ເຣື້ອງທີ່ເກັບບັນທຶກໄວ້
2024-05-17
ປະຊາຊົນ ຍັງໃຊ້ຊີວິດການເປັນຢູ່ລໍາບາກ ຍ້ອນສະພາບເສດຖະກິດ ໃນປັດບັນ ທີ່ບໍ່ມີທ່າທີວ່າ ຈະດີຂຶ້ນ.
2024-05-17
ສື່ມວນຊົນລາວລາຍງານວ່າ ບໍລິສັດ ຊິໂນເປັກ (SINOPEC) ເຊິ່ງເປັນບໍລິສັດນໍ້າມັນເຊື້ອໄຟ ແລະ ເປໂຕຣເຄມີຈາກປະເທດຈີນ ກຽມເຂົ້າມາເປັນຜູ້ໃຫ້ບໍລິການນໍ້າມັນ ເຊື້ອໄຟໃນປະເທດລາວ ລວມເຖິງການເປີດປໍ້ານໍ້າມັນ ດ້ວຍແຕ່ຍັງບໍ່ທັນມີລາຍລະອຽດວ່າ ຈະເປີດກິດຈະການເມື່ອໃດ.
2024-05-17
ຊາວບ້ານ 59 ຄອບຄົວຢູ່ບ້ານຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ອາໄສຢູ່ໃກ້ກັບສະໜາມກັອຟ ບູຢອງ ຫຼື ສະໜາມກັອຟຊີເກມຫຼັກ 16 ມາຮອດປະຈຸບັນຊາວບ້ານຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍເທື່ອ ແລະ ຍັງບໍ່ມີທ່າທີວ່າຈະໄດ້ຮັບເງິນຄ່າຊົດເຊີຍມື້ໃດ.
2024-05-16
ພາກທຸລະກິດໃນລາວ ກໍາລັງພິຈາລະນາປັບຂຶ້ນຄ່າແຮງງານ ເພື່ອໃຫ້ສອດຄ່ອງກັບອັດຕາເງິນກີບເຟີ້ ແລະຄ່າຄອງຊີບໃນປັດຈຸບັນ ທີ່ສູງຂຶ້ນນໍາເລື້ອຍໆ ເຊິ່ງໄດ້ສະເໜີຂຶ້ນເງິນເດືອນຂັ້ນຕໍ່າ, ຄ່າເຮັດວຽກລ່ວງເວລາ ແລະຄ່າສະວັດດິການຕ່າງໆ ໃຫ້ຄົນງານ ເພື່ອດຶງດູດ ຄົນງານລາວ ເຮັດວຽກນໍາ ແລະແກ້ໄຂບັນຫາການຂາດເຂີນແຮງງານຢູ່ລາວ.
2024-05-16
ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາ ຂອງລັດ ແລະເອກກະຊົນ ໃນເຂດເມືອງໄຊທານີ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນເລກ 1 ນະຄອນຫລວງວຽງຈັນ.
2024-05-15
ຊາວບ້ານ ສະຫວ່າງ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ ຈໍານວນ 47 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ຢູ່ໜ້າເຂື່ອນນໍ້າງື່ມ 1 ໄດ້ຮັບຄ່າຊົດເຊີຍງວດທີ 3 ແລ້ວ ຈາກທາງການແຂວງວຽງຈັນ.
2024-05-14
ເສັ້ນທາງ 13 ເໜືອ ຈາກເມືອງກາສີ ແຂວງວຽງຈັນ ໄປຫາເມືອງຄູນ ແຂວງ ຫລວງພຣະບາງ, ເຊິ່ງເສັ້ນທາງດັ່ງກ່າວນີ້ ເປັນເສັ້ນທາງທີ່ປະຊາຊົນ ນິຍົມໃຊ້ສັນຈອນເປັນປະຈໍາ ໃນເວລາເດີນທາງຂຶ້ນ ພາກເໜືອ ໂດຍສະເພາະ ລົດຂົນສົ່ງເຄື່ອງ ແລະ ລົດບັນທຸກ ພົບບັນຫາ ຄວາມຫຍຸ້ງຍາກ.
2024-05-13
ອອກມາດຕະການ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກຳກັບການບໍລິການທຸລະກິດ ທ່ອງທ່ຽວ ຕ້ອງຕິດປ້າຍ ການຊໍາລະຄ່າບໍລິການ ເປັນເງິນກີບ ເປັນຕົ້ນຄ່າບ່ອນພັກ, ຄ່າອາຫານ ແລະຄ່າເຄື່ອງດື່ມ ແລະການຊໍາລະເຫຼົ່ານັ້ນ ຕ້ອງຜ່ານລະບົບທະນາຄານຫຼາຍຂຶ້ນ ຕາມລະບຽບກົດໝາຍ.
2024-05-10
ກິດຈະການທ່າບົກ ຢູ່ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແຂວງສະຫວັນນະເຂດ ໃນເນື້ອທີ່ຂະໜາດ 140,456 ຕາແມັດ ຈາກບໍລິສັດ Savan Logistics ທີ່ມີນັກລົງທຶນ ຈາກປະເທດຝຣັ່ງ ເປັນເຈົ້າຂອງ ຖືກຂາຍໃຫ້ບໍລິສັດ DP World.
2024-05-09
ທຸລະກິດທ່ອງທ່ຽວ ໃນລາວ ທີ່ມີເຈົ້າຂອງເປັນຄົນຈີນ ເຊິ່ງລັກລອບດຳເນີນການ ນອກຈາກຈະ ສ້າງຜົນກະທົບຕໍ່ອາຊີບນຳທ່ຽວ ຫຼື ທຸລະກິດທ່ອງທ່ຽວ ຂອງຄົນລາວເອງແລ້ວ ຍັງກ່ຽວຂ້ອງກັບລາຍຮັບ ທີ່ລາວອາດສູນເສຍ ໃນແຕ່ລະປີ ຈາກທຸລະກິດກັ່ງກ່າວ.
2024-05-08
ໃນທີ່ສຸດ ຫຼັງຈາກລໍຄອຍມາດົນ, ຄູອາສາສະມັກ ກໍໄດ້ຮັບເງິນອຸດໝູນ 1 ລ້ານປາຍກີບຕໍ່ເດືອນ ເພື່ອຫຼຸດຜ່ອນບັນຫາຄ່່່າຄອງຊີບ ທ່າມກາງບັນຫາເສດຖະກິດ-ການເງິນພາຍໃນປະເທດ ແຕ່ເປັນຍັງຖືກວ່າ ເປັນຈຳນວນເງິນທີ່ໜ້ອຍ ຈຶ່ງເປັຍເຫດຜົນໜຶ່ງ ທີ່ເຮັດໃຫ້ຄູອາສາສະມັກລາອອກ ເພື່ອໄປປະກອບອາຊີບອື່ນ.
2024-05-08
ປະເທດລາວ ຍັງຄົງສືບຕໍ່ ປະເຊີນກັບ ບັນຫາຄວາມຫຍຸ້ງຍາກ ດ້ານເສດຖະກິດ ຫຼາຍດ້ານ ຕັ້ງແຕ່ອັດຕາເງິນເຟີ້ສູງ ແລະ ການຂາດດຸນການຄ້າ, ເຊິ່ງພາກລັດ ກໍພະຍາຍາມແກ້ໄຂ
2024-05-07
ຈຳນວນພະນັກງານ-ລັດຖະກອນ ຢູ່ປະເທດລາວ ຫຼຸດລົງ ຍ້ອນລັດຖະບານ ຮັບເອົາພະນັກງານໃໝ່ ໜ້ອຍລົງ ແລະພະນັກງານຫຼາຍຄົນ ລາອອກ ເພາະເງິນເດືອນໜ້ອຍ ບໍ່ກຸ້ມກິນ.
2024-05-07
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ໃຫ້ຜູ້ຂາຍສິນຄ້າຈາກຕ່າງປະເທດ ລາຍຍ່ອຍ ຕິດສະຫຼາກສິນຄ້າ ເປັນພາສາລາວ ກ່ອນທີ່ຈະວາງຈຳໜ່າຍ ຢູ່ຕະຫຼາດ ແລະຮ້ານຄ້າທົ່ວໄປ, ຜູ້ທີ່ລະເມີດ ຄັ້ງທຳອິດ ແມ່ນກ່າວເຕືອນ, ເຮັດບົດບັນທຶກ ແລະປັບໃໝ ຕາມລຳດັບ.
2024-05-07
ໂຄງການເຂດໂລຈິສຕິກ ນະຄອນຫຼວງວຽງຈັນໄລຍະທີ 2 ລະຫວ່າງ ບໍລິສັດ ວຽງຈັນ ໂລຈິສຕິກ ພາກ ຈຳກັດ ກັບ ບໍລິສັດ China Construction Science and Industry Corporation ຈາກປະເທດຈີນໄດ້ມີການສືບຕໍ່ ບຸກເບີກທີ່ດິນຢ່າງຕໍ່ເນື່ອງ ແຕ່ຍັງບໍ່ທັນຕົກລົງຈຳນວນເງິນ ຊົດເຊີຍໃຫ້ແກ່ຊາວບ້ານ.