫາພາກລົງກໍບໍ່ໃຫ້ເຂົາເຈົ້າ ລົງຫລາຍ ເວລາຂຶ້ນ ຂຶ້ນເທົ່າໃດ ພວກເຮົາກໍບໍ່ເວົ້າ ດຽວນີ້ພວກເຮົາກຳລັງຕົກລົງ ບໍຣິສັດໂຮງງານຊາ ນີ້ແຫລະ ຢາກໃຫ້ຂຶ້ນນ້ອຍນຶ່ງ ເຂົ້າເຈົ້າກໍວ່າໂອປີນີ້ ຜົລຜລິດຊາ ແຫ້ງນີ້ບໍ່ໄດ້ສົ່ງອອກ ບໍ່ມີນັກທຸຣະກິດມາ ເຈຣະຈາຊື້-ຂາຍ ນໍາ."

ປັດຈຸບັນ ຊາ 400 ປີ ຍັງຄົງຣາຄາຕົກຕໍ່າ ຫລາຍເນື່ອງຈາກນາຍທຶນຈີນ ບໍ່ສາມາດ ເຂົ້າເກັບຊື້ໄດ້. ສ້າງຜົລກະທົບໃຫ້ກັບຊາວສວນຊາ ບ້ານກໍແມນ ເມືອງຜົງສາລີ ແຂວງຜົ້ງສາລີ ເຊິ່ງຕ້ອງການໃຫ້ພາກຣັຖ ແກ້ໄຂບັນຫານີ້ ຮີບດ່ວນ ເພື່ອບໍ່ໃຫ້ຊາຣາຄາຕົກ ໄປຫຼາຍກວ່ານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.