ຮຽນຈົບແລ້ວ ແຕ່ຊອກວຽກຍາກ

ໄມຊູລີ
2018.05.09
f-university ມະຫາວິທຍາລັຍ ແຫ່ງຊາດ ນະຄອນຫລວງ ວຽງຈັນ
Lao national university

ນັກສຶກສາ ທີ່ຮຽນຈົບ ຈາກມະຫາວິທຍາລັຍ ຍັງຂາດວຽກເຮັດງານທໍາ ຍ້ອນຕໍາແໜ່ງ ໃນໜ່ວຍງານ ຂອງຣັຖ ຫຼື ໃນພາກເອກຊົນ ມີໜ້ອຍ, ອີກທັງເງື່ອນໄຂ ໃນການຮັບພະນັກງານ ກໍມີສູງ ຮັບແຕ່ນັກສຶກສາຮຽນດີ ຂນະທີ່ ນັກສຶກສາຈໍານວນນຶ່ງ ກໍເລືອກວຽກເຮັດໜ້າທີ່ນຳ, ດັ່ງ ຄໍາເວົ້າ ຂອງນັກສຶກສາ ວິທຍາລັຍ ຣັຕນະບໍຣິຫານທຸຣະກິດ ນະຄອນຫລວງວຽງຈັນ ທີ່ຮຽນຈົບ ແລະ ກໍາລັງຊອກຫາວຽກ ກັບບໍຣິສັດ ເອກຊົນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 9 ພຶສພານີ້ ວ່າ:

"ວຽກຫາຍາກບໍ ກໍຖືວ່າຍາກຢູ່ໃດ່ ມັນຂຶ້ນກັບ ຂໍ້ສເນີຂອງ ທາງບໍຣິສັດ ແລ້ວກໍເງື່ອນໄຂ ຂອງການເຂົ້າວຽກ ມັນຍາກ ແລ້ວກໍ ຂຶ້ນກັບວ່າ ມີການ ເລືອກວຽກເຮັດ ຄິດວ່າ ຕົວເອງນີ້ ຮຽນມາຮອດຂັ້ນປີ ແຕ່ວ່າ ໄດ້ເງິນເດືອນຂັ້ນພຶ້ນຖານ ເທົ່ານີ້ ບາງຄົນ ເຂົາຄິດວ່າ ເງິນເດືອນໜ້ອຍ.”

ນອກຈາກ ນັກສຶກສາ ທ່ານນີ້ແລ້ວ, ກໍມີນັກສຶກສາ ມະຫາວິທຍາລັຍ ສຸພານຸວົງ ແຂວງຫລວງພຣະບາງ ທ່ານນຶ່ງ ທີ່ປັດຈຸບັນ ກະຍັງຫາ ວຽກເຮັດງານທໍາ ເຖິງແມ່ນ ຮຽນຈົບ ແຕ່ປີກາຍ ເຫດຜົນ ກໍຄືວ່າ ຍ້ອນໂຄຕ້າ ພະນັກງານຣັຖ ມີໜ້ອຍ ທ່ານວ່າ:

”ເຖິງຈະເປັນ ປຣິນຍາຕຣີ ຫຼື ຫຍັງກໍແລ້ວແຕ່ ເພາະວ່າ ຄັນມັນບໍ່ມີຕົວເລກ ກໍບໍ່ໄດ້ເຮັດວຽກ ຈັ່ງສິນະ ຕົວຢ່າງວ່າ ໄປຮຽນທ່ອງທ່ຽວ ສິຈົບມາ ໄດ້ໄປຢູ່ຫ້ອງການ ໄປເຮັດວຽກ ຢູ່ຫ້ອງການທ່ອງທ່ຽວ ໄປເປັນໄກ້ ບໍ່ມີຫຍັງ ປະມານນີ້ ແຕ່ວ່າ ຈົບມາບັດນີ້ ພັດວ່າ ທາງຫ້ອງການ ເພີ່ນບໍ່ມີ ໂຄຕ້າ ຮັບພະນັກງານ ເຖິງມີ ແຕ່ມີຈໍານວນຈໍາກັດ ແລ້ວບັດນີ້ ຄົນທີ່ຈົບມາຫັນ ມັນເປັນຮ້ອຍເປັນພັນ ສິເອົາວຽກໃສມາ ໃຫ້ເຂົາເຈົ້າເຮັດ ຫຼື ເອົາເງິນໃສມາຈ່າຍ ເປັນເງິນເດືອນ ໃຫ້ເຂົາເຈົ້າ.”

ນອກຈາກ ເຣື້ອງໂຄຕາແລ້ວ ນັກສຶກສາ ທ່ານນີ້ ກ່າວຕື່ມວ່າ ການຊື້ຈ້າງ ເຂົ້າວຽກ ກໍຍັງມີຫລາຍ ນັກສຶກສາ ສ່ວນຫລາຍ ທີ່ບໍ່ມີເງິນ ຈິ່ງບໍ່ສາມາດ ເຂົ້າເຮັດວຽກໄດ້. ຢ່າງໃດກໍຕາມ, ເມື່ອບໍ່ນານມານີ້ ດຣ. ເບີລີ ລີບົວປາວ, ຫົວໜ້າສຖາບັນ ການຄົ້ນຄ້ວາ ເສຖກິຈ ແຫ່ງຊາດລາວ, ກ່າວວ່າ ປັດຈຸບັນ ນັກສຶກສາມະຫາວິທຍາລັຍ ຫາວຽກຍາກ ຍ້ອນປີນີ້ຣັຖບານ ມີໂຄຕາຮັບພະນັກງານໜ້ອຍລົງ ຄືຈາກປີກາຍ 5,000 ຄົນມາເປັນ 3,000 ຄົນ ອີກທັ້ງຢູ່ລາວ ມີຜູ້ມາລົງທຶນໜ້ອຍ ຈິ່ງເຮັດໃຫ້ ນັກສຶກສາ ຫາ ວຽກເຮັດງານທໍາຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.