ລາວກູ້ເງິນຈາກເກົາຫລີໃຕ້


2014.01.12
F-Lao-stock ຕລາຕຫລັກຊັພແຫ່ງທໍາອິດ ແລະແຫ່ງດຽວໃນ ສປປ ລາວ ທີ່ສນັບສນູນໂດຍ ເກົາຫລິໃຕ້
RFA

 

ທ່ານ ຫັນໂອສຸກ ຮອງຣັຖມົນຕຣີການຄັງ - ຮອງນາຍົກຣັຖມົນຕຣີເກົາຫລີໃຕ້ ຮ່ວມກັບຄູ່ຮ່ວມຕໍາແຫນ່ງ ສປປລາວ ໄດ້ລົງນາມບົດບັນທຶກ ຄວາມເຂົ້າໃຈໃນການໃຫ້ເງິນກູ້ແກ່ ສປປລາວ ຊື່ງເງິນກູ້ຈໍານວນດັ່ງກ່າວແມ່ນມາຈາກ ກອງທຶນ ເພື່ອພັທນາຂອງປະເທດເກົາຫລີໃຕ້ຈົນຮອດ ປີ 2017.

ໃນສັນຍາເງິນກູ້ ສອງປະເທດຈະໃຊ້ພັທນາໂຄງຮ່າງພື້ນຖານ ໃນຫມູ່ບ້ານທີ່ ແຂວງສວັນນະເຂດ ແລະ ສ້າງກໍາແພງກັ້ນຕະຫລີ່ງເຈືຶ່ອນຕາມ ແຄມຂອງທີ່ ແຂວງຈຳປາສັກ ນອກຈາກນັ້ນ ຍັງຈະໃຊ້ສ້າງຂົວແລະຖນົນຫົນທາງຫຼາຍແຫ່ງຮ່ວມທັງ ໂຄງການໃຫມ່ຫລາຍໂຄງການ.

ສອງຣັຖມົນຕຣີຍັງໄດ້ປຶກສາຫາລືກັນ ກ່ຽວກັບການອະນຸຍາດ ໃຫ້ບໍຣິສັດເກົາຫລີໃຕ້ ເຂົ້າມາຮ່ວມພັທນາຊັພຍາກອນທັມມະຊາດໃນລາວນໍາ ອີກແລະທັງສອງ ໄດ້ລົງນາມກ່ຽວກັບຄວາມຮ່ວມມືໃນຕລາດຫຸ້ນໃນລາວຮ່ວມທັງການລົງທຶນ ປະເພດອື່ນໆ ເກົາຫລີໃຕ້ຕັດສີນໃຈຊ່ອຍເຫຼືອ ສປປລາວ ບົນພື້ນຖານການ ຮ່ວມມື ໃນໂຄງການແລກປ່ຽນ ຄວາມຮູ້ ແລະປະສົພການ ຣະຫວ່າງກັນ.

ທ່ານ ຫັນໄດ້ມາຢ້ຽມຢາມລາວໃນແຜນການການຢ້ຽມຢາມສອງປະເທດເອເຊັຽ ຂອງທ່ານໃນເດືອນນີ້ ຄື ອິນເດັຽແລະສປປລາວ ທ່ານຈະກັບ ຄືນປະເທດ ໃນມື້ວັນອາທິດ. ເກົາຫລີໃຕ້ໄດ້ໃຫ້ການຊ່ອຍເຫລືຶອລາວ ມາຕຣອດໃນຣະຍະຫລັງໆ ມານີ້ ດັ່ງການສ້າງຕລາດຫລັກຊັພ ແລະ ການຮ່ວມຫຸ້ນໃນຕລາດຫລັກຊັພ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.