ຊາວບ້ານພອນໄຊຂໍໃຫ້ ຣັຖບານ ຊ່ອຍແກ້ໄຂ

ອຸ່ນແກ້ວ ສຸກສະຫວັນ
2017.07.26
F-Land-LP ຄິວຣົດ ໂຊກປະເສີດ ທີ່ເປັນຂອງ ບໍຣິສັດ ດວງປະເສີດ ທີ່ຕິດກັບທີ່ດິນ ທີ່ມີຂໍ້ຂັດແຍ່ງ ກັບຊາວບ້ານ ຢູ່ເຂດບ້ານ ພອນໄຊ ເມືອງແລະແຂວງ ຫລວງພຣະບາງ. ຖ່າຍວັນທີ 16 ກໍຣະກະດາ 2017
RFA/NY

ຂໍ້ຂັດແຍ່ງທີ່ດິນ ທີ່ ບໍຣິສັດ ດວງປະເສີດ ສັ່ງຣົດດຸດແລະລົດຈົກ ໄປທຸບມ້າງ ເຮືອນປະຊາຊົນ ຢູ່ບ້ານພອນໄຊ ເມືອງແລະແຂວງ ຫລວງ -ພຣະບາງ ໃນວັນທີ 15 ກໍຣະກະດາ ທີ່ຜ່ານມາ. ຊາວບ້ານທັງໝົດ 55 ຄອບຄົວ ຢູ່ທີ່ດິນຕອນນັ້ນ ສ່ວນຫຼາຍແມ່ນ ພະນັກງານ ທະຫານ ບໍານານ. ເຂົາເຈົ້າຮຽກຮ້ອງໃຫ້ຣັຖບານ ພິຈາຣະນາຊ່ວຍເຫຼຶອ, ດັ່ງຊາວບ້ານ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ໃນວັນທີ 18 ກໍຣະກະດາ ວ່າ:

"ຈັ່ງໃດກະຢາກໃຫ້ຂັ້ນເທິງນີ້ຄົ້ນຄວ້າ ຊ່ວຍພິຈາຣະນາ ໃຫ້ພວກອ້າຍພວກ ລຸງແດ່ ແນວໃດກະເບິ່ງກະແຍງ ພວກຂ້ອຍແດ່ ສະໄໝຕໍ່ສູ້ ກູ້ຊາດ ກິ້ງເກືອກລີເລືອ ແມ່ນພວກອ້າຍພວກລຸງ ບາດຢູ່ສຸກ ຢູ່ສະບາຍ ຊິພາເມັຍສ້າງສາ ພັທນາ ລະມາເຮັດຈັ່ງຊິໃຫ້ ພວກອ້າຍພວກລຸງ ມັນກໍບໍ່ ພໍໃຈປານໃດ ໂອ້".

ຊາວບ້ານກ່າວອີກວ່່າ ເຂົາເຈົ້າມາຢູ່ທີ່ດິນຕອນນັ້ນ ນັບແຕ່ປີ 2010, ແຕ່ ບໍຣິສັດ ດວງປະເສີດ ກໍມາແລ່ນເຮັດ ໃບຕາດິນຖາວອນ ໃນປີ 2011.

"ນາງອຸໄທ ກັບດວງປະເສີດ ຟ້ອງວ່າ ພວກຂ້ອຍບຸກລຸກດິນລາວ ຄວາມຈິງແລ້ວ ລາວເຮັດໃຫ້ພວກຂ້ອຍກ່ອນ ປີ 2010 ພວກຂ້ອຍເຮັດ ລະປີ 2011 ດວງປະເສີດເຮັດ ລະຈ້າງຈຸການເງິນ ລະເຮັດໃບແຂບຄໍາ ໃຫ້ລາວ".

ນອກຈາກນີ້ ເຂົາຍັງອີກວ່າ ອຳນາດການປົກຄອງເມືອງ ໄດ້ໃຫ້ສິດໃຊ້ທີ່ດິນ ຕອນດັ່ງກ່າວ ແລະ ເຂົາເຈົ້າກໍໄດ້ເສັຍຄ່າທຳນຽມທີ່ດິນ.

ເຈົ້າໜ້າທີ່ທາງການ ກໍຊີ້ແຈງວ່າ ຊາວບ້ານເປັນຜູ້ໄປບຸກລຸກ ທີ່ດິນຂອງເອກຊົນ, ທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າຜແນກ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 21 ກໍຣະກະດາ ຜ່ານມາວ່າ:

"ມີຄນະກັມມະການ ເພິ່ນແຕ່ງຕັ້ງຈາກທ່ານເຈົ້າແຂວງ ມີກວດກາຣັຖບານ ຂັ້ນແຂວງ ມີ ກອງບັນຊາການ ທະຫານແຂວງ, ມີກອງບັນຊາ -ການ ປກສ ແຂວງ ເປັນຜູ້ຮັບຜິດຊອບ ໂດຍກົງ ເພື່ອແກ້ໄຂ ບັນຫາດັ່ງກ່າວ ເພາະວ່າ ດິນຕອນດັ່ງກ່າວ ມັນເປັນຂອງ ພາກເອກຊົນ ແລະແມ່ນປະຊາຊົນ ເຂົ້າໄປບຸກລຸກ ດິນ ຂະເຈົ້າ".

ບໍຣິສັດ ດວງປະເສີດ ໄດ້ຂຶ້ນທະບຽນ ທີ່ດິນຕອນນັ້ນ ໃນເດືອນ ມີນາ ປີ 2011 ຊຶ່ງມີເນື້ອທີ່ທັງໝົດ ປະມານ 3 ເຮັກຕາ, ອີງຕາມຂໍ້ມູນ ຈາກ ເອກສານທີ່ດິນ ຂອງ ບໍຣິສັດ ດວງປະເສີດ. ຫລັງຈາກ ທີ່ມີການລົງທະບຽນ ທີ່ດິນແລ້ວ ຕໍ່ມາ ໃນເດືອນ ມົກກະຣາ ປີ 2012 ເຈົ້າໜ້າທີ່ ຈາກອົງການ ຄຸ້ມຄອງທີ່ດິນ ແຂວງຫລວງພຣະບາງ ໃນເວລານັ້ນ (ປັດຈຸບັນ ປ່ຽນມາເປັນ ຜແນກຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ) ໄດ້ມີການຢັ້ງຢືນ.

ທີ່ດິນຕອນດັ່ງກ່າວ ກາຍເປັນຂອງ ບໍຣິສັດ ດວງປະເສີດ ໄດ້ແນວໃດ.

ບໍຣິສັດ ດວງປະເສີດ ເປັນຂອງ ທ່ານ ບຸນທ່ຽງ ດວງປະເສີດ ຊຶ່ງເປັນບຸກຄົນ ທີ່ມີອິດທິພົນ ໃນວົງການ ທຸຣະກິດກໍ່ສ້າງ ຢູ່ ແຂວງຫລວງພຣະບາງ.

ນັກທຸຣະກິດ ແຂວງຫລວງພຣະບາງ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກ ຊື່ແລະສຽງ ໄດ້ກ່າວ ຕໍ່ເອເຊັຍເສຣີ ໃນວັນທີ 24 ກໍຣະກະດາ ວ່າ:

ດ້ວຍການທີ່ມີຄວາມສຳພັນໃກ້ຊິດ ກັບອາດີດການນຳແຂວງ ທ່ານນຶ່ງທີ່ຫາກໍ່ຖືກຍ້າຍໄປ, ບໍຣິສັດດວງປະເສີດ ຈຶ່ງໄດ້ຮັບ ສຳປະທານ ໂຄງການກໍ່ສ້າງ ພື້ນຖານໂຄງລ່າງ ຂອງ ແຂວງຫລວງພຣະບາງ ຫລາຍໂຄງການ. ໃນການດຳເນີນການ, ບໍຣິສັດ ຈະລົງທຶນກ່ອນ ແລ້ວເກັບເງິນຕາມຫລັງ ຫລື ແລກກັບທີ່ດິນ ຫລື ຊັບສິນຂອງຣັຖ ຊຶ່ງພາສາທາງການ ເອີ້ນວ່າ ການເອົາທີ່ດິນ ຕຸບກັບໂຄງການ.

ປັດຈຸບັນ ບໍຣິສັດດວງປະເສີດ ໄດ້ຮັບສຳປະທານ ເດີ່ນທາດຫຼວງ ແຂວງຫຼວງພຣະບາງ ເປັນເຈົ້າຂອງໂຮງແຮມ ຫລວງພຣະບາງວິວ, ໄດ້ທີ່ດິນ ແລະຕຶກ ຫ້ອງວ່າການ ເມືອງຫລວງພຣະບາງ, ເປັນເຈົ້າຂອງຕະຫລາດ ໂຊກປະເສີດ ແລະ ຄິວຣົດ ໂຊກປະເສີດ. ອິງຕາມ ຂໍ້ມູນຈາກ ນັກທຸຣະກິດ ທ່ານນີ້.

ນັກທຸຣະກິດທ່ານນີ້ ຍັງກ່າວອີກວ່າ:

ສະເພາະທີ່ດິນ ທີ່ມີຂໍ້ຂັດແຍ່ງກັບ ຊາວບ້ານພອນໄຊ ນັ້ນຕິດກັບ ຄິວຣົດໂຊກປະເສີດ ແລະ ຕະຫລາດໂຊກປະເສີດ ທີ່ເປັນຂອງ ທ່ານ ທ່ຽງ ດວງປເສີດ, ແລະ ຈຸດທີ່ມີຂໍ້ຂັດແຍ່ງ ກັບຊາວບ້ານ ແມ່ນຈະອອກຊື່ ນາງ ອຸໄທວັນ ປະລັດວົງ ຊຶ່ງເປັນ ພະນັກງານ ບໍຣິສັດ ດວງປະເສີດ ເປັນຜູ້ຖືຄອງທີ່ດິນ ແຕ່ຄວາມຈິງ ແມ່ນດິນຂອງ ທ່ານ ທ່ຽງ ດວງປະເສີດ.

ເພື່ອຄວາມກະຈ່າງແຈ້ງເພີ້ມຕື່ມ, ເອເຊັຍເສຣີ ໄດ້ຕິດຕໍ່ສອບຖາມ ທ່ານ ທ່ຽງ ດວງປະເສີດ ທີ່ເປັນຄູ່ກໍຣະນີ ຂັດແຍ່ງ ກັບຊາວບ້ານ, ແຕ່ ທ່ານກໍຕອບ ພຽງແຕ່ວ່າ ເຈົ້າໜ້າທີ່ ກ່ຽວຂ້ອງ ກຳລັງແກ້ໄຂ ແລະ ທ່ານກໍປະຕິເສດ ທີ່ຈະໃຫ້ຄຳເຫັນ ເພີ້ມເຕີມ.

ທີ່ຜ່ານມາມີປະຊາຊົນ ຈຳນວນນຶ່ງ ຖືກຈັບຂັງຄຸກ ຍ້ອນຂໍ້ຂັດແຍ່ງທີ່ດິນ ຢູ່ແຂວງຫລວງພຣະບາງ.

ແຂວງຫລວງພຣະບາງ ເປັນຈຸດ ທີ່ມີຂໍ້ຂັດແຍ່ງທີ່ດິນ ແຂວງນຶ່ງ ນັບແຕ່ ຖືກປະກາດ ເປັນເມືອງມໍຣະດົກໂລກ ຈາກອົງການ UNESCO ແຕ່ໃນປີ 1995. ນອກຈາກນີ້ ຍັງເປັນເມືອງ ທ່ອງທ່ຽວ ທີ່ບັນດາ ນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ນິຍົມ ກັນມາທ່ຽວ, ແລະ ດຶງດູດນັກລົງທຶນ ຕ່າງປະເທດ ຜູ້ທີ່ຕ້ອງການລົງທຶນ ໃນໂຄງການ ທີ່ກ່ຽວກັບທີ່ດິນ ຫລັງຈາກ ທີ່ໄດ້ຮັບສຳປະທານ ທີ່ດິນ ຈາກຣັຖບານ.

ໃນປີ 2009 ມີປະຊາຊົນຈຳນວນນຶ່ງ ຖືກຈັບຂັງຄຸກ ເປັນເວລາ 2 ປີ ຍ້ອນມີຂໍ້ຂັດແຍ່ງ ກັບເຈົ້າໜ້າທີ່ແຂວງ ເລື້ອງການໃຫ້ ບໍຣິສັດ ເກົາຫລີໃຕ້ ມາສຳປະທານ ສ້າງສະໜາມກອຟ. ອີກກໍຣະນີນຶ່ງ ໃນປີ 2015, ທ່ານ ຄຳແພງ ໄຊສົມແພງ ອາດີດເຈົ້າແຂວງ ແຂວງຫຼວງ -ພຣະບາງ ອີກທ່ານນຶ່ງ ໄດ້ສັ່ງຈັບ ນາງ ຈັນທະພອນ ພະນັກງານ ຜແນກ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຂັງຄຸກ ປະມານ 1 ເດືອນ ຍ້ອນວ່າ ນາງ ເອົາຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການໃຫ້ ສຳປະທານ ເຂດຕາດ ກວາງຊີ ອອກມາເຜີຍແຜ່ ທາງເຟສບຸກ.

ໂດຍທົ່ວໄປແລ້ວ ບັນຫາ ຂໍ້ຂັດແຍ່ງທີ່ດິນ ເກີດຂຶ້ນ ຍ້ອນນິຕິກັມ ມີຊ່ອງຫວ່າງ ແລະມີພະນັກຣັຖ ສວາຍໂອກາດໃຊ້ ຊ່ອງວ່າງ.

ມາດຕາ 3 ຂອງກົດໝາຍວ່າດ້ວຍທີ່ດິນ ໄດ້ລະບຸວ່າ: ທີ່ດິນເປັນຂອງ ວົງສາຄະນະຍາດ ແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ ໃນມາດຕຣາ 17 ຂອງ ຣັຖທຳມະນູນ ຊຶ່ງຣັຖ ເປັນຜູ້ຄຸ້ມຄອງ ລວມສູນ ແລະ ເປັນເອກພາບກັນ ໃນທົ່ວປະເທດ.

ເຖິງຢ່າງໃດກໍຕາມ, ນິຕິກັມທີ່ດິນ ກໍຍັງມີຊ່ອງວ່າງ ແລະມີເຈົ້າໜ້າທີ່ ຂອງຣັຖສວາຍໃຊ້ ຊ່ອງວ່າງ ໃນການອອກສິດ ນຳໃຊ້ທີ່ດິນ. ຍານາງ ສຸວັນເພັງ ບຸບຜານຸວົງ ອາດີດ ປະທານກໍາມາທິການ ເສຖກິດ, ແຜນການແລະການເງິນ ຂອງສະພາແຫ່ງຊາດ ໄດ້ອະພິປາຍ ກ່ຽວກັບ ບັນຫາ ສິ່ງທ້າທາຍ ເລື້ອງທີ່ດິນ ຢູ່ໃນກອງປະຊຸມ ສະພາແຫ່ງຊາດ ໃນກາງປີ 2013 ວ່າ:

"ໃນລະບົບກົດໝາຍ ຂອງພວກເຮົາພັນທະ ບໍ່ກຳນົດແຈ້ງວ່າຣັຖຫັ້ນນ່າ ເປັນຕົວແທນ ຂອງກຳມະສິດ ແລະ ຕົວແທນ ຂອງການຄຸ້ມຄອງ ລວມສູນນີ້ ຣັຖເຮັດຫຍັງໄດ້ແດ່ ມັນລະເຮັດໃຫ້ ຄືຣັຖນີ້ລະແມ່ນ ຣັຖ ບ້ານກະຣັຖ ເມືອງກະຣັຖ ເຈົ້າກະຊວງກະຣັຖ ທຸກຄົນແມ່ນຣັຖ ຊັ້ນຮູ້ສຶກຄືວ່າ ທັງໝົດດິນ ອັນນັ້ນ ຜູ້ໃດ ທີ່ຢູ່ໃນຣັຖ ລະແມ່ນ ມີອຳນາດ ແລະ ມີສິດຄຸ້ມຄອງ ທັງໝົດ ເພາະຣັຖ ມັນເປັນຕົວບຸກຄົນ ພວກທ່ານ ແມ່ນ ຄົນ ແລະ ນິຕິບຸກຄົນ ຣັຖຫັ້ນນະ ມັນບໍ່ແມ່ນ ລະກາຍເປັນຣັຖ ມັນເປັນຄື ເທວະດາ".

ນອກຈາກນີ້ ຍານາງ ຍັງກ່າວຕື່ມອີກວ່າ ຣັຖຢາກເອົາສິດໃຊ້ ແລະ ສິດນຳໃຊ້ທີ່ດິນໃຫ້ໃຜກໍໄດ້ຕາມໃຈ ມັນຈຶ່ງເຮັດໃຫ້ເກີດມີຂໍ້ຂັດແຍ່ງ:

"ຂ້ອຍໃຫ້ເຈົ້າແຕ່ສິດນຳໃຊ້ ແຕ່ຂ້ອຍໃຫ້ຜູ້ນີ້ ແຕ່ສິດໃຊ້ ເນື່ອງຈາກລະບົບນິຕິກຳເຮົາມັນຍັງບໍ່ທັນຊັດເຈນ ແລະ ຈະແຈ້ງ, ຊຶ່ງອັນນີ້ໄດ໋ ພວກສະຫາຍ ມັນກຳລັງ ກໍ່ໃຫ້ພວກເຮົາ ມີການຂັດແຍ່ງຫລາຍອັນ ແມ່ນມາຈາກ ພື້ນຖານໂຕນີ້".

ຂັ້ນຕອນການແກ້ໄຂບັນຫາທີ່ດິນ ຂອງຣັຖບານ.

ກ່ຽວກັບການແກ້ໄຂ ບັນຫາທີ່ດິນ, ກອງປະຊຸມສະໄໝສາມັນ ຂອງຣັຖບານຊຸດທີ VIII ປະຈໍາເດືອນ ແຕ່ວັນທີ 24-25 ມັງກອນ 2017 ພາຍໃຕ້ການເປັນປະທານ ຂອງ ທ່່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ.

ກອງປະຊຸມ ໄດ້ແຕ່ງຕັ້ງ ຄນະສະເພາະກິດຂຶ້ນ ເພື່ອສຶກສາ ວິເຄາະວິຈັຍ ບັນຫາທີ່ດິນ ໃຫ້ເລິກເຊິ່ງ ມອບໃຫ້ ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ເປັນຜູ້ຊີ້ນຳ, ມີຣັຖມົນຕຣີກະຊວງ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເປັນຫົວໜ້າ ຄນະນຳພາ ຢ່າງຕັ້ງໜ້າ ແລະ ມີງົບປະມານ ໃນການເຄື່ອນໄຫວ ປະຕິບັດ ໜ້າທີ່.

ຄນະທີ່ຖືກແຕ່ງຕັ້ງ ຕ້ອງສຶກສາ ວິເຄາະວິຈັຍ ລະອຽດບັນຫາທີ່ດິນ ເລິກເຊິ່ງ ພ້ອມທັງ ເບິ່ງບົດຮຽນ ຈາກປະເທດເພື່ອນມິດ ສາກົນ. ຄາດໝາຍໃນການເຮັດວຽກ ຂອງຄນະໃຫ້ສຳເຣັດ ແລະ ສາມາດຣາຍງານ ຣັຖບານຊ້າສຸດ ພາຍໃນເດືອນ ຕຸລາ 2017 ກ່ອນຈະນຳສະເໜີ ຕໍ່ກອງປະຊຸມ ກົມການເມືອງ ສູນກາງພັກ ແລະ ກອງປະຊຸມ ສະພາແຫ່ງຊາດ ເພື່ອພິຈາຣະນາ.

ໃຫ້ກະຊວງຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ສຶບຕໍ່ຕິດຕາມ, ກວດກາບັນຫາ ສະພາບການຄຸ້ມຄອງ, ນໍາໃຊ້, ການເຊົ່າ, ສໍາປະທານ ແລະ ການບຸກລຸກທີ່ດິນ ປ່າສະຫງວນ, ປ່າຕົ້ນນໍ້າ, ຊັພຍາກອນ ທຳມະຊາດ ທີ່ບໍ່ຖືກຕ້ອງ ໃນຂອບເຂດ ທົ່ວປະເທດ ຢ່າງເປັນປົກກະຕິ, ມີການຣາຍງານ ໃຫ້ຣັຖບານຊາບ ແລະ ສະເໜີທິດທາງ ແກ້ໄຂ ອັນນັ້ນ ຄືຂໍ້ຕົກລົງ ຂອງຣັຖບານ.

ກ່ຽວກັບບັນຫານີ້ ກໍຍັງບໍ່ທັນຮູ້ວ່າ ບັນຫາຫາທີ່ດິນ ຢູ່ແຂວງຫລວງພຣະບາງ ຈະຖືກ ຄນະສະເພາະກິດ ກວດກາ ຫລືບໍ່.

ທັງໝົດນີ້ ທຸກທ່ານ ທີ່ຮັບຟັງ ຈາກຂໍ້ມູນທັງຈາກຊາວບ້ານ ວ່າເຂົາເຈົ້າ ມາຢູ່ແຕ່ປີ 2010 ແລະ ໄດ້ເສັຍຄ່າທຳນຽມ ສ່ວນວ່າ ບໍຣິສັດ ດວງປະເສີດ ມາເຮັດໃບຕາດິນ ໃນປີ 2011 ແລະ ເຈົ້າໜ້າທີ່ແຂວງ ກໍກ່າວວ່າ ເປັນທີ່ດິນ ຂອງບໍຣິສັດ. ແລ້ວໃຫ້ທ່ານ ຕີຣາຄາເບິ່ງວ່າ ໃຜບຸກລຸກ ດິນ ຂອງໃຜ.

ແຕ່ທີ່ສຳຄັນ ກໍຄື ບັນຫາດິນ ເກີດຂຶ້ນ ແມ່ນສະທ້ອນເຖິງ ລະບຽບ-ກົດໝາຍ ບໍ່ຈະແຈ້ງ ຈຶ່ງເຮັດໃຫ້ ເຈົ້າໜ້າທີ່ຣັຖ ຈຳນວນນຶ່ງ ສວາຍໃຊ້ ຊ່ອງວ່າງ ອອກໃບຕາດິນ ຕາມໃຈ ຄືກັບ ເທວະດາ ນັ້ນເອງ. ອີງຕາມຄຳເວົ້າ ຂອງ ຍານາງ ສຸວັນເພັງ ຢູ່ກອງປະຊຸມ ສະພາແຫ່ງຊາດ. ແລ້ວ ທ່ານຄິດວ່າ ແນວໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.