ພາສີໄປເຮັດວຽກນອກ ປະເທດ

ສິດນີ
2015.10.21
F-workers ກັມມະກອນ ຊົນຊັ້ນ ກັມມະຊີພ ທີ່ຫາເຊົ້າກິນຄໍ່າ
RFA

ເຈົ້າຫນ້າທີ່ ແຮງງານ ແລະ ສວັດດີການ ສັງຄົມ ແຂວງ ໄຊຍະບູຣີ ທ່ານນຶ່ງ ເວົ້າວ່າ ແຂວງ ໄຊຍະບູຣີ ເກັບເງິນ ຈາກ ຄົນງານ ລາວ ທີ່ ໄປເຮັດວຽກ ໃນໄທ ປີລະ ປະມານ 6 ແສນ ກວ່າກີບ ເພື່ອ ເປັນຄ່າ ບຳຣຸງ ພັທນາ ບ້ານ ແລະ ອີກ ສ່ວນນຶ່ງ ເປັນ ອາກອນ ສົ່ງ ໃຫ້ ຣັຖບານ ຊຶ່ງ ການ ເກັບເງິນ ດັ່ງກ່າວ ເປັນ ໄປຕາມ ຣະບຽບ ຂອງບ້ານ ແລະ ກົດໝາຍ ອາກອນ ຣາຍໄດ້. ທ່ານວ່າ ຫ້ອງການ ແຮງ ງານ ບໍ່ແມ່ນຜູ້ ເກັບ ເປັນຫນ້າທີ່ ຂອງ ຜແນກ ການເງິນ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:

"ຈາກ ພາກສ່ວນ ການເງິນ ເຂົາ ເກັບເຣື້ອງ ອາກອນ ຣາຍໄດ້ ເຂົາອອກ ຣະບຽບເກັບ ເຂົາເອີ້ນວ່າ ປີນຶ່ງ ຖ້າມີ Passport ມີຫຍັງ ໄປ ປະມານ 6 ແສນ ປາຍ".

ແຕ່ເມື່ອ ເອເຊັຽ ເສຣີ ໄດ້ ສອບຖາມ ໄປຍັງ ຜແນກ ການເງິນ ແຂວງ ໄຊຍະບູຣີ ເຈົ້າຫນ້າທີ່ ກໍ ປະຕິເສດ ວ່າ ບໍ່ໄດ້ເກັບ ເງິນ ອາກອນ ດັ່ງກ່າວ. ອີງຕາມ ຣາຍງານ ຈາກ ສື່ສັງຄົມ ອອນລາຍ ຊາວບ້ານ ຫ້ວຍບູຣາ ເມືອງ ແກ່ນທ້າວ ແຂວງ ໄຊຍະບູຣີ ທ່ານນຶ່ງ ໄດ້ ສົ່ງ ຈົດຫມາຍ ຮ້ອງຮຽນ ມາຫາ ທາງການ ແຂວງ ກ່ຽວກັບ ການເກັບເງິນ ຈາກ ແຮງງານ ລາວ ທີ່ ໄປເຮັດວຽກ ໃນໄທ ວ່າ ຫຼາຍກວ່າ ແຂວງ ອື່ນໆ ຢາກໃຫ້ ມີການ ສືບສວນ.

ວິທຍຸ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຍັງ ຫ້ອງການ ເມືອງ ແກ່ນທ້າວ ແຂວງ ໄຊຍະບູຣີ ກໍໄດ້ຮັບ ຄຳຢືນຢັນ ຈາກ ເຈົ້າຫນ້າທີ່ ວ່າ ມີ ການ ເກັບເງິນ ຄົນງານ ທີ່ ໄປເຮັດວຽກ ໃນໄທ ແທ້ ຊຶ່ງ ການເກັບ ນັ້ນ ຂຶ້ນຢູ່ກັບ ການ ດຳເນີນງານ ຂອງ ແຕ່ລະບ້ານ ວ່າ ຈະ ເກັບ ໜ້ອຍ ຫຼາຍ ປານໃດ. ດັ່ງ ທ່ານ ກ່າວວ່າ:

"ເປັນອາກອນ ລາຍໄດ້ ແລະ ເປັນ ພັນທະ ຕໍ່ບ້ານ ເພາະມັນ ເປັນ ຣະບຽບ ຂອງບ້ານ ແລະ ຕາມກົດມຫາຍ ອາກອນ ລາຍໄດ້ ນັ້ນເດ ກໍແລ້ວແຕ່ ບ້ານ ໝາຍຄວາມວ່າ ຣະບຽບ ບ້ານ ເຂົາຈະຜ່ານ ອອກມາ ແລ້ວເຂົາ ຈະຖາມ ປະຊາຊົນ ວ່າ ເຫັນດີ ເທົ່າໃດ ແຕ່ກໍບໍ່ ຫລິ້ນກັນ ຫຼາຍດອກ ບາງບ້ານ ກໍ 5 ແສນ ບາງບ້ານ ກໍ 6 ແສນ ເພາະວ່າຄົນ ໃນບ້ານ ຕົກລົງ ປະຊາທິປະຕັຍ ເດ".

ທ່ານກ່າວ ຕື່ມວ່າ ເງິນ ທີ່ເກັບຈາກ ຄົນງານ ທີ່ ໄປເຮັດວຽກ ໃນໄທ ນີ້ ສ່ວນນຶ່ງ ເອົາໄວ້ ສຳລັບ ວຽກງານ ຂອງບ້ານ ແລະ ອີກສ່ວນນຶ່ງ ສົ່ງ ໃຫ້ ຣັຖບານ ເພື່ອ ການ ພັທນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.