ທີ່ດິນບ້ານດົງໂພສີ ຍັງແກ້ ບໍ່ຕົກ
2019.06.03
ຊາວບ້ານຄອບຄົວນຶ່ງ ແລະທະຫານ ຍາດທີ່ດິນກັນ ກວ້າງປະມານ 3 ເຮັກຕາ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ຕ່າງຝ່າຍຕ່າງບໍ່ມີໃບຕາດິນ; ທາງຝ່າຍປະຊາຊົນອ້າງວ່າ ພວກເຂົາໄດ້ປຸກເຮືອນອາໃສຢູ່ ແລະເພີ້ມພູນຜລິດຜົນ ຢູ່ດິນຕອນນີ້ມາເປັນເວລາ ຫລາຍສິບປີແລ້ວ, ສ່ວນຝ່າຍທະຫານ ອ້າງວ່າ ຕົນມີສິດທິອຳນາດ, ອີງຕາມຄຳເວົ້າ ຂອງຊາວບ້ານດົງໂພສີ ຜູ້ນຶ່ງ ທີ່ເຫັນເຫດການ ແລະ ເລົ່າສູ່ວິທຍຸເອເຊັຽເສຣີ ຟັງເມື່ອວັນ ທີ່ 27 ເດືອນພຶສພາ ປີ 2019 ນີ້ວ່າ:
“ບໍ່ມີໜັງສືຫຍັງນະ ບໍ່ມີຈາກໃຜນະ ເມືອງກໍບໍ່ຣັບຮູ້ນຳດອກ ເຂົາເຄີຍເຮັດເຄີຍທຳ ແລ້ວເຂົາມາປັນກັນ ນຳໃຊ້ເລີຍ ທະຫານກໍໃຊ້ອຳນາດ ເຈົ້ານາຍ ຄືເຈົ້າກໍເວົ້າຂອງເຈົ້າ ຂ້ອຍກໍວ່າຂອງຂ້ອຍ ຍາດກັນຢູ່ຫັ່ນແຫລະ.”
ຊາວບ້ານຜູ້ມີຂໍ້ຂັດແຍ້ງທີ່ດິນ ອະທິບາຍວ່າ ດິນຕອນນີ້ເປັນດິນຂອງຣັຖບານ ແຕ່ຄອບຄົວ ເຂົາໄດ້ຂໍນຳໃຊ້ມາແຕ່ປີ 197 ແລະໄດ້ເສັຽພາສີ ນຳໃຊ້ ທີ່ດິນຢ່າງຖືກຕ້ອງ ມາເປັນເວລາກວ່າ 20 ປີ ພ້ອມທັງມີເອກກະສານ ການເສັຽພາສີຢ່າງຄົບຖ້ວນ. ແຕ່ເມື່ອປີ2017 ພະນັກງານ ທະຫານ ຈຳນວນນຶ່ງ ໄດ້ເຂົ້າຍຶດເອົາທີ່ດິນ ຕອນນັ້ນ ແລ້ວປັນກັນ:
“ປັນກັນຜູ້ລະ 20 X 20, 20 X 20 ໄປ; ປັນກັນແລ້້ວ ກໍປຸກເຮືອນເປົ່າ ແລ້ວມັນກໍຂາຍ ແລ້ວນະສ່ວນຫລາຍ ຂາຍໃຫ້ໄທບ້ານ ຕຳຣວດ ທະຫານ ຢູ່ນຳໝົດຫັ່ນແຫລະ ທະຫານກໍມີ ປະຊາຊົນກໍມີ ທະຫານຢູ່ຄ້າຍສີສັດຕະນາກ ມັນກໍບໍ່ຄຸຍຫຍັງດອກ ມັນເປີດເສື້ອຂື້ນ ໃຫ້ເບິ່ງ ປືນມັນຊື່ໆ.”
ສ່ວນຫົວໜ້າຫ້ອງການການປົກຄອງ ເມືອງຫາດຊາຍຟອງ ເວົ້າກັບວິທຍຸເອເຊັຽເສຣີວ່າ ທາງການຫ້ອງການເມືອງຫາດຊາຍຟອງ ຍັງບໍ່ຮູ້ ເຣື່ອງນີ້ເທື່ອ ປັດຈຸບັນກຳລັງ ເກັບກຳຂໍ້ມູນຢູ່; ແຕ່ເຈົ້າໜ້າທີ່ກົມຄຸ້ມຄອງທີ່ດິນ ນະຄອນຫລວງວຽງຈັນ ທ່ານນຶ່ງ ໃຫ້ຄຳເຫັນວ່າ ໃຫ້ຄອບຄົວ ດຳເນີນທາງຕາມຂັ້ນຕອນຂອງທາງການ:
“ຖ້າຜູ້ກ່ຽວໄປຮອດເມືອງແລ້ວ ກໍໃຫ້ໄປຕາມຂັ້ນຕອນເນາະ ແຕ່ວ່າເຮັດເອກກະສານສເນີບັນຫາ ຂັ້ນເມືອງຫັ້ນ ໃຫ້ເມືອງເພິ່ນລົງເກັບກຳ ຂໍ້ມູນ ໃຫ້ເມືອງເພິ່ນແກ້ໄຂ ຖ້າແກ້ໄຂບໍ່ໄດ້ແລ້ວ ເພິ່ນກໍຈະມີຂະບວນການຕໍ່ເນາະ ເມືອງເພິ່ນກໍຈະສເນີຫາຂັ້ນຕອນ ຂອງກະຊວງນີ້ເນາະ.”
ຂໍ້ຂັດແຍ້ງທີ່ດິນຣະຫວ່າງປະຊາຊົນ ແລະເຈົ້າໜ້າທີ່ ມີຫລາຍຢູ່ລາວ ຕົວຢ່າງຢູ່ບ້ານນາໄຫ ນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກໍມີການຍາດແຍ້ງທີ່ດິນ ແລະກໍມີການຍິງ ປືນຂົ່ມຂູ່ກັນ.