ທະນາຄານໂລກ ຊ່ອຍເຫຼືອ ການກະເສດ 25 ລ້ານໂດລາຣ໌

ສິດນີ
2018-07-08
ອີແມວລ໌
ຄໍາເຫັນ
Share
ພິມ
ຊາວນາລາວ ໃນແຂວງ ອັດຕະປື
ຊາວນາລາວ ໃນແຂວງ ອັດຕະປື
khaosanroad.com

ທະນາຄານໂລກ ໄດ້ຕົກລົງເຫັນພ້ອມ ໃນການອະນຸມັດໂຄງການຊ່ອຍເຫລືອ ເພື່ອຍົກຣະດັບຜລິດຕະພັນ ທາງດ້ານການກະເສດ ແລະ ການປູກພືດແບບທັນສມັຍ ເພື່ອການຄ້າ ຫລືອຸດສາຫະກຳການກະເສດ ຂນາດກາງ ແລະຂນາດນ້ອຍ ໃຫ້ແກ່ ຣັຖບານສປປລາວ. ກຸ່ມຜູ້ ບໍຣິຫານ ທະນາຄານໂລກ ໄດ້ອອກຖແລງການ ໃນການອະນຸມັດ ໂຄງການກະເສດດັ່ງກ່າວ ຢ່າງເປັນທາງການ ວ່າງເດືອນຜ່ານມາ. ໃນ ຖແລງການ ປະທານຜູ້ບໍຣິຫານທະນາຄານໂລກເວົ້າວ່າ ໂຄງການກະເສດທີ່ທັນສມັຍ ດັ່ງກ່າວ ເປັນໂຄງການ ເພື່ອຍົກຣະດັບຜລິດຕະພັນ ທາງດ້ານການເສດໃນລາວໃຫ້ມີປະສິດທິພາບ ແລະຫມັ້ນຄົງ ເປັນອຸດສາຫະກຳການຜລິດ ເພື່ອລ້ຽງຄອບຄົວແລະສົ່ງອອກ.

ໂຄງການດັ່ງກ່າວ ທາງທະນາຄານໂລກ ໄດ້ອະນຸມັດເງິນຊ່ອຍເຫລືອປະມານ  25 ລ້ານໂດລາ ແລະໃນໂຄງການນີ້ ຢ່າງນ້ອຍ ຈະສາມາດ ຊ່ອຍຊາວນາລາວ ໄດ້ເຖິງ 28 ພັນຄອບຄົວຫລືປະມານ 1 ແສນ 4 ມື່ນຄົນໃນຈຳນວນ 224 ບ້ານ ໃນທົ່ວປະເທດ ຊ່ວງທຳອິດ ຂອງ ໂຄງການ ໃນການປັບປຸງ ການຜລິດໃຫ້ມີຄຸນນະພາບ ແລະ ປາຣິມານເພີ້ມຂຶ້ນ ຮ່ວມທັງການຫລຸດຜ່ອນຕົ້ນທຶນ ໃນການຜລິດ ແລະເພີ້ມ ຣາຍໄດ້ຈາກການຕລາດ, ຕັດແຮງງານ ທີ່ບໍ່ຈຳເປັນອອກ ດ້ວຍການໃຊ້ເທກໂນໂລຈີທີ່ທັນສມັຍ ແລະ ແຜນການກະເສດແບບໃຫມ່ ແບບທີ່ ຫຼາຍປະເທດຈະເຣີນເຂົາທຳກັນ ອີງຕາມຖແລງການ ຂອງທະນາຄານໂລກ.

ທ່ານ ພວງ ປາຣິສັກ ປາວົງວຽງຄຳ ຮອງຣັຖມົນຕຣີ ກະຊວງກະສິກຳແລະປ່າໄມ້ ສປປລາວ ກ່າວໃນຖແລງການຮ່ວມວ່າ ຕາມທີ່ໄດ້ກຳນົດ ໄວ້ ໃນແຜນພັທນາເສຖກິຈ ແລະສັງຄົມແຫ່ງຊາດ ຊຸດທີ 8 ຣັຖບານລາວ ໃຫ້ບູຣິມະສິດ ໃນຜລິດຕະພັນ ທາງດ້ານການກະເສດສີຂຽວ, ການຜລິດທີ່ມີຄຸນນະພາບ ຣະຍະຍາວ ບໍ່ວ່າຈະເປັນການກະເສດ ຫລືປ່າໄມ້ ຕ້ອງເປັນການຜລິດ ແບບອຸດສາຫະກຳຂນາດກາງຫລືຂນາດ ນ້ອຍ ສິ່ງດັ່ງກ່າວ ຈະເປັນເຄື່ອງຈັກ ພັກດັນ ກົນໄກການພັທນາທາງດ້ານ ການກະເສດໃນລາວ ໃນອານາຄົດ.

ທ່ານວ່າ ໂຄງການນີ້ ຈະເປັນບາດກ້າວອັນສຳຄັນ ໃນການພັທນາຍົກຣະດັບ ຜລິດຕະພັນທາງດ້ານການກະເສດໃນລາວ ຊຶ່ງໃນປັດຈຸບັນ ການກະເສດໃນລາວ ກຳລັງປະສົບກັບບັນຫາທ້າທາຫຼາຍຢ່າງ ໃນການຜລິດ ເພື່ອລ້ຽງປະຊາຊົນ ພາຍໃນປະເທດ ຫລືເພື່ອສົ່ງອອກ ໃນນັ້ນ ຮ່ວມດ້ວຍການ ການຂາດຄຸນນະພາບ ແລະປາຣິມານ ການຜລິດທີ່ໄດ້ມາຕຖານ ຍ້ອນຊາວນາລາວ ຍັງຂາດຄວາມຮູ້ ແລະຄວາມສາມາດ ໃນການຜລິດ ໃຫ້ເປັນສິນຄ້າສົ່ງອອກ ຫລື ເພື່ອລ້ຽງຄອບຄົວຂອງຕົນ ກໍຍັງບໍ່ພໍ. ທ່ານຫວັງວ່າ ໂຄງການນີ້ຈະຊ່ອຍແກ້ໄຂບັນຫາດັ່ງກ່າວ ໃນລາວ ໃນອານາຄົດ.

ໃນຂນະດຽວກັນ ຍານາງ Ellen Goldstein ຜູ້ຈັດການທະນາຄານໂລກ ປະຈຳ ສາມປະເທດ ດັ່ງ ພະມ້າ ສປປລາວ ແລະ ກຳພູຊາ ຜູ້ຮັບຜິດຊອບ ກ່ຽວກັບໂຄງການດັ່ງກ່າວເວົ້າວ່າ ສປປລາວ ກຳລັງຈະພັທນາການກະເສດ ໃຫ້ມີຄຸນນະພາບ ກຳໄຣ ແລະ ສີຂຽວ, ຊາວນາ, ອຸດສາຫະກຳການກະເສດ ແລະ ຜູ້ບໍຣິໂພຄ ຈະໄດ້ຜົລປະໂຍດ ຈາກໂຄງການນີ້ ຊື່ງໂຄງການດັ່ງກ່າວ ເປັນພາກສ່ວນຂອງໂຄງການພັທນາ ໃນທາງດ້ານການກະເສດ ໃນຫຼາຍຮູບແບບແລະຫຼາຍເປົ້າຫມາຍ ຂອງທະນາຄານໂລກໃນຂົງເຂດ ເພື່ອແກ້ໄຂບັນຫາການຂາດສານອາຫານ ດ້ວຍການເພີ້ມຄຸນນະພາບໃນອາຫານ ທີ່ຜລິດໃຫ້ມີສານອາຫານທີ່ຈຳເປັນ ສຳລັບສຸຂພາບຂອງປະຊາຊົນ ແລະ ແຜນການດັ່ງກ່າວ ຈະຊ່ອຍ ແກ້ໄຂບັນຫາການຈະເຣີນພັນ ຂອງເດັກນ້ອຍໄດ້ດີຂຶ້ນ ເປັນຕົ້ນ ເດັກນ້ອຍເຕັ້ຽກວ່າມາຕຖານ ຊຶ່ງໃນປັດຈຸບັນ ໄດ້ພົບເຫັນເດັກນ້ອຍລາວ ອາຍຸຕ່ຳກວ່າ 5 ປີລົງມາ ມີບັນຫາດັ່ງກ່າວກວ່າ 40 % ຂອງຈຳນວນເດັກນ້ອຍ ໃນລາວທັງຫມົດໃນປະເທດ.

ໂຄງການນີ້ ຈະຊຸກຍູ້ໃຫ້ຊາວນາລາວຜລິດການກະເສດແບບຫລາກຫລາຍ ເພື່ອໃຊ້ໃນການຮັບປະທານຫລືເພື່ອສົ່ງໄປຂາຍເປັນສິນຄ້າ ນອກ ຈາກນັ້ນ ຍັງຈະມີການສິດສອນເຣື້ອງ ຄຸນນະພາບຂອງອາຫານ, ຍົກຣະດັບການຄົວກິນ ທີ່ມີຄຸນນະພາບ ແລະການຜລິດອາຫານດ້ວຍ ເຄື່ອງຈັກ ເພື່ອຫລຸດຜ່ອນ ການໃຊ້ແຮງງານແມ່ຍິງ ໃນການຜລິດ ດ້ວຍການໃຊ້ເທັກໂນໂລຈີ ທີ່ທັນສມັຍຊ່ອຍ ຮ່ວມດ້ວຍການ ພະຍາກອນ ອາກາດ ແລະເທັກໂນໂລຈີ ເພື່ອພັທນາຜລິດຕະພັນການກະເສດ ໃຫ້ເປັນ ຜລິດຕະພັນສີຂຽວ ແລະ ມີຄຸນນະພາບສູງ.

ໂຄງການດັ່ງກ່່າວ ຊຸດທຳອິດຈະເລີ້ມດຳເນີນງານ ແຕ່ປີນີ້ໄປຮອດປີ 2024 ແລະຊາວນາໃນແຂວງ ທີ່ຖືກຄັດເລືອກໃນໂຄງການນີ້ ໃນຊຸດ ທຳອິດ ແມ່ນແຂວງ ຄຳມ່ວນ, ບໍຣິຄຳໄຊ, ໄຊຍະບູຣີ, ວຽງຈັນ ແລະນະຄອນຫລວງວຽງຈັນ ຫລັງຈາກນັ້ນ ກໍຈະຮ່ວມດ້ວຍ ແຂວງອື່ນໆ ໃນລາວ. ແຕ່ນັກວິເຄາະເວົ້າວ່າ ໂຄງການຕົ້ນແບບ ທາງດ້ານການກະເສດຂອງທະນາຄານໂລກເທື່ອນີ້ ອາດຈະບໍ່ໄດ້ຜົລຕາມທີ່ຄາດໄວ້ ຍ້ອນວ່າ

1- ຊາວນາລາວ ຍັງຂາດຄວາມຮູ້ ແລະຄວາມສາມາດ ໃນການໃຊ້ເທັກໂນໂລຈີສູງ ໃນປູກຝັງ ຫລືຜລິດຕະພັນທາ ທາງດ້ານການກະເສດ ທີ່ໄດ້ມາຕຖານແລະຄຸນນະພາບ.

2- ຊາວນາລາວ ຍັງຂາດຄວາມອົດທົນ ແລະຄວາມດຸຫມັ່ນ ໃນການເຮັດວຽກ ໃນການຜລິດຂນາດໃຫຍ່ເພື່ອສົ່ງອອກ.

3-ຊາວນາລາວຍັງຂາດທຶນຮອນໃນການລົງທຶນຫລັງຈາກຝຶກອົບຮົມແລ້ວ ອາດປະຖີ້ມຄວາມຕັ້ງໃຈດັ່ງກ່າວໃນທີ່ສຸດ. ດັ່ງເຈົ້າຫນ້າທີ່ກະສິກຳ ທ່ານນຶ່ງເວົ້າວ່າ:

"ບັນຫາໃຫຍ່ ແມ່ນເຣື້ອງສິນເຊື່ອ ເຣື້ອງທຶນ ເຣື້ອງປຸ້ຍ ເວົ້າເຣື້ອງທຶນ ໄປບຸກເບີກພື້ນທີ່ ຫລືວ່າຊື້ເຄຶ້ອງຈັກ ຫຍັງເຂົ້າມາ ແຕ່ວ່າເຮົາເຮັດໄດ້ ກໍໃນເຂດທົ່ງພຽງ ໃນເຂດທີ່ມີ ການຂຍາຍໃຫຍ່ ເຂດທີ່ ດ້ານເສຖກິດ ຄອບຄົວ ມີເງື່ອນໄຂ ແຕ່ໃນເຂດອື່ນໆ ຍັງບໍ່ສາມາດເຮັດໄດ້".

4- ການຕລາດໃນທຸກມື້ນີ້ໃນລາວ ຖືກຄວບຄຸມຈາກພໍ່ຄ້າຄົນກາງ ເປັນຜູ້ກໍານົດຣາຄາ ເມື່ອຜົລຜລິດອອກມາໄດ້ຜົລຫລືບໍ່ໄດ້ຜົລ ຖ້າຕລາດ ບໍ່ຊື້ແລ້ວກບໍ່ສາມາດຂາຍໄດ້ ຊາວນາອາດຫມົດຄວາມຕັ້ງໃຈໃນການຜລິດ.

5- ໂຄງຮ່າງພື້ນຖານ ການຄົມມະນາຄົມໃນລາວ ເຊັ່ນຖນົນຫົນທາງ ໃນການສົ່ງສິນຄ້າໄປຕລາດໃນເມືອງ ຂາດມາຕຖານ ໃຊ້ການບໍ່ໄດ້ ໃນຫຼາຍແຫ່ງ ໂດຍສະເພາະຍາມຝົນ ຊາວນາຈະບໍ່ສາມາດສົ່ງຜົລຜລິດ ຂອງຂະເຈົ້າໄປຂາຍໃນ  ຕລາດໃນເມືອງໄດ້.

6- ການໃສ່ຝຸ່ນ, ສີດຢາ ແລະການເຮັດບັນຊີຣາຍໄດ້ ຣາຍຈ່າຍ ຊາວນາລາວກໍບໍ່ຄຸ້ນເຄີຍ.

7- ຊາວນາລາວສ່ວນໃຫຍ່ ເຮັດນາແບບດັ້ງເດີມເພື່ອລ້ຽງຄອບຄົວ ບໍ່ແມ່ນເຮັດເພື່ອຂາຍ ຫລືສົ່ງອອກຍັງເຮັດແບບບູຮານຢູ່ ຈະບໍ່ສາມາດ ຜລິດເປັນອຸດສາຫະກຳ ສິນຄ້າ ຂນາດໃຫຍ່ເພື່ອສົ່ງອອກໄດ້.

8- ຣະດູການຜລິດໃນລາວກໍສັ້ນ ແລະ ປະເຊີນກັບຫຼາຍບັນຫາ ເປັນຕົ້ນນ້ຳຖ້ວມ ພັຍແຫ້ງແລ້ງ, ລົມພະຍຸຕາມຣະດູການແລະອື່ນໆ.

ແລະ 9- ການປູກເຂົ້ານາແຊງໃນລາວ ຣະບົບຊົນລະປະທານ ກໍບໍ່ທົ່ວເຖິງແລະເປ່ ເພໃນຫຼາຍພື້ນທີ່ໃຊ້ການບໍ່ໄດ້ ແລະ ບັນຫາອື່ນໆ ຫຼາຍບັນຫາ ທີ່ກ່າວມາຂ້າງເທິງນີ້ ອາດເຮັດໃຫ້ໂຄງການດັ່ງກ່າວ ຂອງທະນາຄານໂລກ ບໍ່ປະສົບຜົລສຳເຣັດໄດ້.

ເຕັມຫນ້າ