ບໍ່ຄໍາເຊໂປນຕັດຄົນງານ ລາວ
2014.01.26
ເຈົ້າໜ້າທີ່ ບໍຣິສັດ Lanexang Mineral ກ່າວໃນວັນທີ 24 ມົກຣາ 2014 ວ່າ ບໍຣິສັດໄດ້ຕັດພະນັກງານ ຢູ່ບໍ່ຂຸດຄໍາ ເຊໂປນ ເມືອງ ວິລະບູຣີ ແຂວງ ສວັນນະເຂດ ອອກປະມານ 400 ຄົນ ຈາກທີ່ມີຢູ່ ປະມານ 4 ພັນຄົນ ໃນອາທິດ ຜ່ານມາ ພ້ອມທັງໃຫ້ ຄ່າຊົດເຊີຍ. ການຕັດພະນັກງານອອກນັ້ນ ເປັນໄປຕາມແຜນການ ຂອງບໍຣິສັດ ທີ່ມີມາຕັ້ງແຕ່ ທ້າຍປີກາຍ ເພາະການຂຸດຄົ້ນຄໍາ ໄດ້ຍຸຕິລົງແລ້ວ.
ພະນັກງານ ທີ່ຖືກຕັດອອກນັ້ນ ມີທັງຜູ້ເຮັດວຽກ ຂຸດຄົ້ນຄໍາ ຜູ້ທີ່ເຮັດວຽກ ຢູ່ໃນ ໂຮງງານຜລິດຄໍາ ຜູ້ເຮັດວຽກ ຢູ່ພາກສນາມ ຜແນກ ບໍ່ແຮ່ ແລະຜແນກຊຸມຊົນ ຊຶ່ງທາງບໍຣິສັດ ໄດ້ພິຈາຣະນາ ຄັດເລືອກ ເອົາພະນັກງານ ທີ່ມີໜ້າທີ່ຊໍ້າກັນ ຜູ້ທີ່ມີຄວາມສໍາຄັນ ກໍໃຫ້ຢູ່ຕໍ່ໄປ.
ທ່ານກ່າວອີກວ່າ ພະນັກງານ ທີ່ອອກໄປນັ້ນ ສ່ວນໃຫຍ່ ແມ່ນຄົນທ້ອງຖີ່ນ ເມືອງວິລະຍູຣີ ສ່ວນທີ່ເຫລືອ ມາຈາກເຂດອື່ນ ແລະແຂວງ ໃກ້ຄຽງ. ຖ້າຜູ້ທີ່ອອກໄປແລ້ວ ບໍ່ຮູ້ວ່າຈະໄປຫາວຽກ ເຮັດຢູ່ໃສນັ້ນ ທາງບໍຣິສັດກໍຈະຊ່ວຍ ຊອກຫາວຽກໃຫ້ຫາກມີເງື່ອນໄຂ. ສ່ວນເຣື່ອງ ທີ່ວ່າ ຕໍ່ໄປຫາກທາງບໍຣິສັດ ເລີ່ມຂຸດຄົ້ນຄໍາພຸພັງ ຫລື ຄໍາຂາວນັ້ນ ຈະຮຽກພະນັກງານເກົ່າຄືນ ຫລືບໍ່ ນັ້ນ ກໍຍັງບໍ່ແນ່ເທື່ອ.
ເຈົ້າໜ້າທີ່ ບໍຣິສັດລ້ານຊ້າງ ມິນເນີໂຣລ ກ່າວໃນຕອນທ້າຍວ່າ ທາງບໍຣິສັດ ມີສວັດດີການ ໃຫ້ພະນັກງານ ບໍ່ຄໍາເຊໂປນ ເປັນຕົ້ນບ່ອນ ພັກເຊົາ ອາຫານ ມີລົດຮັບສົ່ງຕລອດ ຊຶ່ງຜູ້ທີ່ຖືກຕັດອອກ ນັ້ນ ຕ່າງກໍເຂົ້າໃຈ ເຖິງຄວາມຈໍາເປັນ ຂອງບໍຣິສັດ ທີ່ຕ້ອງຫລຸດຜ່ອນຄ່າໃຊ້ ຈ່າຍລົງ. ເມື່ອທ້າຍປີກາຍ ທາງບໍຣິສັດ ກໍໄດ້ເອົາເຈົ້າໜ້າທີ່ ຕ່າງປະເທດ ອອກຈໍານວນນຶ່ງ ສ່ວນໃຫ່ຍກໍແມ່ນ ຝ່າຍວິຊາການ.