ສປປລາວ ຈະຖືກກັບດັກ ເງິນກູ້ ຂອງຈີນ

ຈໍາປາທອງ
2018.04.05
F-xi ທ່ານ ສີ-ຈິ້ນຜິງ ປະທານປະເທສຈີນ(ກາງ) ໄດ້ຖືກຕ້ອນຮັບຈາກ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ ໃນຣະຫວ່າງການມາຢ້ຽມຢາມ ລາວ ຢ່າງເປັນທາງການ ໃນວັນທີ 13 ຫາ 14 ພຶສຈິກາ 2017 ນີ້.
Screen captured from China TV

ສປປລາວ ທີ່ເປັນປະເທສນ້ອຍ ທຸກຍາກຂາດເຂີນຢູ່ແລ້ວ ແລະຈະຕົກເຂົ້າຢູ່ໃນນະໂຍບາຍຂອງຈີນ ທີ່ຈະເຮັດໃຫ້ລາວ ເປັນລູກໜີ້ຣາຍໃຫຍ່ ຂອງຕົນຢ່າງໄວວາ ຊຶ່ງສ່ວນໃຫຍ່ກໍແມ່ນ ໜີ້ກູ້ສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ມູນຄ່າ 6 ຕື້ ໂດລາ ສະຫະຣັຖ ຂະນະທີ່ນັກຂ່າວ ແລະຜູ້ວິຈານການເມືອງ ປະຈໍາເອເຊັຍຕາເວັນອອກສ່ຽງໃຕ້ David Hutt ເວົ້າວ່າ ສປປລາວ ຈະຕົກເຂົ້າກັບດັກ ຂອງການເປັນໜີ້ສິນຈີນ ຢ່າງໄວວາ. ແລະໜັງສືພິມ Asia Times ກໍຣາຍງານ ເມື່ອທ້າຍເດືອນມິນາ ຜ່ານມາ ນີ້ວ່າ ໂຄງການທາງຣົຖໄຟ ລາວ-ຈີນ ເປັນໄພຂົ່ມຂູ່ ສປປລາວ ຊຶ່ງເປັນປະເທສນ້ອຍ ແລະອ່ອນແອທາງການເງິນຢູ່ແລ້ວ.

ແລະສູນພັທນາໂລກ ຫຼື CGD ຊຶ່ງເປັນສູນຄິດໄລ່ເສຖກິດ ທີ່ຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາ ກໍເວົ້າວ່າ ສປປລາວ ເປັນນຶ່ງໃນຈໍານວນ 8 ປະເທສ ໃນໂລກທີ່ຖືວ່າມີ “ຄວາມກັງວົນພິເສດ” ສຳລັບວິກິດການດ້ານໜີ້ສິນ ໃນອະນາຄົດ.

ທາງຣົດໄຟລາວ-ຈີນ ເປັນໂຄງການທີ່ນອນຢູ່ໃນນະໂຍບາຍ ນຶ່ງແລວ ນຶ່ງເສັ້ນທາງຂອງຈີນ.

ໂຄງການທີ່ວ່ານີ້ ຣັຖບາລ ສປປລາວ ມີສ່ວນຮ່ວມ 30% ແລະຈີນ 70%. ໃນນັ້ນ 480 ລ້ານໂດລາ ສປປລາວ ຢືມຈາກທະນາຄານ ຂາອອກ-ຂາເຂົ້າ ຂອງຈີນ ໂດຍເອົາບໍ່ແຮ່ຂອງລາວ 2 ແຫ່ງຄໍ້າປະກັນ ໃຫ້ຈີນສໍາປະທານ ໃນຂະນະທີ່ ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງການເງິນ ຣາຍງານຕໍ່ສະພາແຫ່ງຊາດວ່າ ຍັງມີຄວາມຫຍຸ້ງຍາກ ໃນເຣຶ່ອງຣາຍຮັບນັ້ນຢູ່:

"ດ້ານຣາຍຮັບນີ້ ຍັງມີຣາຍຮັບບາງປະເພດ ທີ່ມີຂໍ້ຫຍຸ້ງຍາກ ບໍ່ທັນສາມາດປະຕິບັດໄດ້ ຕາມຄາດໝາຍ ເທົ່າທີ່ຄວນ ເປັນຕົ້ນຣາຍຮັບຈາກ ຊັພຍາກອນທັມຊາດ ຄືວ່າອາກອນກໍາໄລຈາກຄໍາປີນີ້ ພວກເຮົາ ທັງສອງບໍ່ໃຫຍ່ຫັ້ນ ຖືວ່າບໍ່ມີກໍາໄລແຫຼະ ທີ່ຂາດໄປ 200 ຕື້ເຮົາຂຶ້ນແຜນ ໄວ້ 200 ຕື້ ສິບໍ່ໄດ້ຈັກກີບແຫລະ ບໍ່ມີກໍາໄລແຫລະປີນີ້."

ເວົ້າເຖິງເຮຶ່ອງການໃຊ້ຈ່າຍໃນໂຄງການນີ້ ສູນພັທນາໂລກ ເວົ້າວ່າ “ຣະຍະເວລາໃຊ້ຈ່າຍເງິນ ສຳລັບຫລາຍອົງປະກອບ ຂອງໂຄງການ ສ້າງທາງຣົດໄຟນີ້ ຍັງເປັນຄວາມລັບຢູ່ ”ແລະຣະຍະເວລາ ການໃຊ້ຈ່າຍເງິນຈຳນວນ 6 ຕື້ໂດລານັ້ນ ກໍຍັງບໍ່ທັນ ຈະແຈ້ງ ເຮັດໃຫ້ເກີດ ຄວາມກັງວົນ ໃນເຣຶ່ອງການສຳປະທານຂອງຈີນ ຢູ່ລາວ ທີ່ອາດຈະຕົກເຂົ້າສູ່ ກໍຣະນີທີ່ບໍ່ຖືກຕ້ອງ.

ຈີນ ມີແຜນສຳປະທານທີ່ດິນຂອງລາວໃນຣະຍະຍາວ ເປັນຈຳນວນຫລວງຫຍາຍ ສຳລັບການປູກຝັງ ແລະກິຈກັມການຄ້າອື່ນໆ ທີ່ອຳນວຍ ຄວາມສະດວກ ໃຫ້ແກ່ ການຫລັ່ງໄຫລເຂົ້າມາລາວ ຢ່າງໄວວາຂອງຄົນງານ ແລະນັກທຸຣະກິດຈີນ.

ເວົ້າເຖິງການໃຊ້ໜີ້ ສຳລັບ ສປປລາວ ເປັນບັນຫາໜັກໜ່ວງ ໃນເມື່ອການເງິນຂອງປະເທສເບົາບາງລົງນຳທຸກມື້. ໜີ້ສິນສາທາຣະນະຂອງ ຣັຖບາລ ສປປລາວ ໃນປີ 2016 ກວມເອົາປະມານ 67.8% ຂອງລວມຍອດ ມູນຄ່າຜລິຕພັນ ພາຍໃນ ແລະ ຄາດວ່າ ໃນທ້າຍປີ 2018 ນີ້ຈະເພີ້ມຂຶ້ນເປັນ 70.3% ເທົ່າກັບ 11,4 ຕື້ໂດລາ.

ກອງທຶນເງິນສາກົນ ຫລື IMF ເວົ້າວ່າ ສປປລາວ ເປັນໜີ້ຈີນເກືອບເຖິງ 65% ຂອງການເປັນໜີ້ຕ່າງປະເທສ. ເມື່ອຕົ້ນປີກາຍ IMF ເຕືອນວ່າ ສປປລາວ ມີຄວາມສ່ຽງຕໍ່ຄວາມຫຍຸ້ງຍາກໃນເຣຶ່ອງ ”ໜີ້ສິນຕ່າງປະເທສ” ຊຶ່ງໄດ້ເພີ້ມຂຶ້ນຈາກຣະດັບ “ປານກາງໄປສູ່ຣະດັດສູງ”.

ໃນຂະນະທີ່ເງິນກູ້ຈາກຈີນ ໂດຍທົ່ວໄປແລ້ວ ຈະໄດ້ຮັບການຄໍ້າປະກັນຈາກ ຣາຍຮັບຂອງໂຄງການລົງທຶນຕ່າງໆ ໃນອະນາຄົດ ອັນໝາຍ ຄວາມວ່າ ອາຈໃຊ້ເວລາອີກ ຫລາຍສິບປີ ຈົນກວ່າວ່າ ຣັຖບາລ ສປປລາວ ຈະໄດ້ຮັບຜົນກໍາໄຣ ຈາກໂຄງການທາງ ຣົດໄຟ ແລະ IMF ກໍເວົ້າວ່າ ເສຖກິດຂອງລາວ ອາຈບໍ່ເຕີບໂຕໄວ ຄືດັ່ງທີ່ເປັນມາ. ແລະຄາດວ່າ ລວມຍອດມູນຄ່າຜລິຕພັນ ພາຍໃນຂອງລາວ ສະເລັ່ຽແລ້ວ ຈະເຕີບໂຕ 6.3% ແຕ່ນີ້ໄປເຖິງປີ 2036 ຄືຈະຊັກຊ້າກວ່າທົສວັດ ທີ່ຜ່ານມາ ທີ່ສະເລັ່ຽ 7.8% ຊຶ່ງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ຣາຍງານຕໍ່ສະພາແຫ່ງຊາດ ເມື່ອທ້າຍປີຜ່ານມາວ່າ ອາຈບໍ່ບັນລຸໄດ້ຕາມຄາດໝາ:

"ເຖິງແມ່ນວ່າຣັຖບາລອາຈບໍ່ບັນລຸຕົວເລກຄາດໝາຍການເຕີບໂຕໃນອັດຕຣາ 7% ໄດ້ 100% ກໍຕາມ, ຕາມຂໍ້ມູນຄາດຄະເນວ່າ ຈະໄດ້ພຽງແຕ່່ 6.83%."

ບໍ່ພຽງແຕ່ອົງການຈັດຕັ້ງສາກົນ ແລະອົງການຄິດໄລ່ຂອງຕາເວັນຕົກເທົ່ານັ້ນ ທີ່ກັງວົນນຳໜີ້ສິນ ທີ່ສັ່ນຄອນຂອງ ສປປລາວ. ທະນາຄານ ຂາອອກ-ຂາເຂົ້າຂອງຈີນ ກໍໄດ້ປະກາດເມື່ອ 4 ປີຜ່ານມາວ່າ ຈະຣະງັບການໃຫ້ ສປປລາວ ກູ້ຢືມເພື່ອໂຄງການ ກໍ່ສ້າງໂຄງຮ່າງພື້ນຖານ ສ່ວນໃຫຍ່. ອັນນີ້ເປັນສັນຍານເຖິງຄວາມກັງວົນ ຂອງທະນາຄານແຫ່ງຣັຖຈີນ ກ່ຽວກັບຄວາມສາມາດ ໃນການຊຳຣະໜີ້ສິນຂອງ ສປປລາວ ໃນອະນາຄົດ.

ແຕ່ກໍມີຂໍ້ຍົກເວັ້ນສຳລັບພາກເສຖກິດ ທີ່ເປັນຍຸທສາດຈຳນວນນຶ່ງ ເຊັ່ນບໍ່ແຮ່ ແລະເຂື່ອນໄຟຟ້າ ທີ່ ສປປລາວ ໃຊ້ເປັນສິ່ງຄ້ຳປະກັນເງິນກູ້ ຈາກຈີນ. ໄດ້ມີການສ້າງຕັ້ງທະນາຄານລາວ-ຈີນ ຊຶ່ງເປັນທະນາຄານຮ່ວມ ຣະຫວ່າງທະນາຄານ Fudian ຂອງຈີນ ແລະທະນາຄານ ການຄ້າ ຕ່າງປະເທສຂອງລາວ ທີ່ເລັ່ງໃສ່ໃຫ້ທຶນກູ້ຢືມ ແກ່ທຸຣະກິດຂນາດນ້ອຍ ແລະຂນາດກາງ ຫຼື SMEs ຢູ່ລາວ.

ແຕ່ເຖິງຢ່າງໃດກໍຕາມ ສປປລາວ ຄືວ່າຈະຕົກເຂົ້າຢູ່ໃນ “ກັບດັກໜີ້” ການທູດຂອງຈີນເປັນປະເທສຕໍ່ໄປ ດັ່ງທີ່ເຫັນຢູ່ໃນປະເທສອື່ນໆ ທີ່ຖືກຈີນບັງຄັບໃຫ້ຊໍາຣະໜີ້ ດ້ວຍການໃຫ້ສໍາປະທານຕ່າງໆ ທີ່ເຮັດໃຫ້ສາທາຣະນະຊົນ ເກີດຄວາມກັງວົນນໍາ ຜົລກະທົບ ຕໍ່ສິ່ງແວດລ້ອມ ເພີ້ມຂຶ້ນ. ໃນການແກ້ໄຂບັນຫາດັ່ງກ່າວ ທ່ານ ທອງລຸນ ໄດ້ປະກາດເລື່ອນການຊໍາລະໜີ້ ດ້ວຍການໃຫ້ສໍາປະທານ ບໍ່ແຮ່ໃໝ່ ໃນທ້າຍປີ 2016, ແຕ່ມາຕການທີ່ວ່ານີ້ ບໍ່ໄດ້ຮັບການຈັດຕັ້ງ ປະຕິບັດເຄັ່ງຄັດພໍເທົ່າໃດ.

ແລະທ່ານ Jean-Christophe Carret ຜູ້ບໍຣິຫານທະນາຄານໂລກ ປະຈໍາລາວ ກໍເວົ້າວ່າ “ການຮິບໂຮມງົບປະມານ” ເປັນສິ່ງຈໍາເປັນ ສໍາລັບ ສປປລາວ ໃນການປັບປຸງຂີດຄວາມສາມາດ ການຊໍາຣະໜີ້ຂອງຕົນ” “ໂດຍໃຊ້ວິທີການຮິບໂຮມຢ່າງຄ່ອຍເປັນ ຄ່ອຍໄປ, ແຕ່ສິ່ງ ສໍາຄັນໄປກວ່ານັ້ນ ຄືການປັບປຸງ ປະສິດທິພາບ ໃນການໃຊ້ຈ່າຍ” ຊຶ່ງທ່ານ ສຸພັນ ແກ້ວມີໄຊ ຣັຖມົນຕຣີກະຊວງແຜນການ ແລະການລົງທຶນ ຣາຍງານຕໍ່ກອງປະຊຸມ ເທື່ອລ້າສຸດຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດງານ ໃນ 6 ເດືອນຕົ້ນປີກາຍນັ້ນວ່າ ທຶນທີ່ໃຊ້ຈ່າຍ ໃນໂຄງການທາງລົດໄຟ ລາວ-ຈີນ ທີ່ປະຕິບັດໄດ້ 10% ເປັນມູນຄ່າ 312,86 ລ້ານໂດລາ ສະຫະລັດ.

ແຕ່ໂຄງການຣົດໄຟຄວາມໄວສູງລາວ-ຈີນ ຊຶ່ງກໍາລັງກໍ່ສ້າງຢູ່ໃນຂະນະນີ້ ມີແນວໂນ້ມວ່າ ຈະບໍ່ມີຜົລຕອບແທນ ທາງດ້ານເສຖກິດ ສໍາລັບ ສປປລາວ ທີ່ເປັນໜີ້ຈີນ ຊຶ່ງຈໍາເປັນຕ້ອງໄດ້ໃຊ້ແທນຄືນ ອັນຫຼາຍຄົນເວົ້າວ່າ ໜີ້ສິນທີ່ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ຜູ້ຜູກຂາດອໍານາດ ໃຫ້ຣັຖບາລ ສປປລາວ ຊອກຫາກູ້ຢືມ ແລະເປັນໜີ້ຕ່າງປະເທສ ຢ່າງມະຫາສານ ເປັນຕົ້ນໜີ້ຈີນ ຄືທີ່ວ່ານັ້ນ ຈະຕົກເປັນພາລະໜັກໜ່ວງ ຂອງປະຊາຊົນລາວ ທົ່ວທັງປະເທສ ທີ່ຈະເປັນຜູ້ຫາບແບກ ໃນການໃຊ້ໜີ້ ແທນສິນ ທີ່ຣັຖບາລ ສປປລາວ ຊຸດທີ່ຜ່ານມາ ແລະໃນປັດຈຸບັນ ກູ້ຢືມມາໃຊ້ຈ່າຍແບບບໍ່ປະສິດທິຜົນ ຍ້ອນການທູດຈີນ ຊຶ່ງເຫັນໄດ້ຢູ່ຫລາຍປະເທສ ທີ່ຖືກຈີນ ບັງຄັບໃຫ້ໃຊ້ໜີ້ ໂດຍການໃຫ້ຈີນ ສໍາປະທານຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.