ຜູ້ຮັບເຄາະຈາກໄຟໄໝ້ຕລາດ ຍັງຖ້າເກີ້

ສົມເນ
2015.01.12
F-Market ສະພາບເຂດພື້ນທີ່ ຕລາດທົ່ງຂັນຄໍາ ທີ່ຖືກໄຟໄໝ້ ໃນເກືອບ 1 ປິຜ່ານມາ
RFA

 

ເມື່ອ ສັປດາ ທີ່ ຜ່ານມາ ພວກແມ່ຄ້າ ຕລາດ ທົ່ງຂັນຄໍາ ເຜີຍຕໍ່ ວິທຍຸ ເອເຊັຽ ເສຣີ ວ່າມາເຖີງ ປັຈຈຸບັນ ນີ້ກໍໄດ້ ເກືອບ 10 ເດືອນ ແລ້ວ ແຕ່ຍັງມີ ແມ່ຄ້າ ຕລາດ ທົ່ງຂັນຄໍາ ຈໍານວນ ຫລວງຫລາຍ ທີ່ ຖືກເສັຽຫາຍ ຈາກ ໄຟໄໝ້ ຕລາດ ທົ່ງຂັນຄໍາ ຍັງບໍ່ໄດ້ ຮັບ ຄ່າ ຊົດເຊີຍ ຈາກ ພາກສ່ວນໃດ ທັ້ງໆທີ່ ຫລັງຈາກ ເກິດ ເຫດໄຟໄໝ້ ເມື່ອ ປີກາຍ. ເຈົ້າໜ້າທີ່ ພາກສ່ວນ ກ່ຽວຂ້ອງ ທີ່ ນະຄອນ ຫລວງ ວຽງຈັນ ໄດ້ເປິດ ໂອກາດ ໃຫ້ ພວກແມ່ຄ້າ ພໍ່ຄ້າ ຜູ້ທີ່ໄດ້ ຮັບ ຜົນເສັຍຫາຍ ຈາກ ໄຟໄໝ້ ໃຫ້ ພາກັນໄປ ລົງທະບຽນ ເປັນຣາຍລັກ ອັກສອນ ໄວ້ ເພື່ອ ແຈ້ງການ ຄວາມເສັຍຫາຍ ແລະວ່າ ທາງການ ມີ ມາຕການ ຈະຊົດເຊີຍ ໃຫ້ສ່ວນໃດ ສ່ວນນຶ່ງ ແຕ່ຮອດ ປັຈຈຸບັນ ກໍບໍ່ມີ ຫຍັງເລີຍ ດັ່ງ ແມ່ຄ້າ ຜູ້ນຶ່ງ ເວົ້າວ່າ:

“ທໍາອິດ ຫັ້ນ ເວົ້າວ່າ ຜູ້ໃດ ເສັຽຫາຍ ໜ້ອຍຫລາຍ ປານໃດ ກະອີງຕາມ ເນາະ ຫຼື ວ່າອີງຕາມ ສະພາບ, ກໍໃຫ້ໄປແຈ້ງ ເສັຽຫາຍ ໄປລົງຊື່ ຈົດທະບຽນ ຂຽນຊື່ຂຽນເບີ ອີ່ຫຍັງ ໃສ່ໝົດ ເພີ່ນ ຊິຊ່ວຍເຫລືອ ວ່າຊັ້ນ ໄປຂຽນໝົດ ທຸກຄົນ ຜູ້ໃດ ຖືກໄຟໄໝ້, ໃຜກໍໄປ ຈົດຊື່ ໄວ້ລະບໍ”.

ນາງເວົ້າ ຕໍ່ໄປວ່າ ທໍາອິດ ໃຜໆ ກໍເຊື່ອວ່າ ຈະໄດ້ຮັບ ຄ່າຊົດເຊີຍ ບໍ່ຫລາຍ ກໍຂໍໃຫ້ໄດ້ ໜ້ອຍນຶ່ງ ຈະເປັນ ສັງກະສີ ຈັກ 5 ແຜ່ນ ຫຼື ໝີ່ໄວໆ ຈັກສອງແກັສ ກໍຍັງດີ ແຕ່ມາຮອດ ດຽວນີ້ ຍັງ ບໍ່ເຫັນ ຫຍັງເລີຍ ສະນັ້ນ ຈຶ່ງຢາກ ຮ້ອງຮຽນ ເຖີງ ພາກສ່ວນ ທີ່ ກ່ຽວຂ້ອງ ຂໍໃຫ້ ຊ່ວຍລົງມາ ກວດກາ ແລະ ຕິດຕາມ ແມ່ຄ້າ ຜູາທີ່ໄດ້ ຮັບຄວາມ ເສັຽຫາຍ ຈໍານວນ ຫລາຍຮ້ອຍ ຄົນ ບໍ່ທັນໄດ້ ຮັບຄ່າ ຊົດເຊີຍ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.