ທາງການວ່າເຮືອນຖາວອນ 700 ຫຼັງ ຈະບໍ່ແລ້ວ

ສຸພັດຕາ
2021.02.10
ທາງການວ່າເຮືອນຖາວອນ 700 ຫຼັງ ຈະບໍ່ແລ້ວ ໂຕຢ່າງເຮືອນຖາວອນ ທີ່ກໍາລັງກໍ່ສ້າງ ໃຫ້ປະຊາຊົນ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ ເມືອງສນາມໄຊ ແຂວງອັດຕະປື
ພາບປະກອບ: ນັກຂ່າວພົລເມືອງ

ການກໍ່ສ້າງເຮືອນຖາວອນ ໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ ເມືອງສນາມໄຊ ແຂວງ ອັດຕະປື ຈໍານວນ 700 ຫຼັງຫຼ້າຊ້າ, ຕາມສັນຍາໄດ້ຣະບຸວ່າ ໃຫ້ສ້າງແລ້ວພາຍໃນ 20 ເດືອນ ນັບຕັ້ງແຕ່ເດືອນ ພຶສພາ ປີ 2020 ຈົນຮອດທ້າຍປີ 2021, ແຕ່ວ່າເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະປະຊາຊົນຜູ້ປະສົບພັຍ  ເຂື່ອນແຕກຫຼາຍຄົນ ເວົ້າວ່າ ຈະບໍ່ແລ້ວຕາມ ສັນຍານັ້ນ, ເພາະຍັງມີຫຼາຍປັດໃຈ ທີ່ພາໃຫ້ການກໍ່ສ້າງຊັກຊ້າ, ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ໃນແຂວງອັດຕະປື ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 5 ກຸມພາ 2021 ນີ້ວ່າ:

“ມັນກະຫຼາຍ ປະຖົມປັດຈັຍ, ນ້ອງເອີ່ຍ ຫຼາຍປະຖົມປັດຈັຍ ເພາະວ່າໃນເຮືອນ 700 ຫຼັງ ນ້ອງກະລອງຄຶດເບິ່ງວ່າ, ມັນຕ້ອງໃຊ້ ນາຍຊ່າງຈັກຄົນ, ກັມມະກອນຈັກຄົນ, ລະບາດນີ້ ຜູ້ບໍຣິຫານ ວັສດຸຕອບສນອງໃຫ້ ແຕ່ລະຈຸດອີກ, ມັນຊິໄດ້ທັນໃຈບໍ, ບາດນີ້ ຊ່າງບ້ານເຮົາຍາມບຸນ ເມືອພັກທິດນຶ່ງ ກະບໍ່ມາ, ມີແຕ່ຊ່າງກັມມະກອນ ລາພັກເມືອບຸນບ້ານບໍ່ມາ, ຊ່າງກະເຮັດບໍ່ໄດ້ຊິນາ ມັນກະຫຼາຍ ປັດຈັຍ, ບາງຫຼັງກະຄືຊິແມ່ນ ຄືປະຊາຊົນວ່າ ກະບໍ່ປະຕິເສດເດີ້, ເພະວ່າ ຄືອ້າຍວ່າຫັ່ນແຫຼະ ມັນລົງບາດດຽວ ມັນກະຊິມີບາງຈຸດ ທີ່ມັນມີບັນຫາ ເນາະ, ກະປະຕິເສດບໍ່ໄດ້ດອກ.”

ເຈົ້າໜ້າທີ່ ຜູ້ທີ່ຮູ້ເຫດການ ຊຶ່ງບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບໍຣິສັດເຊປຽນ-ເຊນໍ້ານ້ອຍ ຫຼື PNPC ທີ່ເປັນຜູ້ໃຫ້ທຶນ ກໍ່ສ້າງເຮືອນຖາວອນ 700 ຫຼັງ ຈໍານວນ 24 ລ້ານ 5 ແສນໂດລາ ສະຫະຣັຖ ຊຶ່ງກໍານົດການກໍ່ສ້າງ ໃຫ້ແລ້ວທັງໝົດ 700 ຫຼັງ ແມ່ນພາຍໃນທ້າຍປີ 2021 ນີ້, ນັບແຕ່ມື້ເຊັນສັນຍາ ເປັນຕົ້ນມາ, ແຕ່ປັດຈຸບັນ ບ່ອນທີ່ຫຼ້າຊ້າ ທີ່ບໍ່ທັນໄດ້ລົງມື ເຮັດຫຍັງເລີຍ ກໍແມ່ນບ້ານປິ່ນດົງ, ດັ່ງທ່ານກ່າວວ່າ:

"ສໍາລັບເຮືອນຖາວອນ ຢູ່ບ້ານປິ່ນດົງນັ້ນ ກະເວົ້າເຣື່ອງການຈັດສັນທີ່ດິນ ກະໃຊ້ເວລາດົນແດ່ ເພາະມັນ ບໍ່ແມ່ນເປັນດິນ ຂອງຣັຖ ເໝິດ, ມັນເປັນດິນສ່ວນໂຕ ຂອງປະຊາຊົນແດ່, ຊົ່ວຊິຕົກລົງກັນໄດ້ ມັນບໍ່ງ່າຍເນາະ, ແຕ່ເທົ່າດຽວນີ້ ມີບັນຫາເຣື່ອງທີ່ດິນ, ບຸກເບີກພື້ນທີ່ດິນ ຂອງ ປິ່ນດົງຫັ່ນແຫຼະ ເຮືອນທີ່ຄ້າງຄາ 103 ຫຼັງ, ສ່ວນຫຼາຍ ເປີເຊັນ ທີ່ມັນຊັກຊ້າ ບໍ່ໄດ້ລົງມື ແມ່ນມາຈາກ ເປີເຊັນ ໂຕເລຂ ຂອງບ້ານປິ່ນດົງ.”

ໃນຂນະທີ່, ຜູ້ປະສົບພັຍເຂື່ອນແຕກ ຢູ່ຈຸດດອນບົກ ຜູ້ນຶ່ງ ຊຶ່ງບ້ານເດີມແມ່ນ ຢູ່ບ້ານທ່າແສງຈັນ ກ່າວຕໍ່ວິທຍຸເອເຊັຽ ໃນມື້ດຽວ ກັນນີ້ວ່າການສ້າງ ເຮືອນຖາວອນນີ້ ແມ່ນຊັກຊ້າຫຼາຍ, ເພາະມາຮອດມື້ນີ້ ເຮືອນຂອງຕົນ ກໍຍັງບໍ່ມີຫຍັງ ຄືບໜ້າປານນີ້ ມີແຕ່ ເສົາຂວັນຕົ້ນດຽວຕັ້ງໄວ້ຊື່ໆ:

“ອ້າຍເອງນິ່ ບໍ່ທັນເຫັນເຮືອນຊໍ້າດຽວນີ້, ຢາກຮ້າຍນະດຽວນີ້, ເພິ່ນບອກໃຫ້ເອົາເສົາຂວັນລົງ ແຕ່ກ່ອນຫັ່ນ, ແຕ່ເດືອນ 10 ເດືອນ 11 ເອົາເສົາຂວັນລົງ ເທົ່າດຽວນີ້ ບໍ່ທັນໄດ້ເຮັດຊໍ້ານີ້, ແມ່ນແຫຼະໆ ບໍ່ທັນໄດ້ເຮັດດຽວນີ້ ອ້າຍເມື່ອຍລະ, ມື້ນັ້ນກະໄປເວົ້າກັບ ວິຊາການ, ພວກວິຊາການເພິ່ນຕິດຕາມ ເພິ່ນວ່າລໍຖ້າ ລໍຖ້າເລີຍໆຢູ່ນີ້ ອຸກໃຈ ຢາກຢູ່ເຮືອນຂອງໂຕເອງຈັ່ງຊີ້ນີ້ ຍັງບໍ່ແລ້ວຈັກເທື່ອ.”

ຜູ້ປະສົບພັຍເຂື່ອນແຕກ ໃນຈຸດບ້ານດົງບາກໃໝ່ຫິນຄໍາ ຄົນນຶ່ງ ຊຶ່ງບ້ານເດີມແມ່ນ ຢູ່ບ້ານໃໝ່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ ດຽວກັນນີ້ວ່າ ຢູ່ບ້ານຂອງຕົນ ກໍເຊັ່ນດຽວກັນມີເຮືອນ ຈໍານວນນຶ່ງ ທີ່ມີແຕ່ເສົາຂວັນຕັ້ງໄວ້ຊື່ໆ ຍັງບໍ່ທັນໄດ້ເຮັດຫຍັງປານນີ້:

“ຢູ່ໃນບ້ານນີ້ ກະຄືກັນ ມີແຕ່ເສົາຂວັນກະມີ, ຫາກຍັງບໍ່ຫຼາຍ ຍັງແຕ່ເສົາຂວັນຫັ່ນ, ສ່ວນຫຼາຍກະ ມັນຂຶ້ນໄປແລ້ວ ປະມານ 100 ປາຍພຸ້ນແຫຼະຂຶ້ນເປັນຫຼັງຫັ່ນ, ແຕ່ວ່າມັນບໍ່ແລ້ວ.”

ຊາວບ້ານຜູ້ນີ້ເວົ້າວ່າ ເຮືອນຂອງຕົນ ເລີ່ມກໍ່ສ້າງມາແຕ່ເດືອນ 7 ປີກາຍ, ມາຮອດປັດຈຸບັນ ກໍຍັງບໍ່ໄປໃສ-ມາໃສປານນີ້ ແລະ ອີກຢ່າງນຶ່ງ ອຸປກອນກໍ່ສ້າງ ກໍຂາດເຂີນ:

“ແຕ່ເດືອນ 7 ພຸ້ນໃດ໋ ຫັ່ນແຫຼະ ຍັງບໍ່ທັນເປັນໄປ ເປັນມາຢູ່ ຫາກະລັງໂບກຢູ່ ທາງໃນ ອັນນີ້ຫ່ັນ, ຊ້າຍ້ອນເຄື່ອງບໍ່ມີ ເຮືອນແມ່ນິ່ ຊາເບ່ິງ, ຈັກແຫຼະເຮືອນອື່ນນິ່ ກັມມະກອນນິ່ມີຢູ່ ຊ່າງນີ້ມີຢູ່ ອຸປກອນບໍ່ມີ, ເປັນແຮ່ ເປັນຊາຍບໍ່ມີ, ລາງເທື່ອກະເປັນທິດພຸ້ນ ຊາຍບໍ່ມີ ລາງເທື່ອກະປູນນີ້ 3 ມື້ ຈັ່ງມາກະມີ, ດຽວນີ້ແຮ່ງຮ້າຍ ເພິ່ນເບີກຫັ່ນ ບໍ່ໃຫ້ຫຼາຍ, ໃຫ້ແຕ່ໄປເບີກ ເບີກ 10 ສອບ, ເພິ່ນໃຫ້ 5 ສອບ ມາປູນນະ, 5 ສອບ ເຂົາກະເຮັດມື້ດຽວ ກະແລ້ວແຫຼະ, ກະເບີກໃໝ່ອີກ ຊໍ່າເພິ່ນຊິໄດ້ອີກ.”

ກ່ຽວກັບເຣື່ອງທີ່ວ່ານີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ຈຸດດອນບົກ ຊຶ່ງບ້ານເດີມ ແມ່ນບ້ານ ທ່າແສງຈັນ ທ່ານກ່າວ ກ່ຽວກັບເຣື່ອງການກໍ່ສ້າງ ເຮືອນ ຖາວອນນັ້ນວ່າ ຢູ່ບ້ານນີ້ ມີເຮືອນຖາວອນທັງໝົດ 77 ຫຼັງ ໃນນັ້ນ 73 ຍັງບໍ່ມີເປີເຊັນ ຄວາມຄືບໜ້າແນວໃດເລີຍ:

“ໂອ້ຍ! ລູກເອີ່ຍ ມັນບໍ່ມີເປີເຊັນ, ເຂົາຕັ້ງເສົາຂວັນຊື່ໆນະ ກັບເຂົາຖອກຕໍມໍທໍ່ນັ້ນ, ອັນເຮືອນໃຫຍ່ຖາວອນ ເຮືອນໃຫຍ່ໆຫັ່ນ ມັນຖືກ 73 ຫຼັງ, ພວກທີ່ກໍ່ສ້າງຢູ່ຫັ່ນ ມີແຕ່ມຸງ ມຸງກະບໍ່ແລ້ວ, ກໍ່ໆກະບໍ່ແລ້ວ ຍັງປະຈັ່ງຊັ້ນແຫຼະ ກັມມະກອກ ກັມມະກອນຫັ່ນໄປເໝິດລະ ບໍ່ເຫັນຜູ້ໃດຊິມາເຮັດ.”

ໃນມື້ວັນທີ 8 ກຸມພາ ນີ້ ວິທຍຸເອເຊັຽເສຣີ ກໍໄດ້ມີໂອກາດໂອ້ລົມນໍາປະຊາຊົນ ຢູ່ຈຸດປິ່ນດົງ ຊຶ່ງບ້ານເດີມ ແມ່ນບ້ານສະມ່ອງໃຕ້ ປະຊາຊົນຜູ້ນີ້ເວົ້າວ່າ: ຕົນແລະຊາວບ້ານຄົນອື່ນໆ ໄດ້ເຊັນຮັບເອົາເຮືອນຖາວອນ ແຕ່ປີກາຍ, ແຕ່ມາຮອດປັດຈຸບັນກໍຍັງບໍ່ຮູ້ເທື່ອ ວ່າເຮືອນຂອງພວກຕົນນັ້ນ ຕັ້ງຢູ່ຈຸດໃດ ຂອງບ້ານປິ່ນດົງ:

“ແມ່ໄດ້ເຊັນຮັບເອົາແລ້ວເຮືອນ, ແຕ່ວ່າ ບ່ອນຊິຢູ່ຫັ່ນ ແມ່ນບ້ານປິ່ນດົງ ຈັກຊິວ່າຢູ່ແຖວໃດ, ບໍ່ທັນຮູ້ ເພາະວ່າ ບໍ່ທັນມີບ່ອນ ບຸກເບີກນ່າດຽວນີ້ນິ່, ບໍ່ທັນໄດ້ບຸກເບີກວ່າ ຊິເອົາພວກ ແມ່ນີ່ ຢູ່ຖາວອນບ່ອນໃດ, ຮູ້ແຕ່ວ່າບ້ານປິ່ນດົງ, ແຕ່ເຮືອນບໍ່ທັນໄດ້ເຮັດໃຫ້.”

ເຈົ້າໜ້າທີ່ ກ່ຽວຂ້ອງ ໃນແຂວງອັດຕະປື ທ່ານດຽວກັນນີ້ ກ່າວຕື່ມວ່າ ພາຍໃນເດືອນກຸມພາ ແລະ ເດືອນເມສາ ປີນີ້, ທາງການ ແຂວງອັດຕະປື ແລະ ບໍຣິສັດ ວັນແສງ ອັດຕະປື ກໍ່ສ້າງ ແລະ ສ້ອມແປງ ເຄຫະສະຖານ ມີແຜນຈະມອບເຮືອນຖາວອນ ຈໍານວນ 400 ປາຍຫຼັງ ໃຫ້ກັບຜູ້ປະສົບພັຍ ເຂື່ອນແຕກ, ດັ່ງທ່ານກ່າວວ່າ:

“ພວກເຮົາສິມອບ 400 ຫຼັງ ພາຍໃນປີໃໝ່ລາວນີ້, ເຮົາມີແຜນມອບ ພາຍໃນເດືອນ 2 ນິ່ 200 ຫຼັງ, ຊິມອບພາຍໃນປີໃໝ່ລາວ ອີກ 200 ຫຼັງ ເປັນ 400 ປາຍໜ້ອຍນຶ່ງ ນີ້ແຫຼະ ລວມໝົດສອງເທື່ອ ຮອບນີ້.”

ກ່ຽວກັບເຮືອນຖາວອນ ຈໍານວນ 440 ຫຼັງ ທີ່ຈະມອບໃຫ້ ຜູ້ປະສົບພັຍເຂື່ອນແຕກ ພາຍໃນເດືອນ ກຸມພາ ແລະ ເດືອນເມສານີ້ ນັ້ນ, ຍານາງ ວັນແສງ ສີສົງຄາມ ອໍານວຍການ ບໍຣິສັດ ວັນແສງ ອັດຕະປືກໍ່ສ້າງ ແລະ ສ້ອມແປງ ເຄຫະສະຖານ ກ່າວຕໍ່ວິທຍຸເອເຊັຽ ເສຣີ ເມື່ອວັນທີ 1 ກຸມພາ ຜ່ານມາ ນີ້ວ່າ:

“440 ຫຼັງ, ທີ່ວ່າ ເຮົາຂຶ້ນຕັ້ງແຕ່ເດືອນ 7 ຫັ່ນນ່າ ພາຍໃນກ່ອນເຂົ້າພັນສານິ່ ໄດ້ຮັບປາກ ກັບຮອງນາຍົກເນາະ, ຮອງນາຍົກ ເພິ່ນກະມາເບິ່ງມາກວດ ວ່າປານໃດຊິແລ້ວ ກະໄດ້ຮັບ ປາກ ເພິ່ນວ່າ ຖ້າບໍ່ມີຫຍັງ ກ່ອນກຸດສົງການນີ້ ເດືອນ 4 ເດືອນ5 ໂຕ 440 ຫຼັງນິ່ ເຮົາຈະມອບເໝິດ, ໂຕອື່ນຫັ່ນດຽວນີ້ ກະຍັງບໍ່ໄດ້ຂຶ້ນ ຍ້ອນເພິ່ນເຄັຽດິນໃຫ້ເຮົາບໍ່ໄດ້ ບໍ່ແມ່ນບໍຣິສັດ ຍັງອີກ 200 ທໍ່ໃດຫຼັງ ຫ່ັນນ່າ ເພາະວ່າ ເພິ່ນບໍ່ໄດ້ສົ່ງພື້ນທີ່ໃຫ້ເຮົາ, ເພິ່ນກໍາລັງເຄັຽຢູ່, ດຽວນີ້ ເຂົາກໍລັງເກັບກູ້ຜົລປູກຢູ່ເນາະ, ຫຼັງຈາກເກັບກູ້ແລ້ວ ເພິ່ນຈັ່ງຊິມາຕັດຕາຜ້າ, ມາເຮັດ ເປັນລ໋ອກ ເປັນລ໋ອກ ໃຫ້ເຮົາ.”

ແຕ່ປະຊາຊົນ ຜູ້ປະສົບພັຍ ເຂື່ອນແຕກ ຢູ່ຈຸດບ້ານດົງບາກໃໝ່ຫິນຄໍາ ຜູ້ດຽວກັນນີ້ ເວົ້າວ່າ ປີໃໝ່ລາວນີ້ ຄົງບໍ່ໄດ້ຂຶ້ນດອກ ເພາະ ເຮືອນຫຼາຍຫຼັງ ມັັນຍັງບໍ່ທັນແລ້ວ:

“ໂອ້ຍ! ສາທຸຖ້ອນ, ຍັງເຫີງ ຈ້າງແນ່ກະບໍ່ແລ້ວ ຄັນແລ້ວກະດີຫັ່ນແຫຼະ, ແມ່ແຫ່ງຢາກໄປ ເຮືອນແມ່ນີ້ຍັງເຫີງ, ເຮືອນຄົນອື່ນ ກະຍັງເຫີງ ຄືກັນຫັ້ນແຫຼະ, ເຮືອນຫຼັງອື່ນກະບໍ່ໄດ້ ຂຶ້ນດອກ ອັນເດືອນ 4 ເດືອນ 5 ໂອ້ຍໆບໍ່ແລ້ວ ບໍ່ແລ້ວ ບໍ່ແລ້ວຄັນບ້ານໃໝ່ນິ່ ບໍ່ແລ້ວດອກລູກ ບໍ່ແລ້ວ 168 ຫຼັງ.”

ໃນຂນະດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ຈຸດດອນບົກ ທ່ານດຽວກັນນີ້ ກໍເວົ້າວ່າ ຕາມແຜນຂອງເພິ່ນ ແມ່ນຈະໃຫ້ປະຊາຊົນໄດ້ ຍ້າຍອອກຈາກເຮືອນຊົ່ວຄາວ ໄປຢູ່ເຮືອນຖາວອນ ໃນປີໃໝ່ລາວນີ້ ແຕ່ຄົງຊິເປັນໄປໄດ້ຍາກ, ດັ່ງທ່ານກ່າວວ່າ:

“ເພິ່ນວ່າໃຫ້ມັນທັນ ປີໃໝ່ລາວນິ່ແຫຼະ ບຸນສົງການບຸນປີໃໝ່ລາວນີ້ ເພິ່ນວ່ານະ, ຫາກມາເບິ່ງນິ່ ລູກເອີ່ຍ ກະບໍ່ຄອງດອກ ຕາມແຜນຫັ່ນແນວນັ້ນແຫຼະ ຕາມເພິ່ນກະຫັ່ນ.”

ເຖິງແນວໃດກໍຕາມ ຕາມທີ່ວິທຍຸເອເຊັຽເສຣີ ໄດ້ໂອ້ລົມນໍາປະຊາຊົນ ຜູ້ສົບພັຍເຂື່ອນແຕກ ຫຼາຍຄົນ ແລ້ວແມ່ນວ່າພວກເຂົາເຈົ້າ ຢາກຮຽກຮ້ອງໃຫ້ທາງການລາວ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເອົາໃຈໃສ່ເລັ່ງກໍ່ສ້າງເຮືອນຖາວອນທັງໝົດ ໃຫ້ແລ້ວຕາມສັນຍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.