ພວມປະເມີນ ຜົລເສັຽຫາຍ ຜາຫິນຣະເບີດ

ພູ​ວົງ​ສ໌
2019.10.16
F-Blast ເບິ່ງສະພາບບ້ານເຮືອນ ຂອງປະຊາຊົນ ທີ່ ກ້ອນຫິນຂນາດໃຫຍ່ ຕົກໃສ່
Citizen Journalist

ເຈົ້າໜ້າທີ່ ເມືອງນ້ຳບາກ ແຂວງຫຼວງພຣະບາງ ກຳລັງ ຮິບໂຮມຂໍ້ມູນ ຜົລເສັຽຫາຍ ໃນເຂດ ບ້ານໂພນມະນີ ຈາກເຫຕການ ຣະເບີດຜາຫີນ ເມື່ອວັນທີ 05 ຕຸລາ ທີ່ຜ່ານມາ ເພື່ອເປັນຫຼັກຖານ ໃນການຈ່າຍ ຄ່າຊົດເຊີຍ, ໂດຍທ້າວ ລາວເຈົ່າ, ຜູ້ລົງມືຣະເບີດ ຕ້ອງໄດ້ຮັບຜິດຊອບ ຈ່າຍຄ່າຊົດເຊີຍ ທັງໝົດ ຕາມກົດໝາຍ, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງນ້ຳບາກກ່າວ ໃນວັນທີ 14 ຕຸລາ ວ່າ:

“ເມືອງໄທເຮົາເນາະ ທາງນັ້ນ ກາເກັບກຳຜົລເສັຽຫາຍ ທີ່ທາງລາວເຈົ່າ, ຜູ້ສັມປະທານຫີນ ກໍ່ເຫຕຫັ້ນແຫຼະ. ກາຖືວ່າ ໄປເກັບກຳ ຮວບຮວມ ກຳລັງ ຣາຍງານ ຕໍ່ຂັ້ນແຂວງ, ກຳລັງ ສິໄດ້ຊົດເຊີຍຢຽວຢາຫັ້ນແຫຼະ ຕ້ອງໄດ້ຊົດເຊີຍ ຕາມຣະບຽບ ກົດໝາຍຫັ້ນແຫຼະ.”

ເຈົ້າໜ້າທີ່ ໄດ້ກ່າວຕື່ມວ່າ ໃນຣະຫວ່າງ ທີ່ກຳລັງສຳຣວດ ຄວາມເສັຽຫາຍ ທາງເມືອງນ້ຳບາກ ກໍໄດ້ແຈ້ງ ໃຫ້ທາງໂຮງງານຊີມັງ ເກັດທາວລາວ ຈຳກັດ, ຫ້າມສ້ອມແປງເຮືອນຊານ ໃຫ້ປະຊາຊົນ ທີ່ເສັຽຫາຍ 83 ຫຼັງ, ຍ້ອນຢ້ານວ່າ ສວຍໂອກາດ ໄປທຳຣາຍຫຼັກຖານ.

ສຳລັບ ຜູ້ທີ່ເສັຽຊີວິດ ແລະ ຜູ້ທີ່ ໄດ້ຮັບບາດເຈັບ 23 ຄົນນັ້ນ, ກໍໄດ້ຮັບ ການຊ່ອຍເຫຼືອ ຈາກໂຮງງານຊີມັງ ເກັດທາວລາວ ຈຳກັດ, ເຊິ່ງໃນເບື້ອງຕົ້ນ ໄດ້ມອບເງິນ ໃຫ້ຜູ້ເສັຽຊີວິດ 10 ລ້ານກີບ ພ້ອມຮັບຜິດຊອບ ຄ່າໃຊ້ຈ່າຍ ໃນການປິ່ນປົວ.

ອີງຕາມ ການຣາຍງານ ຂອງເຈົ້າໜ້າທີ່ ເມືອງນ້ຳບາກ ໃນວັນທີ 15 ຕຸລາ ຜູ້ທີ່ໄດ້ຮັບ ບາດເຈັບ ຈຳນວນນຶ່ງ ທ່ານໝໍ ອະນຸຍາດ ໃຫ້ກັບໄປປິ່ນປົວ ຢູ່ເຮືອນໄດ້ແລ້ວ, ສ່ວນອີກຈຳນວນນຶ່ງ ຍັງຕ້ອງປິ່ນປົວ ຢູ່ໂຮງໝໍຕໍ່ໄປ.

“ກະຖືວ່າ ຂະເຈົ້າໄດ້ປົວ ກັບຄືນ ບ້ານຊ່ອງ, ໄດ້ປົວຢູ່ ຫຼວງພຣະບາງ ກໍມີ ແລ້ວກໍໄດ້ ເອົາມາ ຢູ່ຢ້າວຢູ່ເຮືອນ ກະຖືວ່າ ໄດ້ປອດພັຍໝົດແລ້ວ ທີ່ວ່າ ຖືກໝາກຫິນ ສະເກັດ ໝາກຫິນ ເລັກໆນ້ອຍໆ. ຖືວ່າ ໄດ້ຮັບການປິ່ນປົວດີ ປົກກະຕິໝົດແລ້ວ.”

ສ່ວນທ້າວ ລາວເຈົ່າ, ຊາວຈີນ ຜູ້ຮັບຜິດຊອບ ທຳຣາຍ ຣະເບີດນັ້ນ ຍັງຢູ່ ໃນຣະຫວ່າງ ການກັກຂັງ ເພື່ອສືບສວນສອບສວນ, ແຕ່ເຈົ້າໜ້າທີ່ ຍັງບໍ່ທັນໄດ້ ຣາຍງານ ຄວາມຄືບໜ້າ ໃນການສືບ ສວນທ້າວ ລາວເຈົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.