ວັນປູກຕົ້ນໄມ້ ຫຼືວັນຂົນໄມ້

ອຸ່ນແກ້ວ ສຸກສະຫວັນ
2014.06.06
F-logs ຣົດບັນທຸກ ຈາກປະເທດ ວຽດນາມ ຍັງແກ່ໄມ້ ຈາກເຂດປ່າ ສງວນ ເຊຊັບ ເມືອງດາກຈືງ ແຂວງເຊກອງ ແລ້ວມຸ້ງໜ້າ ໄປຜ່ານ ດ່ານສາກົນ ຊຶ່ງເປັນດ່ານ ຊາຍແດນ ຣະຫວ່າງ ແຂວງເຊກອງ ກັບຊາຍແດນ ປະເທດວຽດນາມ.
Citizen Journalist

 

ບັນຍາກາດ ການປູກ ຕົ້ນໄມ້ ໃນວັນທີ 1 ມິຖຸນາ ທີ່ຜ່ານມາ ຊຶ່ງ ເປັນວັນປູກ ຕົ້ນໄມ້ ແຫ່ງຊາດ ບັນດາ ພະນັກງານ ຂັ້ນສູງ ຂອງ ລາວ ແມ່ນເຂົ້າຮ່ວມ ການ ປູກຕົ້ນໄມ້ ແລະ ຮ່ວມກິຈກັມ ຕ່າງໆ ໃນເວລາ ດຽວກັນ ຂະບວນ ການຕັດມໄມ້ ທັງຖືກ ກົດໝາຍ ແລະ ຜິດກົດໝາຍ ກໍຄວບຄູ່ ກັນໄປ ກັບການ ປູກຕົ້ນໄມ້. ໃນວັນ ດຽວກັນ ກໍມີ ທັງ ຂະບວນການ ປູກຕົ້ນໄມ້ ເພື່ອທົດແທນ ໃຫ້ ເປັນປ່າ ແລະ ມີທັງຜູ້ ທີ່ຕັດໄມ້ ອອກໄປຂາຍ.

ອີງຕາມ ການຣາຍງານ ຂອງ ສື່ມວນຊົນ ລາວ ໄດ້ຮູ້ວ່າ ຢູ່ ນະຄອນ ຫລວງ ວຽງຈັນ ແລະ ຢູ່ຕ່າງແຂວງ ບັນດາ ພະນັກງານ ການນຳ ຂັ້ນສູງ ກໍພາກັນ ປູກຕົ້ນໄມ້ ເພື່ອ ສລອງ ວັນ ດັ່ງກ່າວ ແລະ ຕາມ ສຳນັກງານ ອົງການ ຈັດຕັ້ງ ຕ່າງໆ ຂອງຣັຖ ກໍມີການ ຣະດົມເອົາ ພະນັກງານ ຂອງຕົນ ໄປປູກ ຕົ້ນໄມ້. ຕາມ ເປົ້າໝາຍ ສູ້ຊົນ ຂອງ ຣັຖບານ ແຕ່ນີ້ ເຖີງ ປີ 2020 ຈະເພີ່ມ ຈຳນວນ ເນື້ອທີ່ ປົກຫຸ້ມ ຂອງ ປ່າໄມ້ ໃຫ້ໄດ້ 70 ສ່ວນຮ້ອຍ ໃນ ທົ່ວປະເທດ.

ໃນປີນີ້ ກະຊວງ ກະສິກັມ ແລະ ປ່າໄມ້ ໄດ້ ປະກາດວ່າ ມີການປູກ ຕົ້ນໄມ້ ປະມານ 300,000 ຕົ້ນ ໃນເນື້ອທີ່ ປະມານ 6,000 ເຮັກຕາ ໃນ ທົ່ວປະເທດ.ໃນການປູກ ດັ່ງກ່າວ ກໍເປັນພຽງ ວຽກງານ ພິທີການ ເທົ່ານັ້ນ ແຕ່ໃນຕົວຈິງ ຈຳນວນ ຕົ້ນໄມ້ ທີ່ປູກນັ້ນ ຕາຍໄປ ຫລາຍແລ້ວ ຍ້ອນຂາດ ການ ບົວຣະບັດ ຫົດນໍ້າ ພວນດິນ. ຄືດັ່ງ ເຈົ້າໜ້າທີ່ ຊ່ຽວຊານ ດ້ານ ປ່າໄມ້ ຈາກ ກະຊວງ ກະສິກັມ ແລະ ປ່າໄມ້ ກ່າວວ່າ:

"ບໍ່ໄດ້ດອກ ບໍ່ໄດ້ດອກ ປູກໄປແລ້ວ ມີການ ປະເມີນ ຜົນບໍ່ວ່າ ຊິໄດ້ຈັກ ເປີເຊັນ ໄມ້ທີ່ປູກ ໄປແລ້ວ ໝາຍຄວາມ ວ່າ ພາສາ ບ້ານເຮົາ ເຂົາວ່າ ຣາຍງານ ດອກໄມ້ ແຕ່ວ່າ ບາດແທນໄດ້ ກະຊິໜ້ອຍ ໄດ້ ປະມານ 30 ເປີເຊັນ ເທົ່ານັ້ນລະ ສລຸບແລ້ວ ປູກໄດ້ແຕ່ ຕົວເລກ ມັນຊິ ທົດແທນ ບໍ່ໄດ້ດອກ".

ນອກຈາກນີ້ ການທີ່ ຈະເພີ່ມ ເນື້ອທີ່ ປ່າໄມ້ ໃນປະເທດ ລາວ ໃຫ້ໄດ້ 70 ສ່ວນຮ້ອຍ ໃນປີ 2020 ກໍຍັງຄົງ ເປັນພຽງແຕ່ ເປັນຕົວເລກ ຄາດໝາຍ ເທົ່ານັ້ນ ແຕ່ໃນການ ປະຕິບັດ ຕົວຈິງ ມັນຍາກ ທີ່ ຈະບັນລຸ.

ທ່ານ ວິໄລວັນ ພົມເຂ ຣັຖມົນຕຣີ ວ່າການ ກະຊວງ ກະສິກັມ ແລະ ປ່າໄມ້ ໄດ້ກ່າວຢູ່ໃນ ໜັງສືພີມ ວຽງຈັນ ທາມສ ຂອງລາວ ໃນວັນທີ 2 ມິຖຸນາ  ທີ່ ຜ່ານມາວ່າ: ການບັນລຸ ເປົ້າໝາຍ ໃນການ ເພີ້ມເນື້ອທີ່ ປົກຫຸ້ມ ຂອງປ່າໄມ້  ໃຫ້ໄດ້ 65 ສ່ວນຮ້ອຍ ໃນປີ 2015 ແລະ 70 ສ່ວນຮ້ອຍ ຂຶ້ນເປັນ ລຳດັບ ນັ້ນ ເປັນວຽກງານ ທີ່ ທ້າທາຍ.

ເພື່ອ ໃຫ້ເຂົ້າໃຈ ງ່າຍໆກໍຄື ການເພີ່ມ ເນື້ອທີ່ ປົກຫຸ້ມ ຂອງ ປ່າໄມ້ ໃຫ້ໄດ້ 70 ສ່ວນຮ້ອຍ ນັ້ນ ເປັນເລື້ອງ ທີ່ຍາກ ແລະ ບໍ່ແນ່ໃຈ ວ່າຈະໄດ້ ຫລື ບໍ່. ແຕ່ການ ເພີ້ມ ເນື້ອທີ່ ປົກຫຸ້ມ ຂອງປ່າ ກໍ ຄື ກາຄຸນ ທີ່ຢຸດຕິ ການ ຕັດໄມ້ ແລະ ຂຸດຄົ້ນໄມ້ ໃນເວລາ ນັ້ນມັນຈະ ມີການ ເພີ້ມ ມັນຈະມີ ການເຕີບໂຕ ດ້ວຍຕົວຂອງ ມັນເອງ. ດັ່ງ ທ່ານກ່າວ ອີກວ່າ:

"ຄັນທາງ  ທີ່ດີມີ ແຕ່ວ່າ ຢຸດການ  ຕັດໄມ້ ແລະ ຖາງປ່າ ເວົ້າເລື້ອງ ອະນຸລັກ ມັນຈະເກີດ ເອງໂລດນ່າ ປ່າໄມ້ ເມືອງລາວ ບໍ່ຖ້າໄດ້ ປູກນະ ເຂົາມາ ຄົ້ນຄວ້າ ຫລາຍ ຄົນ ແລ້ວ ມາເອົາ ມາສເຕີ ກັບ ດອດເຕີ ຢູ່ນີ້ນ່າ ເຂົາມາເບິ່ງ ການເຕີບໂຕ  ຂອງມັນນີ້ ຢຸດການ ຕັດ ກັບ ຫລຸດຜ່ອນ ການຖາງປ່າ ເຮັດໄຮ່ ເນື້ອທີ່ປ່າ ເລົ່ານີ້ນ່າ ມັນຈະ ຟື້ນຕົວໄວ ພາຍໃນ 5 ຫລື 10 ປີ ນີ້ ເປັນດົງ ຄືນໂລດ ອັນເຮົາໄປ ປູກນີ້ ຍັງບໍ່ແພ້ ໂຕປ່າ ເລົ່າທີ່ມັນ ຈະຂຶ້ນເອງ ຈັ່ງວ່າ ທາງທີ່ດີ ກໍຄື ການຫລຸດ ການຂຸດຄົ້ນ ລະກະ ຫລຸດຜ່ອນ ການຖາງປ່າ ເຮັດໄຮ່ ລະກະໃຫ້ ມັນເກີດຂຶ້ນ ເອງ ດີກກວ່າ".

ທັງໝົດ ທີ່ເວົ້າມາ ນັ້ນ ແມ່ນສ່ວນນຶ່ງ ຂອງ ຄວາມ ພຍາຍາມ ທີ່ ຣັຖບານລາວ ຈັດກິຈກັມ ເນື່ອງໃນວັນ ປູກຕົ້ນໄມ້ ແຫ່ງຊາດ ໂດຍ ມີຄວາມ ຫວັງວ່າ ຕົ້ນໄມ້ ທີ່ປູກ ລົງໄປ ຈະເຕີບໃຫຍ່ ໃຫ້ ຮົ່ມເງົາ ໃນ ອະນາຄົດ ຊຶ່ງຖືວ່າ ເປັນພາບ ກິຈກັມ ວຽກງານ ຂອງ ວັນ ດັ່ງກ່າວ.

ແຕ່ໃນວັນ ດຽວກັນ (ຄື ວັນທີ 1 ເດືອນ ມິຖຸນາ) ທ່ານນຶ່ງ ທີ່ເປັນ ແຟນ ຣາຍການ ຂອງ ວິທຍຸ ເອເຊັຍ ເສຣີ ທີ່ເຮັດວຽກ ຢູ່ແຂວງ ພາກໃຕ້ ຂອງ ປະເທດ ລາວ ກໍໄດ້ ສົ່ງ ຮູບພາບ ຣົດບັນ ທຸກ ຂະໜາດ ໃຫຍ່ ກຳລັງ ແກ່ໄມ້ ຕັບເຕັມ ຄັນຣົົດ. ເມື່ອ ເບິ່ງຮູບແລ້ວ ຈະເດ ບັນທຸກ ຂະໜາດ ໃຫຍ່ ຫລາຍ ໂຕນປ້າຍ ທະບຽນ ຂອງ ວຽດນາມ  ເບິ່ງແລ້ວ ບໍ່ຕ້ອງ ສົງໄສ ເປັນປ້າຍ ທະບຽນ ຣົດມາຈາກ ປະເທດ ວຽດນາມ ຖ້າຢູ່ເຂດ ນະຄອນ ຫລວງ ວຽງຈັນ.

ຣົດ ແກ່ໄມ້ທອ່ນ ຈະບໍ່ຄ່ອຍ ເຫັນ, ແຕ່ ສຳລັບ ຢູ່ແຂວງ ພາກໃຕ້ ແລ້ວ ຣົດບັນທຸກ ຂອງ ວຽດນາມ ທີ່ເຂົ້າມາ ແກ່ໄມ້ທ່ອນ ຢູ່ແຂວງ ຈຳປາສັກ, ສາຣາວັນ, ເຊກອງ ແລະ ແຂວງ ອັດຕະປື ກັບໄປ ປະເທດ ວຽດນາມ ເປັນພາບ ທີ່ເຫັນກັນ ໂດຍທົ່ວໄປ ແລະ ເຫັນທຸກມື້ ແລະ ເຫັນຕລອດ ບໍ່ເວັ້ນ ຮອດວັນທີ 1 ມິຖຸນາ ວັນປູກ ຕົ້ນໄມ້ ແຫ່ງຊາດ.

ເນື້ອທີ່ ປົກຫຸ້ມ ຂອງປ່າໄມ້ ໃນ ປະເທດລາວ ໃນຊຸມປີ 1940 ແມ່ນ 70 ສ່ວນຮ້ອຍ  ແລະ ມາຮອດ ປັດຈຸບັນ ເຫລືອ ປະມານ 40 ສ່ວນຮ້ອຍ ອີງຕາມ ການຣາຍງານ ຂອງ ກະຊວງ ກະສິກັມ ແລະ ປ່າໄມ້, ແຕ່ ນັກຊ່ຽວຊານ ທາງດ້ານ ປ່າໄມ້ ຂອງລາວ ພັດໃຫ້ ອ້າງອີງວ່າ ເນື້ອທີ່ ຂອງປ່າໄມ້ ໃນ ປະເທດລາວ ເຫລືອ ບໍ່ຮອດ 30 ສ່ວນ ຮ້ອຍ.

ສາເຫດ ທີ່ເຮັດໃຫ້ ເນື້ອທີ່ ປ່າໄມ້ ຫລຸດລົງແມ່ນ ການໃຫ້ ໂຄຕາ ຕັດໄມ້ ຂອງ ຣັຖບານ, ການໃຫ້ ສຳປະທານ ສ້າງ ເຂື່ອນໄຟຟ້າ, ການໃຫ້ ສຳປະທານ ຂຸດຄົ້ນ ບໍ່ແຮ່, ແລະ ການ ໃຫ້ສຳປະທານ ປູກຕົ້ນໄມ້ ອຸດສາຫະກັມ.

ທີ່ສຳຄັນ ກວ່າໝູ່ ກໍແມ່ນການ ໃຫ້ ສຳປະທານ ປູກຕົ້ນໄມ້ ອຸດສາຫະກັມ ຊຶ່ງຜູ້ ສຳປະທານ ບໍ່ພຽງແຕ່ ຈະໄດ້ຕັດ ຕົ້ນໄມ້ ເທົ່ານັ້ນ ແຕ່ຍັງໄດ້ ຮັບ ສຳປະທານ ທີ່ດິນ ເປັນເວລາ ບໍ່ຕ່ຳ ກວ່າ 50 ປີ ເປັນ ຢ່າງຕ່ຳ.

ພາບປະກົດການ ຕັດໄມ້ ຢູ່ໃນ ປະເທດລາວ ແມ່ນໂດ່ງດັງ ໄປທົ່ວໂລກ ຫລັງຈາກ ທີ່ ອົງການ ສືບສວນ ດ້ານ ສິ່ງແວດລ້ອມ ໄດ້ອອກ ບົດຣາຍງານ ກ່ຽວກັບ ການຕັດ ໄມ້ ສົ່ງອອກໄປ ປະເທດ ວຽດນາມ ປີລະ ຫລາຍແສນ ແມັດກ້ອນ ຊຶ່ງ ເປັນໄມ້ ໄປຈາກ ປະເທດລາວ.

ໃນຂະນະ ທີ່ ການສົ່ງ ໄມ້ທ່ອນໄປ ຂາຍ ຢູ່ປະເທດ ວຽດນາມ ມູນຄ່າຫລາຍ 100 ລ້ານ ໂດລາ ສະຫະຣັຖ ແຕ່ການ ເກັບອາກອນ ໄດ້ພຽງແຕ່ 20 ລ້ານໂດລາ ເທົ່ານັ້ນ. ອີງຕາມ ການຣາຍງານ ຂອງ ກະຊວງ ການເງິນ ໃນປີ 2013.

ເຮັດໃຫ້ ຣັຖມົນຕຣີ ກະຊວງ ການເງິນ ຄົນເກົ່າ ຄື ທ່ານ ພູເພັດ ຄຳພູນວົງ ມີຄຳສັ່ງ ໃຫ້ມີການ ຄວບຄຸມ ການສົ່ງອອກໄມ້ ໂດຍ ສະເພາະ ໃຫ້ ສົ່ງອອກໄມ້ ຜ່ານດ່ານ ສາກົນ, ຈ່າຍເງິນ ຜ່ານທາງ ຣະບົບ ທະນະຄານ, ເສັຍອາກອນ ໃຫ້ ຖືກຕ້ອງ.

ພະນັກງານ ກະຊວງ ການເງິນ ທ່ານນຶ່ງ ກ່າວວ່າ ຄຳສັ່ງ ດັ່ງກ່າວ ອອກມາ ກໍຍ້ອນວ່າ ການຂາຍໄມ້ ອອກໄປ ປະເທດ ວຽດນາມ ບໍ່ຄ່ອຍ ຜ່ານດ່ານ ສາກົນ, ບໍ່ມີການ ຈ່າຍເງິນ ຜ່ານຣະບົບ ທະນະຄານ, ແລະ ບໍ່ມີການ ເສັຍອາກອນ ຕາມຕົວຈິງ ຂອງ ມູນຄ່າ ຂາຍໄມ້.

ສະນັ້ນ ທ່ານ ພູເພັດ ຄຳພູນວົງ ຖືກຍ້າຍ ຈາກ ຕຳແໜ່ງ ໄປປະຈຳ ຢູ່ ຫ້ອງວ່າການ ຣັຖບານ ນຶ່ງ ໃນເຫດຜົນ ຂອງການ ສັ່ງຍ້າຍ ຄັ້ງນີ້ ແມ່ນມາຈາກ ການທີ່ ທ່ານ ກວດກາ ເຣື້ອງການ ສົ່ງອອກໄມ້ ຊຶ່ງໄດ້ ສົ່ງ ຜົນກະທົບ ໂດຍກົງ ຕໍ່ທຸຣະກິດ ສົ່ງອອກໄມ້ ທີ່ ມີຄອບຄົວ ຜູ້ນຳ ບາງທ່ານ ໄປພົວພັນ. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່ ກະຊວງ ການເງິນ ທ່ານນຶ່ງ.

ຄຳສັ່ງ ຄວບຄຸມ ການສົ່ງອອກໄມ້ ໃຊ້ບໍ່ໄດ້ຜົນ ເພາະວ່າ ເຖີງວ່າ ຈະມີຄຳສັ່ງ ອອກມາ ກໍຕາມ ແຕ່ກໍບໍ່ ສາມາດ ປະຕິບັດ ໄດ້. ທີ່ຜ່ານມາ ຣັຖບານ ໄດ້ອອກ ຄຳສັ່ງ ເລກທີ 31/ນຍ, ວ່າດ້ວຍ ການຢຸດ ຊົ່ວຄາວ ການຂຸດ ຕົ້ນໄມ້ ໃນເຂດ ປ່າຜລິດ ແລະ ຍັງມີ ແຈ້ງການ ຂອງຫ້ອງວ່າ¬ການສູນກາງ ພັກ ເລກທີ 60 ບໍ່ ອະນຸຍາດ ໃຫ້ ສົ່ງອອກໄມ້ ທ່ອນ, ໄມ້ຕັບ, ໄມ້ເລື່ອຍ, ຕໍໄມ້, ປູດໄມ້, ໄມ້ເຄິ່ງ ສຳເຣັດຮູບ ແລະ ໄມ້ປະດັບ ອອກໄປ ຕ່າງປະເທດ.

ເຖີງວ່າຈະມີ ຄຳສັ່ງອອກມາ ແຕ່ໃນຕົວຈິງ ຍັງ ປະກົດເຫັນ ມີການ ຕັດໄມ້ ສົ່ງອອກໄມ້ ຄືເກົ່າ ໂດຍ ບໍ່ເວັ້ນ ຮອດວັນ ປູກຕົ້ນໄມ້ ແຫ່ງຊາດ ອີງຕາມ ຮູບພາບ ຣົດບັນທຸກ ຈາກ ປະເທດ ວຽດນາມ ຍັງແກ່ໄມ້ ຈາກເຂດປ່າ ສງວນ ເຊຊັບ ເມືອງດາກຈືງ ແຂວງເຊກອງ ແລ້ວມຸ້ງໜ້າ ໄປຜ່ານ ດ່ານສາກົນ ດ່ານ ຕະອອກນ້ອຍ ຊຶ່ງ ເປັນດ່ານ ຊາຍແດນ ຣະຫວ່າງ ແຂວງ ເຊກອງ ກັບ ຊາຍແດນ ປະເທດ ວຽດນາມ.

ເມື່ອປຽບທຽບ ການ ປູກຕົ້ນໄມ້ ແລະ ກັບການຕັດ ຕົ້ນໄມ້ ຈະເຫັນພາບ ໄດ້ຊັດເຈນວ່າ ມີຄວາມ ແຕກຕ່າງ - ການປູກ ຕົ້ນໄມ້ ແລະ ກ່ອນໄມ້ ຈະໃຫຍ່ ສາມາດ ຕັດໄດ້ ຕ້ອງໃຊ້ເວລາ ບໍ່ຕ່ຳ 50 ປີ ເປັນ ຢ່າງໜ້ອຍ ແຕ່ການ ຕັດຕົ້ນໄມ້ ຂະໜາດໃຫຍ່ ໃຊ້ເວລາ ບໍ່ເກີນ 30 ນາທີ ກໍຕັດລົງ ແລ້ວ. ເພາະສະນັ້ນ ເມື່ອປຽບທຽບ ພາບ ການປູກ ຕົ້ນໄມ້ ແລະ ພາບຣົດ ບັນທຸກ ຂອງວຽດນາມ ເຂົ້າມາ ແກ່ໄມ້ ໄປປະເທດ ວຽດນາມ ໃນວັນປູກ ຕົ້ນໄມ້ ແຫ່ງຊາດ ທີ່ຜ່ານມາ ມີຄວາມ ແຕກຕ່າງກັນ ທາງ ດ້ານ ພຶດຕິກັມ ໃນການ ຄຸ້ມຄອງ ປ່າໄມ້.

ຊຶ່ງພາບ ດັ່ງກ່າວ ມັນໄດ້ ສະທ້ອນ ໃຫ້ເຫັນວ່າ ຊັພຍາກອນ ປ່າໄມ້ ຖືກຕ່າງຊາດ ມາກອບໂກຍ ເອົາໄປໝົດ ໃນຂະນະທີ່ ຄົນລາວ ຜູ້ທີ່ເປັນ ເຈົ້າຂອງ ປະເທດຊາດ ກໍໄດ້ແຕ່ ຫລຽວເບິ່ງ ເທົ່ານັ້ນ ເຮັດຫຍັງ ກໍບໍ່ໄດ້ - ມັນຍຸດຕິທັມ ແລ້ວບໍ?

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.