ທຸຣະກິຈການທ່ອງທ່ຽວ ລາວ ຫຼຸດເຄິ່ງ

ຈໍາປາທອງ
2021.01.14
ທຸຣະກິຈການທ່ອງທ່ຽວ ລາວ ຫຼຸດເຄິ່ງ ການທ່ອງທ່ຽວ ລາວທ່ຽວລາວ ຢູ່ ເມືອງວັງວຽງ
File photo: RFA

ການແຜ່ຣະບາດຂອງໂຄວິດ-19 ເຮັດໃຫ້ເມືອງທ່ອງທ່ຽວອັນດັບນຶ່ງ ຂອງລາວ ຄື, ເມືອງວັງວຽງ ແຂວງວຽງຈັນ ແລະນະຄອນ ຫຼວງພຣະບາງ, ມີນັກທ່ອງທ່ຽວຫລຸດລົງຫລາຍໃນປີ 2020 ຊຶ່ງຢູ່ເມືອງວັງວຽງ ນັກທ່ອງທ່ຽວຫລຸດລົງເຖິງ 50% ຄືມີນັກທ່ອງທ່ຽວ ມາທ່ຽວ 3 ແສນ 9 ໝື່ນ ປາຍຄົນ, ບໍ່ໄດ້ຕາມເປົ້າໝາຍທີ່ຕັ້ງໄວ້ 7 ແສນ 6 ໝື່ນ ປາຍຄົນ. ແລະ ຜູ້ປະກອບການກ່ຽວກັບ ການທ່ອງທ່ຽວ ກໍໄດ້ຮັບຜົລກະທົບ, ບາງກິຈການກໍຕ້ອງປິດເຖິງປັດຈຸບັນ, ຍ້ອນບໍ່ມີນັກທ່ອງທ່ຽວ ເປັນຕົ້ນໂຮງແຮມ ຮ້ານອາຫານ ເຮືອນພັກ ຍ້ອນໂຄວິດ-19, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ທ່ອງທ່ຽວ ເມືອງວັງວຽງທ່ານນຶ່ງ, ທີ່ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 14 ມົກກະຣາ ນີ້:

“ກໍຍ້ອນວ່າສະພາບ ໂຄວິດ-19 ນີ້ກະເຮັດໃຫ້ນັກທ່ອງທ່ຽວ ຕ່າງປະເທດຫັ້ນນ່າ ບໍ່ໄດ້ເຂົ້າມາທ່ອງທ່ຽວ ກະບໍ່ບັນລຸຕາມເປົ້າໝາຍ ຫັ້ນແຫລະ ຣາຍຮັບຂອງປະຊາຊົນຫລືວ່າ ນັກທຸຣະກິດ ກະຖືວ່າ ກະຫລຸດລົງໄປຕາມໆກັນຫັ້ນແຫລະ.”

ທ່ານກ່າວຕື່ມວ່າ ທາງການກໍມີການຊ່ອຍເຫລືອ ຜູ້ປະກອບການຢູ່ໃນໄລຍະທີ່ເກີດ ໂຄວິ,-19, ໂດຍການຫລຸດພາສີອາກອນໃຫ້ 3 ເດືອນ ຄື, ແຕ່ເດືອນ 4, ຫາ ເດືອນ 6 ໃນປີ 2020 ແລະ ມີການໃຫ້ກູ້ຢືມເງິນ ສໍາລັບເຮັດກະສິກັມນໍາດ້ວຍ.

ໃນປີ 2021 ກໍຍັງມີການເຝົ້າຣະວັງ ໂຄວິດ-19 ໄປນໍາດ້ວຍ, ໂດຍບໍ່ໃຫ້ນັກທ່ອງທ່ຽວຕ່າງປະເທດ, ເດີນທາງເຂົ້າມາ ນອກຈາກ ນັກວິຊາການ ທີ່ຕ້ອງເຮັດວຽກຢູ່ລາວ, ຈຶ່ງສາມາດ ເຂົ້າມາໄດ້ ຕາມມາຕການກວດກາໂຄວິດ-19. ແລະວ່າ ທາງການມີແຜນທີ່ຈະ ກະຕຸ້ນ ການທ່ອງທ່ຽວ, ໃນໂຄງການ ລາວທ່ຽວລາວ, ໂດຍໃຫ້ທາງເຮືອນພັກ ຮ້ານອາຫານ ມີສ່ວນຮ່ວມໃນການຫລຸດຣາຄາທີ່ພັກ, ແລະ ຄ່າອາຫານລົງ:

“ສໍາລັບປີ 2021 ພວກເຮົາເລັ່ງຈັດກິຈກັມຕ່າງໆ, ເພື່ອການທ່ອງທ່ຽວ ລາວທ່ຽວລາວ, ກະໄດ້ເວົ້າກັບທາງເຈົ້າຂອງທຸຣະກິດ ຜູ້ປະກອບ ການທັງໝົດຫັ້ນແຫລະ ໂຮງແຮມ ຈະເປັນຮ້ານອາຫານ ສະຖານທີ່ທ່ອງທ່ຽວ, ສໍາລັບຣາຄາຫັ້ນ ກະຖືວ່າໃຫ້ມີ ການຜ່ອນຜັນແຫລະເນາະ, ມີການນະໂຍບາຍຫັ້ນແຫລະ.”

ເຈົ້າໜ້າທີ່ທ່ອງທ່ຽວແຂວງ ຫລວງພຣະບາງ ທ່ານນຶ່ງ, ທີ່ຂສງວນຊື່ແລະຕໍາແໜ່ງ, ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ ວ່າ, ການທ່ອງທ່ຽວຢູ່ ຫລວງພຣະບາງ ນັກທ່ອງທ່ຽວ ຫລຸດລົງເຖິງ 50 ປາຍເປີເຊັນ, ເພາະສ່ວນໃຫຍ່ຈະມີແຕ່ນັກທ່ອງທ່ຽວຈາກ ຕ່າງປະເທດ, ພາຍຫລັງເກີດໂຄວິດ-19, ທຸກຢ່າງກໍໄດ້ຮັບຜົລກະທົບໝົດ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ບາງຮ້ານ ກະປິດຕລອດ:

“ປີ 2020 ມັນຫລຸດລົງຫລາຍກວ່າ 50% ບໍຣິສັດ ທ່ອງທ່ຽວ ຮ້ານອາຫານ ໂຮງແຮມ ເຮືອນພັກ ໄດ້ຮັບຜົລກະທົບໝົດ ບາງຮ້ານ ກະປິດຕລອດ ບໍ່ເປີດ ຖືວ່າກະມີບັນຫາມາຈົນຮອດ ດຽວນີ້ແຫລະ.

ທ່ານກ່າວຕື່ມວ່າ ຫລາຍກິຈການຢູ່ຫລວງພຣະບາງ ກໍຕ້ອງປິດລົງ. ແຕ່ມາຮອດປັດຈຸບັນ ສະຖານທີ່ທ່ອງທ່ຽວ ກໍຍັງເປີດໃຫ້ແຕ່ ຄົນລາວເທົ່ານັ້ນ. ເບື້ອງຕົ້ນ ໃນປີ 2021 ນີ້ ທາງການ ກໍມີແຜນທີ່ຈະກະຕຸ້ນ ເສຖກິດ ຕາມໂຄງການ ລາວທ່ຽວລາວ ຄືກັນກັບວັງວຽງ.

ຜູ້ປະກອບການຢູ່ເມືອງວັງວຽງ ນາງນຶ່ງ ທີ່ຂໍບໍ່ອອກຊື່ ກ່າວວ່າ, ຄົນເອງເຮັດຮ້ານອາຫານ ສໍາລັບໃຫ້ທົວຕ່າງປະເທດມາກິນ, ກໍຕ້ອງປິດ ກິຈການໄປ ຍ້ອນບໍ່ມີລູກຄ້າ ຕ່າງປະເທດ ເລີຍ. ລູກຄ້າລາວກໍໜ້ອຍ ປິດຮ້ານຕັ້ງແຕ່ທ້າຍ ເດືອນ ມິນາ 2020, ມາເຖິງປັດຈຸບັນກໍຍັງບໍ່ເປີດຮ້ານ, ແລະ ໄດ້ເລີກຈ້າງພະນັກງານ ແຕ່ຍັງດີທີ່ຕົນເອງ ມີຮ້ານອາຫານຢູ່ ນະຄອນຫຼວງວຽງຈັນ ຍັງພໍໄດ້ຂາຍໃຫ້ຄົນລາວ ດ້ວຍກັນ:

“ພວກເຮົາມັນເຮັດກັບທົວຕ່າງປະເທດເນາະ, ເປັນທົວເກົາຫລີ ຈັ່ງຊີ້ນ່າ, ທົວຈີນ, ທົວຫຍັງມາລົງ, ມັນກະເລີຍກະທົບ ແລ້ວກະຮ້ານ ອາຫານ ຣາຍໄດ້ຫລຸດລົງ ແນວມັນບໍ່ມີແຂກນໍ໋ ຢູ່ວັງວຽງປິດເລີຍ.”

ເຈົ້າຂອງເຮືອນພັກ ຢູ່ຫລວງພຣະບາງ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ຄືກັນ, ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ, ເຮືອນພັກໄດ້ປິດກິຈການແລ້ວ ເພາະເຮືອນພັກ ທີ່ເຮັດຮອງຮັບແຕ່ນັກທ່ອງທ່ຽວ ຢູໂຣບ ພາຍຫລັງເກີດໂຄວິດ-19 ກໍບໍ່ມີລູກຄ້າ, ເລີກຈ້າງພະນັກງານບາງສ່ວນ, ເຫລືອບາງສ່ວນໄວ້ດູແລເຮືອນພັກ, ແລະ ເຮືອທີ່ມີໄວ້ລ່ອງນໍ້າຂອງ, ແຕ່ກໍຕ້ອງຫລຸດເງິນເດືອນ ເຂົາເຈົ້າລົງ ເພາະບໍ່ມີຣາຍໄດ້:

“ໂອ໋ ມັນກະຜົລກະທົລຫັ້ນແຫລະ ບໍ່ມີນັກທ່ອງທ່ຽວເດ໋, ກໍປິດແຕ່ເດືອນ 3 ພຸ້ນມາ ແລະອີກຢ່າງນຶ່ງ ຕລາດເຮົາກະບໍ່ແມ່ນຕລາດ ຄົນລາວ ຕລາດຂອງພວກຢູໂຣບ ຫລາຍກວ່າ, ກະໄດ້ຫລຸດພະນັກງານລົງ, ຫຼຸດເງິີນເດືອນລົງ 20% ຂຶ້ນໄປ, ເຝົ້າຢູ່ຣີສັອດຫັ້ນ ມັນກໍຈະມີປວກ, ຈະຕ້ອງຈັດພະນັກງານເຝົ້າ, ໃຫ້ເຂົາເຈົ້າອະນາມັຍ.”

ໃນໄລຍະທີ່ຜ່ານມາ ຍັງບໍ່ເປີດໃຫ້ນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າລາວໄດ້, ທາງການກໍມີການກະຕຸ້ນເສຖກິດ ໃຫ້ຄົນ ລາວທ່ຽວລາວ, ໂດຍອໍານວຍຄວາມສະດວກໃຫ້. ປັດຈຸບັນ ມີທາງດ່ວນນະຄອນຫລວງວຽງຈັນ-ວັງວຽງແລ້ວ, ການເດີນທາງ ກໍສະດວກສະບາຍຂຶ້ນ, ແຕ່ກໍຍັງມີມາຕການປ້ອງກັນ ໂຄວິດ-19, ໂດຍທີ່ຮ້ານອາຫານ ໂຮງແຮມ, ເຮືອນພັກ ກໍຕ້ອງເຮັດ ອະນາມັຍໃຫ້ສະອາດ, ມີເຈວລ້າງມື ຮັກສາໄລຍະຫ່າງ ເພື່ອຄວາມປອດພັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.