ເຂື່ອນປ່ອຍນໍ້າຊັບສິນ ຊາວບ້ານ ເສັຽຫາຍ

ມະນີຈັນ
2019.07.19
F-Xayaburi ທາງດ້ານຫລັງຂອງ ເຂື່ອນໄຊຍະບູຣີ
Courtesy of FB friend Hoxieng Guesthouse

ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກການກັກນໍ້າ ເພື່ອທົດລອງຜລິດໄຟຟ້າ ຂອງເຂື່ອນໄຊຍະບູຣີ ຣະຫວ່າງ ວັນທີ 28 ມິຖຸນາ ຫາ 14 ກໍຣະກະດາ ນີ້ ຈໍານວນນຶ່ງ ໄດ້ຮັບຄ່າຊົດເຊີຍ ແລ້ວແຕ່ຍັງຄາໃຈ ຍ້ອນເຫັນວ່າບໍ່ຄຸ້ມຄ່າ ກັບຄວາມເສັຽຫາຍ ທີ່ໄດ້ເກີດຂຶ້ນ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ເຂດ ທີ່ໄດ້ຮັບຜົລກະທົບ ຕໍ່ RFA ໃນມື້ວັນທີ 19 ກໍຣະກະດາ ນີ້:

"ຂະເຈົ້າຊົດເຊີຍ ມີແຕ່ບ້ານນານີ້ ກັບບ້ານສີສະຫວ່າງ ເມືອງປາກລາຍ ຊົດເຊີຍບໍ່ເປັນຄອບຄົວ ເປັນຮ້ານຂະເຈົ້າ ໃຫ້ພວກຢູ່ນໍ້າຈັ່ງຊີ້ນະ ເປັນເງິນເປັນວັດຖຸ ທີ່ເຮົາໃຊ້ນີ້ແຫລະ ໄມ້ສ້າງໄມ້ຫຍັງໄປ ເປັນປຸ໊ຍ ເປັນຫຍັງໄປ ແຕ່ຄັນວ່າໃຫ້ພຽງພໍມັນກໍບໍ່ແຫລະ ຄວາມເສັຽຫາຍກໍ ປະມານ 20 ປາຍລ້ານພຸ້ນແຫລະ ແຕ່ໄດ້ຊົດເຊີຍ ແຕ່ 7 ລ້ານກີບ."

ກ່ຽວກັບເຣື່ອງຄ່າຊົດເຊີຍ ບໍຣິສັດ ຊ.ການຊ່າງ ເຈົ້າຂອງໂຄງການເຂື່ອນໄຊຍະບູຣີ ໄດ້ໄປບ້ານນາ ແລະບ້ານສີສະຫວ່າງ ຊຶ່ງຢູ່ຫຼັງເຂື່ອນ ນັ້ນ ນຶ່ງມື້ກ່ອນນີ້ ແລະໄດ້ໃຫ້ເງິນຊົດເຊີຍ ສໍາລັບເຮືອທ່ອງທ່ຽວ ທີ່ ເປ່ເພ ເສັຽຫາຍ ແຕ່ລະລໍາໃນໄລຍະ ທີ່ໂຄງການຕັນນໍ້າຈໍານວນ 10 ປາຍລໍາ ລໍາລະ 1 ຫາ 3 ລ້ານກີບ ແລະກໍຊົດເຊີຍເງິນໃຫ້ຮ້ານອາຫານ ເຮືອແພແຄມຂອງ ຢູ່ບ້ານສີສະຫວ່າງ ແລະ ບ້ານນາຈໍານວນ 6 ແພ ແພລະ 7 ລ້ານກີບ. ແຕ່ຄວາມເສັຽຫາຍ ໃນຕົວຈິງ ມີມູນຄ່າຫລາຍກວ່ານັ້ນ ຄືບາງແພ ເຖິງ 10 ລ້ານ ຫາ 30 ລ້ານກີບ.

ທ່ານກ່າວຕື່ມວ່າ ຍັງມີບາງພາກສ່ວນ ບໍ່ໄດ້ຮັບຄ່າຊົດເຊີຍເທື່ອ ບໍຣິສັດ ຍັງຢູ່ໃນຂັ້ນເກັບຂໍ້ມູນໄປພິຈາຣະນາ. ເປັນຕົ້ນພາກສ່ວນປູກຜັກ ສວນຄົວ ຂາຍແຄມນໍ້າຂອງ ປະມານ 100 ຄອບຄົວ ຢູ່ເຂດບ້ານ ສຸກສະຫວ່າງ ບ້ານທ່າສະຫວ່າງ ແລະບ້ານປາກລາຍ.

ໃນເວລາລົງມາໃຫ້ຄ່າຊົດເຊີຍ ທາງບໍຣິສັດ ຊ.ການຊ່າງ ຍັງໄດ້ເວົ້າເຖິງເຣື່ອງການເລີ່ມປ່ອຍນໍ້າ ແຕ່ມື້ວານນໍາອີກວ່າ ມາຮອດດຽວນີ້ຍັງ ບໍ່ມີຜົລກະທົບເທື່ອ:

"ເອີ໊ດຽວນີ້ແທ້ບໍ່ແຫ້ງແລ້ວ ຂະເຈົ້າປ່ອຍແລ້ວເດ໊ ຄັນຂະເຈົ້າອັດ ມັນກໍແຫ້ງ ທາງຫ້ອງການຂະເຈົ້າ ລົງມາແລ້ວແຈ້ງການແລ້ວ ດຽວນີ້ ກໍາລັງປ່ອຍຢູ່ປ່ອຍ ແຕ່ມື້ວານນີ້ມາ ຂະເຈົ້າສິປ່ອຍຮອດ ວັນທີ 20 ຂະເຈົ້າ ຫາກໍ່ປ່ອຍ ມາບໍ່ທັນໄດ້ຂຶ້ນຫລາຍເທື່ອ ແຕ່ໂຕປ່ອຍນໍ້າ ເຮົາບໍ່ຢ້ານຕິ ເຮົາຈະຢ້ານແຕ່ນໍ້າແຫ້ງ."

ຕາມຄໍາເວົ້າຂອງເຈົ້າໜ້າທີ່ທ່ານນີ້, ເຣື່ອງການປ່ອຍນໍ້ານີ້ ຊາວບ້ານບໍ່ມີຄວາມກັງວົນຫຍັງ ຍິ່ງຢາກໃຫ້ໂຄງການ ປ່ອຍນໍ້າຊໍ້າ ເພື່ອບໍ່ໃຫ້ນໍ້າ ບົກແຫ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.