ເຣື້ອງທີ່ເກັບບັນທຶກໄວ້
2024-03-28
ຄົນງານລາວຖືກເອົາລັດເອົາປຽບ ຈາກນາຍຈ້າງ, ບໍ່ໄດ້ຮັບຄ່າຈ້າງ ຕາມທີ່ໄດ້ຕົກລົງໄວ້ນັ້ນ, ສ່ວນນຶ່ງເປັນຍ້ອນຂໍ້ມູນຂ່າວສານ ຄວາມຈິງ ກ່ຽວກັບແຮງງານ ຂອງທາງການ ບໍ່ທົ່ວເຖິງ, ສ່ວນໃຫຍ່ ຄົນງານລາວຈະຮູ້ໄດ້ຈາກທາງອອນລາຍນ໌ ເຊິ່ງມີທັງຖືກຕ້ອງແລະບໍ່ຖືກຕ້ອງ.
2024-03-26
ສົງການປີນີ້ລັດຖະບານໄທຍກຽມສະເໜີຍົກເວັ້ນຄ່າທຳນຽມວີຊ້າເຂົ້າ-ອອກໃຫ້ແຮງງານສາມສັນຊາດໃນນັ້ນມີແຮງງານລາວນໍາ, ການຍົກເວັ້ນຄ່າທຳນຽມຖືວ່າແບ່ງເບົາ ຄ່າໃຊ້ຈ່າຍຂອງແຮງງານລາວທີ່ມີລາຍໄດ້ໜ້ອຍ ແລະ ຫຼາຍຄົນກໍຢາກກັບມາຢາມບ້ານ.
2024-03-26
ຜູ້ໃຊ້ໂທລະສັບມືຖື ທຸກເຄືອຂ່າຍ ໃນປະເທດລາວ ຈະຖືກຕັດເງິນ 3,000 ກີບຕໍ່ເດືອນ ເພື່ອເປັນຄ່າທຳນຽມ ສຳລັບຄ່າຮັກສາຄວາມປອດໄພ ສຳລັບໂທລະສັບມືຖື ທັງແບບລາຍເດືອນ ແລະ ແບບຕື່ມເງິນ.
2024-03-26
ໃນປີ 2023 ມີການລັກນ໊ອດ ສລັກກຽວ ແລະສາຍໄຟຟ້າ ຕາມທາງຣົຖໄຟລາວ-ຈີນ 73 ກໍຣະນີ, ໄດ້ກັກໂຕຜູ້ຕ້ອງຫາ 71 ຄົນ. ໃນນັ້ນ ໄດ້ດໍາເນີນຄະດີ 36 ຄົນ ແລະອີກ 35 ຄົນໄດ້ຖືກສຶກສາອົບຮົມ.
2024-03-26
ໃນເດືອນເມສາ ຫຼື ພຶສພານີ້ ຣັຖບານລາວ ຈະໃຫ້ເງິນອຸດໜູນ ຄ່າຄອງຊີບ ໃຫ້ພະນັກງານຣັດ, ທະຫານ, ຕໍາຣວດ ພະນັກງານບໍານານ ແລະຜູ້ເສັຍອົງຄະ ຈໍານວນ 150,000 ກີບຕໍ່ຄົນ ໃນທົ່ວປະເທດ.
2024-03-25
ແຂວງຫົວພັນຍັງຕ້ອງການດຶງດູດການລົງທືນຕ່າງປະເທດໃຫ້ເຂົ້າມາຂຸດຄົ້ນແຮ່ທາດເປັນຈຳນວນຫຼາຍແລະປັດຈຸບັນກໍມີຫຼາຍບໍລິສັດທັງພາຍໃນແລະຕ່າງປະເທດໂດຍສະເພາະນັກລົງທືນຈາກຈີນແລະຫວຽດນາມໃຫ້ຄວາມສົນໃຈເຂົ້າມາລົງທືນຂຸດຄົ້ນແຮ່ຢູ່ພາຍໃນແຂວງຫົວພົນ.
2024-03-25
ຫລາຍບໍຣິສັດ ຢູ່ເຂດເສຖກິຈພິເສດຫລ່ຽມຄໍາ ຂູດຮີດຄົນງານລາວ ຮວມທັງຫັກເງິນ ແລະບໍ່ໃຫ້ເງິນເດືອນກໍມີ, ຜູ້ໂຊກໄດ້ເຮັດນໍາຜູ້ດີ ກໍດີໄປ, ແຕ່ຖືກຜູ້ບໍ່ດີ ກໍດິ້ນຮົນອອກໜີ.
2024-03-22
ນະຄອນຫຼວງວຽງຈັນ ຈະປັບຂຶ້ນ ລາຄານໍ້າດື່ມຕຸກໃຫຍ່ ຂະນະທີ່ ປະຊາຊົນຈໍານວນນຶ່ງ ຍັງມີລາຍຈ່າຍ ສູງກວ່າລາຍຮັບ ແລະປະຊາຊົນອີກຈໍານວນນຶ່ງ ຈໍາເປັນ ຕ້ອງໄດ້ຊື້ນໍ້າດື່ມມາດື່ມ.
2024-03-22
ລາວ ຂາດດຸນການຄ້າ ໃນເດືອນມົກກະຣາປີນີ້ 188 ລ້ານໂດລ້າຣ໌ສະຫະຣັຖ ແລະ ໃນເດືອນພຶສຈິກາ ປີ 2023 ຂາດດຸນ ເຖິງ 297.5 ລ້ານໂດລ້າຣ໌, ເດືອນຕຸລາ ຂາດດຸນ 264 ລ້ານໂດລ້າຣ໌ ແລະ ເດືອນກັນຍາ ປີດຽວກັນ ຂາດດຸນເຖິງ 218 ລ້ານໂດລ້າຣ໌.
2024-03-21
ກະຊວງແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ຍານາງ ຈັນເພັງ ວົງສົມບັດ, ຜູ້ອຳນວຍການໃຫຍ່ ທະນາຄານອິນໂດຈີນ ຈຳກັດໄດ້ຮ່ວມເຊັນ MOU ວ່າດ້ວຍການສະໜອງເງິນກູ້ແລະການໂອນເງິນກັບຄືນປະເທດ ຂອງຜູ້ອອກແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ.
2024-03-21
ຂົວມິຕພາບລາວ-ໄທຍ ແຫ່ງທີ 5 ລະຫວ່າງແຂວງບໍຣິຄໍາໄຊ ຂອງລາວ ແລະແຂວງບຶງການ ຂອງໄທຍ ກໍາລັງດໍາເນີນໄປຕາມແຜນການ ແລະອາດໄດ້ເປີດໃຊ້ໃນປີໜ້າ ເຊິ່ງປັດຈຸບັນ ການກໍ່ສ້າງຂົວ ຝ່າຍລາວ ສຳເຣັດ ປະມານ 83%.
2024-03-21
ຣັຖບານ ຈະຂຶ້ນອາກອນມູນຄ່າເພີ່ມ ຈາກ 7% ເປັນ 10% ສ່ວນຜູ້ປະກອບການທຸຣະກິຈ ລວມເຖິງຜູ້ຄ້າຂາຍ ເປັນຜູ້ທີ່ໄດ້ຮັບຜົລກະທົບ ຈາກການຂຶ້ນອາກອນໃນເທື່ອນີ້ ແລະ ສິນຄ້າທີ່ສ່ວນໃຫຍ່ນຳເຂົ້າຈາກຕ່າງປະເທດ ຕ້ອງປັບຂຶ້ນເຊັ່ນກັນ ກາຍເປັນບັນຫາທີ່ ຜູ້ບໍລິໂພກຕ້ອງຮັບພາລະ.
2024-03-20
ຄົນງານລາວວ່າ ການສົ່ງເສີມວຽກເຮັດງານທຳ ພາຍໃນປະເທດ ຈາກພາກຣັຖ ຍັງເຮັດບໍ່ໄດ້ດີ, ແຕ່ຂະບວນການສົ່ງເສີມ ໃຫ້ຄົນງານລາວ ໄປເຮັດວຽກ ຢູ່ຕ່າງປະເທດ ພັດຖືກເອົາໃຈໃສ່ເພີ່ມຂຶ້ນ, ໂດຍສະເພາະການໄປເຮັດວຽກ ຢູ່ປະເທດໄທຍ ແລະ ປະເທດເກົາຫຼີໃຕ້.
2024-03-20
ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ເປີດກອງປະຊຸມປຶກສາຫາລື ການສົ່ງເສີມ ຍົກລະດັບຄຸນນະພາບ ການບໍລິການປີທ່ອງທ່ຽວລາວ ເພື່ອປັບປຸງການໃຫ້ການບໍລິການຣົຖໄຟ ລາວ-ຈີນ ທີ່ສະດວກ ແລະວ່ອງໄວກ່ວາເກົ່າເພື່ອປະກອບສ່ວນ ຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວ 2024.
2024-03-20
ໂຄງການ ເຂື່ອນໄຟຟ້ານໍ້າງື່ມ 3 ຢູ່ບ້ານລ່ອງແຈ້ງ, ເມືອງລ່ອງແຈ້ງ ແລະໂຄງການ ເຂື່ອນໄຟຟ້ານໍ້າງຽບ 2C ຢູ່ບ້ານຊຽງຄົງ, ເມືອງທ່າໂທມ, ແຂວງໄຊສົມບູນ ກໍ່ສ້າງບໍ່ແລ້ວຕາມກໍານົດ ຍ້ອນບໍຣິສັດເຈົ້າຂອງທັງ 2 ໂຄງການນີ້ ມີບັນຫາຫຍຸ້ງຍາກທາງດ້ານການເງິນ.