ຊາວໂພນໂຮງຖ້າຄ່າຊົດເຊີຍ ຈາກ ທາງຣົດໄຟ

ສຸພັດຕາ
2019.04.25
F-Vangvieng ການກໍ່ສ້າງທາງຣົດໄຟ ໃນເຂດເມືອງວັງວຽງ ທີ່ຕໍ່ໃສ່ເຂດເມືອງໂພນໂຮງ
RFA/PN

ການຊົດເຊີຍເງິນ ແກ່ຜູ້ຖືກຜົນກະທົບ ຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ຍັງມີຄວາມລ່າຊ້າ, ເຖິງແມ່ນວ່າ ເງິນຊົດເຊີຍ ຈະຢູ່ນໍາອໍານາດ ການປົກຄອງຂັ້ນເມືອງ ແລ້ວກໍຕາມ ເຮັດໃຫ້ປະຊາຊົນ ທີ່ລໍຖ້າຄ່າຊົດເຊີຍ ຮ້ອນໃຈ, ຈຶ່ງ ຢາກຕິດຕາມ ຄວາມຄືບໜ້າ ຢູ່ເລື້ອຍໆ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 25 ເມສາ ນີ້ວ່າ:

“ກະບໍ່ເຂົ້າໃຈນໍາ ຄືວ່າໃຫ້ນໍາພະນັກງານແລ້ວ ບາດປະຊາຊົນ ຄືວ່າບໍ່ໃຫ້ ກະບໍ່ເຂົ້າໃຈນໍາເພິ່ນ ສະພາປະຊາຊົນເພິ່ນລົງມາເນາະ, ກະໄດ້ ສເນີແລ້ວ ແຕ່ວ່າ ເພິ່ນກະວ່າ ໃຫ້ລໍຄອຍລໍຄອຍ ແຕ່ວ່າເພິ່ນກະບໍ່ໄດ້ ກໍານົດວ່າມື້ໃດ ເດືອນໃດ.”

ທ່ານວ່າຕື່ມວ່າ ຊາວບ້ານ ເຂດເມືອງໂພນໂຮງ ທີ່ມາທວງຖາມຄວາມຄືບໜ້າ ເຣື່ອງຄ່າຊົດເຊີຍ ກັບຕົນນັ້ນ ມີຈໍານວນ 6 ຄອບຄົວ ສະເພາະນຶ່ງບ້ານ, ຊຶ່ງເປັນຄອບຄົວ ທີ່ສູນເສັຽທີ່ດິນປູກຝັງ ໃຫ້ແກ່ໂຄງການຣົດໄຟ ໄປແລ້ວແຕ່ປີກາຍ ຊຶ່ງແຕ່ລະຄອບຄົວ ໄດ້ຮັບຄວາມ ເດືອດຮ້ອນ ຢ່າງໜັກ ເພາະບໍ່ສາມາດປູກເຂົ້າໄດ້ອີກ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຮັບຜິດຊອບ ໄກ່ເກັ່ຽເຣື່ອງຄ່າຊົດເຊີຍ ຈາກໂຄງການ ທາງຣົດໄຟ ລາວ-ຈີນ ປະຈໍາເມືອງໂພນໂຮງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ປັດຈຸບັນ ເຈົ້າໜ້າທີ່ ກໍາລັງດໍາເນີນຂັ້ນຕອນ ຈ່າຍຄ່າຊົດເຊີຍຢູ່, ແຕ່ບໍ່ທັນໄດ້ ກໍານົດມື້ທີ່ຈະຈ່າຍເທື່ອ ພວກເຮົາກໍາລັງດໍາເນີນຢູ່ເນາະ ກໍາລັງດໍາເນີນ ຈໍານວນນຶ່ງກະໄດ້ມີການຊົດເຊີຍແລ້ວ ຈໍານວນນຶ່ງກະຍັງລໍຖ້າດໍາເນີນກັນຢູ່.”

ເມື່ອທ້າຍປີ 2018 ທາງການ ເມືອງໂພນໂຮງ ໄດ້ຈ່າຍເງິນຄ່າຊົດເຊີຍ ແກ່ປະຊາຊົນ ທີ່ຖືກຜົນກະທົບ ຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ແລ້ວ ເປັນບາງສ່ວນ, ແຕ່ບໍ່ໄດ້ຣະບຸຈໍານວນຄອບຄົວ ໂດຍຊົດເຊີຍ ຢູ່ບາງບ້ານ ເປັນຕົ້ນ: ບ້ານໂພນສົມບູນ, ບ້ານສີວິໄລ, ຊຶ່ງທົ່ວເມືອງ ໂພນໂຮງ ມີປະຊາຊົນໄດ້ຮັບຜົນກະທົບ ຈາກໂຄງການນີ້ຈໍານວນ 305 ຄອບຄົວ ໃນ 24 ບ້ານ.

ທ່ານ ຈະເລີນ ເຢັຍປາວເຮີ ໂຄສົກຣັຖບານ ກ່າວຕໍ່ສື່ມວນຊົນໃນກອງປະຊຸມຣັຖບານ ປະຈໍາເດືອນເມສາ ເມື່ອວັນທີ 24 ເມສານີ້ວ່າ ໃຫ້ພາກສ່ວນກ່ຽວຂ້ອງ ດໍາເນີນເຣື່ອງການຊົດເຊີຍ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ໃຫ້ໄວຂຶ້ນ ເພື່ອບໍ່ໃຫ້ເກີດຫາງສຽງຈົ່ມ ອັນສ້າງຜົນກະທົບ ຕໍ່ໂຄງການ, ດັ່ງທ່ານກ່າວໃນຕອນນຶ່ງວ່າ:

“ໃຫ້ສືບຕໍ່ຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ທາງຣົດໄຟລາວ-ຈີນ ເປັນຕົ້ນຄ່າຊົດເຊີຍປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການ ດັ່ງກ່າວ ໃຫ້ໄວຂຶ້ນ ເພື່ອປ້ອງກັນ ເກີດຫາງສຽງ ແລະສ້າງຜົນກະທົບທີ່ບໍ່ດີ ຕ່ໍການຈັດຕັ້ງປະຕິບັດໂຄງການ.”

ມາຮອດປັດຈຸບັນ ໂຄງການສ້າງທາງຣົດໄຟລາວ-ຈີນ ມີຄວາມຄືບໜ້າປະມານ 60% ຊຶ່ງຈະສ້າງສໍາເຣັດໃນທ້າຍປີ 2021 ທີ່ຈະມາເຖິງນີ້. ກ່ອນໜ້ານີ້ໂຄງການທາງຣົດໄຟ ລາວ-ຈີນ ໄດ້ຊົດເຊີຍເງິນໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບແລ້ວ 4 ງວດ. ງວດທີ່ 1 ຈໍານວນ 56,5 ຕື້ກີບ, ງວດທີ່ 2 ຈໍານວນ 81,6 ຕື້ກີບ, ງວດທີ່ 3 ຈໍານວນ 82,9 ຕື້ກີບ ແລະງວດທີ່ 4 ຈໍານວນ 134 ຕື້ກີບ.

ກອງປະຊຸມ ເວທີຂໍ້ຣິເຣີ້ມໂຄງການ ນຶ່ງສາຍແອວ ນຶ່ງເສັ້ນທາງ ຫຼື Belt and Road ຄັ້ງທີ່ 2 ທີ່ຈະຈັດຂຶ້ນ ທີ່ປະເທດຈີນ ໃນຣະຫວ່າງ ວັນທີ 25-27 ເມສານີ້. ທາງການລາວ, ໄທ ແລະຈີນ ກຽມເຊັນບົດບັນທຶກ ຂໍ້ຕົກລົງ ຄວາມຮ່ວມມື (MOC) ໂດຍເນື້ອໃນຫຼັກໆ ປະກອບ ດ້ວຍແຜນການ ສ້າງຂົວເສັ້ນທາງຣົດໄຟ ຂ້າມນໍ້າຂອງ ເພື່ອເຊື່ອມຕໍ່ຣະຫວ່າງ ນະຄອນຫຼວງວຽງຈັນ ກັບແຂວງໜອງຄາຍ ຂອງໄທ ໃນ ອະນາຄົດ.

ກ່ຽວກັບ ປະເດັນດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ພະຍາຍາມ ຕິດຕໍ່ໄປຫາເຈົ້າໜ້າທີ່ ທາງການໄທ ແລະທາງການລາວ ເພື່ອຖາມຣາຍຣະອຽດ ເພີ້ມຕື່ມ ແຕ່ຍັງບໍ່ສາມາດ ເປີດເຜີຍຣາຍຣະອຽດໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.