ການສ້ອມແປງເສັ້ນທາງ R3

ອຸ່ນແກ້ວ ສຸກສະຫວັນ
2017.03.17
F-R3 ການສ້ອມແປງ ເສັ້ນທາງ R3 ຈາກຕົວເມືອງ ຫລວງນ້ຳທາ ໄປຫາ ດ່ານສາກົນບໍ່ເຕັນ
RFA/AS

ການສ້ອມແປງ ເສັ້ນທາງ R3 ຈາກ ຕົວເມືອງ ຫຼວງນ້ຳທາ ໄປຫາ ດ່ານສາກົນ ບໍ່ເຕັນ ໄລຍະທາງ 60 ກິໂລແມັດ ຈະສຳເຣັດ ພາຍໃນ ປີນີ້, ໃນຂນະທີ່ ບໍຣິສັດ ຮັບເໝົາກໍ່ສ້າງ ກຳລັງຂຸ້ນຂ້ຽວ ເພື່ອໃຫ້ ສຳເຣັດຕາມແຜນ. ດັ່ງ ເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງນ້ຳທາ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 16 ມິນາ ວ່າ:

"ກຳລັງສ້ອມແປງຢູ່ ກະແລ້ວປີນີ້ແຫລະ ສ້ອມແປງບ່ອນໃດມັນ ແປງກໍແປງ ສ້ອມແປງໄປເລື້ອຍໆ ມັນກະຫຍຸ້ງຍາກ ແດ່ຫັ້ນແຫລະ ໄປມາ ມັນກະກຳລັງ ສ້ອມແປງ".

ປັດຈຸບັນ ຖນົນດັ່ງກ່າວ ມີສະພາບເປັນຫລຸບ ເປັນຂຸມ ຫຼາຍກວ່າ 50 ເປີເຊັນ, ຖະໜົນ ໃນປັດຈຸບັນ ມີສະພາບເປັນ ຂີ້ຝຸ່ນ ໃນຍາມແລ້ງ ແລະ ຍາມຝົນ ກໍມີຂີ້ຕົມ ຊຶ່ງ ສ້າງຄວາມລຳບາກໃຈ ໃຫ້ແກ່ ປະຊາຊົນ ຜູ້ທີ່ເດີນທາງໄປມາ.

ຖະໜົນສາຍດັ່ງກ່າວ ຍັງເປັນທາງເຊື່ອມຕໍ່ ຈາກ ຕົວເມືອງ ຫລວງນ້ຳທາ ກັບ ສະຖານນີ ລົດໄຟ ນາເຕີຍ ຊຶ່ງຈະເປັນ ສະຖານີໃຫຍ່ ຂອງໂຄງການ ທາງ ລົດໄຟ ລາວ-ຈີນ.

ສະພາບຖະໜົນເປ່ເພ ບໍ່ສະເພາະເກີດຂຶ້ນ ແຕ່ຢູ່ຖະໜົນ R3 ເທົ່ານັ້ນ ແຕ່ເສັ້ນທາງ ຢູ່ໃນທົ່ວປະເທດ ແລະ ນະຄອນຫລວງ ວຽງຈັນ ກໍມີສະພາບ ເປ່ເພ ເຊັ່ນດຽວກັນ ຍ້ອນວ່າ ການກໍ່ສ້າງ ບໍ່ໄດ້ ມາດຕະຖານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.