ການລົງທຶນຂອງວຽດນາມ ຢູ່ລາວ ຫຼຸດລົງ

ພູວົງສ໌
2019.03.14
ສວນປູກຢາງພາຣາ ຂອງ ບໍຣິສັດວຽດນາມ ຢູ່ ແຂວງຈໍາປາສັກ
RFA/OK

ການລົງທຶນຈາກ ປະເທສວຽດນາມ ໃນລາວ ທັງການລົງທຶນໂດຍກົງ FDI ແລະ ການລົງທຶນແບບຮ່ວມທຶນ Joint venture ໃນໄລຍະ 2-3 ປີມານີ້ ປະກົດວ່າຫຼຸດລົງ ຢ່າງຕໍ່ເນື່ອງ, ອີງຕາມການຣາຍງານ ຈາກທາງການລາວ ເມື່ອບໍ່ດົນມານີ້.

ເມື່ອປີ 2015-2016 ການລົງທຶນຈາກວຽດນາມໃນລາວ ມີມູລຄ່າສະສົມຫຼາຍກວ່າ 5 ຕື້ໂດລາ ສະຫະຣັຖ, ແຕ່ຕົກມາເຖິງ ທ້າຍປີ 2018 ການລົງທຶນ ຈາກວຽດນາມ ຫຼຸດລົງມາເຫຼືອພຽງ 4,1 ຕື້ໂດລາ ສະຫະຣັຖເທົ່ານັ້ນ ຫຼືຄຶດໄລ່ເປັນເປີເຊັນ ແມ່ນຫຼຸດລົງ ປະມານ 20%, ອີງຕາມການຣາຍງານ ຈາກ ກະຊວງແຜນການ ແລະ ການລົງທຶນ.

ກ່ຽວກັບເຣື້ອງນີ້, ເຈົ້າໜ້າທີ່ຜແນກແຜນການ ແລະ ການລົງທຶນ ປະຈຳແຂວງສະຫວັນນະເຂດ ທ່ານນຶ່ງ ຍັງໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນ ຂອງລາວ ທີ່ເຜີຍແຜ່ເມື່ອບໍ່ດົນມານີ້ວ່າ ສະເພາະການລົງທຶນຈາກວຽດນາມ ໃນແຂວງສະຫວັນນະເຂດ ແມ່ນບໍ່ເພີ້ມ ຂຶ້ນເລີຍ ມີແຕ່ຫຼຸດລົງ ເນື່ອງຈາກວ່າ ນັກລົງທຶນວຽດນາມ ມັກເຂົ້າມາລົງທຶນໃນດ້ານການຂຸດຄົ້ນບໍ່ແຮ່, ສັມປະທານທີ່ດິນ ແລະຂຸດຄົ້ນໄມ້, ແຕ່ເມື່ອຊັພຍາກອນ ເຫຼົ່ານີ້ນັບມື້ນັບຫຼຸດໜ້ອຍຖອຍລົງ ນັກລົງທຶນວຽດນາມ ກໍຫ່າງເຫີນອອກ.

“ການລົງທຶນຂອງ ສສ ວຽດນາມ ຖ້າທຽບໃສ່ 5 ປີ ຜ່ານມານີ້, ເຫັນວ່າບໍ່ມີການເພີ້ມຂຶ້ນເລີຍ, ມີແຕ່ຫຼຸດລົງ. ສາເຫຕເນື່ອງຈາກວ່າບໍຣິສັດ ຂອງ ສສ ວຽດນາມ ທີ່ເຂົ້າມາລົງທຶນ ຢູ່ແຂວງສະຫວັນນະເຂດ ນີ້ ແມ່ນເນັ້ນໃສ່ລົງທຶນ ແຕ່ກິຈການຂຸດຄົ້ນແຮ່ທາດ ແລະ ກິຈການ ສັມປະທານທີ່ດິນ ເພື່ອປູກໄມ້ອຸດສາຫະກັມ, ເຊິ່ງປະຈຸບັນ, ຊັພຍາກອນດັ່ງກ່າວ ກໍຫຼຸດໜ້ອຍຖອຍລົງ ແລະ ມີຢ່າງຈຳກັດ.”

ທ່ານກ່າວເພີ້ມວ່າ ມີຫຼາຍປັດຈັຍ ທີ່ເປັນສາເຫຕທີ່ເຮັດໃຫ້ການລົງທຶນ ຈາກວຽດນາມຫຼຸດລົງຢ່າງຕໍ່ເນື່ອງ, ເປັນຕົ້ນແມ່ນນັກລົງທຶນວຽດນາມ ຂາດສະພາບຄ່ອງທາງການເງິນ, ຣາຄາສິນຄ້າທີ່ນັກລົງທຶນວຽດນາມ ມາຜລິຕໃນລາວ ມີມູລຄ່າຫຼຸດລົງ ຂາຍບໍ່ໄດ້ກຳໄລ ແລະ ມີຫຼາຍ ໂຄງການ ເປັນພຽງແຕ່ໂຄງການຢູ່ໃນເຈັ້ຽສໍຊື່ໆ ບໍ່ໄດ້ມີການຈັດຕັ້ງປະຕິບັດໂຕຈິງໝາຍຄວາມວ່າ ຂຶ້ນແຜນໂຄງການໄວ້ລ້າໆແລ້ວຊອກຂາຍ ໂຄງການ ໃຫ້ນັກລົງທຶນຜູ້ໃໝ່, ແຕ່ກໍຂາຍໂຄງການບໍ່ໄດ້ ແລ້ວກໍຍົກເລີກ ໂຄງການໄປ.

ເຊັ່ນດຽວກັນ ທ່ານ ຫງວຽນ ດິ່ນ-ບ່າ, ທີ່ປຶກສາຣັຖມົນຕຣີ ປະຈຳສະຖານທູຕວຽດນາມ ປະຈຳລາວ ໄດ້ກ່າວຕໍ່ສຳນັກຂ່າວວຽດນາມ ເມື່ອບໍ່ດົນມານີ້ວ່າ ການລົງທຶນຈາກວຽດນາມ ໃນລາວ ນັບມື້ນັບຫຼຸດລົງຢ່າງຕໍ່ເນື່ອງ ພາຍຫຼັງທີ່ເພີ້ມຂຶ້ນໃນຣະດັບສູງສຸດ ຣະຫວ່າງປີ 2005-2010 ທີ່ຜ່ານມາ. ໃນປີ 2017, ການລົງທຶນວຽດນາມ ໄດ້ລົງທຶນໃສ່ໂຄງການປູກໄມ້ອຸດສາຫະກັມ ຈຳນວນ 26 ໂຄງການ, ການຂຸດຄົ້ນບໍ່ແຮ່ ແລະ ກໍ່ສ້າງເຂື່ອນໄຟຟ້າ ພລັງງານນ້ຳຕົກ 47 ໂຄງການ, ມີໂຄງການປູກຢາງພາຣາ ຈຳນວນ 70,000 ປາຍເຮັກຕ້າ ແລະ ອີກຫຼາຍໆວິສາຫະກິຈ ຂນາດກາງ ແລະ ນ້ອຍອີກຫຼາຍໂຄງການ ໃນຫຼາຍຂແນງການ.

ເຖິງຢ່າງໃດກໍຕາມ, ສິ່ງນຶ່ງທີ່ຕອກຢ້ຳວ່າ ການລົງທຶນຈາກວຽດນາມ ໃນລາວຫຼຸດລົງ ກໍແມ່ນການປະກາດຖອນທຶນ ຂອງກຸ່ມບໍຣິສັດເຄມີພັນ ແຫ່ງຊາຕວຽດນາມ ຫຼື Vinachem ທີ່ເມື່ອເດືອນກຸມພາ ທີ່ຜ່ານມາ, ສື່ມວນຊົນວຽດນາມ ຫຼືວຽດນາມເນັທ ໄດ້ຣາຍງານວ່າ ກຸ່ມບໍຣິສັດ ເຄມີພັນ ແຫ່ງຊາຕຫວຽດນາມ ຫຼື Vinachem ຈະຖອນການລົງທຶນ ຈາກລາວ ທີ່ມີມູລຄ່າການລົງທຶນ 522 ລ້ານໂດລາ ສະຫະຣັຖ ໃນປີ 2015 ເພື່ອຂຸດຄົ້ນບໍ່ແຮ່ເກືອໂປຕາສຊ້ຽມ ທີ່ແຂວງຄຳມ່ວນ ເນື່ອງຈາກຢ້ານວ່າ ຈະປະສົພກັບສະພາວະຂາດທຶນ ແລະ ຍ້ອນຣາຄາແຮ່ທາດ ດັ່ງກ່າວໃນຕລາດໂລກ ມີຣາຄາຫຼຸດລົງເລື້ອຍໆ.

ໃນຂນະດຽວກັນ, ເຖິງວ່າບໍຣິສັດເຄມີພັນ ແຫ່ງຊາຕວຽດນາມ ຫຼື Vinachem ຈະປະກາດຖອນການລົງທຶນ ຈາກ ແຂວງຄຳມ່ວນກໍຕາມ, ແຕ່ເຈົ້າໜ້າທີ່ແຜນການ ແລະ ການລົງທຶນທ່ານນຶ່ງ ໄດ້ກ່າວຢືນຢັນຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ການລົງທຶນຈາກວຽດນາມ ໃນລາວ, ໂດຍສະເພາະແມ່ນ ແຂວງຄຳມ່ວນ ທີ່ຖືເປັນຖານການລົງທຶນ ຫຼັກຂອງນັກລົງທຶນວຽດນາມ ໃນລາວ ມາແຕ່ເຫິງນານແລ້ວນັ້ນ ແມ່ນຢູ່ໃນສະພາວະຊົງໂຕ ຄືບໍ່ເພີ້ມ ແລະບໍ່ຫຼຸດ.

“ກະບໍ່ ບໍ່ໄດ້ຫຼຸດລົງໄດ໋ອ້າຍ ກະຍັງຮັກສາຄືເກົ່າ. ຢູ່ຄຳມ່ວນນີ້ແມ່ນຊົງໂຕແຫຼະອ້າຍເອີຍ, ບໍ່ໄດ້ມີເພີ້ມລະກະບໍ່ໄດ້ມີຫຼຸດແຫຼະ ການລົງທຶນ ວຽດນາມ. ສ່ວນຫຼາຍໄລຍະນີ້ກະແມ່ນການລົງທຶນ ຂອງລາວ ໂດຍກົງ. ວຽດນາມລະຂອງຕ່າງປະເທສ, ຊິຂຍາຍໂຕ ລະຊິແມ່ນຂຍາຍໂຕຂອງຈີນອ້າຍເອີຍ, ວຽດນາມລະແມ່ນຍັງຊົງໂຕຢູ່.”

ນັກວິຊາການດ້ານເສຖກິຈໃນລາວທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ການຫຼຸດລົງຂອງການລົງທຶນ ຈາກວຽດນາມ ໃນລາວ ກໍບໍ່ໄດ້ເປັນສິ່ງທີ່ໜ້າຕື່ນເຕັ້ນໃດໆ ເພາະສ່ວນໃຫຍ່ບໍ່ໄດ້ກໍ່ໃຫ້ເກີດຜົລປໂຍດ ຕໍ່ປະຊາຊົນລາວ ພໍເທົ່າໃດ. ໃນທາງກົງກັນຂ້າມ, ກັບສ້າງຄວາມຮັ່ງມີໃຫ້ແກ່ເຄືອຂ່າຍ ກຸ່ມບຸກຄົນທີ່ໃກ້ຊິດກັບຜູ້ນຳລາວ ຫຼາຍກວ່າ ແລະ ຫຼາຍໂຄງການກໍສ້າງ ແຕ່ຜົລເສັຽຫາຍຕໍ່ສິ່ງແວດລ້ອມ ແລະ ປະຊາຊົນທ້ອງຖິ່ນກໍເສັຽຜົລປໂຍດ.

“ການລົງທຶນແທ້ໆ ຄູ່ມື້ນີ້ ມັນມີແຕ່ບໍ່ໄດ້ຜົລປໂຍດຈາກການລົງທຶນພໍເທົ່າໃດ. ມີແຕ່ຜົລເສັຽຫຼາຍກ່ອນ, ສ່ວນຫຼາຍຄືສັມປະທານດິນຈັ່ງຊີ້ ດິນກະພໍແຕ່ມາເປັນຈັບຈອງ ຫຼືວ່າເອົາດິນປະຊາຊົນ ລະກະຄ່າສັມປະທານກະຖືກໆ 5 ຫຼຽນ 10 ຫຼຽນຕໍ່ປີຕໍ່ເຮັກຕ້າ. ລະກະທຳຣາຍ ມັນກະຕ້ອງຖາງ… ໄປໝົດ. ເອົາໄມ້ໄປກິນແນ່ ລະຈັ່ງໄປປູກຢາງພາຫຼອກະພາຣາ ອັນນັ້ນອັນນີ້ ປູກອ້ອຍ ປູກແອ້ ບໍ່ໄດ້ເຫັນຊິມີອີ່ສັງ.”

ທ່ານກ່າວຕື່ມວ່າ ໃນໄລຍະຍາວ ອາຈມີນັກລົງທຶນທ້ອງຖິ່ນສົນໃຈລົງທຶນເອງ ໃນຂແນງບໍ່ແຮ່ ແລະ ການກະເສຕມາແທນທີ່ ນັກລົງທຶນ ວຽດນາມ, ແຕ່ກໍຄົງມີໜ້ອຍ ເພາະກຸ່ມທຶນລາວ ຍັງເປັນກຸ່ມຂນາດນ້ອຍ ແລະ ຍັງຕ້ອງເພິ່ງພາອາໃສ ຕລາດພາຍນອກເປັນຫຼັກ, ລຳພັງຈະຂາຍໃຫ້ຕລາດພາຍໃນ ກໍຄົງບໍ່ສາມາດສ້າງກຳໄລ ໃຫ້ແກ່ນັກລົງທຶນທ້ອງຖິ່ນໄດ້.

“ຄັນນັກລົງທຶນທ້ອງຖິ່ນ ຕ້ອງການລົງທຶນມັນກະມີ, ແຕ່ນັກລົງທຶນທ້ອງຖິ່ນມັນກະຫຼຽວເບິ່ງຕລາດຄືກັນ ກ່ອນຊິລົງທຶນຫຍັງມັນກະຕ້ອງ ຫຼຽວເບິ່ງຕລາດ. ຕລາດບ້ານເຮົາມັນເປັນຕລາດແຄບ ຄັນເຮົາບໍ່ເຊື່ອມໂຍງ ກັບຕ່າງປະເທສ ມັນກະຍາກ. ອາຈມີ, ແຕ່ວ່າໜ້ອຍ ເພາະວ່າລົງທຶນກະສິກັມ ມັນກະບໍ່ມີກຳລັຍພໍເທົ່າໃດເດ ມັນບໍ່ມີກຳໄລ ເກືອບວ່າບໍ່ມີພຸ້ນແຫຼະ.”

ໄລຍະຜ່ານມາ, ກຸ່ມທຶນໃຫຍ່ຫຼັກໆຈາກວຽດນາມ ທີ່ມາລົງທຶນໃນລາວ ປະກອບມີ ກຸ່ມບໍຣິສັດເຄມີພັນ ແຫ່ງຊາຕວຽດນາມ ຫຼື Vinachem, ກຸ່ມບໍຣິສັດຮ່ວງແອ່ງເຢັ່ຽລາຍ, ກຸ່ມທະນາຄານ BIDV, ກຸ່ມບໍຣິສັດວຽດເທລ, ສນາມກ໋ອບລ່ອງແທ໋ງ, ກຸ່ມບໍຣິສັດ BIM ໂຮງແຮມຫຼູຫຼາ 5 ດາວ Crown Plaza ວຽງຈັນ ແລະ ອື່ນໆ.

ອີງຕາມການຣາຍງານຫຼ້າສຸດຈາກກະຊວງແຜນການ ແລະ ການລົງທຶນຂອງລາວໃນເດືອນ ກຸມພາ ທີ່ຜ່ານມານີ້ແລ້ວແມ່ນວ່າ ປະຈຸບັນ, ການລົງທຶນຈາກວຽດນາມ ຖືເປັນອັນດັບທີ 3 ຮອງຈາກຈີນ ແລະ ໄທ, ເຊິ່ງວ່າ ຈາກທີ່ເຄີຍມີມູລຄ່າ ການລົງທຶນ ສະສົມເກີນ 5,1 ຕື້ໂດລາ ສະຫະຣັຖ ໃນປີ 2016-2017 ນັ້ນ, ໄດ້ຫຼຸດລົງມາເຫຼືອພຽງ 4,1 ຕື້ໂດລາ ສະຫະຣັຖ ໃນປີ 2019 ທີ່ມີໂຄງການລົງທຶນ ຈາກວຽດນາມ ໃນລາວ ທັງໝົດ 409 ໂຄງການ ຈາກທີ່ເຄີຍມີເຖິງ 423 ໂຄງການ.

ຈາກຂໍ້ມູນທີ່ໄດ້ກ່າວມາຂ້າງເທິງນັ້ນ, ມັນໄດ້ເປັນໂຕວັດແທກ ທີ່ແຈ່ມແຈ້ງແລ້ວວ່າ ການລົງທຶນຈາກວຽດນາມ ໃນລາວ ກຳລັງຫຼຸດລົງ ແລະ ມີທ່າທີວ່າຈະຫຼຸດລົງເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.