ຊາວບ້ານຮ່ວມໃຈບໍ່ຍອມ ເສັຽດິນ ໃຫ້ຈີນ

ໄຊຍາ
2020.10.14
F-VV ຕູບນ້ອຍ ອັນສວຍງາມ ລຽບໄປຕາມຝັ່ງຕາເວັນຕົກ ຂອງ ແມ່ນໍ້າຊອງ ຊຶ່ງ ເປັນສະຖານທີ່ທ່ອງທ່ຽວ ຂອງລາວ ຢູ່ເມືອງວັງວຽງ. ຮູບຖ່າຍ ເດືອນ ມິຖຸນາ 2019.
RFA

ຊາວບ້ານຈຳນວນ 22 ບ້ານ ໃນເມືອງວັງວຽງ ແຂວງວຽງຈັນ ເຫັນດີນໍາກັນວ່າ ຈະບໍ່ຍອມເສັຍດິນນາ ໃຫ້ກັບບໍຣິສັດຈີນ ສ້າງໂຄງການ ພັທນາ ເຂດໃໝ່ວັງວຽງ. ໂດຍຊາວບ້ານຢືນຢັນ ທີ່ດິນທີ່ໃຊ້ເຮັດນາ ແລະລ້ຽງສັດຖ້າມອບໃຫ້ໂຄງການ ແລ້ວຢ້ານວ່າ ບໍ່ໄດ້ຮັບ ຄ່າຊົດເຊີຍ ທີ່ເປັນທັມ. ດັ່ງຊາວບ້ານທີ່ໄດ້ຮັບຜົລກະທົບ ທີ່ຈະເສັຍດິນນາ ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 14 ຕຸລາ 20 ວ່າ:

"ແຕ່ວ່າຍັງຫຍຸ້ງຢູ່ ເຣື່ອງຂອງປະຊາຊົນ ມັນບໍ່ເຫັນດີຄັນວ່າ ສັມປະທານ ດິນຂອງປະຊາຊົນມາແຕ່ເຫີງນີ້, ຄັນວ່າໄປເອົາ ບ່ອນທີ່ປະຊາຊົນ ບໍ່ຫ້າມ, ບໍ່ຂວາງ ກາຊິແມ່ນຢູ່ ອັນນີ້ ປະຊາຊົນເພິ່ນ ເຮັດນາກິນ 100 ປີ ແລ້ວບາດນີ້ ປະຊາຊົນກາຮູ້ຢູ່ແລ້ວ ເພາະໂຄງການຈີນນີ້ ເຮັດມາ ມັນແຄໂຕເອັງຫັ້ນນ່າເນາະ. ປັຈຈຸບັນນີ້ ສົມມຸດຕີຣາຄາສົມມຸດວ່າ ຊົດເຊີຍດ້າມ ເຫຼັກດ້າມນ້ອຍນີ້ ມັນບໍ່ຄຸ້ມຄ່າ.”

ຊາວບ້ານ ໄດ້ກ່າວຕື່ມວ່າ ເຫັນບໍຣິສັດຈີນ ເຂົ້າມາວັດແທກເອົາດິນຈົນໝົດ ກວມເອົາທົ່ງພຽງ, ພູດອຍ ແລະ ແຫຼ່ງນໍ້າ ບໍ່ເອົາແຕ່ດິນເຮືອນ ແລະດິນ ຂອບເຂດບ້ານ. ຖ້າເປັນໄປຕາມ ບໍຣິສັດຈີນ ວັດແທກ, ດິນທັງໝົດ ຈະຖືກໂຄງການທັນທີ ຊາວບ້ານຈະບໍ່ເຫຼືອດິນ ໃຫ້ເຮັດນາ ຄືແຕ່ເກົ່າ.

ແຕ່ເຖິງຢ່າງໃດກໍຕາມ ບໍຣິສັດຈີນ ກໍບໍ່ໄດ້ຊີ້ແຈງຣາຍຣະອຽດໃດໆ ໃຫ້ຊາວບ້ານໄດ້ຮັບຮູ້ ກ່ຽວກັບການວັດແທກທີ່ດິນເທື່ອ. ສ່ວນຫຼາຍ ຊາວ ບ້ານ ບໍ່ມີໃບຕາດິນຖາວອນ ແຕ່ຈະຖືຄອງ ເປັນໃບນໍາໃຊ້ທີ່ດິນ ທີ່ທາງການອອກໃຫ້ ແລະສາມາດຮຽກຄືນ ຍາມໃດກໍໄດ້. ດັ່ງນັ້ນຈຶ່ງເຮັດໃຫ້ ຊາວບ້ານ ເກີດຄວາມກັງວົນ ຖ້າທາງການລາວ ເຫັນດີນໍາໂຄງການຈະເຮັດໃຫ້ຊາວບ້ານບໍ່ໄດ້ຮັບຄວາມເປັນທັມ.

ຊາວບ້ານ ທີ່ໄດ້ຮັບຜົລກະທົບ ອີກທ່ານນຶ່ງ ໄດ້ກ່າວວ່າ ບໍ່ມີໃຜເຫັນດີ ເພາະເຫັນວ່າ ຫຼາຍປັດຈັຍ ບໍ່ສົມເຫດສົມຜົລ. ໂດຍສະເພາະເຣື່ອງ ເງິນຊົດເຊີຍ ທີ່ອາດບໍ່ເປັນທັມ ແກ່ຊາວບ້ານ ເພາະເຫັນຊາວບ້ານ ໄດ້ຮັບຜົລກະທົບ ຈາກໂຄງການ ທາງຣົດໄຟລາວ-ຈີນ ແລະໂຄງການ ທາງດ່ວນ ແມ່ນໄດ້ເງິນຊົດເຊີຍບໍ່ຄຸ້ມຄ່າ.

“ປະຊາຊົນ ຍັງບໍ່ທັນໄດ້ຕົກລົງເທື່ອດຽວນີ້ ຄັນປະຊາຊົນຍິນຍອມ ແລ້ວກາບໍ່ມີບັນຫາ ອັນນີ້ປະຊາຊົນຂະເຈົ້າ ບໍ່ຍິນຍອມເດ້. ເພາະວ່າມັນ ເຫັນສາເຫດ ເຫັນໂຕທີ່ວ່າທາງດ່ວນ ຂະເຈົ້າຕັດຜ່ານອອກມາແລ້ວ ຣາຄາມັນບໍ່ເທົ່າທຽມກັນ ກາຫຍຸ້ງຍາກກັນຫຼາຍ ແນວຫັ້ນແຫຼະ ວ່າຊິໃຫ້ ປະຊາຊົນຫຼຸດພົ້ນ ຈາກຄວາມທຸກຍາກເນາະ ຊ່ອຍເຫຼືອປະຊາຊົນ ໃຫ້ມີຄວາມຮັ່ງມີ ແຕ່ຄວາມຈິງ ມາເບິ່ງຄັກແທ້ແລ້ວ ມັນບໍ່ແມ່ນ.”

ທາງຜູ້ປະກອບການ ບອນລູນລອຍຟ້າ ໃນເມືອງວັງວຽງ ໄດ້ໃຫ້ຄຳເຫັນຕໍ່ບັນຫາດັ່ງກ່າວ ຕໍ່ເອເຊັຽເສຣີວ່າ ເຣື່ອງການພັທນາເຂດໃໝ່ ເມືອງ ວັງວຽງ ຂອງບໍຣິສັດຈີນ ຍັງບໍ່ເຫັນວ່າ ເປັນທາງການເທື່ອ ແລະທາງການລາວ ຈະມາຊີ້ແຈງໃຫ້ຊາວບ້ານ. ແຕ່ຖ້າເຂົ້າມາ ພັທນາແທ້ ກໍເຫັນວ່າ ອາຈກະທົບ ຕໍ່ການທ່ອງທ່ຽວເມືອງວັງວຽງ.

“ເອີ ເຣື່ອງນີ້ນັ້ນ ເຮົາກາຍັງບໍ່ໄດ້ຄຳຕອບ ທີ່ວ່າມັນແນ່ນອນ ເປັນທາງການເທື່ອເນາະ. ຖ້າຟັງທາງເບື້ອງ ຜູ້ໃຫຍ່ເພິ່ນອີກເທື່ອນຶ່ງ ເຮົາກາຍັງ ບໍ່ສາມາດຕອບໄດ້ເນາະ. ເບື້ອງເຮົາອາຈຖືກຈີນ ເຂົາໄປສ່ວນນຶ່ງອາດບໍ່ແມ່ນສ່ວນທັງໝົດ, ສ່ວນໃຫຍ່ ເປົ້າໝາຍລູກຄ້າເຮົາ ເປັນຢູ່ໂຣບ ໝົດເດ້. ເປັນໂຊນ ຝັ່ງນັ້ນໝົດ ເຮົາກາບໍ່ໄດ້ເນັ້ນລູກຄ້າຈີນ.

ທາງດ້ານ ຜູ້ປະກອບການໂຮງແຮມ ໃນວັງວຽງ ໄດ້ໃຫ້ຄຳເຫັນ ຕໍ່ເອເຊັຽ ເສຣີວ່າ ກາຍັງບໍ່ແນ່ໃຈ ວ່າໂຄງການດັ່ງກ່າວ ຈະເກີດຂຶ້ນແທ້ ຫຼືບໍ່ ຖ້າເກີດຂຶ້ນແທ້ ຜູ້ປະກອບການລາວທັງຫຼາຍ ກໍຄິດຍາກຄືກັນ ວ່າຈະແກ້ໄຂແນວໃດ.

“ເພາະວ່າ ເພິ່ນຊິມາສ້າງ ເປັນແຫຼ່ງທ່ອງທ່ຽວ ໂຮງແຮມ 5 ດາວ ແບບຄົບວົງຈອນ ເມືອງວັງວຽງນີ້. ອັນນີ້ ເຮົາກາຍັງຄິດຍາກໂອ້ຍ, ຈັກຊິ ເຮັດຈັ່ງໃດ ລອງເບິ່ງກ່ອນ ລອງເບິ່ງແຜນເພິ່ນກ່ອນ ມັນຊິເກີດແທ້ເບາະຖ້າເກີດ ກາຍາກຄືອ້າຍວ່າຫັ້ນແຫຼະ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງວັງວຽງ ທີ່ບໍ່ປະສົງອອກນາມ ໄດ້ເວົ້າເຖິງ ບັນຫາດັ່ງກ່າວ ວ່າ ຕໍ່ໂຄງການດັ່ງກ່າວ ຍັງບໍ່ໄດ້ ຜ່ານສະພາແຫ່ງຊາດ ລົງມະຕິຕໍ່ກັບໂຄງການນີ້ເທື່ອ.

“ເປັນຂອງເອກະຊົນ ຄິດວ່າ ມັນຈະເປັນຫຸ້ນສ່ວນ ຣະຫວ່າງ ລາວ-ຈີນ ນີ້ນ່າ ກາຖືວ່າໃຫຍ່ໃດ ເພາະວ່າ ເພິ່ນເຊັນ MOU ຜ່ານຣັຖບານ ເນາະ ແຕ່ວ່າ ເພິ່ນສຳຣວດແລ້ວໆ ຍັງຕ້ອງໄດ້ຜ່ານ ສະພາແຫ່ງຊາດສະພາ ອະນຸມັດ ຈັ່ງລົງມື ການຊົດເຊີຍ ດຽວນີ້ເພິ່ນກາຍັງ ບໍ່ໄດ້ ວາງອອກມາ ວ່າເປັນແນວໃດ.”

ເຖິງແນວໃດກໍຕາມ ກົມສົ່ງເສີມການລົງທຶນ ແລະກົມແຜນການ ຂອງກະຊວງແຜນການ ແລະການລົງທຶນ ໄດ້ໃຫ້ການຢືນຢັນ ຕໍ່ເອເຊັຽເສຣີ ວ່າ ຍັງບໍ່ທັນໄດ້ຮັບເອກະສານ ການລົງທຶນ ຂອງບໍຣິສັດ ພັທນາ ເຂດໃໝ່ວັງວຽງ ຈຳກັດ ເຂົ້າມາດຳເນີນການ ຂໍອະນຸຍາດລົງທຶນ ດຳເນີນ ທຸຣະກິຈ ໃນລາວເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 16, 2020 08:30 AM

ສາທຸ ຂໍໄຫ້ພວກຂາຍຊາດຈົ່ງດັບວາຍຈີບຫາຍ ເຖີ້ນ ສາທຸ ສາທຸ
ເປັນຫຍັງຄົນລາວບໍ່ພອ້ມພຽງຮຽງຫນາ້ກັນ ປະທວ້ງໄລ່ພວກເຈັກແດງ ອອກຈາກປະເທດລາວ ຢາ່ພາກັນນັ່ງດູດາຍ ດັ່ງທີ່ເຄີຍເປັນມາແລ້ວ ພວກເຈົາ້ຈະບໍ່ມີປະເທດໄຫ້ ຢູ່ໄນບໍ່ຊາ້ນີ້ແລ້ວຮູ້ບໍ່?


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]