ຫິນຂຽວໄດ້ກັບຄືນສູ່ ບໍຣິສັດ ລ້ານຊ້າງ ມີເນໂຣສ໌
2021.06.22
ອຳນາດການປົກຄອງ ເມືອງວິລະບູລີ ແຂວງສວັນນະເຂດ ມອບແຮ່ຫິນຂຽວ ນໍ້າໜັກ 17 ຕັນປາຍ ຄືນແກ່ບໍຣິສັດ ລ້ານຊ້າງ ມີເນໂຣສ໌ ເມື່ອວັນທີ 16 ມິຖຸນາ 2021 ທີ່ຜ່ານມາ ພາຍຫຼັງທີ່ມີກຸ່ມຄົນບໍ່ດີ ຈຳນວນນຶ່ງມາລັກໄປຂາຍ. ດັ່ງເຈົ້າໜ້າທີ່ຕຳຣວດ ປກສ ເມືອງວິລະບູລີ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ມິຖຸນາ 2021 ນີ້ວ່າ.
"ຊາວບ້ານເຮົານັ້ນໄປຂຸດເອົາ ຢູ່ເຂດຂຸດຄົ້ນຂອງບໍ່ຄຳຫັ້ນນ່າ ມີບາງກຸ່ມຫັ້ນນ່າ ສວຍໂອກາດໄປເອົາໄປລັກເອົາ ຫັ້ນນ່າ, ແຮ່ໂຕນີ້ ໝາຍຄວາມວ່າເຈົ້າໜ້າທີ່ ເຮົາໄດ້ຢຶດ ເອົາຈາກ ປະຊາຊົນເປັນຫຼາຍເດືອນຫຼາຍຄັ້ງແລ້ວ ບໍ່ແມ່ນຄັ້ງດຽວດອກ. ແລ້ວເຮົາຮິບໂຮມໄວ້ ຈົນວ່າໄກ່ເກັ່ຽອີ່ຫຍັງຕ່າງໆ ສຶກສາອົບຮົມ ຄູ່ກໍຣະນີໄດ້ແລ້ວ ພວກເຮົາຈຶ່ງໄດ້ມອບກັບ ບໍຣິສັດ ຄືນ."
ເຈົ້າໜ້າທີ່ກ່າວຕື່ມວ່າ ແຮ່ຫິນຂຽວທັງໝົດ ແມ່ນກວດຢຶດໄດ້ ນັບແຕ່ຕົ້ນປີ 2021 ນີ້ ຈາກກຸ່ມຄົນພາຍໃນ ເມືອງວິລະບູລີ ທີ່ເຂົ້າໄປ ລັກລອບເກັບເອົາ ໃນເຂດສັມປະທານ ໂຄງການຂຸດຄົ້ນ ຄຳ-ທອງແດງ ເຊໂປນ ຂອງບໍຣິສັດ ລ້ານຊ້າງ ມີເນໂຣສ໌ ເຊິ່ງເປັນສີ່ງ ທີ່ຜິດຕໍ່ຣະບຽບກົດໝາຽ ເພາະເປັນເຂດພື້ນທີ່ ສັມປະທານ ຂອງນັກລົງທືນ ຕ່າງປະເທດ.
ສຳລັບກຸ່ມຄົນເລົ່ານັ້ນ ແມ່ນຖືກເຈົ້າໜ້າທີ່ຈັບໄດ້ ແລະ ມີການກ່າວຕັກເຕືອນ-ສຶກສາອົບຮົມ ໂດຍບໍ່ໃຫ້ກະທໍາການເຂົ້າໄປລັກເກັບ ເອົາຫີນຂຽວໃນເຂດສັມປະທານ ຂອງໂຄງການ ອີກເຊິ່ງທາງການລາວ ແລະ ບໍຣິສັດຈະບໍ່ດຳເນີນຄະດີ ຫຼືໃສ່ໂທດແຕ່ຢ່າງໃດ ເພາະເຫັນວ່າເປັນຄົນໃນພື້ນທີ່.
ນອກຈາກນີ້ເຈົ້າໜ້າທີ່ຕຳຣວດ ປກສ ເມືອງວິລະບູລີ ຍັງກ່າວຕື່ມວ່າ ບໍ່ຢາກໃຫ້ຊາວບ້ານ ໃນພື້ນທີ່ເມືອງວິລະບູລີ ເຂົ້າໄປລັກເກັບ ເອົາຫີນຂຽວ ແລະ ແຮ່ທາດຕ່າງໆ ໃນເຂດ ສັມປະທານ ເນື່ອງຈາກເມື່ອເກີດບັນຫາຂຶ້ນ ເຊັ່ນກໍຣະນີການລັກຫິນຂຽວ ເພື່ອນຳໄປ ຂາຍແລ້ວຖືກຈັບໄດ້ ທາງການລາວ ຈະຊ່ອຍໄດ້ຍາກ ຍ້ອນເຂດສັມປະທານ ໂຄງການຈະມີ ກົດໝາຍສະເພາະ ທີ່ທາງໂຄງການ ສາມາດເອົາໂທດ ແລະ ດຳເນີນຄະດີໄດ້.
ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ນຶ່ງໃນເມືອງວິລະບູລີ ແຂວງສວັນນະເຂດ ກ່າວຕໍ່ເອເຊັຽເສຣີໃນ ມື້ດຽວກັນວ່າ ເຫັນເຈົ້າໜ້າທີ່ເມືອງ ວິລະບູລີ ລົງກວດກາ ແລະ ຢຶດແຮ່ຫິນຂຽວໄດ້ ເປັນປະຈຳ ສ່ວນຫຼາຍຈະເປັນກຸ່ມຊາວໜຸ່ມ ທີ່ມັກຈະເຂົ້າໄປລັກລອບເກັບເອົາ ເພື່ອນຳໄປຂາຍຕໍ່ໃຫ້ ກຸ່ມພໍ່ຄ້າແມ່ຄ້າ ຊາວວຽດນາມ ທີ່ເຂົ້າມາຮັບຊື້.
"ບ້ານເຮົານີ້ແລ້ວບາງເທື່ອ ກາບ້ານເຮົາສ່ວນຫຼາຍ ອ້ອມຂ້າງເມືອງແຫຼະ ໄປລັກເອົາຢູ່ພູຢູ່ຜານີ້ເດ ພວກຂີ້ມັນເດ້ນ້ອຍໆ ອັນມຸ່ນ ອັນຫຍັງຫັ້ນແຫຼະ ເອົາໄປຂາຍໄປວຽດ ໄປຫຍັງນີ້ແຫຼະ ມັນຫຼາຍຂາເຂົາ ເອົາໄປເຂົາຮັບຊື່ເດ້ ຊື້ຂາຍເດມັນມີສາຂາ ຂະເຈົ້າເຂົາລັກ ແລ້ວກາເຂົາເອົາໄປ."
ຊາວບ້ານຜູ້ນີ້ໄດ້ກ່າວຕື່ມວ່າ ພື້ນທີ່ຂຸດບໍ່ແຮ່ ທີ່ເປັນເຂດສັມປະທານ ຂອງໂຄງການ ບໍ່ໄດ້ມີຮົ້ວກັ້ນ ມີແຕ່ເຈົ້າໜ້າທີ່ເວນຍາມອອກ ລາດຕາເວນເປັນບາງເທື່ອ ເຮັດໃຫ້ກຸ່ມຊາວໜຸ່ມ ສວຍໂອກາດ ເຂົ້າໄປລັກເກັບເອົາ ແຮ່ຫິນຂຽວ.
ຊາວບ້ານຜູ້ນຶ່ງໃນເມືອງວິລະບູລີ ແຂວງສວັນນະເຂດ ກ່າວຕໍ່ເອເຊັຽເສຣີວ່າ ໄດ້ຍິນຂ່າວ ເປັນປະຈຳວ່າມີ ເຈົ້າໜ້າທີ່ຕຳຣວດ ຈັບຜູ້ນັ້ນ ຈັບຜູ້ນີ້ໄດ້ຍ້ອນເຂົ້າໄປລັກເອົາ ແຮ່ຫິນຂຽວ ໃນເຂດສັມປະທານ ເຊິ່ງໄລຍະຜ່ານມາກາເຫັນວ່າ ມີການຈັບກຸ່ມຄົນ ທີ່ເຂົ້າໄປລັກໄປສືບສວນ ສອບສວນແທ້ ບາງຄົນຖືກຈັບຂັງຄຸກ ເປັນເດືອນກາມີ ຍ້ອນບໍ່ມີເງິນປະກັນ ເຊິ່ງ ສ່ວນຫຼາຍ ເປັນກຸ່ມຊາວໜຸ່ມ.
"ແມ່ນໄດ໋ ຄືວ່າໄດ້ຍິນຢູ່ຫວ່າງແລ້ວນີ້ ກາບໍ່ໄດ້ຖາມຕື່ມວ່າເປັນຈັ່ງໃດ, ກັກໂຕຫັ້ນແລ້ວເຂົາກາຈັບຄັນໄປລັກເອົາມາຂາຍເຂົາກາ ຈັບເລີຍແຫຼະ ເຂົາກາເຮັດຕາມຣະບຽບຂອງເຂົາ ຫັ້ນແຫຼະ."
ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງວິລະບູລີ ແຂວງສວັນນະເຂດ ບໍ່ປະສົງອອກສື່ແລະສຽງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ຫາກທາງໂຄງການ ຈັບໂຕຜູ້ເຂົ້າໄປລັກເກັບເອົາ ແຮ່ຫິນຂຽວ ໃນເຂດສັມປະທານ ທາງບໍຣິສັດຈະຈັບໂຕໄປແທ້ ແຕ່ນຳໂຕໄປກ່າວ ຕັກເຕືອນ ເຊິ່ງຜ່ານມາແມ່ນເປັນເດັກນ້ອຍຊາວໜຸ່ມ ທີ່ອາສັຍຢູ່ໃກ້ກັບເຂດ ສັມປະທານ.
"ກາລັກໄປເຂົາບໍ່ມີແນວເຮັດ ເດັກນ້ອຍຄົນບໍ່ຮູ້ຈັກຫຍັງເຂົ້າໄປເອົາ ຜູ້ໃດເຂົ້າໄປເຂົາຈັບ ຖ້າວ່າເຂົາເຈົ້າຈັບແລ້ວ ເຂົາກໍສິແຈ້ງຜູ້ ປົກຄອງມາຮັບໂຕ ແລະກ່າວຕັກເຕືອນ."
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປ ຫາບໍຣິສັດລ້ານຊ້າງ ມີເນໂຣສ໌ ຫຼາຍເທື່ອໃນວັນທີ 21 ມິຖຸນາ ເພື່ອສອບ ຖາມລາຍຣະອຽດຕ່າງໆ ແລະ ມາຕການປ້ອງກັນ ການລັກລອບເຂົ້າໄປເກັບເອົາ ແຮ່ທາດຕ່າງໆ ໃນເຂດສັມປະທານ ແຕ່ບໍ່ມີຜູ້ໃດ ຮັບໂທຣະສັບ.
ການສົ່ງມອບແຮ່ຫິນຂຽວ ຄືນແກ່ບໍຣິສັດ ລ້ານຊ້າງ ມີເນໂຣສ໌ ໃນຄັ້ງນີ້ບໍ່ແມ່ນຄັ້ງທຳອິດ ຂອງທາງການລາວ ເນື່ອງຈາກເມື່ອປີ 2019 ທີ່ຜ່ານມາທາງການລາວ ກໍເຄີຍສົ່ງມອບ ແຮ່ຫິນຂຽວ ນໍ້າໜັກ 19 ຕັນ ທີ່ກວດຢຶດໄດ້ຈາກກຸ່ມຄົນທີ່ລັກໄປ ໃນປີນັ້ນທາງ ການລາວ ສາມາດຈັບກຸມຄົນ ທີ່ເຂົ້າໄປລັກໄດ້ເຖິງ 227 ຄົນ ໃນນັ້ນມີພຽງ 1 ຄົນ ທີ່ຖືກດຳເນີນຄະດີ ຕາມກົດໝາຽ ເນື່ອງຈາກ ກວດພົບຂອງກາງ ເປັນຈຳນວນຫຼາຍ ຢູ່ໃນການຄອບຄອງ.
ນັບແຕ່ເຣີ່ມການຂຸດຄົ້ນຜລິດຄຳ ແລະທອງ ໃນປີ 2002 ເປັນຕົ້ນມາໂຄງການສາມາດຜລິດຄຳແທ່ງໄດ້ຫຼາຍກວ່າ 1,2 ລ້ານອອນ, ຜລິດແຜ່ນທອງໄດ້ຫຼາຍກວ່າ 1 ລ້ານຕັນ ແລະ ຣັຖບານລາວ ໄດ້ຮັບການມອບພັນທະແລ້ວ 1,5 ຕື້ ໂດລາ ສະຫະຣັຖ ນັບແຕ່ ໂຄງການເຣີ່ມຕົ້ນ.
ອີງຕາມການຣາຍງານ ຂອງທາງການລາວ ຣະບຸວ່າ ໃນພື້ນທີ່ເມືອງວິລະບູລີ ຍັງມີປະຣິມານ ແຮ່ຄຳ ຈຳນວນຫຼາຍ ແລະສາມາດ ຂຸດຄົ້ນໄດ້ຢ່າງນ້ອຍ 10-15 ປີ. ແຕ່ລະປີ ຈະສາມາດ ຜລິດຄຳແທ່ງໄດ້ 250,000 ອອນ ຕໍ່ປີ ເຊິ່ງເປັນລາຍຮັບອັນມະຫາສານ ທີ່ຈະນຳພາປະເທດລາວ ໃຫ້ຫຼຸດພົ້ນອອກຈາກປະເທດ ດ້ອຍພັທນາໄດ້ຕາມແຜນ.