ທາງການລາວເຕືອນພັຍ ນໍ້າຖ້ວມ

ພູວົງສ໌
2019.08.26
F-flash-flood ຝົນຕົກນໍ້າອັ່ງຖ້ວມຂັງ ໃນນະຄອນຫຼວງວຽງຈັນ ເມື່ອອາທິດຜ່ານມາ
RFA/TS

ກົມອຸຕຸນິຍົມ ແລະ ອຸທົກກະສາຕ, ກະຊວງຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງເຕືອນພັຍຣະດັບນ້ຳສາຂາ ຫຼາຍແຫ່ງ ໃນລາວ ສ່ຽງເກີດນ້ຳຖ້ວມ ແລະ ດິນເຈື່ອນ ເນື່ອງຈາກໃນຣະຫວ່າງວັນທີ 26 ຫາ 29 ສິງຫາ ນີ້ ຈະມີຝົນຕົກໜັກ ແລະ ລົມແຮງ, ເຊິ່ງຈະເຮັດໃຫ້ຣະດັບນ້ຳສາຂາ ເພີ້ມສູງຂຶ້ນຢ່າງໄວວາ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ກົມອຸຕຸນິຍົມ ແລະ ອຸທົກກະສາຕ, ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ທ່ານນຶ່ງ ທີ່ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນວັນທີ 26 ສິງຫາ ນີ້ວ່າ:

“ກະພວກເຮົາກະອອກແຈ້ງເຕືອນແລ້ວ ມື້ນີ້ນ່າ ແຈ້ງເຕືອນໄປເປັນທາງການແລ້ວ. ແມ່ນແລ້ວ ນ້ຳຂອງກະຂຶ້ນຫຼາຍແທ້, ແຕ່ວ່າມື້ອາທິດ ແລ້ວນີ້ ມັນກະຜົລກະທົບ ຂອງພາຍຸຫົວນັ້ນ ກະມີບາງເຂດເນາະ ກະຖ້ວມຄືກັນ.”

ທ່ານເວົ້າຕື່ມວ່າ ລຳນ້ຳສາຂາທີ່ມີຄວາມສ່ຽງເກີດນ້ຳຖ້ວມໜັກ ຄືນ້ຳເຊຈຳພອນ ແຂວງສວັນນະເຂດ ຍ້ອນຣະດັບນ້ຳກາຍເຂດ ຣະວັງພັຍ ແລ້ວ. ປະຈຸບັນ, ຣະດັບນ້ຳແມ່ນ 8,4 ແມັຕ ແລະ ນ້ຳເຊບັ້ງໄຊ ແຂວງຄຳມ່ວນ ຣະດັບນ້ຳບາງຈຸດ ຢູ່ໃນເຂດ ອັນຕະຣາຍ ແລ້ວ ແລະ ບາງຈຸດ ກໍສ່ຽງທີ່ຈະລົ້ນຕາຝັ່ງໄດ້ທຸກເວລາ.

ນອກຈາກນັ້ນ, ໄລຍະນີ້ ກໍຍັງມີບາງເຂດທີ່ກຳລັງໄດ້ຮັບຜົລກະທົບ ຈາກຣະດັບນ້ຳທີ່ພວມເພີ້ມສູງຂຶ້ນ ຢ່າງຕໍ່ເນື່ອງ, ເປັນຕົ້ນແມ່ນເຂດບ້ານ ນາບໍ່, ເມືອງເຊໂປນ ຫາໂຕເມືອງວີຣະບູຣີ ແຂວງສວັນນະເຂດ ເຮັດໃຫ້ປະຊາຊົນ ໃນເຂດດັ່ງກ່າວ ເດີນທາງ ໄປມາ ລຳບາກ.

ໃນຂນະດຽວກັນ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າດຽວນີ້ ຣະດັບນ້ຳເຊບັ້ງໄຟ ຍັງບໍ່ໄຫຼຖ້ວມທົ່ງນາ ຂອງປະຊາຊົນເທື່ອ, ແຕ່ຫາກມີຝົນຕົກລົງມາຕື່ມອີກ ໃນໄລຍະນີ້ ຄາດວ່າ ຣະດັບນ້ຳເຊບັ້ງໄຟ ຈະລົ້ນຕາຝັ່ງ ແລະ ໄຫຼເຂົ້າຖ້ວມທົ່ງນາ ແລະ ເຮືອນຊານປະຊາຊົນ, ໂດຍສະເພາະຢູ່ ເມືອງນາກາຍ ແລະ ເມືອງມະຫາໄຊ.

“ມັນຍັງບໍ່ໄດ້ຖ້ວມ ພໍດີມັນເຕືອນພັຍແລ້ວເນາະ. ຄັນມັນຮອດ 14 ແມັຕ 50 ມັນຈັ່ງຊິໄດ້ແຍ່ ເຂົ້າທົ່ງໄຮ່ທົ່ງນາ ຈັ່ງຊິໄດ້ເຕືອນປະຊາຊົນ. ດຽວນີ້ກຳລັງຢູ່ຂອບ ມັນບໍ່ທັນໄດ້ລົ້ນອອກໄດ້.”

ນັບແຕ່ຕົ້ນເດືອນສິງຫາ ມານີ້ ກໍມີຫຼາຍພື້ນທີ່ ໄດ້ຮັບຜົລກະທົບຈາກນ້ຳຖ້ວມກະທັນຫັນ ຍ້ອນມີຝົນຕົກໜັກຕິດຕໍ່ກັນ ຫຼາຍມື້ ເຊັ່ນວ່າ ເມືອງນານ ແຂວງຫຼວງພຣະບາງ, ເມືອງແປກ ແຂວງຊຽງຂວາງ ແລະ ເມືອງແບງ ແຂວງອຸດົມໄຊ, ເຊິ່ງເຮັດໃຫ້ເກີດ ຄວາມເສັຽຫາຍ ຢ່າງໜັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.