ຊາວເມືອງໄຊເສດຖາຖືກຜົນ ກະທົບ

ສິດນີ
2016.03.27
F-land ທີ່ດິນຂອງຊາວບ້ານ ປະກາດຂາຍ
RFA/LX

ການສ້າງສາ ເຂດ ເສຖກິຈ ພິເສດ ໄຊເສດຖາ ຢູ່ ນະຄອນຫຼວງ ວຽງຈັນ ສົ່ງຜົລກະທົບ ຕໍ່ຊາວບ້ານ ຫຼາຍຄອບຄົວ ຊຶ່ງ ປັດຈຸບັນ ສ້າງໄປແລ້ວ 80 ສ່ວນຮ້ອຍ ໂດຍ ການລົງທຶນ ສ່ວນໃຫຍ່ ຂອງເຂດນີ້ ແມ່ນ ໂຮງງານ ອຸດສາຫະກັມ ຂອງຈີນ ເປັນ ອັນດັບນຶ່ງ ຮອງລົງມາ ແມ່ນ ໄທແລະລາວ. ດັ່ງ ເຈົ້າຫນ້າທີ່ ກ່ຽວຂ້ອງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 24 ມິນາ ນີ້ວ່າ:

"ມີຫຼາຍແລ້ວໃດ ກະປະມານ ເຈັດສິບ ແປດສິບ ເປີເຊັນ ເພາະຂະເຈົ້າ ກຳລັງກໍ່ສ້າງ ຂະເຈົ້າ ກະກໍ່ສ້າງ ໃກ້ຊິແລ້ວ ລະນະ ໂຮງຈັກ ໂຮງງານ ນີ້ແຫຼະ ເຂດ ອຸດສາຫະກັມ".

ທ່ານກ່າວຕື່ມວ່າ ໃນເຂດດັ່ງກ່າວ ມີການສ້າງ ໂຮງງານ ຂອງ 19 ບໍຣິສັດ ຈາກ ທັງຫມົດ 23 ບໍຣິສັດ ທີ່ມາຈົດ ທະບຽນ ໂດຍມີມູນຄ່າ ການລົງທຶນ ຕາມສັນຍາ 300 ລ້ານ ໂດລາ ຄາດວ່າ ຫຼາຍໂຮງງານ ທີ່ກຳລັງ ສ້າງຢູ່ ຈະສຳເຣັດ ແລະເປີດໃຊ້ ທ້າຍປີນີ້. ທ່ານວ່າ ເຂດນີ້ ຍັງສາມາດ ເປີດຮັບ ຜູ້ລົງທຶນ ໄດ້ເພີ້ມອີກ ຫຼາຍ ບໍຣິສັດ ເພາະຍັງມີ ພື້ນທີ່ ເຫຼືອຢູ່ ຫຼາຍເຮັກຕາ ຊຶ່ງ ໃນເວລານີ້ ກໍມີ ຜູ້ສົນໃຈ ຈາກ ຫຼາຍປະເທດ ເຂົ້າມາເບິ່ງ ແລະ ສຳຣວດເນື້ອທີ່ ຢູ່ເລື້ອຍໆ.

ເຂດເສຖກິຈພິເສດ ໄຊເສດຖາ ເລີ້ມຕົ້ນ ສ້າງເມື່ອ ເດືອນ ພຶສຈິກາ ປີ 2010 ໃນເນື້ອທີ່ 1,149 ເຮັກຕາ ໃນເປົ້າຫມາຍ ເພື່ອເຮັດໃຫ້ ເປັນເຂດ ອຸດສາຫະກັມ ທັງດ້ານ ການກະເສດ ແລະ ອຸດສາຫະກັມເບົາ ເພື່ອສົ່ງອອກ ຮວມທັງ ເປັນເຂດ ອາສັຍ ຂອງຊາວ ຕ່າງຊາດ ຊຶ່ງ ມີທັງບ່ອນ ທ່ອງທ່ຽວ ການ ບໍຣິການ ແລະ ສູນກາງ ການຂົນສົ່ງ ໄວ້ຮອງຮັບ ນັກທ່ອງທ່ຽວ ໃນ ອະນາຄົດ.

ໃນປີຜ່ານມາ ມີຂ່າວຈາກ ປະຊາຊົນ ເມືອງ ໄຊເສດຖາ ວ່າ ນັບຕັ້ງແຕ່ ເຂດນີ້ ຖືກສ້າງຂຶ້ນ ກໍໄດ້ສົ່ງ ຜົລກະທົບ ໃຫ້ ປະຊາຊົນ ທ້ອງຖິ່ນ, ຫຼາຍຄອບຄົວ ໄດ້ພາກັນ ປະກາດ ຂາຍທີ່ດິນ ໃນຣາຄາສູງ ເຖີງ 300 ໂດລາ ຕໍ່ ຕາຕຣາງແມັດ ເພາະ ເຊື່ອວ່າ ນັກລົງທຶນ ຕ່າງຊາດ ຈະສົນໃຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.