ລາວ-ໄທ ຈະຫາລືໂຄງການທາງ ຣົດໄຟ

ຈໍາປາທອງ
2015.01.26
F-image2 ລາວ-ໄທ ຈະຫາລືໂຄງການທາງ ຣົດໄຟ
RFA

ທ່ານ ປຣະຈິນ ຈຸນທອງ ຣັຖມົນຕຣີ ກະຊວງ ຂົນສົ່ງ ຂອງໄທ ຈະເດີນທາງ ໄປ ເຈຣະຈາ ກັບ ທາງການ ລາວ ໃນ ຕົ້ນເດືອນ ໜ້າ ເພື່ອ ຊຸກຍູ້ ໃຫ້ ມີການ ພັທນາ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ບາງກອກ ນະຄອນ ຫລວງ ວຽງຈັນ ຂຸນຫມິງ. ຕາມ ຣາຍງານ ຂອງ ບັງກອກ ໂພັສ ໃນ ວັນທີ 25 ມົກກະຣາ 2015 ນີ້.

ທ່ານກ່າວ ໃນ ວັນເສົາ ທີ 24 ມົກກະຣາ ວ່າ ທ່ານ ຈະນໍາ ຄນະ ຜູ້ແທນໄທ ໄປ ປຶກສາ ຫາລື ກ່ຽວກັບ ໂຄງການ ທາງຣົດໄຟ ຄວາມ ໄວສູງ ກັບ ທາງການ ລາວ ໃນ ຣະຫວ່າງ ການ ຢ້ຽມຢາມ ສປປ ລາວ ແຕ່ວັນທີ 1 ຫາ ວັນທີ 3 ກຸມພາ.

ລາງຣົດໄຟ ຂນາດ ມາຕຖານ ກວ້າງ 1 ແມັດ ກັບ 435 ມິລລີແມັດ ທີ່ວ່ານັ້ນ ຈະ ເຊື່ອມ ຈອດກັນ ແຕ່ ບາງກອກ ໄປຫາ ນະຄອນ ຫລວງ ວຽງຈັນ ແລະ ຕໍ່ໄປເຖິງ ຂຸນຫມິງ ເມືອງ ໃຫຍ່ ທີ່ສຸດ ຂອງ ແຂວງ ຢຸນນານ ພາກ ຕາເວັນຕົກ ສ່ຽງໃຕ້ ຂອງ ປະເທສຈີນ. ທ່ານ ປຣະຈິນ ເວົ້າວ່າ ການພົບປະ ເຈຣະຈາ ກັນນັ້ນ ຈະ “ເຮັດໃຫ້ ພາບຮວມ ຂອງ ໂຄງການ ທາງ ຣົດໄຟ ຄວາມໄວສູງ ນັ້ນ ແຈ້ງຂາວ ຂຶ້ນ”.

ສໍາລັບ ການກໍ່ສ້າງ ທາງ ຣົດໄຟ ແຕ່ແກ່ງຄອຍ ເຖິງ  ນະຄອນ ຣາຊສິມາ ແລະ ແຕ່  ນະຄອນ  ຣາຊສິມາ ຫາ  ໜອງຄາຍ ນັ້ນຈະ ເລິ່ມລົງມື ກໍ່ສ້າງ ໃນຕົ້ນປີ ໜ້ານີ້ ແຕ່ ໂຄງການ ຫລ້າສຸດ ພາກທີ 2 ນັ້ນ ຍັງບໍ່ທັນ ໄດ້ ສ້າງງ່າຍ ເພາະວ່າ ການກໍ່ສ້າງ ທາງ ມັນຈະ ຕັດ ຜ່ານ ສວນ ສາທາຣະນະ ແຫ່ງຊາດ ແລະ ບ້ານເຮືອນ ປະຊາຊົນ, ມັນມີ ຜົລກະທົບ ຕໍ່ທີ່ດິນ ຣັຖ ແລະ ຊາວບ້ານ ຫຼາຍ, ຕ້ອງໄດ້ ເຈຣະຈາ ໃຫ້ ຄ່າຊົດເຊີຍ ຄວາມ ເສັຽຫາຍ ກ່ອນ.

ກ່ຽວກັບ ເຣຶ່ອງນີ້ ຮອງ ຫົວໜ້າ ຫ້ອງການ ຂົນສົ່ງ, ນະໂຍບາຍ ຈະຣາຈອນ ແລະ ແຜນການ ຂອງໄທ ກ່າວວ່າ “ພວກທ່ານ ຈະ ພຍາຍາມ ທີ່ ຈະ ຫລຸດຜ່ອນ ຜົລກະທົບ ຕໍ່ ທີ່ດິນ ຊຶ່ງ ຈະຖືກ ເວນຄືນ ໂດຍການ ປັບ ການອອກແບບ ນັ້ນໃໝ່”.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.