ຈັບ ຊາວຈີນ 3 ຄົນ ໃຊ້ເງິນກີບປອມ

ໄຊຍາ
2019.04.15
ທະນາບັດ ເງິນກີບ ສປປລາວ
Public Domain

ຕຳຣວດ ແຂວງຫຼວງພຣະບາງ ຈັບຜູ້ຕ້ອງຫາ ຊາວຈີນ 3 ຄົນ ທີ່ໃຊ້ເງິນກີບປອມ ໃບລະ 50 ພັນກີບ ແລະ 1 ແສນກີບ ໄດ້ຢູ່ຕລາດ ຫຼວງພຣະບາງ ໃນວັນທີ 14 ເມສາ ຜ່ານມາ ຫຼັງຈາກ ຜູ້ຕ້ອງຫາທັງ 3 ເອົາໄປໃຊ້ຈ່າຍ ໃນໄລຍະສົງການນີ້ ຢູ່ຕລາດ ນະຄອນຫຼວງພຣະບາງ, ດັ່ງເຈົ້າໜ້າທີ່ຕຳຣວດ ຫ້ອງການຂ່າວສານ ແຂວງຫຼວງງພຣະບາງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 15 ເມສາ ວ່າ:

“ຕາມການຣາຍງານມາ ກໍແມ່ນຈັບແລ້ວ ຢູ່ຕາມຣາຍງານ ຂອງທ້ອງຖິ່ນຫຼວງພຣະບາງ ເຂົາກໍເວົ້າໄດ້ຈັບແລ້ວ 3 ຄົນ ປອມກໍແມ່ນໃບແສນ, ໃບ 50 ພັນໃຫຍ່ໆຫັ້ນນ່າ ມັນຖືກນໍ້າສີ ມັນຈະອອກເລີຍ ລາຍນູນ ລາຍອັນນັ້ນນະ ສີມັນຈະແຕກອອກ.”

ຄົນຈີນທັງ 3 ຄົນ ໄດ້ເອົາເງິນກີບປອມ ມາຊື້ເຄື່ອງນຸ່ງຫຼິ້ນສົງການ ຮວມແລ້ວຫຼາຍລ້ານກີບ ແຕ່ເງິນທີ່ນຳມາໃຊ້ນັ້ນປຽກ ໂຕເລຂ ຈຶ່ງອອກສີ ແມ່ຄ້າຮ້ານດັ່ງກ່າວ ຈຶ່ງໂທແຈ້ງຕຳຣວດ ໃຫ້ມາກວດສອບ ແລະ ຈັບຄົນຈີນ ທັງ 3 ຄົນ.

ທ່ານກ່າວຕື່ມວ່າ ຄົນຮ້າຍທັງ 3 ຄົນ, ປັດຈຸບັນ ຕຳຣວດ ກຳລັງເລັ່ງສອບສວນ ທີ່ມາຂອງເງິນປອມດັ່ງກ່າວ, ເຊິ່ງຄາດວ່າ ຈະໄດ້ຂໍ້ສລຸບ ໃນໄວໆນີ້ ພ້ອມກັບ ໄດ້ຝາກເຕືອນ ໄປຍັງປະຊາຊົນ ໃຫ້ຣະວັງ ເງິນປອມ.

“ວິທີ ບໍ່ສັບສົນປານໃດເນາະ ສ່ວນຫຼາຍເຂົາປອມ ເຂົາກໍຈະປອມ ໃນລັກສະນະ ກອບປີ້ເຈັ້ຽ ເອ 4 (A4) ແຕ່ເກົ່າເນາະ ດຽວນີ້ ມັນກໍອາຈພັທນາ ຂຶ້ນໜ້ອຍນຶ່ງ ແຕ່ສ່ວນຫຼາຍ ມັນຖືກນໍ້າ ສີ ມັນຈະອອກອອກໆ ສີມັນຈະແຕກອອກ ຄ້າຍຄືກັບຖືກນໍ້າ ແລ້ວສີມັນຈະບານອອກ ມັນຈະບໍ່ມີ ລ​າຍນໍ້າເນາະ ລາຍໂນນ ລາຍອັນນັ້ນນະ ສັງເກດເບິ່ງລາຍໂນນ."

ນອກຈາກນີ້ແລ້ວ ກໍໃຫ້ເບິ່ງໂຕເລຂຢູ່ໃບເງິນ ເຖິງແມ່ນ ຈະໃຊ້ເຈັ້ຍແນວໃດ ກໍເປັນເງິນປອມ ຫລືໃຫ້ທຽບໃສ່ ກັບໃບກີບ ທີ່ມີຢູ່ ຫາກພົບເຫັນ ວ່າບໍ່ຄືກັນ ກໍໃຫ້ຮີບແຈ້ງ ຫາເຈົ້າໜ້າທີ່ຕຳຣວດ ໃນທ້ອງຖິ່ນ ໃຫ້ຊ່ອຍເບິ່ງ ແລະ ແກ້ໄຂໂດຍໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.