ຈີນ ເຈາະອຸໂມງ ລາວ ຍັງງຽບ

ອຸ່ນແກ້ວ ສຸກສະຫວັນ
2016.06.28
f-laos-china ຮູປຈໍາລອງ ຣົດໄຟ ທີ່ຈະໃຊ້ຢູ່ ສປປ ລາວ
RFA

ຄວາມຄືບໜ້າ ຂອງວຽກງານ ສ້າງ ທາງລົດໄຟ ລາວ-ຈີນ ມາຮອດ ປັດຈຸບັນ ທາງເບື້ອງຈີນ ໄດ້ລົງມື ເຈາະ ອຸໂມງ ແລ້ວ, ແຕ່ທາງ ເບື້ອງລາວ ຢູ່ແຂວງ ຫຼວງນໍ້າທາ ບໍ່ທັນເລີ້ມ ກໍ່ສ້າງ, ມີແຕ່ ນັກວິຊາການ ຈີນ ໄດ້ລົງມາ ສໍາຣວດ ແລະ ເອົາຂໍ້ມູນ ຜົນກະທົບ ຕໍ່ສິ່ງ ແວດລ້ອມ ເທື່ອສຸດທ້າຍ ເທົ່ານັ້ນ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງ ຫຼວງນໍ້າທາ ຕໍ່ ເອເຊັຍ ເສຣີ ໃນວັນທີ 27 ມິຖຸນາ ນີ້:

"ເອີ້ ດຽວນີ້ ຫັ້ນຢູ່ເບື້ອງລາວນີ້ ບໍ່ທັນມີ ຫຍັງເທື່ອ ເລີ້ມກໍ່ສ້າງ, ຍັງໆ. ມີແຕ່ວ່າ ດຽວນີ້ຫັ້ນ ທິມສໍາຣວດ ສຶກສາ ຜົນກະທົບ ມາເອົາຂໍ້ມູນ ສຸດທ້າຍ ແລະກ່າ ເລີ້ມເປັນທາງການ ມີແຕ່ຣັຖບານ ເພິ່ນປະກາດ ເລີ້ມ ເປັນທາງການ, ແຕ່ວ່າ ຊ່ວງມໍ່ ນະຄອນຫຼວງ ພຸ້ນ ເຂົາເຈົ້າ ຕຽມການ ປະມູນ ແລ້ວ".

ຊາວລາວ ທ່ານນຶ່ງ ທີ່ເດີນທາງ ເປັນປະຈໍາ ຈາກ ລາວ ໄປ ເມືອງຊຽງຮຸ່ງ ແຂວງຢຸນນານ ຂອງຈີນ ໄດ້ບອກກັບ ນັກຂ່າວ ເຮົາວ່າ ການກໍ່ສ້າງ ທາງລົດໄຟ ລາວ-ຈີນ ພວມດຳເນີນ ຢູ່ທາງ ຊາຍແດນຈີນ ແລະ ທາງລົດໄຟ ສາຍນີ້ ກໍສ້າງ ມາຮອດ ເມືອງຊຽງຮຸ່ງ ແລ້ວ ແລະກຳລັງ ສືບຕໍ່ສ້າງ ມາຫາ ຊາຍແດນ ລາວ.

ປັດຈຸບັນ ໄດ້ມີການຂົນສົ່ງ ອຸປກອນ ເຄື່ອງກໍ່ສ້າງ ທາງລົດໄຟ ມາໄວ້ ຊາຍແດນລາວ ເມືອງບໍ່ເຕັນ ແລະ ກຳລັງ ມີການ ສຳຣວດ ຊັ້ນໃຕ້ດິນ ຢູ່ບໍຣິເວນ ຈຸດເຊື່ອມຕໍ່ ຊາຍແດນ ລາວ-ຈີນ. ຕາມຂໍ້ມູນ ທີ່ທ່ານຮູ້ຈາກ ນັກວິຊາການ ຈີນ ນັ້ນວ່າ ມີຄົນງານ ຈີນ ທີ່ກຳລັງ ກໍ່ສ້າງ ທາງຣົດໄຟ ນັ້ນມີປະມານ 4 ຮ້ອຍຄົນ ແລະ ຈະເພີ້ມອີກ 3 ຮ້ອຍຄົນ ເພື່ອກໍ່ສ້າງ ຈາກ ເມືອງຊາຍແດນ ບໍ່ເຕັນ ເຂົ້າໄປຫາ ຈຸດທີ່ໝາຍ ແລວທາງໄວ້ ໃນແຂວງ ຫຼວງນໍ້າທາ ແລະ ອຸດົມໄຊ, ລວມແລ້ວ ຈະໃຊ້ຄົນງານ ປະມານ 700 ຄົນ ໃນ ເບື້ອງຕົ້ນ.

ກ່ຽວກັບເຣື້ອງນີ້ ໜັງສືພິມ ທາງການລາວ ໄດ້ໃຫ້ຣາຍລະອຽດ ຕື່ມວ່າ ທາງການລາວ ໄດ້ປະກາດວ່າ ວຽກງານ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ ມີຂຶ້ນຢ່າງ ເປັນທາງການ ໃນ ວັນທີ 22 ມິຖຸນາ ແລະວ່າ ການສ້າງ ອຸໂມງ ຈາກເຂດແດນ ຂອງຈີນ ມາຍັງເຂດແດນ ຂອງລາວ ທີ່ມີ ຄວາມຍາວ ເກືອບ 10 ກິໂລແມັດ ໄດ້ເລີ້ມຂຶ້ນແລ້ວ ທາງ ເບື້ອງຂອງຈີນ ໃນນັ້ນ 7 ກິໂລແມັດ ແມ່ນຢູ່ເບື້ອງ ຈີນ ແລະ 2 ກິໂລແມັດ ຢູ່ເບື້ອງລາວ ໂດຍຈະໃຊ້ ເວລາ ສ້າງໃຫ້ແລ້ວ ປະມານ 56 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.