ມີຄໍາສັ່ງໃຫ້ກວດໄມ້ ຢູ່ດ່ານ ພູເກືອ

ມະນີຈັນ
2017.05.17
F-Logs ຂະບວນຣົດຂົນສົ່ງໄມ້ໄປ ວຽດນາມ ຕາມຖະໜົນເລຂ 9 ມຸ້ງໜ້າໄປຫາ ເຂດຊາຍແດນ ລາວບາວ ອີກປະມານ 100 ກິໂລແມັດ (ຮູປຖ່າຍໂດຍ ພົລເມືອງດີ ເມື່ອ 6 ເດືອນກ່ອນ)
Citizen Journalist

ອົງການກວດກາແຫ່ງຣັຖ ໄດ້ສັ່ງໃຫ້ກວດໄມ້ ຢູ່ດ່ານພູເກືອ ແຂວງອັດຕະປື ຫລັງຈາກ ມີຫາງສຽງວ່າ ມີຣົດຂົນໄມ້ຕັບ ຈໍານວນ 36 ຄັນ ກໍາລັງຂົນໄມ້ອອກໄປວຽດນາມ, ເຈົ້າໜ້າທີ່ກວດກາຣັຖ ຈາກສູນກາງ ທີ່ຂໍສງວນຊື່ກ່າວວ່າ ຄວາມຈິງແລ້ວ ການສັ່ງກວດໄມ້ນີ້ ມີມາຕັ້ງແຕ່ ເດືອນ ມິນາ ພຸ້ນ ເທົ່າປານນີ້ ກໍຍັງບໍ່ສາມາດ ກວດໃຫ້ສໍາເຣັດເທື່ອ, ດັ່ງທ່ານ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນຕອນນຶ່ງວ່າ:

"ທັງສູນກາງຂອງພວກເຮົາໄດ້ສັ່ງ ໃຫ້ກວດ ບໍ່ແມ່ນຍຶດ ໃຫ້ກວດ ໃຫ້ກວດລະອຽດ ຈໍານວນໄມ້ 27 ຄັນຫັ້ນມັນ ບໍ່ຮອດ 36 ຄັນ ມັນມີແຕ່ 27 ຄັນ. ຕອນນີ້ຍັງບໍ່ໄດ້ກວດ ລະອຽດເທື່ອ ຫັ້ນນະ ຖ້າວ່າໂຕໃດ ຖືກຕາມ ຜລິຕພັນ ສໍາເຣັດຮູບ ກໍໃຫ້ອອກ ໂຕໃດຜິດ ແລ່ກ່າຍຶດ ແລ່ ປັບໃໝ ຕາມລະບຽບ ກົດໝາຍຫັ້ນແຫລະ".

ຣາຍງານທີ່ວິທຍຸເອເຊັຽເສຣີ ໄດ້ຮັບຈາກແຫລ່ງຂ່າວ ອິສຣະ ແລະເຊື່ອຖືໄດ້ເວົ້າວ່າ ການສົ່ງໄມ້ ອອກຈາກ ແຂວງອັດຕະປື ມີການຊື້ຈ້າງ ເຈົ້າໜ້າທີ່ ຫຼາຍຂແນງການ ໃນຣາຄາສູງ. ຜູ້ເປັນເຈົ້າຂອງໄມ້ ບາງຄົນ ເປັນສະມາຊິກ ຄອບຄົວ ບຸກຄົນສໍາຄັນ ໃນແຂວງ. ໄມ້ທີ່ຍຶດໄດ້ ຕັ້ງແຕ່ປີ 2016 ມີຈໍານວນຫລາຍ ກວ່າໄມ້ ທີ່ທາງແຂວງແຈ້ງ. ແຫລ່ງຂ່າວວ່າ ໄມ້ຍຶດໄດ້ ຢູ່ເມືອງ ສະຫນາມໄຊ 16 ພັນແມັດກ້ອນ ຖືກ ລັກລອບ ຂົນອອກໄປໝົດ ໃນຂນະທີ່ ທາງແຂວງ ແຈ້ງໄມ້ທີ່ຍຶດໄດ້ ພຽງແຕ່ 3 ພັນ 6 ຮ້ອຍ ແມັດກ້ອນ.

ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ບໍ່ສາມາດຢືນຢັນໄດ້ ຈາກແຫລ່ງຂ່າວອື່ນ. ກ່ຽວກັບ ຂ່າວທີ່ວ່າ ເຈົ້າໜ້າທີ່ກວດກາ ແຫ່ງຣັຖ ສັ່ງໃຫ້ຍຶດ ຣົດໄມ້ 36 ຄັນນັ້ນ ເຈົ້າໜ້າທີ່ແຂວງ ເວົ້າວ່າ:

"ແຕ່ວ່າພວກເຮົາ ບໍ່ໄດ້ຍິນໃດ໋ຂ່າວໂຕນີ້ ບໍ່ໄດ້ຍິນວ່າ ຍຶດຣົດປານນັ້ນນະ ພວກເຮົາບໍ່ຮູ້ໃດ໋ ໂຕນີ້ນະ ບໍ່ໆບໍ່ ບໍ່ມີອ້າຍ ໂດຍ ເຮົາຖາມຫົວໜ້າ ແລ້ວວ່າບໍ່ມີ ໂດຍ ພວກເຮົາກ່າ ບໍເຄີຽວ່າ ສັ່ງຍຶດສັ່ງຫຍັງ ແລະເຮົາກໍບໍ່ຮູ້ ອີກອ້າຍ ໂຕນີ້ນະ".

ເຈົ້າໜ້າທີ່ກວດກາຣັຖຈາກສູນກາງ ໄດ້ກ່າວອີກວ່າ:

"ໂຕນີ້ແມ່ນຄວາມເອົາຈິງເອົາຈັງ ຂອງເຈົ້າໜ້າທີ່ ດ່ານສາກົນ ດ່ານພູເກືອ ຫັ້ນທີ່ວ່າຫລັງຈາກ ມີຣາຍງານ ແລ່ເຂົາເຈົ້າກ່າ ຣາຍງານມາສູນ ກາງ ແລ້ວສູນກາງ ກ່າແຈ້ງໄປ ໃຫ້ກວດ ໃນຈໍານວນ ໂຕນີ້ຫັ້ນນະ ເປັນມາດຕະການ ພວກເຮົາ ພວກເຮົາກໍເອົາຈິງ ເອົາຈັງ ຫັ້ນແຫລະ ຖືວ່າເຝົ້າລະວັງ ເອີ້ ແລະແຂວງທີ່ມີຫາງສຽງ ຫັ້ນນະ ພວກເຮົາກ່າບໍ່ໄດ້ ປະມາດຫາງສຽງ ອອນລາຍ ຄັນມີຫາງສຽງ ພວກເຮົາກ່າ ໃຫ້ຄົນ ຕິດຕາມ ເຂົາເຈົ້າກ່າ ໃຫ້ການຮ່ວມມື ຢູ່ທາງແຂວງ".

ຫຼາຍປີມານີ້ແຂວງອັດຕະປື ເປັນແຂວງນຶ່ງ ທີ່ມີການຕັດໄມ້ ສົ່ງອອກໄປວຽດນາມຫຼາຍທີ່ສຸດ ຈົນວ່າຣັຖບານ ຂຸດນີ້ໄດ້ລົງມື ເອົາມາຕການ ກວດກາ ແລະສັ່ງຫ້າມ ຢ່າງເຂັ້ມງວດ. ແລະເມື່ອບໍ່ນານມານີ້ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ເວົ້າວ່າ ເດັດຂາດໂລດ ຜູ້ໃດ ຝ່າຝືນນີ້ ລະແມ່ນບໍ່ໄດ້. ກວດເຫັນແລ້ວ ຕ້ອງປະຕິບັດ ມາດຕະການ ຜູ້ໃດກ່າຢ່າ ບໍ່ໃຫ້ມີ ເບືອງໜ້າເບື້ອງຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.