ຄຣູແລະພະນັກງານຣັດ ບໍ່ໄດ້ ເງິນເດືອນ

ສິດນີ
2020.06.03
F-Teachers ນາຍຄຣູມີໜ້າທີ່ ທັງສອນທັງເບິ່ງແຍ່ງອາການ ຂອງລູກສິດ
ນັກຂ່າວພົລເມືອງ

ຄຣູແລະພະນັກງານຣັຖ ຫ້ອງການສຶກສາທິການ ແລະກິລາ ຢູ່ແຂວງຈຳປາສັກ ຈຳນວນ 1 ພັນປາຍຄົນ ຍັງບໍ່ໄດ້ຮັບເງິນເດືອນເມສາ ແລະ ພຶສພາ ເປັນເວລາສອງເດືອນ ຢາກໃຫ້ພາກສ່ວນກ່ຽວຂ້ອງ ຈ່າຍຕົງ ເວລາຄືທຸກໆວັນທີ 30 ຂອງແຕ່ລະເດືອນ ຍ້ອນຂະເຈົ້າບໍ່ຣາຍໄດ້ ແນວອື່ນ ອາສັຍແຕ່ເງິນເດືອນ ມາລ້ຽງຄອບຄົວ ຊື່ງຄຣູແລະພະນັກງານຣັຖ ຢູ່ຫ້ອງການສຶກສາ ແລະກິລາ ແຂວງຈຳປາສັກ ໄດ້ຮັບເງິນ ເດືອນ ປະມານ 1 ລ້ານ ປາຍກີບ ຫາ 3 ລ້ານປາຍກີບ ຕໍ່ເດືອນຂຶ້ນຢູ່ກັບອາຍຸປີການ ຂອງໃຜລາວ, ດັ່ງນາຍຄຣູ ໂຮງຮຽນຊັ້ນມັທຍົມປາຍ ນາງນຶ່ງຢູ່ ເມືອງປາກເຊ ກ່າວໃນມື້ວັນທີ 2 ມິຖຸນາ ປີ 2020 ນີ້ວ່າ:

“ເຮົາບໍ່ທັນໄດ້ຮັບເງິນເດືອນຕັ້ງແຕ່ ເດືອນສີ່ພຸ້ນ ນີ້ກໍຮອດເດືອນ 5 ແລ້ວ ກໍຍັງບໍ່ທັນໄດ້ ພະນັກງານ ຢູ່ຫ້ອງການກະບໍ່ໄດ້ ຄຣູກໍບໍ່ໄດ້ ເພາະເຮົາກິນເງິນນຳກັນ 50 ປາຍ ອຸກໃຈຫັ້ນແຫຼະເນາະ ເງິນເດືອນເຂົາກະ ບໍ່ພໍໃຊ້ ບໍ່ແມ່ນຊີ່ມີແນວອື່ນເຮັດ ພວກເຮົາອາໃສເງິນເດືອນ ເນາະ ມີແຕ່ວ່າໃຫ້ທວງທັນເວລາຫັ້ນແຫຼະ ຄັນວ່າອອກກໍດາຍ ເງິນເດືອນຫັ້ນເນາະ.”

ຍານາງກ່າວຕື່ມວ່າ ທີ່ຜ່ານມາເງິນເດືອນຄຣູ ແລະ ພະນັກງານຣັຖ ຫ້ອງການສຶກສາທິການ ແລະກິລາ ຢູ່ ແຂວງຈຳປາສັກ ຈະໄດ້ຮັບຕົງ ເວລາ ມາຕລອດຫຼັງຈາກນັ້ນ ຈະຄວບເປັນເດືອນໃຫມ່  ເຖິງແມ່ນວ່າ ຈະໄດ້ຮັບ ເດືອນທີ່ຜ່ານມາກໍຕາມ.

ໃນຂນະດຽວກັນ ຄຣູ ແລະ ພະນັກງານຣັຖ ຢູ່ຫ້ອງການສຶກສາ ເມືອງໂຂງ ແຂວງຈຳປາສັກ ຈຳນວນ 700 ປາຍຄົນ ກໍຍັງບໍ່ໄດ້ຮັບເງິນ ເດືອນ ເມສາ ຫາ ເດືອນພຶສພາ ເຊັ່ນກັນ ກຸ່ມດັ່ງກ່າວໄດ້ຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ແກ້ໄຂຢ່າງຮີບດ່ວນ ຍ້ອນບໍ່ມີຣາຍໄດ້ມາ ລ້ຽງຄອບຄົວ:

“ບໍ່ທັນໄດ້ງວດ 4-5 ເລີຍບໍທັນໄດ້ຮັບຈັກຄົນເລີຍປະມານ 700 ກວ່າໆ ເອື້ອຍ ມັນກໍເປັນການທໍ້ຖອຍຫັ້ນນ່າ ຄອງຄອຍມັນດົນເກີນຫັ້ນນ່າ ເພາະສະພາບຄອບຄົວ ຂອງພະນັກງານ ບາງເທື່ອມັນຈະບໍ່ດີຫມົດ ທຸກຄົນຫັ້ນນ່າ ກໍມີແຕ່ມາປະຈຳການ ປົກກະຕິ ກະຢາກໃຫ້ເລັ່ງດ່ວນ ໂຕທີ່ວ່າເງິນນີ້ນ່າ.”

ຄຣູ ແລະ ພະນັກງານຣັດ ຫ້ອງການສຶກສາ ຢູ່ເມືອງປາກຊ່ອງ ຈຳນວນ 700 ປາຍຄົນ ກໍບໍ່ໄດ້ຮັບເງິນເດືອນ ເມສາ ຫາ ເດືອນພຶສພາ ເປັນເວລາສອງເດືອນຄືກັນ ເຮັດໃຫ້ນາຍຄຣູ ຈຳນວນນຶ່ງຫັນໄປຢືມເງິນ ຜູ້ລະບໍ່ຕ່ຳກວ່າ 10 ລ້ານກີບຈາກ ສະຖາບັນການເງິນຈູລພາກ ໃນອັດຕຣາ ດອກເບັ້ຽ 1-2 ເປີເຊັນ ເພື່ອມາໃຊ້ຊື້ຢູ່ຊື້ກິນ ຍ້ອນບໍ່ໄດ້ຮັບເງິນເດືອນ:

“ໂອ້ເດືອນທີ 4 ເດືອນທີ 5 ແມ່ນບໍ 700 ປາຍພຸ້ນນ່າ ບໍ່ໄດ້ເລີຍ ຜົລກະທົບກໍຄືວ່າເສຖກິດຕົກຕ່ຳ ອັນນື່ງ ອັນສອງມາ ຄຣູ ສ່ວນຫຼາຍກໍ ໄປກູ້ຢືມເງິນ ທະນາຄານ ນະໂຍບາຍ ຢືມຕໍ່ປີ ປະມານ 100 ກວ່າລ້ານ ນີ້ແຫລະ ຢ່າງນ້ອຍ.”

ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ທ່ານນຶ່ງເວົ້າວ່າ ຕັ້ງແຕ່ທ້າຍເດືອນ ເມສາ ເປັນຕົ້ນມາ ນາຍຄຣູ ທົ່ວແຂວງຈຳປາສັກ ຈຳນວນນຶ່ງໄດ້ຕິດຕໍ່ມາຫາ ຫ້ອງການ ຖາມເຖິງເງິນເດືອນ ທີ່ພວກຂະເຈົ້າບໍ່ໄດ້ຮັບ ທາງຫ້ອງການສຶກສາ ແຂວງ ກໍໄດ້ຂື້ນແຜນໄວ້ແລ້ວ ແຕ່ພາກສ່ວນກ່ຽວຂ້ອງ ບໍ່ທັນແບ່ງງົບປະມານ ມາໃຫ້ ຍ້ອນຜແນກສຶກສາ ເປັນຜແນກທີ່ມີຄົນຫຼາຍກວ່າ ຜແນກອື່ນ:

“ເພິ່ນບໍ່ໄດ້ຊີ້ແຈງວ່າ ເປັນຫຍັງກໍລໍໄປ ຫັ້ນແຫຼະ ຄຣູເຂົາກໍສເນີຢູ່ວ່າ ເປັນຫຍັງ ເປັນຫຍັງ ຫ້ັນນ່າ ສຶກສາເຮົາກໍຍາກ ທາງເພິ່ນກໍກຳລັງ ແບ່ງງົບປະມານ ມັນຫຼາຍເດະ ສຶກສານ່າ ຢ້ານມັນບໍ່ທົ່ວເຖີງ.”

ເຈົ້າຫນ້າທີ່ສເພາະກິດຕ້ານການຣະບາດ ຂອງໂຣຄ ໂຄວິດ-19  ຜູ້ທີ່ບໍ່ປະສົງອອກ ຊື່ແລະສຽງ ກ່າວກ່ຽວກັບເຣື້ອງທີ່ ນາຍຄຣູບໍ່ໄດ້ຮັບ ເງິນເດືອນ ໃນເດືອນເມສາ ແລະ ພຶສພາ ນັ້ນ ເປັນຍ້ອນວ່າ ທາງການຍົກ ເວັ້ນການເກັບອາກອນ ນຳບັນດາຜູ້ປະກອບການຕ່າງໆ ໃນແຂວງ ເປັນເວລາ 3 ເດືອນ ຣະຫວ່າງ ເດືອນເມສາ ຫາ ເດືອນມິຖຸນາ ເພື່ອຫລຸດຜ່ອນ ຜົລກະທົບ ຈາກການຣະບາດ ຂອງໂຣຄ ໂຄວິດ-19 ທີີມີຕໍ່ ທຸຣະກິດຂະເຈົ້າ ທາງແຂວງຈື່ງບໍ່ສາມາດ ເກັບຣາຍໄດ້ ໄດ້ພຽງພໍ.

"ໂຄວິດນີ້ ແມ່ນວ່າ ບັນດາຜູ້ປະກອບການທັງຫມົດ ຢູ່ແຂວງຈຳປາສັກນີ້ ແມ່ນໄດ້ຮັບຜົລກະທົບ ກໍໄດ້ຍົກເວັ້ນອາກອນ 3 ເດືອນ ເງິນທີ່ ຈະເອົາມາເບີກນີ້ ບໍ່ແມ່ນເງິນ ຈາກສູນກາງ ແມ່ນແຂວງ ເປັນຜູ້ຫາມາ ເບີກໃຫ້ ຈຶ່ງເຮັດໃຫ້ເງິນ ບໍ່ພຽງພໍ ໃນການເບີກຈ່າຍ ເພາະວ່າ ເດືອນນຶ່ງຢູ່ ແຂວງຈຳປາສັກ ມັນຖືກ 52 ຕື້ກີບ ບໍ່ມີຄວາມສາມາດ ທີ່ຈະສນອງ ເງິນໄດ້ ກຳລັງສເນີຫາ ຣັຖບານ ເພື່ອຊອກຫາທາງ ດຸ່ນດ່ຽງ.”

ນອກຈາກນັ້ນ ກະຊວງການເງິນກໍໄດ້ອອກແຈ້ງການ ເລກທີ 1027/ກງ ລົງວັນທີ 10 ເມສາ ປີ 2020 ໃຫ້ຍົກເວັ້ນການເກັບອາກອນ ຣາຍໄດ້ຈາກເງິນເດືອນ 5 ລ້ານ ກີບລົງມາເປັນເວລາ 3 ເດືອນ ຈາກເດືອນ ເມສາ ຫາ ເດືອນມິຖຸຸນາ ນຳອີກຈື່ງເປັນອີກສາເຫດນື່ງ ທີ່ເຮັດໃຫ້ ແຂວງຈຳປາສັກ ບໍ່ມີຣາຍຮັບພຽງພໍ ມາສນອງເງິນເດືອນຣັຖກອນ.

ເຈົ້າຫນ້າທີ່ສເພາະກິດ ປ້ອງການການແຜ່ຣະບາດ ຂອງໂຣຄໂຄວິດ-19  ແຂວງຈຳປາສັກ ກ່າວມ້ວນທ້່າຍວ່າ ນອກຈາກຣັຖກອນຜແນກ ສຶກສາທິການແລະກິລາ ບໍ່ໄດ້ຮັບເງິນເດືອນ ໃນເດືອນເມສາ ແລ້ວໃນ ເດືອນພຶສພາ ຣັຖກອນທຸກຜແນກ ຢູ່ແຂວງຈຳປາສັກ ຈະບໍ່ໄດ້ຮັບ ເງິນເດືອນ ເຊັ່ນກັນ ຍອ້ນເຫດຜົລຂ້າງເທິງນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.