ຕັງຈະເລີນໄດ້ຕານມີໄຊ ສີເກີດ


2016.09.02
f-tanmixay ເຂດຕານມີໄຊ-ສີເກີດ
RFA/NY

ຣັຖບານລາວ ໄດ້ຕົກລົງ ໃຫ້ກຸ່ມ ບໍຣິສັດ ຕັງຈະເລີນ ສຳປະທານ ກໍ່ສ້າງເສັ້ນທາງ ແຕ່ ສີ່ແຍກ ໄຟແດງ ຕານມີໄຊ ໄປຫາ ສາມແຍກ ໄຟແດງ ສີເກີດ ທີ່ ມີຄວາມຍາວ 9 ກິໂລແມັດ ຕາມ ຂໍ້ຕົກລົງ ຂອງ ນາຍົກ ຣັຖມົນຕຼີ ທ່ານ ທອງລຸນ ສີສຸລິດ ລົງວັນທີ 29 ກັນຍາ 2016.

ຂໍ້ຕົກລົງດັ່ງກ່າວ ໄດ້ມອບສິດໃຫ້ ນະຄອນຫລວງ ວຽງຈັນ ເປັນເຈົ້າຂອງ ໂຄງການ ແລະ ເປັນຜູ້ ເຊັນສັນຍາ ກັບ ບໍຣິສັດ ຕັງຈະເລີນ ຈຳກັດ ໃນມູນຄ່າ ການກໍ່ສ້າງ 45 ລ້ານ ໂດລາ ໂດຍ ມີເງື່ອນໄຂ ການຈ່າຍຊຳລະ ເປັນເວລາ 7 ປີ ໃນອັດຕຣາ ດອກເບັ້ຍ 3.5 ເປີເຊັນ.

ພິທີເຊັນສັນຍາ ກັບ ກຸ່ມບໍຣິສັດ ຕັງຈະເລີນ ມີກຳນົດ ຂຶ້ນ ໃນວັນທີ 2 ກັນຍາ ເວລາ 17 ໂມງ ຢູ່ ໂຮງແຮມ ວຽງຈັນ ປລາຊາ, ນະຄອນຫຼວງ ວຽງຈັນ. ກ່ອນຫນ້ານີ້ ການສ້າງ ເສັ້ນທາງ ສາຍດັ່ງກ່າວ ເບື້ອງຕົ້ນ ແມ່ນ ບໍຣິສັດ ລາວເວີນ ວິສວະກັມ ແລະ ກໍ່ສ້າງ ຈຳກັັດ ໄດ້ຮັບ ສຳປະທານ ໃນມູນຄ່າ 54 ລ້ານ ໂດລາ ໃນສະໄຫມ ທີ່ ທ່ານ ທອງສິງ ທຳມະວົງ ເປັນ ນາຍົກ ຣັຖມົນຕຼີ.

ເມື່ອ ເດືອນ ພຶສພາ ເປັນຕົ້ນມາ ຫລັງຈາກ ທີ່ ທ່ານ ທອງລຸນ ສີສຸລິດ ເຂົ້າເປັນ ນາຍົກ ຣັຖມົນຕຼີ ຈຶ່ງ ມີຄຳສັ່ງ ໃຫ້ມີການ ກວດກາ ລາຄາ ແລະ ເຕັກນິກ ການກໍ່ສ້າງ ຄືນໃໝ່ ທາງຣັຖບານ ຈຶ່ງໄດ້ສເນີ ຫລຸດລາຄາ ລົງມາເປັນ 45 ລ້ານ ໂດລາ, ຕ່ຳກວ່າ ຣາຄາທີ່ ບໍຣິສັດ ລາວເວີນ ສເນີ 49 ລ້ານ ໂດລາ.

ກະຊວງໂຍທາທິການ ແລະ ຂົນສົ່ງ ເປີດເຜີຍວ່າ ການເຈຣະຈາ ກ່ຽວກັບ ລາຄາ ລະຫວ່າງ ຣັຖບານ ກັບ ບໍຣິສັດ ລາວເວີນ ບໍ່ສາມາດ ຕົກລົງ ກັນໄດ້, ບໍຣິສັດ ລາວເວີນ ວິສວະກັມ ແລະ ກໍ່ສ້າງ ຈຳກັດ, ຈຶ່ງ ຂໍຖອນຕົວ ຢ່າງ ເປັນທາງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.