ຈັບຊາວບ້ານ 2 ຄົນ ທີ່ລັກໃຊ້ໄຟຟ້າ ຂອງຄົນອື່ນ

ສຸພັດຕາ
2022.02.03
ຈັບຊາວບ້ານ 2 ຄົນ ທີ່ລັກໃຊ້ໄຟຟ້າ ຂອງຄົນອື່ນ ພະນັກງານ ຣັຖວິສາຫະກິຈ ໄຟຟ້າລາວ ອອກປະຕິບັດ ວຽກງານ ສ້ອມແປງ ສາຍສົ່ງກະແສໄຟຟ້າ.
ນັກຂ່າວ ພົລເມືອງ

ໃນຕົ້ນເດືອນກຸມພາ ປີນີ້ ໄດ້ເກີດເຫດຊາວບ້ານ 2 ຄົນ ກໍ່ເຫດລັກໃຊ້ໄຟຟ້າ ແລະດັດແປງກົງເຕີ້ນັບໄຟ ຂອງຜູ້ໃຊ້ໄຟຟ້າປະເພດທີ່ພັກອາສັຍ ແລະປະເພດທຸຣະກິຈ ຢູ່ພາຍໃນແຂວງຫຼວງພຣະບາງ ເຊິ່ງເກີດຂຶ້ນຢູ່ໃນເຂດບ້ານນາຫຼວງ ນະຄອນຫຼວງພຣະບາງ ໃນວັນທີ່ 1 ກຸມພາ ແລະຢູ່ບ້ານຊ່າງໄຫ ເມືອງປາກອູ ວັນທີ່ 2 ກຸມພາ, ໂດຍເຈົ້າໜ້າທີ່ຣັຖວິສາຫະກິຈໄຟຟ້າລາວ ແຂວງຫຼວງພຣະບາງ ແລະເຈົ້າໜ້າທີ່ ປກສ ໄດ້ຮ່ວມກັນຈັບໂຕຜູ້ກໍ່ເຫດທັງ 2 ກໍຣະນີດັ່ງກ່າວ ແລະນໍາໄປປັບໃໝຕາມລະບຽບກົດໝາຍ.

ດັ່ງເຈົ້າໜ້າທີ່ຣັຖວິສາຫະກິຈໄຟຟ້າ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 3 ກຸມພາ ນີ້ວ່າ:

“ຮູ້ແລ້ວ ຮູ້ເຈົ້າຂອງເຮືອນແລ້ວ ໂອ..ຢູ່ນາຫຼວງ ແມ່ນແຫຼະ ເຂົາລັກໄຟ ຕອນນີ້ຫັ້ນແມ່ນ ເຮົາຮູ້ເຈົ້າຂອງເຮືອນຫັ້ນເນາະ.”

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ແຂວງຫຼວງພຣະບາງ ແລະເຈົ້າໜ້າທີ່ ປກສ ນະຄອນຫຼວງພຣະບາງ ແລະ ປກສ ເມືອງປາກອູ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ກ່ຽວກັບການປັບໃໝໃສ່ໂທດ ຊາວບ້ານທີ່ລັກໃຊ້ໄຟຟ້ານັ້ນ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງສງວນການໃຫ້ຂໍ້ມູນເພີ່ມຕື່ມ.

ກ່ຽວກັບເຣື່ອງນີ້ ຊາວບ້ານຫຼາຍຄົນ ຢູ່ນະຄອນຫຼວງພຣະບາງ ກໍຍັງບໍ່ທັນຮູ້ຂ່າວຄັກແນ່ ວ່າໄດ້ເກີດປະກົດການຄົນບໍ່ດີລັກໃຊ້ໄຟຟ້າ ແລະດັດແຟງກົງເຕີ້ນັບໄຟ ເພື່ອນໍາໄຟຟ້າຈາກເຮືອນຜູ້ອື່ນໄປໃຊ້ໃນເຮືອນຂອງຕົນ ແບບຜິດກົດໝາຍ ແຕ່ຊາວບ້ານຫຼາຍຄອບຄົວ ກໍໄດ້ລະວັງໂຕໄວ້ກ່ອນໜ້ານີ້ແລ້ວ ເພື່ອປ້ອງກັນຄົນບໍ່ດີລັກໄຟຟ້າໄປໃຊ້.

ດັ່ງຊາວບ້ານ ຢູ່ບ້ານນາຫຼວງ ທ່ານນຶ່ງກ່າວວ່າ:

“ນີ້ເຮົາລະມັດລະວັງຢູ່ ກົງເຕີ້ເຮົາ ກະເອົາເຂົ້າໃນເຂດເຮົາຊີ້ນ່າ ບໍ່ປະໄວ້ນອກ ແນວຂອງຮ່ອມນີ້ ແບ່ງແຍກກົງເຕີ້ຕ່າງຫາກເນາະ.”

ໃນຂະນະທີ່ ຊາວບ້ານຢູ່ນະຄອນຫຼວງພຣະບາງ ອີກນາງນຶ່ງ ກ່າວວ່າ ລາວເອງກໍບໍ່ທັນຮູ້ຂ່າວເທື່ອ ວ່າມີເຫດລັກໃຊ້ໄຟຟ້າເກີດຂຶ້ນ ແຕ່ຊາວບ້ານຫຼາຍຄົນກໍບໍ່ໄດ້ນີ້ງນອນໃຈ ບໍ່ປະໃຫ້ເຮືອນຢູ່ເປົ່າຫວ່າງ ແລະຊ່ອຍກັນເປັນຫູເປັນຕາ ໃຫ້ແກ່ເຮືອນອ້ອມຂ້າງນໍາ ຫາກພົບເຫັນຄົນແປກໜ້າມາລັກເຮັດແນວດັ່ງກ່າວ ກໍຈະໄດ້ແຈ້ງໃຫ້ເຈົ້າຂອງເຮືອນຮູ້.

ດັ່ງນາງ ກ່າວວ່າ:

“ເພາະວ່າເຮືອນເຮົາກະມີຜູ້ເຝົ້າ ແລ້ວກະມີຄົນຮັກແພງກັນ ເຮືອນຕິດກັນຢູ່ຫັ້ນເດ້ ແຕ່ວ່າເຮົາບໍ່ຮູ້ແຫຼະ ກະຄືຊິແມ່ນ ເພາະມັນຢູ່ເຂດນຶ່ງ ແລ້ວກະຂອງເຮົາຢູ່ໃກ້ກັບຕໍາຣວດເດ້.”

ທາງດ້ານນັກຊ່ຽວຊານ ດ້ານການຕິດຕັ້ງແລະສ້ອມແປງໄຟຟ້າ ທ່ານນຶ່ງກ່າວວ່າ ການລັກໃຊ້ໄຟຟ້າ ແລະດັດແປງກົງເຕີ້ນັບໄຟ ເພື່ອນໍາເອົາໄຟຟ້າຈາກເຮືອນຜູ້ອື່ນໄປໃຊ້ນັ້ນ ສາມາດເຮັດໄດ້ງ່າຍ ຄັນຜູ້ທີ່ເຮັດເປັນ ຜູ້ທີ່ມີຄວາມຮູ້ດ້ານໄຟຟ້າ ຫຼືຮຽນຈົບທາງດ້ານຂແນງຊ່າງໄຟຟ້າມາກ່ອນ.

ດັ່ງທ່ານກ່າວວ່າ:

“ມັນບໍ່ຍາກຄັນຮູ້ນະ ເພາະວ່າເຂົາຮູ້ລະບົບລະເດ້ ຜູ້ໃດທີ່ວ່າຮູ້ລະບົບ ແມ່ນເຮັດເປັນໝົດແຫຼະ ຄັນຜູ້ໃດຮຽນແມ່ນກະບໍ່ຍາກ ເຂົາກະມີກົດໝາຍ ຕາມລະບຽບກົດໝາຍເຂົາຫັ້ນແຫຼະ ປັບໃໝຄືນ ເພາະວ່າກົງເຕີ້ມັນມີໂຕກວດຄືນ.”

ສ່ວນນັກຊ່ຽວຊານດ້ານກົດໝາຍທ່ານນຶ່ງ ກ່າວວ່າ ກ່ຽວກັບກໍຣະນີ ການລັກໃຊ້ໄຟຟ້າ ຫຼືດັດແປງກົງເຕີ້ໄຟ ໂດຍບໍ່ໄດ້ຮັບອະນຸຍາດນັ້ນ ຖືວ່າມີຄວາມຜິດທັງທາງແພ່ງ ແລະອາຍາ ເຊິ່ງຜູ້ທີ່ເຮັດຜິດ ຈະຕ້ອງໄດ້ເສັຍຄ່າປັບໃໝ ຕາມຄວາມເສັຍຫາຍຂອງແຕ່ລະກໍຣະນີ ແລະອາຈຖືກຈໍາຄຸກໄດ້ເຊັ່ນກັນ.

ດັ່ງທ່ານກ່າວວ່າ:

“ໂຕນີ້ ສາມາດເປັນໂທດທາງອາຍາໄດ້ ໃນລະບຽບຂອງໄຟຟ້າເຂົາກະກໍານົດຊັດເຈນ ເຣື່ອງຂອງໂຕນີ້ນ່າ ໂຕນີ້ມັນກະເບິ່ງຈາກຄວາມເສັຍຫາຍ ວ່າຄວາມເສັຍຫາຍມັນມີຫຍັງແດ່ ຣາຍລະອຽດຫັ້ນ ຢູ່ໃນບິນໄຟຟ້າເນາະ.”

ອີງຕາມກົດໝາຍວ່າດ້ວຍໄຟຟ້າ ສບັບປັບປຸງ ໃນມາດຕຣາທີ່ 77 ລະບຸວ່າ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍ ກ່ຽວກັບໄຟຟ້າ ແລະກໍ່ຄວາມເສັຍຫາຍເຊິ່ງບໍ່ມີອົງປະກອບຂອງການກະທໍາຜິດທາງອາຍາ ຈະຖືກປັບໃໝ ເນື່ອງຈາກການກະທໍາອັນໃດນຶ່ງ ເປັນຕົ້ນ ຕໍ່ໄຟເຂົ້າເຮືອນໂດຍບໍ່ໄດ້ຮັບອະນຸຍາດ ແລະດັດແປງກົງເຕີ້ນັບໄຟ ແລະໃນມາດຕຣາທີ່ 78 ແລະ 79 ກໍໄດ້ລະບຸຕື່ມວ່າ ບຸກຄົນທີ່ລະເມີດກົດໝາຍສບັບນີ້ ຈະຕ້ອງໄດ້ຮັບໂທດ ທັງທາງແພ່ງແລະອາຍາ.

ກ່ອນໜ້ານີ້ ໃນເດືອນມົກກະຣາ ທີ່ຜ່ານມາ ຫາກໍເກີດເຫດການ ຄົນບໍ່ດີລັກໃຊ້ໄຟຟາ ແລະດັດແປງກົງເຕີ້ນັບໄຟ ຂອງບໍຣິສັດເອກະຊົນແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ ແຕ່ບໍ່ໄດ້ມີການເປີດເຜີຍຣາຍຊື່ບໍຣິສັດ ແລະຜູ້ທີ່ລົງມືກໍ່ເຫດ, ແຕ່ເຖິງຢ່າງໃດກໍຕາມ ການເຮັດແນວດັ່ງກ່າວນັ້ນ ໄດ້ເຮັດໃຫ້ຣັຖວິສາຫະກິຈໄຟຟ້າລາວ ໄດ້ຮັບຄວາມເສັຍຫາຍທາງດ້ານຊັບສິນ ແລະສູນເສັຍລາຍຮັບອັນມະຫາສານ ຈາກການໃຊ້ກະແສໄຟຟ້າ, ອີງຕາມຂໍ້ມູນຈາກຣັຖວິສາຫະກິຈໄຟຟ້າລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.