ປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວ ຍັງມືດມົນ

ຈຳປາທອງ
2022.07.13
ປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວ ຍັງມືດມົນ ອາຄານ ສຳນັກງານ (ຫ້ອງການ) ຣັຖວິສາຫະກິຈ ໄຟຟ້າລາວ, ນະຄອນຫຼວງວຽງຈັນ, ວັນທີ 14 ກໍຣະກະດາ 2022.
ນັກຂ່າວ ພົລເມືອງ

ຣັຖບານລາວ ກໍາລັງປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວ ເພື່ອແກ້ໄຂບັນຫາ ການຂາດທຶນທີ່ແກ່ຍາວ ມາຫລາຍປີ ແລະບັນຫາໜີ້ສິນ ທີ່ເພີ່ມຂຶ້ນຫລາຍນັບມື້ ຊຶ່ງປັດຈຸບັນມີໜີ້ປະມານ 4.350 ຕື້ໂດລ້າຣ໌ສະຫະຣັຖ ຂອງໜີ້ສິນທັງໝົດຂອງລາວ ທີ່ມີເຖິງ 14.5 ຕື້ໂດລ້າຣ໌ ຫລືເທົ່າກັບ 30% ຂອງໜີ້ທັງໝົດນັ້ນ. ຂະນະນີ້ ລາວຕິດໜີ້ເຖິງ 88% ຂອງລວມຍອດ ມູນຄ່າຜລິຕພັນພາຍໃນ ຫລື GDP ຂອງປະເທດ. ເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ທ່ານນຶ່ງເວົ້າວ່າ ຕັ້ງແຕ່ໄດ້ເລິ້ມປະຕິຮູບມາ ແຕ່ທ້າຍປີ 2021 ຈົນມາຮອດຕອນນີ້ ກໍຍັງເຫັນວ່າ ແຜນການປະຕິຮູບ ຂອງຣັຖບານລາວ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ຍ້ອນແນວທາງການປະຕິຮູບ ບໍ່ມີຄວາມຈະແຈ້ງ ເຖິງຈະໄດ້ປັບປ່ຽນມາຫລາຍຕໍາແໜ່ງ ແຕ່ລະບົບການເຮັດວຽກ, ແນວຄິດຂອງພະນັກງານ ຍັງບໍ່ມີການປ່ຽນແປງດີຂຶ້ນ ເຮັດໃຫ້ການປະຕິຮູບບໍ່ພຽງແຕ່ ບໍ່ໄດ້ຮັບຜົລ, ແຕ່ຍັງເຮັດໃຫ້ໜີ້ສິນເພີ່ມຂຶ້ນອີກ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 13 ກໍຣະກະດານີ້ວ່າ:

ຖາມວ່າ ປະຕິຮູບແລ້ວ ມັນຕ້ອງດີ. ອັນນີ້ປະຕິຮູບແລ້ວ ໜີ້ຍັງເພີ່ມ ເອົາຜູ້ໃດມາກະໜີ້ເພີ່ມຂຶ້ນເລື້ອຍໆ ມັນບໍ່ໄດ້ຫລຸດ. ຄົນເຂົາກະອອກຫລາຍ ອອກຫລາຍແຕ່ກໍຍັງມີບັນຫາ ເຣື່ອງລາຍຈ່າຍ ວ່າງ່າຍໆສາ. ບາດນີ້ອັດຕຣາແລກປ່ຽນເພີ່ມຂຶ້ນ ແລ້ວມັນກະທົບໝົດ ຄ່າໄຟ ລາຍຈ່າຍຂອງບໍລິສັດທຸກຢ່າງ ຫລຸບທຶນໝົດ ມະຫາສານ.

ທ່ານກ່າວຕື່ມວ່າ ໃນການປະຕິຮູບການຈັດຕັ້ງ ມີການຍ້າຍໜ້າທີ່ຮັບຜິດຊອບ, ການປັບປ່ຽນຕໍາແໜ່ງ ຫລືແຕ່ງຕັ້ງຕໍາແໜ່ງເພີ່ມ ແຕ່ກໍຍັງເປັນບຸກຄົນ ທີ່ຣັຖບານລາວຄັດເລືອກເຂົ້າມາ. ບຸກຄົນເຫລົ່ານັ້ນບໍ່ໄດ້ເຂົ້າມາເຮັດວຽກຍ້ອນມີຄວາມສາມາດ ຫລືເປັນຊ່ຽວຊານ ອັນຈະເຮັດໃຫ້ບັນຫາຫຍຸ້ງຍາກຕ່າງໆ ພາຍໃນຣັຖວິສາຫະກິຈໄຟຟ້າລາວ ຍັງມີຢູ່ຕໍ່ໄປ.

ນອກຈາກນີ້ ເງິນກີບອ່ອນຄ່າ, ອັດຕຣາເງິນເຟີ້ສູງຫຼາຍ ແລະຂາດເຂີນເງິນຕຣາ ຕ່າງປະເທດ ກໍຍິ່ງສົ່ງຜົລກະທົບໂດຍຕຣົງ ຕໍ່ຣັຖວິສາຫະກິຈໄຟຟ້າລາວ ເນື່ອງຈາກຄ່າໃຊ້ຈ່າຍຕ່າງໆ ຮວມທັງການຊໍາລະໜີ້ສິນ ແມ່ນໃຊ້ເປັນເງິນຕຣາ ຕ່າງປະເທດ ເກືອບທັງໝົດ.

ເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ສາຂາແຂວງຈໍາປາສັກເວົ້າວ່າ ການປະຕິຮູບອົງກອນ ໂດຍສະເພາະການຕິດຕາມ ກວດກາພະນັກງານຂັ້ນຕ່າງໆ ຖືວ່າເປັນເຣື່ອງທີ່ຫຍຸ້ງຍາກ ແລະລໍາບາກຫລາຍສົມຄວນ ເພາະພະນັກງານ ບາງຄົນກໍມີຕໍາແໜ່ງ ແລະມີອໍານາດສູງໃນພື້ນທີ່, ພະນັກງານສ່ວນຫລາຍ ກໍຍັງເຮັດວຽກແບບເດີມໆຢູ່, ບໍ່ໄດ້ສຸມໃສ່ວຽກງານພໍປານໃດ, ຕ້ອງໄດ້ໃຊ້ເວລາໃນການພັທນາ ບຸກຄະລາກອນ ເພື່ອໃຫ້ກ້າວທັນວຽກງານສມັຍໃໝ່, ຄ່ອຍເຮັດໄປເທື່ອລະໜ້ອຍ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ຄືນາຍົກເພິ່ນເວົ້ານີ້ ເຮັດໄດ້ບໍ....ໄດ້ ແຕ່ວ່າບໍ່ເຖິງຂັ້ນວ່າ ສໍ່າໃດສໍ່ານຶ່ງ ກະເຮັດໄປນໍາກະໄດ້ ຄ່ອຍເຮັດໄປເທື່ອລະເລັກ ເທື່ອລະໜ້ອຍ. ຊຸມເຮົາກະພາກັນອ່ານໜັງສືພິມ, ອ່ານກົດໝາຍ, ອ່ານລະບຽບ ແລ້ວກະພາກັນເມືອທໍ່ນັ້ນແລ້ວ. ຄ່ອຍເປັນຄ່ອຍໄປຫັ້ນແຫລະ ຕາມເພິ່ນວ່າ.

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຈໍານວນນຶ່ງ ເວົ້າວ່າ ຖ້າຫາກຣັຖບານລາວ ຢາກແກ້ໄຂບັນຫາ ການສໍ້ຣາສບັງຫລວງ ແລະຫລຸດຜ່ອນໜີ້ສິນລົງ ຣັຖບານກໍຄວນປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວ ຢ່າງເຂັ້ມງວດ, ເດັດຂາດ ແລະມີຄວາມຈິງໃຈ ໃນການປະຕິຮູບຢ່າງແທ້ຈິງ, ພະນັກງານຄົນໃດ ລະເມີດກົດລະບຽບ ຫລືຄໍາສັ່ງ ກໍຄວນກ່າວເຕືອນ, ອົບຮົມໃຫ້ເຂົາເຂົ້າໃຈ ວຽກງານຢ່າງຈະແຈ້ງ.

ແລະເຣື່ອງຂັ້ນຕອນ ການປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວນັ້ນ ກໍຄວນຈະເປີດເຜີຍ ໃຫ້ສັງຄົມຮູ້ວ່າ ໃຊ້ງົບປະມານ ໄປຫລາຍໜ້ອຍສໍ່າໃດ ເພື່ອຄວາມໂປ່ງໃສ ແລະການປະຕິຮູບ ເກີດປະສິທທິຜົລແນວໃດ.

ດັ່ງປະຊາຊົນຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 13 ກໍຣະກະດານີ້ວ່າ:

ໜີ້ສິນ ພັດຊິເພີ່ມຂຶ້ນໆຫັ້ນແລ້ວ ຄັນວ່າປະສົງຢາກແກ້ໄຂ ບັນຫາໂຕນີ້ນີ່. ຕັດສິນໃຈເຮັດຢ່າງເດັດຂາດ ຄັນວ່າບໍ່ເດັດຂາດ ເພື່ອຜົລປໂຍດຂອງຊາດນີ້ ເຈົ້າ (ຣັຖບານ) ຊິຢ້ານຫຍັງ.

ແລະປະຊາຊົນລາວ ອີກຜູ້ນຶ່ງກໍເວົ້າວ່າ ຣັຖບານລາວຄວນຈະຕິດຕາມ ກວດກາບັນດາພະນັກງານ ຣັຖວິສາຫະກິຈໄຟຟ້າລາວທຸກຄົນ ເພື່ອປ້ອງກັນບໍ່ໃຫ້ພວກເຂົາເຈົ້າ ມີໂອກາດສໍ້ຣາສບັງຫລວງ. ພ້ອມກັນນັ້ນກໍຍັງຮຽກຮ້ອງ ໃຫ້ຣັຖວິສາຫະກິຈໄຟຟ້າລາວ ຫລຸດຜ່ອນຄ່າໄຟຟ້າລົງອີກ ເພາະປະຊາຊົນຕ່າງ ກໍໄດ້ຮັບຜົລກະທົບ ຈາກການຣະບາດຂອງ ໂຄວິດ-19 ແລະຈາກສະພາບເສຖກິຈຕົກຕໍ່າ, ຫາເງິນກໍບໍ່ໄດ້.

ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

ບຸກຄົນທີ່ຫາຜົລປໂຍດ ສ່ວນໂຕຫັ້ນໜາ ກະຢາກໃຫ້ປັບປຸງຕື່ມຫັ້ນແລ້ວ ເພາະວ່າປະຊາຊົນ ກະໄລຍະນີ້ຫາເງິນບໍ່ໄດ້ໃດ໋ ກະຊິມີຄວາມເດືອດຮ້ອນໃດ໋ ເຂົາກະບໍ່ມີເງິນ.

ເຣື່ອງການປັບປຸງ ການຈັດຕັ້ງ ຣັຖວິສາຫະກິຈໄຟຟ້າລາວ ດຣ. ດາວວົງ ພອນແກ້ວ ຣັຖມົນຕຣີ ກະຊວງພະລັງງານ ແລະບໍ່ແຮ່ ຕາງໜ້າ ຣັຖບານລາວ ໄດ້ປະກາດການແຕ່ງຕັ້ງ ທ່ານ ວິລະພອນ ວຸຊຸນນະລາດ ຫົວໜ້າຫ້ອງການ ຜູ້ອໍານວຍການ ແລະ ທ່ານ ສຸກສະຫວາດ ໂສສຸພັນ ຫົວໜ້າຝ່າຍແຜນການ ແລະການເງິນ ເປັນຮອງປະທານ ຣັຖວິສາຫະກິຈໄຟຟ້າລາວ ຄົນໃໝ່.

ເມື່ອປີ 2020 ທີ່ຜ່ານມາ ກະຊວງການເງິນ ແລະກະຊວງພະລັງງານ ແລະບໍ່ແຮ່ ກໍໄດ້ແຕ່ງຕັ້ງທ່ານ ຈັນທະບູນ ສຸກອາລຸນ ອາດີດຫົວໜ້າ ກົມແຜນການ ແລະການຮ່ວມມື ກະຊວງພະລັງງານ ແລະບໍ່ແຮ່ ຮັບຕໍາແໜ່ງ ເປັນຜູ້ອໍານວຍການ ຣັຖວິສາຫະກິຈໄຟຟ້າລາວ ເພື່ອແກ້ໄຂບັນຫາການຂາດທຶນ ແລະໜີ້ສິນຂອງ ຣັຖວິສາຫະກິຈໄຟຟ້າລາວ.

ນອກຈາກນັ້ນ ການປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວ ທາງການລາວຍັງໃຫ້ຄວາມສໍາຄັນ ເຣື່ອງການເຕີບໂຕ  ແລະຄວາມເຂັ້ມແຂງ ທາງດ້ານການຈັດຕັ້ງ, ການເງິນ ແລະບຸກຄະລາກອນ ເພື່ອເຮັດໃຫ້ຣັຖວິສາຫະກິຈນີ້ ກາຍເປັນ ວິສາຫະກິຈຂອງຣັຖ ທີ່ມີການເຄື່ອນໄຫວ ຢ່າງມີປະສິທທິຜົລ, ມີປະສິທທິພາບສູງ ສາມາດສ້າງລາຍຮັບໃຫ້ປະເທດໄດ້.

ນອກຈາກ ຣັຖວິສາຫະກິຈໄຟຟ້າລາວແລ້ວ ຣັຖບານລາວ ຍັງຈະປະຕິຮູບອີກຫລາຍ ຣັຖວິສາຫະກິຈ ຊຶ່ງປັດຈຸບັນມີ 7 ຣັຖວິສາຫະກິຈ ຂນາດໃຫຍ່ ເນື່ອງຈາກວ່າຣັຖບານ ແຕ່ລະສມັຍທີ່ຜ່ານມາ ລົງທຶນໃສ່ເປັນຈໍານວນຫລວງຫລາຍ ເພື່ອພັທນາເສຖກິຈ-ສັງຄົມ ຂອງປະເທດ ແລະເພື່ອສ້າງລາຍຮັບ ໃຫ້ຣັຖບານ, ແຕ່ຣັຖວິສາຫະກິຈເຫລົ່ານັ້ນ ສ້າງໜີ້ສິນຢ່າງມະຫາສານ ທີ່ຣັຖບານຊຸດປັດຈຸບັນ ຕ້ອງຮັບພາຣະ ໃຊ້ແທນໜີ້ສິນ ທີ່ວ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.