ຣົດຂົນນໍ້າມັນຫ້າມຜ່ານດ່ານ ທ້ອງຖິ່ນ

ສົມເນ
2017.09.06
f-fuel ຣົດຂົນສົ່ງນໍ້າມັນ ເຂົ້າ-ອອກ ສປປລາວ ທາງການໄດ້ອອກຄໍາສັ່ງ ໃຫ້ຜ່ານດ່ານສາກົນ ເທົ່ານັ້ນ
RFA/PN

ທາງການລາວ ອອກຄໍາສັ່ງ ຢ່າງເຂັ້ມງວດ ຫ້າມບໍ່ໃຫ້ ຣົຖບັນທຸກນໍ້າມັນ ເຂົ້າ-ອອກ ຜ່ານດ່ານທ້ອງຖິ່ນ ຫລືດ່ານ ປະເພນີ ໃນທົ່ວປະເທດ ເພື່ອປ້ອງກັນ ບໍ່ໃຫ້ມີການ ລັກລອບ ເອົານໍ້າມັນ ບໍ່ມີຄຸນນະພາບ ແລະ ນໍ້າມັນເຖື່ອນ ເຂົ້າມາຂາຍ ໃນປະເທດ ໂດຍກໍານົດໃຫ້ ນໍາເຂົ້າ ຜ່ານດ່ານສາກົລ ເທົ່ານັ້ນ. ດັ່ງເຈົ້າໜ້າທີ່ ດ້ານພລັງງານເຊື້ອໄຟ ກະຊວງວິທຍາສາຕ ແລະເທັກໂນໂລຈີ ທ່ານນຶ່ງ ໄດ້ກ່າວໃນວັນທີ່ 6 ກັນຍາ ນີ້ວ່າ:

"ແຈ້ງການຂອງສໍານັກງານ ນາຍົກນີ້ ເພິ່ນໃຫ້ເອົານໍ້າມັນ ທີ່ນໍາເຂົ້າ ຕ້ອງໃຫ້ເອົາເຂົ້າ ສະເພາະດ່ານສາກົລ. ດ່ານທ້ອງຖິ່ນ ຫລືດ່ານປະເພນີ ເພິ່ນບໍ່ໃຫ້ເຂົ້າ ແຕ່ວ່າມາເບິ່ງ ປັດຈຸບັນ ນໍ້າມັນ ທີ່ເຂົ້າມາ ໄດ້ເຂົ້າແທ້ໆຢູ່ ດ່ານສາກົລ ມັນມີຢູ່ 16 ແຫ່ງ ແຕ່ວ່າຍັງມີ ດ່ານປະເພນີ ດ່ານ ທ້ອງຖິ່ນ ຫລືດ່ານສາກົລ ອື່ນໆ ເຈົ້າໜ້າທີ່ ເຮົາຕິດຕາມ ຄືກັນ ຖ້າມັນມີ ເຂົ້າມາ ເຂົ້າມາແບບບໍ່ໄດ້ຮັບ ອານຸຍາດ ຈາກຣັຖບາລ ເຮົາກໍມີ ສິດ ຟ້ອງຄືກັນ".

ນັບແຕ່ປີ 2016 ເປັນຕົ້ນມາທາງການລາວ ໄດ້ຕັ້ງສູນກວດກາ ຄຸນນະພາບ ນໍ້າມັນ ແລະເກັບຕົວຢ່າງ ນໍ້າມັນ ຢູ່ດ່ານສາກົລ 14 ແຫ່ງ ໃນທົ່ວໄປະເທດ ເປັນຕົ້ນ ດ່ານທ່າລີ ແຂວງ ໄຊຍະບູຣີ ດ່ານຂົວ ມິດຕະພາບ ນະຄອນຫລວງວຽງຈັນ ດ່ານຂົວມິດຕະພາບ ສວັນນະເຂດ ດ່ານຊ່ອງເມັກ ແຂວງຈໍາປາສັກ ດ່ານນໍ້າກັ່ນ ແຂວງ ຊຽງຂວາງ.

ສິ່ງທີ່ທາງການລາວ ກັງວົນ ແມ່ນວ່າ ກຸ່ມພໍ່ຄ້າລາວ ແລະໄທ ບໍ່ຢາກນໍາເຂົ້າ ນໍ້າມັນ ທາງດ່ານສາກົລ ເພາະບໍ່ຢາກ ເສັຽພາສີ ຕາມຈໍານວນ ສິນຄ້ານໍາເຂົ້າ ຕາມນໍ້າໜັກຣົຖ ແລະ ຄ່າຜ່ານດ່ານ. ກຸ່ມພໍ່ຄ້າເລົ່ານີ້ ມັກຈະນໍາເຂົ້າ ນໍ້າມັນ ທາງດ່ານທ້ອງຖິ່ນ ຫລື ດ່ານປະເພນີ ເພື່ອ ຫລີກລ່ຽງ ການຈ່າຍພາສີ ຕາມທໍານຽມ ໂດຍຈ່າຍເງິນ ສິນບົນ ໃຫ້ເຈົ້າໜ້າທີ່ ທ້ອງຖິ່ນ ຂອງລາວ ແລະໄທ ອັນເຮັດໃຫ້ ມີການລັກລອບ ນໍາເຂົ້ານໍາມັນ ເຊື້ອໄຟ ຄຸນນະພາບຕໍ່າ ຂາຍກັນໃນ ທົ່ວປະເທດ.

ໃນລະຍະຜ່ານມາ ທາງການລາວ ໄດ້ກວດກາ ຄຸນນະພາບ ນໍ້າມັນ ຢູ່ເລື້ອຍໆ ທັງນໍ້າມັນ ຈາກໄທ ແລະ ຈາກວຽດນາມ. ເຈົ້າໜ້າທີ່ ໄດ້ ກວດເຫັນ ນໍ້າມັນ ບໍ່ໄດ້ຄຸນນະພາບ ມາຕຖານ ທີ່ມີສ່ວນ ປະສົມ ຂອງ ເມທານອນ ຫລາຍກ່ວ່າ 5ຫາ7 ສ່ວນຮ້ອຍ. ນອກນັ້ນ ເຈົ້າໜ້າທີ່ ຍັງກວດເຫັນວ່າ ນໍ້າມັນທີ່ນໍາເຂົ້າ ມານັ້ນ ບໍ່ເຕັມຈໍານວນ ຕາມທີ່ ແຈ້ງມາ ດັ່ງທ່ານໄດ້ ອະທິບາຍ:

"ບັນຫານຶ່ງຂ້ອຍກໍຍັງ ບໍ່ເຂົ້າໃຈ ຕົວຢ່າງຣົຖ ຂົນສົ່ງນໍ້າມັນຂອງໄທ ທີ່ຈະສົ່ງມາລາວ ໃນຫ້ອງ ຈະໃສ່ມາບໍ່ເຕັມ ຕົວຢ່າງມີ 5 ຫ້ອງ ໃສ່ມາ ແຕ່ 3 ຫ້ອງ ອີກ 2 ຫ້ອງ ພັດວ່າງ. ຕາມ ທັມມະດາ ມາຈາກໄທ ນີ້ຈະຕ້ອງເຕັມ 5 ຫ້ອງໂລດ ຄັນຣົຖສົ່ງອອກ ອັນນີ້ມີແຕ່ 3 ຫ້ອງ ອັນນີ້ ຈຸດນຶ່ງ ເພາະວ່າເຂົາໄປ ໂລດລົງກາງທາງ ບໍ".

ທ່ານວ່າ ແຕ່ນີ້ຫາທ້າຍປີ 2017 ທາງການລາວ ຈະໄດ້ກຽມຮ່າງລະບຽບການ ລົງໂທດ ແລະປັບໄໝ ຜູ້ລະເມີດ ລະບຽບກົດໝາຍ ບໍ່ວ່າຈະ ເປັນ ຜູ້ປະກອບການ ຫລຶື ເຈົ້າໜ້າທີ່ ທາງ ລາວແລະໄທ ກໍດີ ທີ່ລັກລອບ ນໍາເຂົ້ານໍ້າມັນ ເຊື້ອໄຟ ບໍ່ໄດ້ຄຸນນະພາບ ມາຕຖານ ຜ່ານດ່ານ ປະເພນີ ແລະ ດ່ານທ້ອງຖິ່ນ ຊຶ່ງຄາດວ່າ ຈະປະກາດໃຊ້ ພາຍໃນຕົ້ນປີ 2018 ນີ້.

ປັດຈຸບັນ ລາວ ນໍາເຂົ້ານໍ້າມັນ ຈາກໄທປະມານ 80 ສ່ວນຮ້ອຍ, ສ່ວນເຫລືອ 20 ສ່ວນຮ້ອຍແມ່ນ ນໍາເຂົ້າຈາກ ມາເລເຊັຽ ແລະວຽດນາມ ໂດຍກໍານົດ ບໍ່ໃຫ້ມີ ອອກເທນ ແລະ ເມທານອນ ປົນຢູ່ນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.