ທ.ທອງລຸນ ຊີ້ແນະຄໍາສັ່ງ ຫ້າມ ຕັດໄມ້ ຕ້ອງເຄັ່ງຄັດ

ໄມຊູລີ
2018.03.27
f-thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ
Screen captured

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ໄດ້ເນັ້ນໜັກເຣື້ອງການປະຕິບັດ ຄຳສັ່ງເລກທີ 15 ກ່ຽວກັບ ການຄວບຄຸມການຕັດໄມ້ ແລະ ສົ່ງໄມ້ອອກ ໃນກອງປະຊຸມ ຣັຖບານ ຄັ້ງທີ 1 ປະຈຳປີ 2018 ທີ່ຈັດຂຶ້ນໃນວັນທີ 22-23 ເດືອນ ມິນາ ຜ່ານມາວ່າ ໃຫ້ເຂັ້ມງວດກວດກາ ແລະປາບປາມ. ດັ່ງ ເຈົ້າຫນ້າທີ່ ປ່າໄມ້ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ມິນາ ນີ້ວ່າ:

"ໂອ້ ໂດຍຮວມແລ້ວກໍໃຫ້ຊາບຫັ້ນແຫລະ ການມີນະໂຍບາຍເຣື້ອງໄມ້ເຣື້ອງຕໍນີ້ ຢາກຍາກແລ້ວ ເພາະການສືບຕໍ່ປະຕິບັດຄຳສັ່ງ ເລກທີ 15 ນີ້ແມ່ນ ໄດ້ສືບຕໍ່ປະຕິບັດຫັ້ນແລ້ວ ສືບຕໍ່."

ທ່ານກ່າວຕື່ມວ່າ ໃນກອງປະຊຸມຣັຖບານ ເທື່ອນີ້ ນາຍົກຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລິດ ໄດ້ສັ່ງໃຫ້ຄນະຣັຖບານ, ເຈົ້າຄອງກຳແພງ ນະຄອນ, ບັນດາເຈົ້າແຂວງ ແລະ ຜູ້ແທນຈາກ ແຂວງຕ່າງໆ ໃຫ້ສືບຕໍ່ປະຕິບັດ ຄຳສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ ໂດຍສະເພາະ ຫ້ອງການກະສິກັມ ໃຫ້ເອົາໃຈໃສ່ໃນການ ປົກປັກຮັກສາປ່າໄມ້ ພ້ອມທັງຕິດຕາມກວດກາ ບໍ່ໃຫ້ເອົາໄມ້ທ່ອນ ສົ່ງອອກ ແລະໃຫ້ປັບໃຫມ ໃສ່ໂທດ ຜູ້ກະທຳຜິດຕາມຄຳສັ່ງ ສະບັບດັ່ງກ່າວ.

ໃນກອງປະຊຸມຄນະຣັຖບານ ເຈົ້າແຂວງ, ເຈົ້າຄອງກຳແພງນະຄອນ ແລະເຈົ້າຫນ້າທີ່ຈາກແຂວງຕ່າງໆ ໄດ້ຕີຣາຄາໃນຣະຍະ ທີ່ຜ່ານມາວ່າ ການຈັດຕັ້ງປະຕິບັດ ຕໍ່ຄຳສັ່ງດັ່ງກ່າວ ກໍມີຄວາມຄືບຫນ້າດີ ຫລາຍແຂວງ ໄດ້ສັ່ງປິດໂຮງງານໄມ້ ໃນເຂດປ່າ ປົກປ້ອງ ແລະປ່າສງວນ ຫລາຍໂຮງງານ ແລະພ້ອມທັງ ໂຮງເລື່ອຍ ແລະໂຮງຊອຍໄມ້ໄດ້ 1,186 ແຫ່ງ.

ແຕ່ເຖິງຢ່າງໃດກໍຕາມ ໃນບາງແຂວງ ກໍຍັງມີການລັກລອບຂົນໄມ້ ໄປຂາຍຕ່າງປະເທດ ຢູ່ ການກວດກາໂຮງເລື່ອຍໄມ້ ກໍມີການຊັກຊ້າ ຕົວຢ່າງໃນກາງປີ 2017 ເຈົ້າຫນ້າທີ່ ແຂວງອັດຕະປື ສາມາດຍຶດຣົຖຂົນໄມ້ ທີ່ຜິດກົດຫມາຍ ໄປວຽດນາມໄດ້ 27 ຄັນແລະໃນທ້າຍ ປີ 2017 ຢູ່ແຂວງຊຽງຂວາງ ກໍສາມາດຍຶດໄມ້ໄດ້ 13 ພັນແມັດກ້ອນ ຈາກກຸ່ມຄ້າໄມ້ທ່ອນ ທີ່ ຜິດກົດຫມາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.