ການຄ້າລາວຈະມີຜູ້ຊ່ອຍ ຊີ້ແນະ


2014.02.11
F-World-bank ເຄື່ອງໝາຍຂອງ ທະນາຄານໂລກ
wb

 

ຫ້ອງການພັທນາການຄ້າ ຂອງທະນາຄານໂລກ ໄດ້ໃຫ້ການ ສນັບ ສນູນ ໃນການສ້າງຕັ້ງໂຄງຮ່າງການບໍຣິຫານ ແລະຄວບຄຸມການຄ້າ ແຫ່ງຊາດຂຶ້ນໃນລາວໃນຈຸດປະສົງ ເພື່ອຊ່ອຍແກ້ໄຂບັນຫາສຳຄັນ ທາງດ້ານການຄ້າ ການບໍຣິຫານ ຈັດການ ແລະຄວາມແຕກໂຕນ ທາງດ້ານ ຊັພຍາກອນມະນຸດ ທີ່ເປັນອຸປສັກ ຕໍ່ການຄ້າ ຊາຍແດນ ໃນ ສປປລາວ.

ໂຄງການ ດັ່ງກ່າວ ແມ່ນ ອອກແບບ ໃຫ້ ສປປ ລາວ ສາມາດໃຊ້ ຊັພຍາກອນມະນຸດ ທີ່ລາວມີຢູ່ ໃຫ້ມີປະສິດທິພາບ ໃນການ ປະຕິ ບັດງານ ໃນໂຄງການບູຣິມະສິດໃນລາວກ່ຽວກັບການຄ້າແລະການ ຮວມກຸ່ມ. ໃນໂຄງການ ຈະມີ 5 ຂແນງໃຫຍ່ໆ ເຊັ່ນ:

1- ການອຳນວຍຄວາມສະດວກ ທາງດ້ານການຄ້າ.

2- ການຍົກຣະດັບສຸຂອະນາມັຍ ແລະມາຕຖານສີນຄ້າ ຮ່ວມທັງລົບລ້າງ ອຸປສັກ ທາງດ້ານເທັກນິກ ກ່ຽວກັບ ການຄ້າ.

3- ການຍົກຣະດັບ ສັກກາຍພາບ ໃນການສົ່ງອອກ.

4- ການສ້າງຝີມືແຮງງານ, ນະໂຍບາຍການຄ້າ ຂໍ້ຕົກລົງການຄ້າ ແລະໂອກາດ ໃນການຄ້າໂລກ.

5- ການຍົກຣະດັບ ການປະຕິບັດງານ ຫນ່ວຍງານກ່ຽວກັບ ການຄ້າ ຕ່າງປະເທດ.

ໂຄງການດັ່ງກ່າວ ຈະຮ່ວມງານກັນ ໃນການບໍຣິຫານ ຈັດການຈາກຄູ່ຮ່ວມພັທນາ ເພື່ອດຶງເອົາ ນັກວິຊາການ ແລະນັກຊ່ຽວຊານຈາກຂແນງ ອື່ນໆ ເຂົ້າມາ ປະຕິບັດງານ ກັບ ຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.