ຄົນງານເຖື່ອນ ຂ.ສາຣະວັນ

ອະວາຣີ
2016.03.15
F-Saravanh ເສັ້ນທາງຫລັກ ເຂົ້າສູ່ ແຂວງລະຣະວັນ
Wikipedia

ໂຮງງານ ຫຼາຍແຫ່ງ ໃນ ແຂວງ ສາຣະວັນ ຈ້າງ ຄົນງານ ວຽດນາມ ທີ່ ຜິດກົດໝາຍ ບໍ່ມີ ໃບ ອະນຸຍາດ ເຮັດວຽກ. ເວລາ ເຈົ້າໜ້າທີ່ ອອກໄປກວດ ທາງເຈົ້າຂອງ ໂຮງງານ ກໍປິດບັງ ເອົາ ຄົນງານເຖື່ອນ ໄປໄວ້ ບ່ອນອື່ນ. ດັ່ງ ເຈົ້າໜ້າທີ່ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ແຂວງ ສາຣະວັນ ທ່ານນຶ່ງ ເວົ້າເມື່ອ ວັນທີ 14 ເດືອນ ມິນາ ນີ້ວ່າ:

“ສະເພາະ ປີນີ້ຫຼາຍ ແຫຼະ ສະເພາະ ແຮງງານວຽດ ສ່ວນຫຼາຍ ຈຳພວກ ໂຮງງານ ນີ້ ເຂົາແຮງເອົາ ລັກລອບ ເຂົ້າມາ ເຮົາກະບໍ່ຮູ້ ຫັ່ນນະ ແຕ່ວ່າໄດ້ ເຂົ້າໄປເຫັນ ໂຕຈິງ ມີຢູ່ 5-6 ຄົນ ຊ່ຳນັ້ນນະ ໂຕຈິງເຂົາ ກະສິຫຼາຍ ກວ່ານັ້ນ ເຂົາ ກະຮູ້ວ່າ ເຂົາຜິດ ກົດໝາຍ ເຂົາກະບໍ່ໃຫ້ ເຮົາກວດ.”

ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ວ່າ ເວລາ ລົງໄປ ກວດກາ ຕາມໂຮງຈັກ ໂຮງງານ ເຈົ້າໜ້າທີ່ ກໍເຫັນ ແຕ່ຄົນງານ ວຽດນາມ ທີ່ມີ ໃບອະນຸຍາດ ເຮັດວຽກ ຫລື ທີ່ເປັນຄົນງານ ຖືກຕ້ອງ ຕາມກົດໝາຍ ເທົ່ານັ້ນ; ສ່ວນຄົນງານ ທີ່ ຜິດກົດໝາຍ ນັ້ນ ກໍພາກັນ ໄປລີ້ ຢູ່ບ່ອນອື່ນ ຊົ່ວຄາວ.

ຄົນງານ ວຽດນາມ ທີ່ ຜິດກົດໝາຍ ສ່ວນຫຼາຍ ເຂົ້າມາລາວ ໂດຍສະເພາະ ຢູ່ແຂວງ ສາຣະວັນ ແມ່ນ ຊາວວຽດນາມ ທີ່ເຂົ້າມາ ໃນນາມ ນັກທ່ອງທ່ຽວ ຫລື ເຂົ້າມາ ຢ້ຽມຢາມ ພີ່ນ້ອງ; ເມື່ືອເຂົ້າມາແລ້ວ ບໍ່ດົນ ພວກເຂົາ ກໍໄປສມັກ ເຮັດວຽກ ຕາມ ສະຖານທີ່ ຕ່າງໆ.

ຕໍ່ຄຳຖາມ ທີ່ວ່າ ປັດຈຸບັນ ມີຄົນງານ ວຽດນາມ ທີ່ ຜິດກົດໝາຍ ຢູ່ແຂວງ ສາຣະວັນ ຫຼາຍເທົ່າໃດ? ເຈົ້າໜ້າທີ່ ທ່ານນີ້ ຕອບວ່າ ຍັງບໍ່ຮູ້ ຈຳນວນ ທີ່ແນ່ນອນ; ໃນຂນະນີ້ ຫ້ອງການແຂວງ ກຳລັງ ສຳຣວດ ກວດກາ ຄົນງານວຽດນາມ ຢູ່ແຕ່ລະ ເມືອງ, ຫາກຜູ້ໃດ ຜິດກົດໝາຍ ກໍຈະຖືກ ສົ່ງກັບ ປະເທດ ຫຼື ຖ້າພວກກ່ຽວ ຢາກເຮັດວຽກ ຢູ່ໃນ ລາວ ອີກກໍຕ້ອງ ໃຫ້ຂໍ ອະນຸຍາດ ຢ່າງຖືກຕ້ອງ ຕາມກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.