ບໍຣິສັດຂຸດທອງຂໍໃຫ້ 10 ຄອບຄົວ ຍ້າຍອອກ

ໄຊຍາ
2020.01.14
F-sepon-copper ການຂຸດຄົ້ນ ບໍ່ຄໍາ-ທອງ ຢູ່ເຊໂປນ ເມືອງວິລະບູລີ ແຂວງສວັນນະເຂດ
Public Domain

ບໍຣິສັດຂຸດຄົ້ນແຮ່ຄຳ ຊີເຟີງຂອງຈີນ ຢູ່ເຂດບ້ານໂນນສົມບູນ ເມືອງເຊໂປນ ແຂວງສວັນນະເຂດ ຕ້ອງການໃຫ້ປະຊາຊົນ 10 ປາຍຄອບຄົວ ໂຍກຍ້າຍອອກຈາກບ້ານໂນນສົມບູນ ພາຍໃນປີ 2020. ດັ່ງ ອໍານາດການປົກຄອງທ້ອງຖິ່ນ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 14 ມົກກະຣາ ວ່າ; ບ່ອນທີ່ໃຫ້ໄປຢູ່ມັນໄກ ໂຕເມືອງ ແລະ ນາຍບ້ານບໍ່ໃຫ້ຍ້າຍຍ້ອນ ວ່າຍ້າຍພຽງ 10 ຄອບຄົວ.

"ບໍຣິສັດ ຊີເຟີງ ມັນເປັນບໍຣິສັດຈີນ ເຂົາໃຫ້ໂຍກຍ້າຍປະມານ 10 ຫຼັງຄາເຮືອນ ຍ້າຍອອກຈາກບ່ອນນີ້ນ່າ ມັນໃຫ້ຍ້າຍໄປຢູ່ບ່ອນອື່ນເຂົາ ໃຫ້ຍ້າຍປີ 2020 ນີ້ແຫຼະໄປຢູ່ພຸ້ນທາງເລກ 9 ພຸ້ນແຫຼະ ຢູ່ໄກໂຕເມືອງ ພໍ່ບ້ານເພິ່ນບໍ່ໃຫ້ ໂຍກຍ້າຍ, ໂຍກຍ້າຍດ້າມນ້ອຍ ຄັນໂຍກຍ້າຍ ເບີດບ້ານໄຄແດ່ ແຕ່ຍ້າຍມາຍ້າຍນໍ້ານ້ອຍ ໄປຢູ່ນໍ້າໃຫຍ່."

ທ່ານໄດ້ກ່າວຕື່ມວ່າ ເຮືອນຈຳນວນ 10 ປາຍຫຼັງນີ້ ຢູ່ຮ່າງຈາກບໍ່ຄຳ ພຽງແຕ່ 200-300 ແມັດ ເທົ່ານັ້ນ. ກ່ອນໜ້ານັ້ນທາງບໍຣິສັດໄດ້ລົງມາ ເຈຣະຈາກັບນາຍບ້ານແລ້ວ ແຕ່ປະຊາຊົນບໍ່ຍອມ ຍ້ອນວ່າໄດ້ອາສັຍຢູ່ນີ້ ທໍາມາຫາກິນມາເປັນເວລາຫຼາຍປີແລ້ວ ພ້ອມນີ້ຈຸດທີ່ໃຫ້ຍ້າຍໄປນັ້ນ ມັນຢູ່ໄກຈາກໂຕເມືອງ. ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ ຫ້ອງການປົກຄອງເມືອງ ໄດ້ຊີ້ແຈງວ່າບັນຫານີ້ ມີແທ້ແຕ່ໄດ້ແກ້ໄປແລ້ວ ຕອນນີ້ກຳລັງ ຊອກດິນໃກ້ໆ ທີ່ມີຊຸມຊົນໃຫ້ປະຊາຊົນຍ້າຍໄປຢຸູ່.

"ຖືວ່າເປັນເອກກະພາບກັນແລ້ວ ແຕ່ວ່າຢູ່ໃນ 10 ປາຍຄອບຄົວ ເປັນຂໍ້ຂັດແຍ່ງແຕ່ກ່ອນຊື່ໆ. ເຂົາເອກກະພາບແລ້ວ ພວກເຮົາໄດ້ອົບຮົມໄດ້ ປະຊຸມ ຖືວ່າເອກກະພາບມີແຕ່ວ່າເພິ່ນຖ້າ ທາງເມືອງເຮົ າລົງໄປຈັດສັນໃຫ້ເຂົາເຈົ້າ ແລະແບ່ງເປັນອັນນັ້ນ ໃຫ້ຂະເຈົ້າ ຄອບຄົວລະເຮັດຕ້າ ໂຕຢ່າງນ່າເນາະບໍ່ໄດ້ໂຍກຍ້າຍໄປໄກດອກ."

ບໍຣິສັດ ຊີເຝີງ ຂອງຈີນ ເປັນບໍຣິສັດທີ່ ຮັບສັມປະທານ ຕໍ່ຈາກບໍຣສັດ ລ້ານຊ້າງ ມີເນໂຣ ເພື່ອຂຸດແຮ່ທອງ ເມື່ອປີ 2019 ປັດຈຸບັນຍັງດຳ ເນີນການຂຸດແຮ່ທອງຢູ່ ອີງຕາມແຫຼ່ງຂ່່າວໃນລາວ ຣາຍງານເມື່ອປີກາຍວ່າ ບໍ່ຄຳເຊໂປນ ປັດຈຸບັນແຮ່ຄຳໝົດແລ້ວ ຍັງເຫຼືອແຕ່ແຮ່ທອງ ທີ່ ບໍຣິສັດ ຊີເຝີງຂອງຈີນ ກຳລັງຂຸດຄົ້ນໃນປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.