ການພັທນາເພື່ອຕັດໄມ້
2015.10.27
ເຈົ້າຫນ້າທີ່ ລາວ ທ່ານນຶ່ງ ຍອມຮັບວ່າ ການຕັດໄມ້ ທີ່ ຜິດ ກົດຫມາຍ ໃນ ໂຄງການ ພັທນາ ຕ່າງໆ ມີແທ້ ສ່ວນໃຫຍ່ ເກີດຂຶ້ນ ໃນ ໂຄງການ ທີ່ ໄດ້ຮັບ ສຳປະທານ ຈາກ ຣັຖບານ ຂນາດໃຫຽ່, ເປັນຕົ້ນ ໂຄງການ ຂຸດຄົ້ນ ແຮ່ທາດ ການ ສ້າງເຂື່ອນ ໄຟຟ້າ ແລະ ປູກຕົ້ນໄມ້ ເສຖກິດ. ໂຄງການ ດັ່ງກ່າວ ຕ້ອງມີ ການສະສາງ ພື້ນທີ່ ກ່ອນຈະ ດຳເນີນ ວຽກງານ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:
"ການຕັດໄມ້ ທີ່ ມັນເກີດ ຈາກ ການລົງທຶນ ເປັນຕົ້ນວ່າ ແມ່ນຂຸດຄົ້ນ ແຮ່ບໍ ຂຸດຄົ້ນ ອັນໃດ ອັນນຶ່ງ ທີ່ວ່າມັນ ເປັນການຂຸດຄົ້ນ ເປີດ ບາງເທື່ອ ເຂົາກໍສົມຮູ້ ຮ່ວມຄິດ ກັບ ເຈົ້າຫນ້າທີ່ ຈຳນວນນຶ່ງ ຊີ້ນະ ປອມແປງ ເອກສານ ບໍ ມັນເປັນ ທຳນອງ ນັ້ນ".
ທ່ານ ກ່າວ ຕື່ມວ່າ ການລັກ ຕັດໄມ້ ທີ່ ຜິດ ກົດຫມາຍ ລັກສນະ ດັ່ງກ່າວ ມັກເກີດຂຶ້ນ ໃນ ໂຄງການ ສຳປະທານ ຫຼາຍແຫ່ງ ໃນລາວ ສ່ວນໃຫຍ່ ແມ່ນ ໃນເຂດ ພາກໃຕ້ ພາກກາງ ຫຼາຍກວ່າ ພາກເຫນືອ ຍ້ອນການ ສົມຮູ້ ຮ່ວມຄິດ ກັບ ເຈົ້າຫນ້າທີ່ ທ້ອງຖິ່ນ.
ນອກຈາກ ໂຄງການ ໃຫຍ່ໆ ແລ້ວ ທີ່ ມີການລັກ ຕັດໄມ້ ຊາວບ້ານ ຢູ່ໃນເຂດ ຫ່າງໄກ ສອກຫລີກ ຜູ້ທີ່ບໍ່ຮູ້ ກົດຫມາຍ ກໍພາກັນ ລັກຕັດໄມ້ ຈາກ ປ່າສງວນ ແລະ ປ່າ ປົກປ້ອງ ເຊັ່ນກັນ ເພື່ອ ເອົາໄປ ປຸກ ເຮືອນ ແລະ ບ່ອນຢູ່ ອາສັຍ. ດັ່ງ ເຈົ້າຫນ້າທີ່ ອີກທ່ານນຶ່ງ ເວົ້າວ່າ:
"ລັກຕັດ ກໍບໍ່ຫມາຍ ຄວາມວ່າ ຕັດແທ້ ຕັດ ຫຼາຍດອກ ບາງ ຄອບຄົວ ບາງຄົນ ເຂົາ ກໍຕັດ ຕົ້ນສອງຕົ້ນ ເອົານ້ອຍໆ ເອົາມາ ຫຼາຍເທື່ອ ແລ້ວມັນ ກະຫຼາຍ ເທົ່ານັ້ນດອກ ຊິໄປຕັດ ເປັນ 10-20 ແມັດກ້ອນ ຂຶ້ນໄປນີ້ ກະມີນ້ອຍ".
ສື່ມວນຊົນ ຈາກ ຕ່າງ ປະເທດ ຣາຍງານ ວ່າ ການ ລັກຕັດໄມ້ ຂນາດໃຫຽ່ ໃນລາວ ໃນພື້ນທີ່ ໂຄງການ ທີ່ ໄດ້ຮັບ ສຳປະທານ ຈາກ ຣັຖບານ ດັ່ງກ່າວ ແມ່ນການ ສົມຮູ້ ຮ່ວມຄິດ ແລະ ໃຫ້ ສິນບົນ ແກ່ ເຈົ້າຫນ້າທີ່ ທ້ອງຖິ່ນ.