100 ປາຍຄອບຄົວ ຍັງບໍ່ໄດ້ ຄ່າຊົດເຊີຍ

ຈໍາປາທອງ
2019.04.02
ພື້ນທີ່ດິນ ທີ່ຊາວບ້ານ ຢູ່ເມືອງຫາດຊາຍຟອງ ເຄີຍໃຊ້ປູກຝັງ ລ້ຽງຄອບຄົວ
RFA/TP

ປະຊາຊົນ 4 ບ້ານ ຄືບ້ານນາໄຫ ແລະ ບ້ານດົງໂພສີ ເມືອງຫາດຊາຍຟອງ ແລະ ບ້ານດົງຄໍາຊ້າງ, ບ້ານຊຽງດາ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ ທັງໝົດມີ 103 ຄອບຄົວ ທີ່ເສັຽດິນ ໃຫ້ໂຄງການ ສາຍສົ່ງໄຟຟ້າ ແຮງສູງ ນາໄຫ-ດົງໂພສີ ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍ, ອີງຕາມຄໍາເວົ້າ ຂອງຊາວບ້ານນາໄຫ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 2 ເມສານີ້:

"ບໍ່ໆ ນາແບບທີ່ວ່າ ສາຍໄຟຟ້າ ຜ່ານເຮືອນເລີຍ ເພິ່ນກໍບໍ່ໄດ້ວ່າອີ່ຫຍັງ ບອກເພິ່ນ ສເນີເພິ່ນແລ້ວ ກໍບໍ່ວ່າ ຈັ່ງໃດ ກໍຍັງບໍ່ຮູ້ວ່າ ເພິ່ນສິລົງມາ ເປັນທາງການບໍຫັ້ນນະ ແຕ່ວ່າ ເຣື່ອງຜ່ານ ມັນກໍຜ່ານ."

ທ່ານເວົ້າວ່າ ນັບຕັ້ງແຕ່ ໂຄງການ ເຣີ້ມກໍ່ສ້າງ ທໍາອິດ ຣັຖວິສາຫະກິດໄຟຟ້າລາວ ກໍລົງມາສໍາຣວດ ບ້ານທີ່ ຖືກຜົນກະທົບໄປແລ້ວ. ຫຼັງຈາກນັ້ນ ເພິ່ນກໍບໍ່ໄດ້ລົງມາກວດກາ ແລະ ມາເວົ້າ ເຣື່ອງການຈ່າຍເງິນ ຄ່າຊົດເຊີຍ ໃຫ້ປະຊາຊົນ ທິີ່ໄດ້ຮັບຜົລກະທົບ ຫຍັງເລີຍ ທັ້ງໆທີ່ ໂຄງການສາຍສົ່ງ ໄຟຟ້ານັ້ນ ຄືບໜ້າໄປນໍາທຸກມື້. ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ຣັຖວິສາຫະກິດໄຟຟ້າລາວ ກໍເວົ້າພຽງແຕ່ວ່າ ໄດ້ລົງໄປ ສໍາຣວດຜົລກະທົບ ຈາກໂຄງການດັ່ງກ່າວນັ້ນແລ້ວ ແຕ່ຍັງບໍ່ທັນ ໄດ້ຈ່າຍເງິນຄ່າຊົດເຊີຍ ໃຫ້ປະຊາຊົນເທື່ອ ແຕ່ທ່ານບໍ່ໄດ້ເປີດເຜີຍ ຣາຍຣະອຽດ ໃຫ້ຮູ້ວ່າເປັນຍ້ອນຫຍັງ ຈຶ່ງຍັງບໍ່ທັນຈ່າຍໃຫ້ ດັ່ງທີ່ທ່ານກ່າວວ່າ:

"ເພາະວ່າ ເຮົາມີແຕ່ລົງສໍາຣວດຊື່ໆນໍ ແຕ່ວ່າ ຄ່າຊົດເຊີຍນີ້ ເພິ່ນຍັງບໍ່ທັນໄດ້ໃຫ້ເທື່ອ."

ກ່ຽວກັບ ເຣື່ອງທີ່ວ່ານີ້ ທ່ານ ດວງສີ ພາຣະສີ, ຮອງຜູ້ອໍານວຍການໃຫຍ່ ຣັຖວິສາຫະກິດໄຟຟ້າລາວ, ໄດ້ຈັດກອງປະຊຸມ ຮ່ວມກັບອໍານາດ ການປົກຄອງ ນະຄອນຫຼວງວຽງຈັນ ໃນມື້ວັນທີ 28 ມິນາຜ່ານມາ ໂດຍໃຫ້ອໍານາດການປົກຄອງ ເມືອງ ແລະ ບ້ານ ລົງສໍາຣວດເຣື່ອງ ຜົລກະທົບ ທີ່ວ່ານັ້ນຄືນອີກ ແລະ ໃຫ້ຮີບຮ້ອນ ຈ່າຍເງິນຄ່າຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ສາຍສົ່ງໄຟຟ້າແຮງສູງ ນາໄຫ-ດົງໂພສີ ຕາມຄວາມເໝາະສົມ ກ່ອນທີ່ທາງໂຄງການຈະສໍາເຣັດ.

ໂຄງການສາຍສົ່ງ ໄຟຟ້າແຮງສູງ 115 ກິໂລໂວນນີ້ ເປັນໂຄງການ ທີ່ຣັຖບາລ ສປປລາວ ມອບໃຫ້ ຣັຖວິສາຫະກິດໄຟຟ້າລາວ ເປັນຜູ້ ຈັດຕັ້ງ ປະຕິບັດ ໂດຍມີບໍຣິສັດ TBEA ຂອງຈີນ ເປັນຜູ້ຮັບເໝົາກໍ່ສ້າງ. ໂຄງການນີ້ ໄດ້ເຣີ້ມ ປະຕິບັດມາ ຕັ້ງແຕ່ ທ້າຍປີ 2017 ແລະ ຈະໃຫ້ ສໍາເຣັດ ໃນປີ 2020 ທີ່ຈະມາເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.