ໂຄງການຣົດໄຟຊົດເຊີຍ ບໍ່ພຽງພໍ ບໍ່ທົ່ວເຖິງ

ມະນີຈັນ
2019.07.15
f-railway-vangvieng ການກໍ່ສ້າງ ທາງຣົດໄຟ ໃນເຂດເມືອງວັງວຽງ ແຂວງວຽງຈັນ
RFA/AS

ປັດຈຸບັນ ໂຄງການສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຕັ້ງແຕ່ແຂວງຫຼວງນໍ້າທາ ມາຮອດນະຄອນຫຼວງວຽງຈັນ ຄືບໜ້າ ໄປແລ້ວ 72 ເປີເຊັນ. ໃນຂນະທີ່ການກໍ່ສ້າງຄືບໜ້າໄປ ປະຊາຊົນຜູ້ຖືກຜົລກະທົບ ຈາກໂຄງການຫຼາຍຄອບຄົວ ຍັງລໍຖ້າເງິນຊົດເຊີຍຈາກທາງການຢູ່.

ໃນໄລຍະທີ່ມີໂຄງການສ້າງທາງຣົດໄຟ ແລະເລີ່ມກໍ່ສ້າງ ທີ່ກວມເອົາທັງດິນ ແລະເຮືອນຂອງປະຊາຊົນ, ກວມເອົາດິນນາ ຮົ້ວສວນຢູ່ນີ້ ພວກເຂົາເຈົ້າ ທີ່ໄດ້ຮັບຜົລກະທົບ ມີແຕ່ຫວັງວ່າຈະໄດ້ ຄ່າຊົດເຊີຍໄວ ແລະເໝາະສົມ. ແຕ່ມາຮອດປະຈຸບັນ ຫລາຍໆຄົນກໍຍັງຄອງຄອຍ ແລະຕິດຕາມຂ່າວຄວາມຄືບໜ້າ ຈາກນາຍບ້ານວ່າ ຈະໄດ້ເງິນນັ້ນເມື່ອໃດ. ແຕ່ສຳລັບຈໍານວນນຶ່ງ ທີ່ໄດ້ຮັບຄ່າຊົດເຊີຍ ໄປແລ້ວນັ້ນ ກໍໄດ້ ແບບລ່າຊ້າ ທັງໆທີ່ທີ່ດິນ ແລະບ້ານເຮືອນຂອງຕົນ ເສັຽໄປຢ່າງໄວວາ. ດັ່ງນັ້ນຈຶ່ງມີຄໍາຖາມ ຂຶ້ນວ່າມັນຍຸຕິທັມ ກັບພວກເຂົາເຈົ້າ ຫລືບໍ່.

ຊາວແຂວງຫລວງນໍ້າທາ ທີ່ເສັຽທີ່ດິນປູກຝັງ ໃຫ້ແກ່ໂຄງການທາງຣົດໄຟໄປແລ້ວ ແລະ ຂນະທີ່ກໍາລັງ ຈະເສັຽເຮືອນອີກຕື່ມ ແລະທັງຖືກ ໃຫ້ໂຍກຍ້າຍ ໄປຢູ່ບ່ອນອື່ນ, ໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີວ່າມາຮອດ ມື້ນີ້ ຕົນຍັງບໍ່ຮູ້ຄໍາຕອບ ຈາກທາງການເທື່ອວ່າຈະໄດ້ຄ່າຊົດເຊີຍ ເມື່ອໃດ.

ເມື່ອໄປຖາມນຳບໍຣິສັດຈີນ ກໍໄດ້ ຄໍາຕອບວ່າ ໄດ້ໃຫ້ເງິນສ່ວນ ທີ່ເປັນຄ່າຊົດເຊີຍນັ້ນ ມອບໃຫ້ແກ່ ເຈົ້າໜ້າທີ່ລາວແລ້ວ ແຕ່ບໍ່ຮູ້ວ່າ ເປັນຫຍັງເຈົ້າໜ້າທີ່ລາວ ຈຶ່ງບໍ່ຟ້າວຈ່າຍໃຫ້ປະຊາຊົນ. ບ່ອນຢູ່ອາສັຍທີ່ຈະ ໃຫ້ໂຍກຍ້າຍ ໄປປຸກເຮືອນໃສ່ ເພິ່ນກໍຍັງບໍ່ມີໃຫ້ເທື່ອ ດັ່ງທີ່ນາງເວົ້າວ່າ:

"ຄົນຈີນວ່າຄົນຈີນ ໃຫ້ແລ້ວ ເງິນ ເຮົາໜີໄປແລ້ວເຂົາສິຈົກທາງ ສິໜີຈັ່ງໃດ ເຂົາບໍ່ຈ່າຍເງິນ ບ່ອນໄປຢູ່ເຂົາບໍ່ປັບ ໃຫ້ບ່ອນຢູ່ອິຫຍັງ ເຂົາບໍ່ມີເທື່ອ ດຽວນີ້ ດິນສິຢູ່ກະບໍ່ມີ ເງິນເຂົາກະບໍ່ໃຫ້ ຄົນຈີນເຂົາເຮັດເຂົ້າໆ ຄົນຈີນເຂົາວ່າເງິນ ເອົາໃຫ້ແລ້ວ ຄົນຈີນເອົາໃຫ້ຄົນລາວ ແຕ່ຄົນລາວວບໍ່ໃຫ້ ແນວໃດເຮົາ ກະບໍ່ຊ່າງໜີ."

ນາງເວົ້າດ້ວຍຄວາມບໍ່ພໍໃຈຕື່ມວ່າ ຄອບຄົວຂອງນາງ ມີເຮືອນຢູ່ 2 ຫລັງ ຫລັງນຶ່ງ ເຮັດເປັນຮ້ານຂາຍເຄື່ອງຍ່ອຍ. ເມື່ອປີທີແລ້ວ ເຈົ້າໜ້າທີ່ຄນະໄກ່ເກັ່ຽ ສິ່ງກີດຂວາງຂັ້ນ ແຂວງຫລວງນ້ຳທາ ໄດ້ລົງມາເອົາ ຂໍ້ມູນຈາກປະຊາຊົນ ພ້ອມກັບໄດ້ເອົາເລກ ບັນຊີທະນາຄານ ຂອງພວກເຂົາເຈົ້າໄປ ເພື່ອທີ່ຈະໂອນເງິນຄ່າຊົດເຊີຍ ມາໃຫ້. ແຕ່ຫລັງຈາກນັ້ນ ກໍມິດງຽບໄປ ແລະບໍ່ໄດ້ແຈ້ງຂ່າວຫຍັງ ມາໃຫ້ຮູ້ເລີຍ.

ຮ້າຍໄປກ່ວານັ້ນ ເຈົ້າໜ້າທີ່ຍັງເວົ້າວ່າ ຫາກຜູ້ໃດບໍ່ຢາກເສັຽທີ່ດິນ ໃຫ້ໂຄງການທາງຣົດໄຟ ຫລືບໍ່ພໍໃຈນຳເງິນຄ່າຊົດເຊີຍ ຜູ້ນັ້ນຈະຖືກຈັບ ໃສ່ຄຸກທັນທີ:

"ໃຜບໍ່ຍອມ ເຂົາວ່າສິເອົາເຂົ້າໃສ່ຄຸກ ເຂົາວ່າແນວນັ້ນ ຄັນປະຊາຊົນຂັດ ຣັຖເອົາໃຫ້ໜ້ອຍນຶ່ງ ແລ້ວເອົາດິນກວ້າງ ໃຜຂັດແລ້ວໃສ່ຄຸກ ປະຊາຊົນສິວ່າຈັງໃດ ກະບໍ່ຮູ້ ຕາມໃຈກະບໍ່ຢາກເອົາໂອ໊ ຂອງເຮົາກວ້າງ ຊໍ່ານີ້ກະໃຫ້ເຮົາ ເຄິ່ງນຶ່ງສາ ເຮົາກໍຈະເອົາ ຄັນຈະເອົາໜ້ອຍ ພວກເຮົາກະບໍ່ເອົາ."

ແລະຊາວແຂວງຫລວງນໍ້າທາ ອີກຄອບຄົວ ທີ່ມີເຮືອນ ຢູ່ໃກ້ເຂດສ້າງສະຖານີ ຣົດໄຟ ແຫ່ງນຶ່ງ ໃນແຂວງຫລວງນ້ຳທາ ເວົ້າວ່າຕົນ ແລະ ຄອບຄົວ ຈະຍອມຍົກທີ່ດິນເຮືອນ ໃຫ້ແກ່ໂຄງການກໍ່ສ້າງ ກໍຕໍ່ເມື່ອ ໄດ້ຮັບເງິນຄ່າຊົດເຊີຍ ທີ່ເປັນທັມແລ້ວເທົ່ານັ້ນ. ຖ້າຍັງບໍ່ໄດ້ເງິນ ຊົດເຊີຍ ກໍບໍ່ຮູ້ວ່າຈະໄປຢູ່ບ່ອນໃດ. ເຮືອນທີ່ຢູ່ໃນປັດຈຸບັນ ແມ່ນຢູ່ມາໄດ້ 40 ປາຍປີແລ້ວ:

"ຖ້າເອົາເງິນໃຫ້ກະໄປໂລດ ໂອ໋. ບໍ່ໃຫ້ເງິນໃຫ້ດິນໄປແນວໃດ໊ ພາລູກພາຫລານ ໄປຢູ່ບ່ອນໃດ ໄປບໍ່ໄດ້ກະໄປຢູ່ ບໍ່ມີບ່ອນຢູ່ນີ້."

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣຶ່ອງຄ່າຊົດເຊີຍ ວ່າເມື່ອໃດຈະຈ່າຍເງິນໃຫ້ປະຊາຊົນ ເພີ່ມຕື່ມອີກ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງທາງການ ແຂວງຫຼວງນໍ້າທາ, ໄດ້ຮັບຄຳຕອບ ຈາກເຈົ້າໜ້າທີ່ ຜູ້ບໍ່ປະສົງອອກຊື່ແລະສຽງ ພຽງແຕ່ວ່າປະຈຸບັນ ຍັງຢູ່ໃນຂັ້ນຕອນ ກະກຽມເບີກຈ່າຍ, ທ່ານບໍ່ສະດວກ ທີີ່ຈະເວົ້າໃຫ້ຮູ້ ຫລາຍກວ່ານີ້ ຜ່ານທາງໂທຣະສັບ.

ໃນຂນະດຽວກັນປະຊາຊົນເມືອງຊຽງເງິນ ແຂວງຫຼວງພຣະບາງ ຫຼາຍຄອບຄົວ ກໍຄອຍຖ້າຄ່າຊົດເຊີຍ ຈາກໂຄງການສ້າງທາງຣົດໄຟ ຢູ່ເຊັ່ນກັນ. ຊາວເມືອງຊຽງເງິນ ຄົນນຶ່ງ ທີ່ຍັງຄອຍຖ້າ ຄ່າຊົດເຊີຍຢູ່ ແລະເວົ້າວ່າ ທຸກມື້ນີ້ຕົນ ແລະເພື່ອນບ້ານ ອີກຫລາຍຄອບຄົວ ຍັງແນມບໍ່ເຫັນອະນາຄົດ ວ່າຈະໄດ້ຮັບຄ່າຊົດເຊີຍ ເມື່ອໃດ. ເຖິງແມ່ນວ່າໄດ້ສູນເສັຽ ທີ່ດິນທໍາກິນໄປຕັ້ງແຕ່ 2 ປີກ່ອນ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ໃຫ້ແຕ່ຄວາມຫວັງ ທີ່ວ່າຈະໃຫ້ຄ່າຊົດເຊີຍ ຜ່ານທາງບັນຊີ ທະນາຄານໄວທີ່ສຸດ. ແຕ່ກໍບໍ່ໄດ້ເທື່ອ:

"ຊົດເຊີຍທາງຣົດໄຟຫັ້ນນ່າ ບໍ່ໄດ້ເທື່ອ ໄປເປີດບັນຊີ ແລ້ວເງິນບໍ່ເຂົ້າບັນຊີເທື່ອຕິ ຂະເຈົ້າກະວ່າລະວ໊າ ຂະເຈົ້າກະລໍຖ້າຢູ່ ແລ້ວບໍ່ໄດ້ ຈັກເທື່ອ."

ນາງເວົ້າຕື່ມວ່າກ່ອນໜ້ານີ້ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ໄດ້ມາພົບຊາວບ້ານ ແລະຮັບປາກເປັນຢ່າງດີວ່າ ຈະໃຫ້ຄ່າຊົດເຊີຍພາຍໃນ ເດືອນມິຖຸນາປີນີ້ ຢ່າງແນ່ນອນ ເຮັດໃຫ້ປະຊາຊົນ ມີຄວາມຫວັງ ອີກເທື່ອນຶ່ງ.

ແຕ່ວັນເວລາຜ່ານໄປ ຈົນຮອດເດືອນ ກໍຣະກະດານີ້ ເງິນຄ່າຊົດເຊີຍນັ້ນ ກໍຍັງບໍ່ຖືກໂອນ ເຂົ້າບັນຊີເງິນເທື່ອ. ເມື່ອຖາມໄປທາງເມືອງ ເພິ່ນກໍຕອບວ່າ ໃຫ້ລໍຖ້າໄປກ່ອນ ອີກບໍ່ດົນ ກໍຈະໄດ້ເງິນນັ້ນ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທາງການເມືອງຊຽງເງິນ ກໍໄດ້ຊີ້ແຈງ ຕໍ່ວິທຍຸເອເຊັຽເສຣີວ່າ ປັດຈຸບັນ ທາງຄນະຮັບຜິດຊອບເມືອງ ກໍາລັງ ກະກຽມຂັ້ນຕອນ ການຊົດເຊີຍຄວາມເສັຽຫາຍ ໃຫ້ປະຊາຊົນຢູ່. ທີ່ຜ່ານມາ ທາງເມືອງກໍໄດ້ໃຫ້ ຄ່າຊົດເຊີຍ ປະຊາຊົນໄປແລ້ວ 3 ງວດ, ຍັງເຫລືອອີກ 2 ງວດ ກໍຈະຖືວ່າ ສໍາເຣັດ ແຕ່ຍັງບໍ່ຮູ້ວ່າ ມື້ໃດຈະຈ່າຍໃຫ້ ເພາະຍັງລໍຖ້າເງິນ ຈາກສູນກາງ:

"ການຊົດເຊີຍທາງຣົດໄຟ ລາວ-ຈີນ ຫັ້ນ ຢູ່ສະເພາະຊຽງເງິນ ພວກເຮົານີ້ ພວກເຮົາໄດ້ຮັບມາ 3 ງວດແລ້ວແຕ່ວ່າຍັງອີກຕື່ມ 2 ງວດກໍສິ ສໍາເຣັດແລ້ວ ຊົດເຊີຍຊຸດ ສິມານີ້ປະມານ 11 ຕື້ປາຍກະສິມີ ປະມານ ໝ້ອງ 30 ປາຍຄອບຄົວ ນີ້ແຫລະ ດຽວນີ້ລໍຖ້າແຕ່ທາງ ຂັ້ນສູນກາງ ເພິ່ນອະນຸມັດ ເງິນເນາະ."

ທ່ານກ່າວວ່າໃນໄລຍະ 3 ງວດທໍາອິດ ໄດ້ຊົດເຊີຍເງິນໃຫ້ປະຊາຊົນປະມານ 20 ຕື້ກີບ. ງວດທີ 4 ທີ່ກໍາລັງຈະມາເຖິງນີ້ແມ່ນຈະເປັນເງິນ 11 ຕື້ປາຍກີບ. ແຕ່ສຳລັບງວດ ສຸດທ້າຍ ງວດທີ 5 ຍັງບໍ່ທັນຮູ້ ເທື່ອວ່າ ຈະເປັນຈໍານວນເທົ່າໃດ. ແລະບໍ່ຮູ້ວ່າ ປະຊາຊົນໄດ້ຮັບເງິນ ໄປແລ້ວຈັກຄອບຄົວ ແລະຍັງເຫລືອອີກ ຈັກຄອບຄົວ ທີ່ຍັງບໍ່ໄດ້ຮັບ.

ເຖິງໄດ້ຮັບເງິນ ແລະໄດ້ໂຍກຍ້າຍໄປຢູ່ບ່ອນໃໝ່ແລ້ວ ແຕ່ປະຊາຊົນຫລາຍຄົນ ກໍຍັງຈົ່ມວ່າ ຄ່າຊົດເຊີຍ ທີ່ໄດ້ຮັບນັ້ນ ບໍ່ພຽງພໍກັບຄ່າ ປຸກເຮືອນຫລັງໃໝ່ຢູ່ ຕ້ອງໄດ້ຫາເງິນ ມາຕື່ມອີກຫລາຍ ກ່ອນເຮືອນ ຈະສໍາເຣັດ.

ປະຊາຊົນຄອບຄົວນຶ່ງ ຢູ່ເມືອງຫີນເຫີບ ແຂວງວຽງຈັນ ທີ່ມີສະມາຊິກຄອບຄົວ 5 ຄົນ ເມື່ອຍກັບການປຸກເຮືອນໃໝ່ດ້ວຍຕົນເອງ ແລະ ຈົ່ມວ່າ ຄ່າຊົດເຊີຍ ທີ່ໄດ້ຮັບຈາກໂຄງການ ຣົດໄຟນັ້ນ ບໍ່ສາມາດເອົາມາ ປຸກເຮືອນເປັນຫລັງໄດ້ ຍັງຕ້ອງໄດ້ຊອກຫາເງິນມາ ຕື່ມອີກ 100 ລ້ານ ປາຍກີບ ກ່ອນທີ່ເຮືອນນັ້ນ ຈະສໍາເຣັດ, ຜິດຫວັງກັບຄ່າຊົດເຊີຍ ທີ່ບໍ່ເປັນໄປຕາມ ທີ່ຄາດຫວັງໄວ້:

"ເຮົາສິໄປຕໍ່ຕ້ານ ເຂົາຫາລາຍ ກະບໍ່ໄດ້ເຮັດໄປຕາມໂຄງການ ໂຄງການເພີ່ນວ່າແນວໃດ ກະເຮັດ ບໍ່ໃຫ້ຜິດເຂົາກະຢ່າ ເຣື່ອງເຮືອນ ເຣື່ອງຊານ ບໍ່ແລ້ວກະຕ້ອງໄດ້ ເອົາເຮື່ອແຮງເຮົານີ້ແຫລະ ຫາເງິນມາໃຊ້ ແລ້ວຊໍາໃດ໊ກະເອົາຊໍ່ານັ້ນ."

ເວົ້າເຖິງເຣຶ່ອງການຊົດເຊີຍ ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງຫີນເຫີບ ຊີ້ແຈງຕໍ່ວິທຍຸເອເຊັຽເສຣີ ວ່າ ປັດຈຸບັນ ຜູ້ຖືກຜົລກະທົບ ຈາກ ໂຄງການສ້າງທາງ ຣົດໄຟ ລາວ-ຈີນ ໄດ້ຮັບຄ່າຊົດເຊີຍໄປແລ້ວ ຫລາຍຄອບຄົວ, ຍັງເຫລືອອີກຈໍານວນນຶ່ງ ທີ່ຈະພຍາຍາມຊົດເຊີຍ ໃຫ້ສໍາເຣັດ ກ່ອນກາງປີ 2021:

"ທາງຣົດໄຟນີ້ຖືກທັງໝົດ 11 ບ້ານ ໄທເຮົາຊົດເຊີຍໄປແລ້ວນີ້ 5 ບ້ານ ໂຕນັ້ນເປັນຂໍ້ມູນເບື້ອງຕົ້ນຊື່ໆ ຕ້ອງການເອົາຂໍ້ມູນໃໝ່ ໂຄງການ ທາງຣົດໄຟ ບາງອັນ ມັນມີກາຍັບຍ້າຍເສັ້ນທາງ ຣົດໄຟເນາະ ແຕ່ວ່າ ເຣື່ອງມູນຄ່ານີ້ ພວກເຮົາຍັງບໍ່ທັນຮູ້ວ່າຊົດເຊີຍໄປແລ້ວ ເທົ່າໃດເນາະ ເພາະວ່າຍັງບໍ່ທັນໄດ້ມີການສລຸບ."

ຕາມຂໍ້ມູນເບື້ອງຕົ້ນ ທີ່ວິທຍຸເອເຊັຽເສຣີ ຮວບຮວມມາໄດ້ ກ່ຽວກັບການຊົດເຊີຍຄວາມເສັຍຫາຍ ທີ່ເກີດຈາກໂຄງການ ທາງຣົດໄຟ ລາວ-ຈີນ ທີ່ປະຊາຊົນໄດ້ຮັບໄປແລ້ວຄື ປະຊາຊົນເມືອງໄຊແຂວງອຸດົມໄຊ 18 ຄອບຄົວເມືອງຫີນເຫີບແຂວງວຽງຈັນ 11 ບ້ານບໍ່ຮູ້ຈໍານວນຄອບຄົວ ເມືອງຫຼວງນໍ້າທາແຂວງຫຼວງນໍ້າທາ 138 ຄອບຄົວ ນະຄອນຫຼວງພຣະບາງ 38 ຄອບຄົວ, ເມືອງຊຽງເງິນແຂວງຫຼວງພຣະບາງ 4 ບ້ານ ບໍ່ຮູ້ຈໍານວນຄອບຄົວ ແລະເມືອງນາຊາຍທອງ ນະຄອນຫຼວງວຽງຈັນ 2 ບ້ານ ບໍ່ຮູ້ຈໍານວນຄອບຄົວ.

ໂຄງການສ້າງທາງຣົດໄຟ ລາວ-ຈີນ ໄລຍະທາງ 417 ກິໂລແມັດ ສ້າງຜົລກະ ທົບໃຫ້ປະຊາຊົນລາວ ທັງໝົດປະມານ 4 ພັນຄອບຄົວ ໃນ 167 ບ້ານ, 13 ເມືອງ, 5 ແຂວງທີ່ເປັນທາງຜ່ານ. ມີກໍານົດສ້າງ ແລ້ວ ໃນປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.