ຄຣູອາສາ ສອນມາ 10 ປີ ຕ້ອງລາອອກ

ພອນ ພູມມີທອນ
2022.06.21
ຄຣູອາສາ ສອນມາ 10 ປີ ຕ້ອງລາອອກ ໂຮງຮຽນແຫ່ງນຶ່ງ ເຂດຫ່າງໄກ ໃນແຂວງພາກເໜືອຂອງລາວ ທີ່ຂາດຄຣູສອນ, ເດືອນຕຸລາ 2021
ນັກຂ່າວ ພົລເມືອງ

ບັນດາຊາວບ້ານ ແລະ ຄູອາສາສມັກ ທີ່ເປັນເພື່ອນຮ່ວມອາຊີບ ຈາກຫຼາຍເມືອງ ແລະ ຫຼາຍແຂວງ ພາກັນ ຊ່ອຍບໍຣິຈາກເງິນ ເພຶ່ອເປັນຂວັນກຳລັງໃຈ ໃຫ້ແກ່ຄ​ຣູອາສາສມັກ ຜູ້ນຶ່່ງ ທີ່ບໍ່ໄດ້ຮັບ ການຊັບຊ້ອນ ແລະ ບັນຈຸ ເປັນຣັຖກອນ ພາຍຫຼັງ ເຮັດວຽກມາແລ້ວ ເປັນເວລາ 10 ປີ. ດັ່ງຊາວບ້ານ ຢູ່ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ່ 20 ມິຖຸນາ 2022 ນີ້ວ່າ:

ເພິ່ນກໍເປີດບັນຊີແລ້ວຕິ ໂອນໃຫ້ເພິ່ນ ແບບນີ້ນ່າ. ມັນກະຍັງແບບ ຄົນກະຊິຊ່ອຍໆຢູ່ ກະຍັງຂາດເຂີນນ່າ, ແບບເຮືອນຊານ ແບບປະເພດ ເປັນຜ້າຫອກຜ້າຫົ່ມ ເຄື່ອງນຸ່ງ ເຄື່ອງຖື ຫັ້ນແຫລະ. ເປັນບ້ານຫ່າງໄກສອກຫລີກ ແດ່. ລູກກະຕັ້ງ 5 ຄົນເນາະ ຜ້າຫົ່ມ ພັດຜືນດຽວ ເກີບຫຍັງ ກະບໍ່ມີເນາະ ເຂົາເຈົ້າວ່າ ແບບນີ້ແຫລະ.”

ຄູອາສາສມັກຜູ້ນີ້ ເປັນຄົນທຸກຍາກ ອາສັຍຢູ່ນຳເມັຽ ແລະ ລູກອີກ 5 ຄົນ ຢູ່ບ້ານທົ່ງແສນ ເມືອງຄຳເກີດ ແຂວງບໍຣິຄຳໄຊ ໂດຍລາວ ໄດ້ເຮັດວຽກ ເປັນຄູອາສາສມັກ ຢູ່ໂຮງຮຽນ ມສ ທົ່ງແສນ ແຕ່ອາຍຸ 25 ປີ ເປັນໄລຍະເວລາ 10 ປີ ແຕ່ພັດບໍ່ໄດ້ຮັບ ການຊັບຊ້ອນ ໃຫ້ບັນຈຸ ເປັນພະນັກງານ ຣັຖກອນ ຈຶ່ງເຮັດໃຫ້ ລາວເອງ ຕ້ອງຕັດສິນໃຈ ລາອອກ ຈາກການເປັນ ຄູອາສາ ຍ້ອນທາງການ ກຳນົດໃຫ້ ຜູ້ທີ່ຈະໄດ້ຮັບ ການຊັບຊ້ອນ ເປັນຣັຖກອນ ຈະຕ້ອງມີ ອາຍຸບໍ່ກາຍ 35 ປີ. ດັ່ງຄ​ຣູອາສາ ຢູ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ອີກທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ອາຍຸລາວ ຮອດກະສຽນແລ້ວເດ້, ຂະເຈົ້າ ບໍ່ຮັບແລ້ວ ຮອດ 35 ປີແລ້ວ ເຂົາບໍ່ຮັບເທື່ອຂຶ້ນກັບເມືອງ ຂະເຈົ້າ ສເນີນ່າ ເມືອງໃດ ທີ່ຕ້ອງການຫຼາຍ ເມືອງສເນີໄປ ແລ້ວກະຊວງ ຈັ່ງນັ້ນ ໃຫ້ມາຕິ. ກະຖືກຫັ້ນແຫລະ ແຕ່ມັນບໍ່ທັນ ຂະເຈົ້າ ມັນເວົ້າພວກຜູ້ໃຫຍ່ ຂະເຈົ້າ ເອົາຫລານຂະເຈົ້າ ໄປກ່ອນ ແລ້ວເຮົາ ບໍ່ໄດ້ມີລາຍຊື່ ເຂົ້າໄປ. ໂອ້ຍ ຢ້ານເປັນ ທົ່ວທຸກແຂວງ ອັນຕາມອັນເບິ່ງນີ້.”

ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ຈຳນວນເງິນດັ່ງກ່າວ ທີ່ຮ່ວມກັນບໍຣິຈາກ ເພື່ອຊ່ອຍເຫຼືອ ຄຣູອາສາສມັກຜູ້ນີ້ ຈະໜ້ອຍຫຼາຍ ແລະ ບໍ່ພຽງພໍ ຕໍ່ການດຳລົງຊີວິດ ແລະ ເບິ່ງແຍງ ຄອບຄົວ ໃນແຕ່ລະເດືອນ ແຕ່ສາເຫດສຳຄັນ ທີ່ເຮັດໃຫ້ ຄ​ຣູອາສາສະມັກ ກຸ່ມດັ່ງກ່າວນີ້ ຍັງເຮັດວຽກຕໍ່ໄປ ເປັນຍ້ອນວ່າ ບໍ່ຕ້ອງການ ໃຫ້ເດັກນ້ອຍ ຫຼຸດອອກຈາກ ລະບົບການສຶກສາ ເນຶ່ອງຈາກໂຮງຮຽນ ທີ່ພວກເຂົາເຈົ້າ ສັງກັດ ຂາດເຂີນຣັຖກອນຄຣູ ແລະ ບໍ່ມີເງິນຈ້າງ ຄ​ຣູອາສາສມັກ ມາເຮັດວຽກເພີ່ມ.

ທາງດ້ານ ຄ​ຣູອາສາສມັກ ທີ່ເຮັດວຽກ ນຳໂຮງຮຽນ ຊັ້ນອານຸບານ, ປະຖົມສຶກສາ ແລະ ມັທຍົມສຶກສາ ໂດຍບໍ່ໄດ້ຮັບ ເງິນເດືອນ ແລະ ສວັດດີການ ທາງສັງຄົມແນວໃດ ຈາກທາງການລາວ ກໍກ່າວວ່າ ການເດີນທາງ ມາເຮັດວຽກ ໃນແຕ່ລະມື້ ພວກເຂົາເຈົ້າ ຈະຕ້ອງອອກຄ່າ ໃຊ້ຈ່າຍເອງ ເຊິ່ງສ່ວນຫຼາຍ ເປັນເງິນ ທີ່ໄດ້ມາຈາກ ການເຮັດວຽກເສີມ ເຊັ່ນ ຂາຍເຄື່ອງອ່ອນລາຍນ໌, ຂາຍເລກ ແລະ ຂາຍສິນຄ້າ ການກະເສຕ ຢູ່ຕາມທ້ອງຕລາດ ໃນໄລຍະ ປິດພາກຮຽນ.

ໃນຂະນະດຽວກັນ ຄ​ຣູອາສາສມັກ ໃນພື້ນທີ່ ຫ່າງໄກສອກຫລີກ ບາງຄົນ ຈະຕ້ອງ ຮັບຜິດຊອບ ຈັດການຮຽນ-ການສອນ ໃນ 9 ຂເເນງວິຊາຫລັກ ໃຫ້ແກ່ນັກຮຽນ ຊັ້ນອານຸບານ ແລະ ປະຖົມສຶກສາ ຍ້ອນທັງໂຮງຮຽນ ແມ່ນບໍ່ມີ ຣັຖກອນຄ​ຣູ ອີກທັງ ຍັງມີທ່ານເອງ ເປັນຄ​ຣູອາສາສມັກ ພຽງຜູ້ດຽວ. ດັ່ງຄ​ຣູອາສາ ທີ່ເຮັດວຽກ ມາເປັນໄລຍະ ເວລາ ກາຍ 8 ປີ ຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ອີກທ່ານນຶ່ງ ກ່າວວ່າ:

ເພາະວ່າ ຢູ່ເຂດຊົນນະບົດນັ້ນ ຊິບໍ່ມີຄຣູລົງໄປສອນນຳ ອ້າຍສອນຄົນດຽວນີ້ 5 ຫ້ອງ 85 ທົ່ວໄປເລີຍ ເພາະວ່າ ຫລັກການປະຖົມ ມັນມີຢູ່ 9 ວິຊາຫລັກ. ຄິດເບິ່ງ ເຮົາສອນ ຫ້ອງນຶ່ງ ມີຢູ່ 15 ນາທີ ແລ້ວລູກຫລານ ຈັ່ງຊິເປັນແນວໃດ. ຫ້ອງນຶ່ງ ເຮົາສ່ຳວ່າ ເຮົາຈົດໄວ້ ແລ້ວກະຂຶ້ນຫ້ອງໃໝ່ ເພາະວ່າ ເຮົາຈົດ ມັນກະຊ້າເຕີບເນາະ ເຮົາຈົດໃຫ້ນັກຮຽນ . 1 ມັນກະຍາກ ແລ້ວເດ້.”

ທີ່ຜ່ານມາ ມີຄູອາສາສມັກ ບາງຄົນ ພັດໄດ້ເງິນຊ່ອຍເຫລືອ ລະຫວ່າງ ການເຮັດວຽກ ພຽງແຕ່ ປະມານ ເດືອນລະ 100,000 ຫາ 200,000 ກີບ ຕໍ່ເດືອນ ຈາກການທີ່ເຮັດ ຣັຖກອນຄຣູ ຫລາຍຄົນ ທີ່ສອນ ຢູ່ພາຍໃນໂຮງຮຽນດຽວກັນ ຊ່ອຍກັນ ບໍຣິຈາກ ໃຫ້ຄົນລະ ປະມານ 10,000 ກີບຕໍ່ເດືອນ ຫລືບາງເທື່ອ ກໍໄດ້ຮັບ ບໍຣິຈາກ ຈາກຜູ້ປົກຄອງ ຂອງນັກຮຽນ.

ດັ່ງຄ​ຣູອາສາສມັກ ທີ່ເຮັດວຽກ ມາເປັນໄລຍະເວລາ ກາຍ 9 ປີ ຢູ່ ແຂວງສວັນນະເຂດ ອີກທ່ານນຶ່ງ ກ່າວວ່າ:

ກະຈະຂຶ້ນ ຂຶ້ນກັບບາງໂຮງຮຽນເນາະ. ບາງໂຮງຮຽນນີ້ ກະຈະໃຫ້ເປັນເດືອນລະ 100,000 ກີບ ຫຼືວ່າ 200,000-300,000 ກີບ, ບາງໂຮງຮນ ກະບໍ່ໄດ້. ສະເພາະ ໃນໂຮງຮຽນ ຂອງຂ້ອຍນີ້ ເພິ່ນບໍ່ໃຫ້ ມີແຕ່ເງິນເດືອນ ພະນັກງານຣັຖ ກ່ອນອອກ ກະແມ່ນ ຂໍເອົານຳ ຂະເຈົ້າ ຫັ້ນແຫລະ. ແມ່ນແຫລະ ແບ່ງໃຫ້ ຢູ່ລາວເຮົາ ກະປະມານ ຖືກຢູ່ 10,000 ກີບ.”

ທ່ານກ່າວຕື່ມວ່າ ຜູ້ທີ່ໄດ້ຮັບ ການຄັດເລືອກ ເປັນຣັຖກອນຄ​ຣູ ຈະຕ້ອງຜ່ານ ການສອບເສັງ ໃນຫຼາຍວິຊາ ຕາມທີ່ ທາງກະຊວງສຶກສາທິການ ແລະ ກິລາ ເປັນຜູ້ກຳນົດ ໂດຍຈະຕ້ອງ ເປັນຜູ້ທີ່ເຮັດວຽກ ເປັນຄຣູອາສາ ບໍ່ໜ້ອຍກວ່າ 4 ປີ ແລະ ຖ້າຫາກ ຜ່ານການຄັດເລືອກ ຈຶ່ງຈະໄດ້ຮັບ ການບັນຈຸ ເປັນຣັຖກອນຄຣູ. ແຕ່ເຖິງຢ່າງໃດກໍຕາມ, ພັດມີ ຄ​ຣູອາສາສມັກ ຫຼາຍຄົນ ເຮັດວຽກມາດົນ ແຕ່ບໍ່ໄດ້ຮັບ ການຊັບຊ້ອນ ເປັນຣັຖກອນຄ​ຣູ ຍ້ອນບໍ່ມີເສັ້ນສາຍ ເປັນລູກຫລານຜູ້ຫລັກຜູ້ໃຫຍ່ ຫລື ບໍ່ມີເງິນຊື້ຈ້າງ.

ປັດຈຸບັນ ທົ່ວປະເທດລາວ ມີຄ​ຣູອາສາສມັກ ທັງໝົດ ຈຳນວນ 7,913 ຄົນ. ໃນນີ້ ທາງກະຊວງສຶກສາທິການ ແລະ ກິລາ ມີທ່າທີ ເປັນໄປໄດ້ ຢ່າງສູງວ່າ ຈະເປີດໂກ່ຕ້າ ຣັຖກອນຄ​ຣູ ໃຫ້ແກ່ຜູ້ສອນຖືກວິຊາ ແລະ ເປັນທີ່ຕ້ອງການ ຕາມສະຖາບັນ ການສຶກສາ ຈຳນວນ 2,000-3,000 ຄົນ. ໃນຂະນະດຽວກັນ ກໍໄດ້ແນະນຳ ໃຫ້ຄ​ຣູອາສາສມັກ ທີ່ສອນ ບໍ່ຖືກຊັ້ນ ບໍ່ຖືກສາຍ ປ່ຽນຂເເນງວິຊາຊີບໃໝ່ ຫລື ໄປຮຽນຕໍ່ ສາຍອະຊີວະສຶກສາ ເຊິ່ງເຮັດໃຫ້ ຄ​ຣູອາສາສມັກ ຈຳນວນນຶ່ງ ຕັດສິນໃຈ ລາອອກ ປະກອບອາຊີບອື່ນແລ້ວ ຈຳນວນນຶ່ງ.

ດັ່ງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ນາງນຶ່ງ ກ່າວວ່າ:

ໂຕຈິງ ເຮົາກະຂໍຫລາຍຢູ່ ແຫລະເນາະ ແຕ່ວ່າ ອີງໃສ່ ຣັຖບານ ເພິ່ນກະຕອບສນອງ ເຮົາມາເທົ່ານັ້ນ, ແຕ່ວ່າ ແຜນການຂຍາຍຕໍ່ໄປນີ້ ກໍອາດມີຕໍ່ ເຮົາກໍບໍ່ຮູ້ວ່າ ທາງຣັຖບານ ຊິຈະກຳນົດ ໃຫ້ໜ້ອຍ ຫຼື ໃຫ້ຫຼາຍເນາະ ດຽວນີ້ ເຮົາກໍຈົດບູຣິມະສິດ ເຂົ້າ 1, 2, 3 ຢູ່ຫັ້ນ ເຮົາກໍມີຂັ້ນຕອນ, ມີລະບຽບ, ມີແຜນການ, ມີເປົ້າໝາຍ ທີ່ຈະສ້າງ. ທະຍອຍ ແກ້ໄຂມາ ກະຍັງເຫລືອ ຫລຸດລົງແດ່ແລ້ວ ຫລຸດລົງຫລາຍເຕີບ.”

ທີ່ຜ່ານມາ ທາງດ້ານ ກະຊວງສຶກສາທິການ ແລະ ກິລາ ໄດ້ນຳສເນີ ບັນຫາ ການຂາດແຄນຄ​ຣູ ໃນພື້ນທີ່ຕ່າງໆ ທົ່ວປະເທດ ໃຫ້ແກ່ທາງການ ໄດ້ຮັບຊາບແລ້ວ ແຕ່ເປັນຍ້ອນ ການຂາດເຂີນ ງົບ​ປະມານ ໃນການບໍຣິການ ຈັດການ ເຮັດໃຫ້ ສຳນັກງານ ຣັຖມົນຕຣີ ບໍ່ສາມາດ ເພີ່ມໂກ່ຕ້າ ຣັຖກອນຄ​ຣູໄດ້ ແລະ ມີທ່າທີ ທີ່ຈະຫລຸດ ໂກ່ຕ້າ ຣັຖກອນຄ​ຣູ ທຸກຂແນງລົງເລື້ອຍໆ ໃນອະນາຄົດ.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການພັທນາ ຄຸນນະພາບຄ​ຣູ ຜູ້ບໍ່ປະສົງອອກຊື່ ແລະ ຕໍ່າແໜ່ງ ກ່າວວ່າ:

ແມ່ນແຫລະ ເພິ່ນກຳລັງ ລົງຕ່າງແຂວງ. ເຮົາມີ ວິທີແກ້ໄຂ ມັນຢູ່ເນາະ ຕາມສະພາບ ການສຶກສາເຮົານີ້. ເຮົາກໍຈັດສັນ ຕາມໂຕເລຂ ທີ່ເພິ່ນອະນຸມັດ ເອົາເກີນບໍ່ໄດ້ ກະແມ່ນ ຣັຖບານ ສຳນັກນາຍົກ. ທຸກວຽກ ມັນຈະກ່ຽວກັບ ງົບປະມານ ທັງໝົດ.”

ໃນລະຫວ່າງປີ 2020-2022 ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ດຳເນີນການຮັບ ແລະ ບັນຈຸ ຣັຖກອນ ເປັນຈຳນວນ 1,814 ຄົນ. ໃນນັ້ນ ເປັນການຮັບ ແລະ ບັນຈຸ ໃນປີ 2020 ຈຳນວນ 966 ຄົນ, ໃນປີ 2021 ຮັບຈຳນວນ 530 ຄົນ ແລະ ໃນປີ 2022 ນີ້ ມີການຮັບ ແລະ ບັນຈຸພຽງ 318 ຄົນເທົ່ານັ້ນ ໂດຍແຂວງ ທີ່ໄດ້ໂກ່ຕ້າ ຣັຖກອນຄ​ຣູ ຫລາຍກວ່າໝູ່ ແມ່ນແຂວງສວັນນະເຂດ ຈຳນວນ 33 ຄົນ ແລະ ແຂວງ ສາຣະວັນ ຈຳນວນ 28 ຄົນ.

ເມື່ອວັນທີ່ 16 ມິຖຸນາ ທີ່ຜ່ານມາ, ທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີ ກະຊວງພາຍໃນ ໄດ້ກ່າວ ໃນກອງປະຊຸມແຫ່ງຊາດລາວ ສມັຍສາມັນ ເທຶ່ອທີ່ 3 ຂອງສະພາແຫ່ງຊາດ ຊຸດທີ 9 ວ່າ ໃນປີ 2022 ທາງການລາວ ໄດ້ຈັດສັນງົປມານ ຈຳນວນນຶ່ງ ສຳລັບຊື້ກຳລັງ ປະກອບອາວຸດ ທົ່ວປະເທດ ແລະ ເພີ່ມດັດ​ຊະນີເງິນເດືອນ ໃຫ້ແກ່ຣັຖກອນ ແລະ ພນັກງານຣັຖ (150 ກີບ/ດັດ​ຊະນີ) ລວມເປັນເງິນ 13,320 ຕື້ກີບຕໍ່ປີ (ສິບສາມພັນ ສາມຮ້ອຍ ຊາວ ຕື້ກີບ) ເຊິ່ງເປັນລາຍຈ່າຍ ທີ່ເພີ່ມຂຶ້ນ ຈາກປີກ່ອນໜ້າ 2,398 ຕື້ກີບ (ສອງພັນ ສາມຮ້ອຍ ເກົ້າສິບແປດ ຕື້ກີບ) ເຮັດໃຫ້ທາງລາວ ມີທ່າທີ ເປັນໄປໄດ້ສູງວ່າ ຈະຫລຸດ ຈຳນວນຣັຖກອນ ລົງຈາກ 2.4% ໃຫ້ເຫລືອ 1.8% ຂອງຈຳນວນ ປະມານ ປະຊາກອນ ທັງໝົດ 7 ລ້ານ 3 ແສນປາຍຄົນ ເພຶ່ອຫລຸດຜ່ອນ ຄ່າໃຊ້ຈ່າຍ ຂອງປະເທດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.