ຄຣູອາສາໄດ້ເພິ່ງພາ ຊາວບ້ານ

ມະນີຈັນ
2017.05.09
f-teacher ຫ້ອງການສຶກສາທິການ ແລະ ກິລາເມືອງສິງ
RFA/VD

ໃນລະຍະສອງປີມານີ້ ປະຊາຊົນ ຢູ່ເມືອງສິງ ແຂວງຫລວງນໍ້າທາ ໄດ້ໂຮມໃຈກັນຊ່ອຍເຫລືອ ຄຣູອາສາສມັກ ເພື່ອໃຫ້ເດັກນ້ອຍ ຊັ້ນປະຖົມ ແລະມັທຍົມ ຫຼາຍແຫ່ງ ໄດ້ຮຽນໜັງສືຕາມປົກຕິ, ຍ້ອນວ່າຈໍານວນຄູຣ ທີ່ບັນຈຸເຂົ້າແລ້ວນັ້ນ ບໍ່ພຽງພໍ. ເຈົ້າໜ້າທີ່ຜແນກ ສຶກສາ ເມືອງສິງ ໄດ້ເປີດເຜີຍຕໍ່ RFA ວ່າ:

"ການຊ່ວຍເຫລືອ ຄຣູອາສາ ຂອງພວກເຮົາ ຢູ່ເມືອງສິງນີ້ ດຽວນີ້ພວກເຮົາໄດ້ ເຮັດຂໍ້ຕົກລົງ ຂອງເຈົ້າເມືອງ ອອກນໍ ແລະໃຫ້ ປະຊາຊົນ ແລະໂຮງຮຽນ ທີ່ຢູ່ໃນເຂດ ຮັບຜີດຊອບ ຂອງເຂົາເຈົ້າ ມີນະໂຍບາຍ ຊ່ວຍເຫລືອ ໃຫ້ເຂົາເຈົ້າ ເດືຶອນລະ 3 ແສນກີບ ເພື່ອເປັນການ ຍ້ອມນໍ້າໃຈ ເຣື້ອງເຂົ້າກິນ ຫຍັງແທ້ ແມ່ນທາງບ້ານ ເປັນຜູ້ຮັບຜິດຊອບ ລ້ຽງຢູ່ແລ້ວ ມີແຕ່ອາຫານຫັ້ນ ຄັນວ່າເຂົາເຈົ້າມີ ເຂົາກໍມາ ແບ່ງປັນຢູ່ ຄັນບໍ່ມີກ່າ ໄປຫາກິນເອົາເອງ ໄປເກັບຜັກ ຫັກໜໍ່ມາກິນ".

ແຫລ່ງຂ່າວທ້ອງຖິ່ນບອກວ່າ ສະເພາະ ຄູຣອາສາສມັກ ທີ່ສອນຢູ່ເຂດ ຫ່າງໄກສອກຫລີກ ແມ່ນນອນຢູ່ ຫໍພັກ ແລະທາງບ້ານ ຈະຊ່ວຍ ເຂົ້າກິນ ເດືອນນຶ່ງຜູ້ລະ 15 ກິໂລ ແຕ່ມີບາງບ້ານ ກໍຈ່າຍເງິນ ຫລືເຂົ້າອຸດໜູນ ໃຫ້ຄຣູອາສາສມັກ ອັນເຮັດໃຫ້ການ ດຳຣົງຊີວິດ ຂອງ ຄຣູອາສາສມັກ ຫຍູ້ງຍາກ, ແຕ່ເຈົ້າໜ້າທີ່ ເວົ້າວ່າ ຄຣູອາສາສມັກ ທັງໝົດ ຍິນດີຮັບເອົາ. ທ່ານບອກວ່າ ສ່ວນທາງເມືອງນັ້ນ ບໍ່ສາມາດ ຊ່ວຍເຫລືອຫຍັງໄດ້ ມີແຕ່ຊ່ວຍລະດົມ ປະຊາຊົນ ໃຫ້ຊ່ວຍເຫລືອຄຣູ ເທົ່ານັ້ນ.

ຄຣູອາສາສມັກ ທີ່ມາເຮັດວຽກສອນ ຢູ່ໂຮງຮຽນມັທຍົມ, ປະຖົມ ແລະອານຸບານ ຢູ່ເຂດເມືອງນີ້ ຈໍານວນນຶ່ງ ຈົບຈາກ ໂຮງຮຽນສ້າງຄຣູ ຂອງແຂວງ ຈໍານວນນຶ່ງ ຈົບຈາກ ມະຫາວິທຍາໄລ ສຸພານຸວົງ ແລະ ອີກຈໍານວນນຶ່ງ ຈົບຈາກ ມະຫາວິທຍາໄລ ແຫ່ງຊາຕ. ຄຣູທຸກຄົນ ທີ່ອາສາສມັກ ມາສອນນີ້ ຫວັງວ່າຈະໄດ້ ບັນຈຸເປັນ ພະນັກງານ ຖາວອນຂອງຣັຖ ຫລັງຈາກ ໄດ້ສອນໄປແລ້ວ 3 ປີ ແຕ່ຮັບປະກັນ ວ່າຈະໄດ້ຫລືບໍ່, ດັ່ງທ່ານ ໄດ້ກ່າວ:

"ຕາມທີ່ໄດ້ຄາດຄະເນໄວ້ນີ້ ກໍປະມານ 2ປີ ຫາ 3ປີ ຈຶ່ງໄດ້ເຂົ້າໝົດ ເພາະວ່າຊຸດເກົ່າ ຂອງປີກາຍນີ້ ເຂົາເຈົ້າກ່າ ສອນມາແລ້ວ ປີນີ້ ກ່າສອນ ຖືວ່າຜ່ານໄປ ສອງສົກຮຽນ ໄດ້ເຂົ້າໄປແລ້ວ ເຄິ່ງນຶ່ງຍັງເຫລືອຢູ່ 16 ຄົນດຽວນີ້, ສໍາລັບສົກຮຽນ ທີສາມຄືສິແລ້ວ ຢູ່ດອກ".

ແຫລ່ງຂ່າວຈາກທ້ອງຖິ່ນວ່າ ໃນເວລາຄຣູອາສາມາສມັກ ເຂົ້າເຮັດວຽກນັ້ນ ການຍື່ນເອກສານ ໃນເບື້ອງຕົ້ນ ລະບຸວ່າ ຄຣູທີ່ໄປສອນຢູ່ ເຂດຫ່າງໄກສອກຫລີກ ມີກຳນົດ 1ປີ ຈະໄດ້ເຂົ້າເປັນຣັຖກອນ ແຕ່ບາງກໍຣະນີ 3 ປີ ກໍຍັງບໍ່ທັນ ໄດ້ເປັນເຮັດໃຫ້ ຄຣູອາສາສມັກ 3 ຄົນຢູ່ເມືອງສິງ ເຊົາສອນຍ້ອນລໍຖ້າດົນ.

ແຫລ່ງຂ່າວວ່າສະເພາະເມືອງສິງ ມີຄຣູທັງໝົດ 450 ຄົນ ແຕ່ຍັງບໍ່ພຽງພໍ ກັບຄວາມຕ້ອງການ, ໂຮງຮຽນບາງແຫ່ງ ທີ່ຢູ່ຫ່າງໄກ ຄຣູຄົນ ດຽວສອນ 3 ຫ້ອງສ່ວນເຂດ ໃນເມືອງແມ່ນ 2 ຫ້ອງຕໍ່ຄຣູ 1 ຄົນ. ທົ່ວແຂວງຫລວງນໍ້າທາ ມີຄຣູອາສາສມັກ ທັງໝົດປະມານ 100 ຄົນ. ໃນສົກປີ 2017 ນີ້ ຄຣູອາສາສມັກ ຈະໄດ້ເຂົ້າເປັນ ຣັຖກອນປະມານ 40 ຄົນ.

ສໍາລັບການແກ້ໄຂບັນຫາ ຂາດເຂີນຄູຣນັ້ນ ເຈົ້າໜ້າທີ່ ເວົ້າວ່າຕ້ອງໄດ້ ໂຮມບ້ານນ້ອຍ ເຂົ້າເປັນບ້ານໃຫຍ່ ເນື່ອງຈາກວ່າ ໃນປັດຈຸບັນ ຫລາຍໆບ້ານ ມີນັກຮຽນພຽງແຕ່ 10 ຄົນ ຄຣູຄົນນຶ່ງ ຕ້ອງສອນຫລາຍຫ້ອງຄວບກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.