ຢູ່ເຊກອງຫຼາຍພັນຄອບຄົວ ຍັງ ທຸກຍາກ

ຈໍາປາທອງ
2019.06.07
f-kaleum ເມືອງກະລຶມຕັ້ງໃໝ່ ແຂວງເຊກອງ
RFA/PN

ຕາມສະຖິຕິຫລ້າສຸດ ປີ 2017-2018 ແຂວງເຊກອງ ທີ່ມີທັງໝົດ 4 ເມືອງ ນັ້ນຍັງມີຄອບຄົວ ທຸກຍາກ 2,600 ຄອບຄົວຢູ່ 3 ເມືອງ ຄື; ເມືອງດາກຈຶງ, ເມືອງກະລຶມ ແລະເມືອງລະມາມ. ມີແຕ່ເມືອງທ່າແຕງເທົ່ານັ້ນ ທີ່ຖືກຮັບຮອງວ່າ ເປັນເມືອງພົ້ນທຸກ.

ໃນຈໍານວນ 2,600 ຄອບຄົວທີ່ຍັງທຸກຍາກສ່ວນໃຫຍ່ ແມ່ນຄອບຄົວຊົນເຜົ່າ ທີ່ຢູ່ພູດອຍຫ່າງໄກລຽບຊາຍແດນ ລາວ-ວຽດນາມ ທຸກຍາກ ຫຼາຍກວ່າໝູ່, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງເຊກອງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມິຖຸນານີ້:

"ທີ່ແຂວງເຊກອງ ກໍຍັງມີເມືອງທີ່ທຸກຍາກ ສ່ວນຫຼາຍຢູ່ເຂດລຽບຊາຍແດນ ຣະຫວ່າງ ລາວ-ວຽດນາມ ສ່ວນຫຼາຍເປັນຊົນເຜົ່າແຫຼະ ເມືອງ ດາກຈຶງ ລະມານ 1,300 ຄອບຄົວ ເມືອງກະລຶມ ປະມານ 800 ເມືອງລະມາມ ປະມານ 500 ຄອບຄົວ ແຂວງ ເຮົາມີສີ່ເມືອງ ກໍມີ ເມືອງທ່າແຕງ ຮັບຮອງວ່າ ເປັນເມືອງພົ້ນທຸກ.”

ທ່ານກ່າວຕື່ມວ່າ ສາເຫດທີ່ເຮັດໃຫ້ແຂວງເຊກອງ ຍັງມີຄອບຄົວທຸກຍາກຫຼາຍຢູ່ນັ້ນ ແມ່ນເປັນຍ້ອນ ຄອບຄົວຊົນເຜົ່າສ່ວນໃຫຍ່ ບໍ່ໄດ້ຮັບ ການສົ່ງເສີມ ການຜລິດກະສິກັມ ເປັນສິນຄ້າ ຈາກຣັຖບານຢ່າງທົ່ວເຖິງ. ຍ້ອນວ່າ ຣັຖບານບໍ່ມີງົບປະມານພຽງພໍ ຈຶ່ງເຮັດໃຫ້ພວກເຂົາເຈົ້າ ບໍ່ມີຣາຍຮັບ ແລະທໍາມາຫາກິນແບບດັ້ງເດີມ ເຮັດໄຮ່ເຮັດນາ ລ້ຽງເປັດ ລ້ຽງໄກ່ ໄປຕາມທັມຊາດ, ມີຢູ່ມີກິນບໍ່ກຸ້ມປີ ດັ່ງທີ່ທ່ານກ່າວວ່າ:

"ທາງຣັຖບານ ກໍບໍ່ທັນໄດ້ຮັບການສົ່ງເສີມເທົ່າທີ່ຄວນ ເຣື່ອງແນວພັນ ຕັ້ງກຸ່ມລ້ຽງສັດ ກຸ່ມປູກພືດ ປູກກາເຟເພື່ອສົ່ງຂາຍ ຂາດງົບປະມານ ນີ້ແຫຼະ ໂຕຢ່າງວ່າ ຣາຍຮັບເງິນສົດບໍ່ໄດ້ຂາຍສິນຄ້າ ບໍ່ມີສິນຄ້າຂາຍ ໄທເຮົາ ເອົາມາຕການໂຕນັ້ນມາວັດ ກໍຖືວ່າບໍ່ໄດ້ຕາມມາຕຖານ ສ່ວນຫຼາຍທໍາມາຫາກິນແບບດັ້ງເດີມ ເຮັດໄຮ່ເຮັດນາ ໂຕຢ່າງ ຄອບຄົວບໍ່ມີເຂົ້າ ຂາດເຂົ້າກິນສິນະ ບໍ່ກຸ້ມປີ ຜົລຜລິດບໍ່ໄດ້ຫຼາຍ ຄອບຄົວ ກໍມີຫຼາຍຄົນ."

ເມື່ອເວົ້າເຖິງຄວາມທຸກຍາກ ຢູ່ປະເທດລາວ ສະມາຊິກສະພາແຫ່ງຊາດ ທ່ານນຶ່ງ ໄດ້ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາດ ທີ່ກໍາລັງດໍາເນີນ ໄປຢູ່ນີ້ວ່າ ພະນັກງານຣັຖ ຍັງຂາດຄວາມເອົາໃຈໃສ່ ແລະຄວາມຕັ້ງໃຈ ໃນການລົບລ້າງຄວາມທຸກຍາກ ຢູ່ຕາມ ຊົນນະບົດ.

ພາກັນກະຕືລືລົ້ນ ແຕ່ຢູ່ ໃນຫ້ອງປະຊຸມ, ເມື່ອອອກຈາກຫ້ອງປະຊຸມແລ້ວ ບໍ່ສົນໃຈ ບໍ່ຫົວຊານໍາ ແລະສະພາແຫ່ງຊາດ ກໍບໍ່ໄດ້ຊີ້ນໍາເຈາະຈົງ ຊີ້ຂາດວ່າສາເຫດຂອງບັນຫາ ທີ່ຍັງຄົງຄ້າງນັ້ນ ມາຈາກຫຍັງກັນແທ້ ດັ່ງນັ້ນ ປະຊາຊົນ ຈຶ່ງບໍ່ໄດ້ຮັບ ການສົ່ງເສີມ ເທົ່າທີ່ຄວນ.

ເຖິງຢ່າງໃດກໍຕາມ ຣັຖບານລາວ ກໍໄດ້ຈັດສັນງົບປະມານ ແຕ່ປີ 2017 ຫາປີ 2019 ປະມານ 50 ລ້ານໂດລາສະຫະຣັຖ ເຂົ້າໃນກອງທຶນ ເພື່ອຫຼຸກຜ່ອນຄວາມທຸກຍາກ ໂດຍມີເປົ້າໝາຍ ທີ່ຈະແກ້ໄຂຄວາມທຸກຍາກໃນ 43 ເມືອງທົ່ວປະເທດ.ໃນນັ້ນ ຮວມທັງ ແຂວງເຊກອງ, ຫົວພັນ, ຜົ້ງສາລີ ແລະແຂວງຊຽງຂວາງນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.