6 ປະເທດແມ່ນໍ້າຂອງຮ່ວມມື ພັທນາ

ຈໍາປາທອງ
2014.12.22
F-LI ນາຍົກຣັຖມົນຕຣີ ສປຈີນ ທ່ານ Li Keqiang ໃນວັນເດີນທາງ ໄປເຖິງ ບາງກອກ ປະເທດໄທ ວັນທີ 19 ທັນວາ 2014.
Xinhua/Rao Aimin

 

ໃນ ກອງປະຊຸມ ສຸດຍອດ ຄັ້ງທີ 5 ກ່ຽວກັບ ການ ຮ່ວມມື ດ້ານ ເສຖກິດ ໃນ ອະນຸ ພູມີພາກ ລຸ່ມ ແມ່ນໍ້າຂອງ ທີ່ ບາງກອກ ປະເທສໄທ ໃນ ວັນທີ 20 ທັນວາ 2014. ທັງ 6 ປະເທດ: ລາວ, ໄທ, ກໍາພູຊາ, ພະມ້າ, ວຽດນາມ ແລະ ຈີນ ສໍາເຣັດ ການ ອອກແຜນ ດໍາເນີນ ງານ ຂອງ ຂອບການ ລົງທຶນ ໃນ ພູມີພາກ ແລະ ຮັບຮອງ ເອົາ ເພື່ອ ນໍາແຜນການ ນີ້ ໄປ ສູ່ການ ປະຕິບັດ.

ຕໍ່ ທີ່ ປະຊຸມ ທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຣີ ສປປ ລາວ ໄດ້ ກ່າວວ່າ ລາວ ຈະຮ່ວມ ຊຸກຍູ້ ໃຫ້ເກີດການ ຮວມຕົວ ກັນ ແລະ ຈະອໍານວຍ ຄວາມ ສະດວກ ທາງດ້ານ ການຄ້າ ໃນກຸ່ມ ປະເທສ ລຸ່ມ ແມ່ນໍ້າຂອງ ຕໍ່ໄປ ເພື່ອເພີ້ມ ຄວາມ ສາມາດ ໃນ ການ ແຂ່ງຂັນ.

ທ່ານ ຮຸນ ເຊນ ນາຍົກ ຣັຖມົນຕຣີ ກໍາພູຊາ ເວົ້າວ່າ ປະເທສ ໃນ ກຸ່ມ ລຸ່ມ ແມ່ນໍ້າຂອງ ຄວນທີ່ຈະ ເຮັດແຜນ ກ່ຽວກັບ ຂໍ້ຕົກລົງ ເຣຶ່ອງ ການ ກໍ່ສ້າງ ການ ເຊື່ອມໂຍງ ຕໍ່ກັນ ຢ່າງ ໄວວາ ອັນຈະຊ່ວຍ ຊຸກຍູ້ ໃນເຣຶ່ອງ ໂຄງສ້າງ ພື້ນຖານ ຮວມທັງ ມີຣະບຽບ ການຄ້າ ຂອງ ອະນຸ ພູມີພາກ ທີ່ ສາມາດ ໃຊ້ ປໂຍດ ຈາກແຜນ ດັ່ງກ່າວ ໄດ້ສູງສູດ.

ທ່ານ ຫວຽນ ເຕິນ ຢຸງ ນາຍົກ ຣັຖມົນຕຣີ ວຽດນາມ ກໍວ່າ ການ ຮວມຕົວ ກັນ ໃນກຸ່ມ ປະເທສ ລຸ່ມ ແມ່ນໍ້າຂອງ ປະສົບ ຄວາມ ສໍາເຣັດ ດີທີ່ສຸດ ໃນ 2 ທົສວັດ ທີ່ ຜ່ານມາ. ຢ່າງໃດ ກໍຕາມ ສິ່ງ ທີ່ຈະເຮັດ ໃຫ້ກຸ່ມ ປະເທສ ທີ່ວ່ານີ້ ບັນລຸ ເປົ້າໝາຍໄດ້ ຄືການ ຮ່ວມມື ກັນ ພັທນາ ຊັພຍາກອນ ມະນຸດ, ເສຖກິດ ແລະ ສິ່ງ ແວດລ້ອມ ຢ່າງ ສົມດຸນ ແລະ ສນັບສນູນ ໃຫ້ ກຸ່ມ ປະເທສ ລຸ່ມ ແມ່ນໍ້າຂອງ ນີ້ ສາມາດ ພັທນາ ເສຖກິດ ເປັນ ຮູບແບບ ການພັທນາ ສີຂຽວ ໄດ້.

ແຕ່ບັນຫາ ນີ້ກໍຍັງ ມີອຸປສັກ ສໍາຄັນ ຄືການທີ່ ແຕ່ລະ ປະເທສ ມີແຫລ່ງ ເງິນ ທຶນ ທີ່ຈໍາກັດ ໃນຂນະ ທີ່ ຫລາຍ ໂຄງການ ຕ້ອງການ ການລົງທຶນ ຫລາຍ. ດັ່ງນັ້ນ ຈຶ່ງ ຈໍາເປັນ ຕ້ອງໄດ້ ຊອກຫາ ແຫຼ່ງທຶນ ທັງຈາກ ພາກເອກຊົນ ແລະ ຫຸ້ນສ່ວນ ພັທນາ ຊຶ່ງມີທັງ ເງິນທຶນ ແລະ ຄວາມ ຊ່ຽວຊານ ໃນ ການລົງທຶນ ຢູ່ ອະນຸ ພູມີພາກ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.