ຊາວບ້ານ ບໍ່ຮັບ ຄ່າຊົດເຊີຍ ຈາກທາງດ່ວນ

ມະ​ນີ​ຈັນ
2019.10.24
F-Vientiane-Vangvieng ຮູປຈໍາລອງ ໂຄງການເສັ້ນທາງສາຍດ່ວນ ຈາກ ນະຄອນຫຼວງວຽງຈັນ ຫາ ວັງວຽງ
Screen captured : Laos 360°C FB page

ຊາວເມືອງນາຊາຍທອງ ນະຄອນຫລວງວຽງຈັນ 60 ຄອບຄົວ ຍັງບໍ່ຍອມຮັບເອົາ ຄ່າຊົດເຊີຍ ຈາກໂຄງການ ສ້າງທາງດ່ວນ ນະຄອນຫລວງວຽງຈັນ ຫາເມືອງວັງວຽງ ແຂວງວຽງຈັນ ຍ້ອນໂຄງການ ສເນີໃຫ້ ພຽງ 50,000 ກີບ ຕໍ່ແມັດມົນທົນ ຊຶ່ງປະຊາຊົນ ເວົ້າວ່າ ໃຫ້ແບບ ບໍ່ສົມເຫດ ສົມຜົລ, ດັ່ງຊາວບ້ານ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງເວົ້າຕໍ່ ອາ​ຣ ແອັ​ຟ ເອ (RFA) ໃນມື້ວັນທີ 24 ຕຸລານີ້ ວ່າ:

“ທາງຂອງເຮົານີ໋ ມັນຖືກທາງຊອຍ ເພິ່ນໃຫ້ແມັດກາເຣນຶ່ງ 50 ພັນກີບ ແລ້ວບາດນີ້ມາ ກະຫລຸດລົງໄປ ເຮົາເຫັນວ່າ ຄັນວ່າ ຄຸນປໂຍດ ຂອງທາງດ່ວນ ມັນກະມີ ຫລາຍແຫລະ ເພື່ອສັງຄົມ ບາດນີ້ ມາເຫັນວ່າ ຣາຄາໂຕນີ້ ມັນຢາກຕໍ່າ ມັນກະນ່າຄວນ ສິພິຈາຣະນາ ຄືນໃໝ່.”

ທ່ານເວົ້າອີກວ່າ ຜູ້ມາລົງທຶນ ຄວນເຫັນໃຈ ຜູ້ທີ່ຖືກ ຜົລກະທົບ ຢ່າຄຶດເຫັນ ຜົລປໂຍດຫລາຍ ໂພດເກີນໄປ ຫັ້ນນ່າ. ສົມມຸດວ່າ ເອົາດິນເຂົາ ໄປແລ້ວ ເຮັດຈັ່ງໃດ ກໍຕ້ອງຫາດິນ ໃຫ້ເຂົາຄືນໃໝ່. ເຮືອນເຂົາ ຖືກທຳລາຍແລ້ວ ເຮັດຈັ່ງໃດ ຊິໃຫ້ເຂົາ ໄດ້ເຮືອນໃໝ່ ຫັ້ນນ່າ. ແນວທາງ ການລົງທຶນ ມັນຖືກຕ້ອງໝົດແລ້ວ ແຕ່ວ່າ ຜູ້ມາລົງທຶນ ຢ່າສວຍໃຊ້ ແນວທາງ ຂອງຣັຖບານ ເພື່ອສ້າງຮັ່ງຄູນມີ ໃຫ້ແກ່ຕົນເອງ ແລະ ເຮັດໃຫ້ ປະຊາຊົນ ໄດ້ຮັບຜົລກະທົບ ໂພດຫັ້ນ່າ.

ໃນຂະນະດຽວກັນ ຊາວບ້ານ ອີກຄົນນຶ່ງ ທີ່ບໍ່ປະສົງ ອອກຊື່ ແລະ ສຽງ ເວົ້າວ່າ ຫລັງຈາກ ທີ່ຕົນເອງ ບໍ່ຍອມຮັບເອົາ ຄ່າຊົດເຊີຍ ຕໍ່ານັ້ນແລ້ວ ກໍຖືກເຈົ້າໜ້າທີ່ ເອີ້ນໄປໂອ້ລົມ ຢູ່ຫ້ອງການປົກຄອງ ເມືອງນາຊາຍທອງ, ແລະ ຊີ້ແຈງວ່າ ບໍ່ສາມາດຂຶ້ນ ຄ່າຊົດເຊີຍນັ້ນ ໃຫ້ໄດ້, ຈະຕ້ອງຮັບເອົາ ຄ່າຊົດເຊີຍ ຈໍານວນ ທີ່ໄດ້ກໍານົດ ໃຫ້ນັ້ນ.

ນາງເວົ້າວ່າ ເຮົາໄປກັນ 3-4 ເທື່ອແລ້ວ ເຂົາກະເວົ້າ ຄືເກົ່າ ເພາະວ່າ ເຮົາບໍ່ເອົາ 50,000 ກີບ ຕໍ່ນຶ່ງແມັດກາເຣ ເຮົາສເນີ ເພິ່ນຂໍເພີ່ມເປັນ 150,000 ພັນກີບ ຕໍ່ນຶ່ງແມັດກາເຣ ເຈົ້າໜ້າທີ່ ກໍວ່າ ຈະຮັບເອົາຣາຄານີ້ ໄປສເນີ ຕໍ່ຂັ້ນເທິງກ່ອນ. ຄັນຂັ້ນເທິງ ອະນຸມັດ ກໍຈະຈ່າຍ ຕາມທີ່ສເນີມາ.

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບ ເຣື່ອງນີ້ ອາ​ຣ ແອັ​ຟ ເອ (RFA) ໄດ້ຕິດຕໍ່ ໄປຫາຫ້ອງການ ປົກຄອງ ເມືອງນາຊາຍທອງ ໄດ້ຮັບ ຄໍາຕອບ ຈາກເຈົ້າໜ້າທີ່ ກ່ຽວຂ້ອງ ວ່າ ປັດຈຸບັນ ກໍາລັງ ພິຈາຣະນາ ເຣື່ອງຄ່າ ຊົດເຊີຍ ໃຫ້ປະຊາຊົນ ນັ້ນຢູ່:

“ດຽວນີ້ ເພິ່ນຢາກຂຶ້ນ ອັນນັ້ນຊື່ໆ ເພິ່ນກະສິເອົາ ຫັ້ນແຫລະ ເພິ່ນຍັງ ບໍ່ທັນພິຈາຣະນາ ໃຫ້ເດີ ເຮົາຍັງ ປະຊຸມຢູ່.”

ເມື່ອເດືອນ ພຶສພາ ຜ່ານມາ ປະຊາຊົນ ບ້ານນາຊອນ ເມືອງນາຊາຍທອງ ຈໍານວນນຶ່ງ ໄດ້ພາກັນ ໄປໄລ່ ພະນັກງານ ຂອງໂຄງການສ້າງ ທາງດ່ວນ ທີ່ກໍາລັງ ບຸກເບີກ ທີ່ດິນ ຂອງພວກເຂົາເຈົ້າ ໂດຍບໍ່ໄດ້ ຮັບອະນຸຍາດ ຍ້ອນຍັງ ຕົກລົງກັນ ບໍ່ໄດ້ເຣື່ອງ ຄ່າຊົດເຊີຍ ກັບທາງໂຄງການ.

ເມື່ອບໍ່ດົນມານີ໋ ຊາວບ້ານອິໄລເໜືອ ເມືອງນາຊາຍທອງ ຈໍານວນ 22 ຄອບຄົວ ທີ່ໄດ້ຮັບ ຜົລກະທົບ ຄືກັນນັ້ນ ຫາກໍໄດ້ຮັບ ຄ່າຊົດເຊີຍ ແຕ່ເຈົ້າໜ້າທີ່ ບໍ່ໄດ້ໃຫ້ ຣາຍລະອຽດວ່າ ໃຫ້ຈໍານວນ ເທົ່າໃດ.

ໂຄງການ ສ້າງທາງ ດ່ວນນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ສ້າງຜົລກະທົບ ຕໍ່ປະຊາຊົນ ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ຈໍານວນ 65 ບ້ານ. ໂຄງການນີ້ ມີຄວາມຍາວ ທັງໝົດ ເກືອບ 110 ກິໂລແມັດ, ກວ້າງ 23 ແມັດ ມູລຄ່າ ການກໍ່ສ້າງ 1.3 ຕື້ ໂດລາສະຫະຣັດ, ຊຶ່ງລົງທຶນໂດຍ ບໍຣິສັດ ກໍ່ສ້າງແຂວງຢູນານ ຈຳກັດ ສປ ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.